ສະຫາຍ ເລວັນ ຫຽນ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນ ມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ

21:06 | 06/01/2021

ເມື່ອບໍ່ດົນມານີ້, ຢູ່ທີ່ຫໍພິພິທະພັນ ໄກສອນ ພົມວິຫານ (ປະເທດລາວ), ໄດ້ຈັດພິທີຖະແຫລງຂ່າວ ປື້ມ ທ່ານ ເລວັນຫຽນ ເອກອັກຄະລັດຖະທູດຫວຽດນາມ ຜູ້ທຳອິດປະຈຳລາວ, ດ້ວຍຫລາຍເອກະສານທີ່ລ້ຳຄ່າ ແລະ ໄດ້ເປີດເຜີຍເປັນຄັ້ງທຳອິດ, ໂດຍໄດ້ປະກອບສ່ວນຊ່ວຍ ໃຫ້ປະຊາຊົນລາວ ເຂົ້າໃຈໃນການປະກອບສ່ວນທີ່ສຳຄັນ.

ເພີ່ມພູນຄຸນສ້າງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງລາວ - ຫວຽດນາມ ຢ່າງແໜ້ນແຟ້ນກວ່າອີກ
ລາວ - ຫວຽດນາມ ມີ ດ່ານຊາຍແດນສາກົນ ມີ 08 ແຫ່ງ

ປື້ມ “ທ່ານ ເລວັນຫຽນ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ” ມີເອກະສານ ແລະ ຮູບພາບປະຫວັດສາດທີ່ລ້ຳຄ່າຫຼາຍຢ່າງ, ຕິດພັນກັບການປະຕິວັດສປປ.ລາວ, ຕິດພັນກັບການພົວພັນລະຫວ່າງຫວຽດນາມ ແລະ ລາວ, ພິເສດແມ່ນເອກະສານຈຳນວນໜຶ່ງເຊິ່ງບໍ່ໄດ້ເຜີຍແຜ່ ຢ່າງກວ້າງຂວາງໃນເມື່ອກ່ອນ ກ່ຽວກັບທ່ານເອກອັກຄະລັດຖະທູດ ເລວັນຫຽນ ໃນໄລຍະເຮັດວຽກແຕ່ປີ 1962 - 1976 ຢູ່ປະເທດລາວ.

ທ່ານ ເລວັນຫຽນ ແມ່ນທ່ານເອກອັກຄະລັດຖະທູດຜູ້ທຳອິດຂອງຫວຽດນາມ ປະຈຳ ສປປ.ລາວ, ເມື່ອໄດ້ຮັບການແຕ່ງຕັ້ງຈາກປະທານໂຮ່ຈີມິນ ໃຫ້ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດປະຊາທິປະໄຕຫວຽດນາມ ປະຈຳຣາຊະອານາຈັກລາວໃນປີ 1962.

ສະຫາຍ ເລວັນ ຫຽນ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນ ມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ
ພິທີຖະແຫລງຂ່າວ ປື້ມ ທ່ານ ເລວັນຫຽນ ເອກອັກຄະລັດຖະທູດຫວຽດນາມ ຜູ້ທຳອິດປະຈຳລາວ. (ພາບ: nhanhdan)

ພິເສດ, ມີເອກະສານທີ່ລ້ຳຄ່າຫຼາຍຢ່າງ ເຊິ່ງແມ່ນການບັນທຶກຂອງທ່ານເອກອັກຄະລັດຖະທູດ ເລວັນຫຽນ ກ່ຽວກັບບັນດາເຫດການທີ່ເກີດຂື້ນໃນໄລຍະ 15 ປີທີ່ທ່ານ ເລວັນຫຽນ ເຮັດວຽກຢູ່ສປປ.ລາວ, ສະໜອງເອກະສານທີ່ລ້ຳຄ່າກ່ຽວກັບໄລຍະປະຫວັດສາດທີ່ຜັນແປຂອງປະເທດລາວ ໃນຊຸມປີ 1960 ແລະ 1975 ຂອງສະຕະວັດທີ່ຜ່ານມາ, ໃນເວລາທີ່ກຳລັງປະຕິວັດຮັກຊາດສປປ.ລາວ ໄດ້ນຳພາໂດຍພັກປະຊາຊົນປະຕິວັດສປປ.ລາວ ແລະ ເຈົ້າສຸພານຸວົງ ເປັນຜູ້ຕາງໜ້າ ແລະ ນຳພາໃນການຕໍ່ສູ້ເພື່ອທ້ອນໂຮມປະເທດຊາດເປັນເອກະພາບ.

