ນາຍົກລັດຖະມົນຕີ ຫວຽດນາມ: ປະຕິບັດວິໄສທັດປະຊາຄົມ ອາຊຽນ 2025 | |
ອາຊຽນ ໄດ້ແກ້ໄຂຢ່າງໝັ້ນຄົງການຂັດແຍ້ງກັນ ໃນທະເລຕາເວັນອອກໂດຍກົດໝາຍສາກົນ |
ໃນກອງປະຊຸມຄັ້ງທີ 27 ຂອງຄະນະກຳມະການປະສານງານອາຊຽນ (ACC) ໃນວັນທີ 9 ກັນຍາ, ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ໄດ້ເຫັນດີເປັນເອກະພາບກັບຄຳສະເໜີຂອງທ່ານ Dato Lim Jock Hoi ເລຂາທິການໃຫຍ່ ອາຊຽນ ແລະ ເຫັນດີຕົກລົງຄັດເລືອກເອົາ ທ່ານ ເອກອັກຄະລັດຖະທູດ ເຈິ່ນດຶກບິ່ງ ຜູ້ຕາງໜ້າ ຫວຽດນາມ ປະຈຳ ຄະນະກຳມະການບັນດາຜູ້ຕາງໜ້າປະຈຳອາຊຽນ (CPR), ເປັນຮອງເລຂາທິການໃຫຍ່ ອາຊຽນຄົນໃໝ່ຮັບຜິດຊອບ ວຽກງານປະຊາຄົມ ແລະ ວຽກງານພາຍໃນຂອງຄະນະເລຂາທິການອາຊຽນ ອາຍຸການ ແຕ່ກຸມພາ 2021 - ກຸມພາ 2024.
![]() |
ທ່ານເອກອັກຄະລັດຖະທູດ ເຈີນດຶກບິງ - ຮອງເລຂາທິການໃຫຍ່ອາຊຽນຄົນໃໝ່ ອາຍຸການ ກຸມພາ 2021- ກຸມພາ 2024. (ພາບ: TTXVN) |
ຕາມສຳນັກຂ່າວສານຫວຽດນາມ ປະຈຳນະຄອນຫຼວງ Jakarta, ທ່ານເອກອັກຄະລັດຖະທູດ ເຈີນດຶກບິງ ໄດ້ຊະນະຜູ້ສະໝັກຈຳນວນເກືອບ 20 ຄົນທີ່ມາຈາກບັນດາປະເທດອາຊຽນ ໂດຍຜ່ານ 2 ຮອບເບື້ອງຕົ້ນ ແລະ ການຂຽນບົດສຳພາດຮອບສຸດທ້າຍ.
ທ່ານຮອງເລຂາທິການໃຫຍ່ອາຊຽນ ກໍ່ເນັ້ນໜັກວ່າ ເຫດການດັ່ງກ່າວນີ້ ບໍ່ພຽງແຕ່ແມ່ນຄວາມພາກພູມໃຈຂອງການທູດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນການລະດົມກຳລັງໃຈ ແລະ ເປັນລາງວັນອັນໃຫຍ່ຫຼວງສຳລັບນັກການທູດຫວຽດນາມ.
ໃນຖານະຕຳແໜ່ງເປັນຮອງເລຂາທິການໃຫຍ່ອາຊຽນ ທີ່ຮັບຜິດຊອບວຽກງານຊຸມຊົນ ແລະ ວຽກງານພາຍໃນ, ທ່ານເອກອັກຄະລັດຖະທູດ ເຈີນດຶກບິງ ຈະເປັນຜູ້ຮັບຜິດຊອບໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ເພື່ອສະໜັບສະໜູນ ແລະ ຊ່ວຍໃຫ້ຄະນະເລຂາອາຊຽນໄດ້ດຳເນີນວຽກງານຢ່າງສະດວກ, ລວມທັງວຽກງານການຄຸ້ມຄອງພາຍໃນ, ຊັບພະຍາກອນມະນຸດ, ການເງິນ ແລະ ງົບປະມານ, ເຕັກໂນໂລຢີຂໍ້ມູນຂ່າວສານ, ພິທີການດ້ານການທູດ, ການຄຸ້ມຄອງຂໍ້ມູນຂ່າວສານ, ການສື່ສານ, ການພົວພັນປະຊາຄົມ, ກົດໝາຍ, ການຄຸ້ມຄອງໂຄງການ ແລະ ແຜນງານຮ່ວມມືກັບຄູ່ຮ່ວມມືຂອງອາຊຽນ...
![]() | ອາຊຽນ ໄດ້ແກ້ໄຂຢ່າງໝັ້ນຄົງການຂັດແຍ້ງກັນ ໃນທະເລຕາເວັນອອກໂດຍກົດໝາຍສາກົນ ຍສໝ - ອາຊຽນ ຕ້ອງມີຄວາມໝັ້ນຄົງກັບຫຼັກໝັ້ນຂອງການຄວບຄຸມ ແລະ ການແກ້ໄຂຂໍ້ຂັດແຍ່ງ ໂດຍສັນຕິວິທີສັນຕິພາບບົນພື້ນຖານກົດໝາຍສາກົນ ໃນການປະເຊີນໜ້າກັບໄພຂົ່ມຂູ່ຕໍ່ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ຄວາມປອດໄພ, ແລະ ເສລີພາບໃນການເດີນທະເລ ແລະ ການເດີນອາກາດໃນທະເລຕາເວັນອອກ. |
![]() | AIPA 41: ປະເທດຟິລິບປິນ ໄດ້ຕີລາຄາສູງຄວາມອາດສາມາດໃນການນຳພາຂອງຫວຽດນາມ ຍສໝ - ທ່ານຮອງປະທານສະພາຕໍ່າ ປະເທດຟີລິບປິນ ໄດ້ຕີລາຄາວ່າ: ໃນຖານະຕຳແໜ່ງເປັນປະທານ AIPA 2020, ສະພາແຫ່ງຊາດຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມອາດສາມາດຂອງຕົນ ໃນການນຳພາບັນດາລັດຖະສະພາສະມາຊິກຂອງ AIPA ທີ່ໄດ້ປະເຊີນໜ້າກັບວິກິດການ COVID-19. |
![]() | ຫວຽດນາມໄດ້ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ຍສໝ - ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 53 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ວັນທີ 07 ກັນຍາ ກໍ່ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ຂັ້ນສູງຄະນະກຳມະການສັນຍາອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ. |
ຄຳຮຸ່ງ