ປື້ມດັ່ງກ່າວ, ຍັງໄດ້ບັນທຶກການປະເມີນຜົນ, ຄຳຄິດເຫັນຂອງ ບັນດາຜູ້ນຳ ແລະ ອະດີດຜູ້ນຳຂັ້ນສູງຂອງລາວ ກ່ຽວກັບ ທ່ານ ເລວັນຫຽນ ໂດຍສະເພາະແມ່ນການ ປະກອບສ່ວນຂອງທ່ານ ເຂົ້າໃນການປະຕິວັດລາວ ກໍຄື ຄວາມສຳພັນພິເສດ ລະຫວ່າງ ສອງປະເທດລາວ ແລະ ຫວຽດນາມ.

ໃນພິທີຖະແຫລງຂ່າວດັ່ງກ່າວ, ທ່ານ ສິງທອງ ສິງຫາປັນຍາ ອະດີດຜູ້ອຳນວຍການຫໍພິພິທະພັນ ໄກສອນ ພົມວິຫານ, ຜູ້ຂຽນປື້ມ ເຜີຍໃຫ້ຮູ້ວ່າ: ປະທານໂຮ່ຈີມິງ ໄດ້ມີການຕັດສິນແຕ່ງຕັ້ງ ທ່ານ ເລວັນຫຽນ ເປັນນັກປະຕິວັດອາວຸໂສ ຫວຽດນາມ ມາເປັນເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ຜູ້ທຳອິດ ແຫ່ງ ສາທາລະນະລັດ ປະຊາທິປະໄຕຫວຽດນາມ ປະຈຳຣາຊະອານາຈັກລາວ ໃນສະພາບການເມືອງ ທີ່ມີການສັບສົນຫລາຍຢ່າງຢູ່ໃນລາວ ແລະ ພາກພື້ນ ໄດ້ສະແດງໃຫ້ເຫັນເຖິງ ຄວາມສາ ມາດຂອງທ່ານ ແລະ ຜົນງານໃນຕະຫລອດໄລຍະ 15 ປີ ໃນຖານະເປັນເອກອັກຄະລັດຖະທູດຫວຽດ ນາມ ປະຈຳ ລາວ ແລະ ໄດ້ພິສູດໃຫ້ເຫັນຄວາມຖືກຕ້ອງ ຂອງການຕັດສິນນັ້ນ.

ສະຫາຍ ເລວັນ ຫຽນ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນ ມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ
(ພາບ: KPL)

ທ່ານ ສິງທອງ ສິງຫາປັນຍາ ໄດ້ເນັ້ນໜັກຕື່ມວ່າ: “ພວກເຮົາພິມປື້ມນີ້, ເພື່ອໃຫ້ປະຊາຊົນລາວ ເຂົ້າໃຈໃນການຕໍ່ສູ້ປົດປ່ອຍຊາດ, ມີສິ່ງທີ່ພວກເຮົາ ບໍ່ສາມາດ ເຮັດໄດ້ດ້ວຍຕົນເອງ, ແຕ່ຕ້ອງມີການຊ່ວຍເຫລືອ ຂອງບັນດາເພື່ອນມິດ ແລະ ບັນດາປະເທດ, ພິເສດ ແມ່ນການຊ່ວຍເຫລືອ ຂອງຫວຽດນາມ, ໄດ້ຊ່ວຍໃຫ້ຂະບວນ ການປົດປ່ອຍຊາດ ຂອງພວກເຮົາໄດ້ຮັບ ໄຊຊະນະຢ່າງສົມບູນ. ພວກເຮົາກໍ່ຢາກ ປະກອບສ່ວນຂໍ້ມູນ ທີ່ບໍ່ໄດ້ຖືກເຜີຍແຜ່ ຢ່າງກວ້າງຂວາງໃນເມື່ອກ່ອນ ໃຫ້ຄົນຮຸ່ນຫລັງໄດ້ຮັບຮູ້, ເຂົ້າໃຈ ແລະ ເຮັດໄດ້ດີກວ່າເກົ່າ ໃນການປົກປັກຮັກສາ ແລະ ສ້າງສາປະເທດ ຂອງສອງປະເທດ ລາວ - ຫວຽດນາມອ້າຍນອ້ງ".

ໃນຄຳເຫັນຂອງປື້ມ, ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດສະມາຊິກ ກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການ ຕ່າງປະເທດລາວ ໄດ້ຂຽນວ່າ: ສາມາດເວົ້າໄດ້ວ່າ ສະຫາຍ ເລວັນ ຫຽນ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນ ມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ”.

ເປີດງານວາງສະແດງຮູບພາບກ່ຽວກັບການຮ່ວມມືລາວ - ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຫວຽດນາມ

ຍສໝ - ຕອນບ່າຍວັນທີ 1 ກັນຍາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ລາວ ໄດ້ສົມທົບກັບສະຖານທູດຫວຽດນາມປະ ຈຳລາວຈັດງານວາງສະແດງຮູບພາບ“ ສາຍພົວພັນລາວ - ຫວຽດນາມ” ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຫວຽດນາມ.

ສະມາຄົມມິດຕະພາບອີຕາລີ ແລະ ລາວ ໄດ້ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ ທ່ານ ​ເລ​ຂາ​ຟຽວ ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເຖິງ​ແກ່​ມໍ​ລະ​ນະ​ກຳ

ຍສໝ - ໂດຍໄດ້ຮັບຂ່າວກ່ຽວກັບການເຖິງແກ່ກຳ ຂອງ ທ່ານເລຂາຟຽວ - ອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ສະມາຄົມມິດຕະພາບອີຕາລີ - ຫວຽດນາມ ຂອງເຂດ Veneto ແລະ ສະມາຄົມສູນກາງມິດຕະພາບລາວ - ຫວຽດນາມ ໄດ້ສົ່ງຈົດໝາຍ ແລະ ໂທລະເລກສະແດງຄວາມເສົ້າສະຫຼົດໃຈ ເຖິງຄອບຄົວຂອງທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ແລະ ປະຊາຊົນຫວຽດນາມ.

ຊາຍແດນລາວ - ຫວຽດນາມ: ເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ

ຍສໝ - ປະເທດລາວ - ຫວຽດນາມອ້າຍນ້ອງ, ມີຊາຍແດນຕິດຈອດພູຜາປ່າດົງຕາມສາຍພູ, ແມ່ນ້ຳລຳເຊ... ສາຍພົວພັນສະໜິດສະໜົມ, ຄວາມໃກ້ຊິດໄດ້ສະແດງອອກໃນທົ່ວປະຫວັດສາດ, ນັບທັງໃນການຕໍ່ຕ້ານ ແລະ ໃນຊີວິດການເປັນຢູ່ຂອງປະຊາຊົນ ສອງປະເທດ, ສາຍພົວພັນດັ່ງກ່າວແມ່ນເປັນ ແບບຢ່າງ, ສັດຊື່ແລະບໍລິສຸດ. ຍາກທີ່ຈະຊອກຫາໄດ້ຄວາມສຳພັນແບບນີ້ໃນໂລກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.