ໄປ ​ອຽນ​ບ້າຍ ​ເພື່ອ​ລ່າ​ເມກ

11:30 | 21/11/2022

ຍ​ສ​ໝ - ຕາ​ຈີຍູ ໄດ້​ຮັບ​ການ​ຂະ​ໜາມ​ນາມ​ວ່າ ຊາຍ​ຄາ ​ຂອງ​ແຂວງ​ອຽນ​ບ້າຍ, ສະ​ຖານ​ທີ່​ແຫ່ງ​ນີ້ ກາຍ​ເປັນ​ສະ​ຖານ​ທີ່​ດຶງ​ດູດ​ລຸ້ນ​ໜຸ່ມ ມາ​ຖ່າຍ​ຮູບ, “check-in” ແລະ ລົງ​ພຶດ​ຕິ​ກຳ​ຕົວ​ຈິງ.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ກຳ​ປູ​ເຈຍ ມອບ​ເງິນ​ເປັນ​ຈຳ​ນວນ 500 ລ້ານ​ດົ່ງ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ປະ​ຊາ​ຊົນ ກຳ​ປູ​ເຈຍ​ເພື່ອ​ປ້ອງ​ກັນ​ສະ​ກ​ັດ​ກັ້ນ​ໂລກ​ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ກຳ​ປູ​ເຈຍ ມອບ​ເງິນ​ເປັນ​ຈຳ​ນວນ 500 ລ້ານ​ດົ່ງ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ປະ​ຊາ​ຊົນ ກຳ​ປູ​ເຈຍ​ເພື່ອ​ປ້ອງ​ກັນ​ສະ​ກ​ັດ​ກັ້ນ​ໂລກ​
ບັນ​ດາ​ການ​ເຄື່ອນ​ໄຫວ​ແທ​ດ​ຈິງ​ເພື່ອ​ສະ​ເຫຼີມ​ສະຫຼອງ 73 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສ​ຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ວັນ​ທີ 27 ກໍ​ລະ​ກົດ ບັນ​ດາ​ການ​ເຄື່ອນ​ໄຫວ​ແທ​ດ​ຈິງ​ເພື່ອ​ສະ​ເຫຼີມ​ສະຫຼອງ 73 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ, ນັກ​ຮົບ​ເສ​ຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ວັນ​ທີ 27 ກໍ​ລະ​ກົດ
ໄປ ​ອຽນ​ບ້າຍ ​ເພື່ອ​ລ່າ​ເມກ

ເມື່ອ​ລະ​ດູ​ໃບ​ໄມ້ຫຼົ່ນ​ວຽນ​ມາ, ຈອມ​ພູ ຕ​າ​ຈີ​ຍູ, ແຂວງ​ອຽນ​ບ້າຍ ພັດ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນຫຼວງຫຼາຍ​ມາ​ຮັບ​ຊົ​ມ, ພິ​ເສດ​ແມ່ນ​ໄວ​ໜຸ່ມ​ມາ​ລ່າ​ເມກ, ຖ່າຍ​ຮູບ. ອາດ​ຈະ​ວ່າ ຈອມ​ພູ ຕາ​ຈີ​ຍູ ມີ​ກຳ​ລັງ​ດຶງ​ດູດ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ຍ້ອນ​ຄວາມ​ງາມ​ດັ່ງ​ໃນ​ຝັນ.

ໄປ ​ອຽນ​ບ້າຍ ​ເພື່ອ​ລ່າ​ເມກ

ແບ່ງ​ປັນ​ກັບ ນັກ​ຂ່າວ, ອ້າຍ ຢຸຍ​ແອງ - ຜູ້​ນິ​ຍົມ​ການ​ທ່ອງ​ທ່ຽວ​ຄົ້ນ​ຫາ​ໃຫ້​ຮູ້​ວ່າ: “ຂ້າ​ພະ​ເຈົ້າ​ເປັນ​ຄົນ​ນິ​ຍົມ​ການ​ທ່ອງ​ທ່ຽວ, ຢາກ​ລອງກຳລັງຂອງຕົນ, ດັ່ງ​ນັ້ນຈິ່ງ​ໄດ້​ມາ ຕາ​ຈີ​ຍູ. ຕາ​ຈີ​ຍູ​ແມ່ນ​ສະ​ຫວັນ​ສຳ​ລັບ​ໄວ​ໜຸ່ມ, ພິ​ເສດ​ແມ່ນ​ແຂກ​ທ່ອງ​ທ່ຽວທີ່​ນິ​ຍົມ​ການ​ຄົ້ນ​ຫາ, ລົງ​ຕິວ​ຈິງ, ມັກການລ່າ​ເມກ.

ໄປ ​ອຽນ​ບ້າຍ ​ເພື່ອ​ລ່າ​ເມກ

“ຖ້າ​ມີ​ໂອ​ກາດ​ມາ​ທ່ຽວ​ອຽນ​ບ້າຍ, ແນ່ນອນ​ວ່າ​ເພື່ອນ​ຕ້ອງ​ມາ​ພິ​ຊິດຈອມ​ພູ​ຕາ​ຈີ​ຍູ. ຢູ່​ທີ​ນີ້, ເພື່ອນ​ອາດ​ຈະ​ຮັບ​ຊົມ​ຄວາມ​ງາມ​ແບບ​ໃຫຍ່​ໂຕ​ມະ​ໂຫ​ຖານ​ຂອງດອກ​ໄມ້, ລ່າ​ເມກ ແລະ ຮັບ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານຂອງ​ເຂດ​ພູ​ພາ​ປ່າ​ໄມ້ ໄຕ​ບັກ” - ຢຸຍ​ແອງ​ແບ່ງ​ປັນ.

ໄປ ​ອຽນ​ບ້າຍ ​ເພື່ອ​ລ່າ​ເມກ

ເພື່ອ​ຮັບ​ຊົມ​ຄວາ​ມ​ງາມ​ຂອງ​ຕາ​ຈີ​ຍູ, ນັກ​ທ່ອງ​ທ່ຽວ​ຕ້ອງພິຊິດ​ເສັ້ນ​ທາງ​ທີ່​ລຳ​ບາກ. ບໍ່​ມີພາ​ຫະ​ນະ​ໃດ​ໜູນ​ຊ່ວຍ​ແຂກ​ທ່ອງ​ທ່ຽວ​ເມື່ອ​ມາ​ຈອມ​ພູນີ້. ວິ​ທີ​ການ​ອັນ​ໜຶ່ງ​ດຽວ​ແມ່ນ​ແຂກ​ທ່ອງ​ທ່ຽວ​ຕ້ອງ​ປີນ​ພູ, ຜ່ານ​ປ່າ ດ້ວຍ​ພູຊັນ, ຫ້ວຍນ້ອຍ ແລະ ເສັ້ນ​ທາງ​ທີ່​ທຸ​ລະ​ກັນ​ດານຫຼາຍ​ແຫ່ງ.

ໄປ ​ອຽນ​ບ້າຍ ​ເພື່ອ​ລ່າ​ເມກ

“ຕ້ອງ​ຜ່ານ​ຜ່າ​ພູ​ຜາ​ປ່າ​ໄມ້​ດ້ວຍ​ຕົນ​ເອງ, ເພື່ອນ​ຈຶ່ງ​ຮູ້​ສຶກ​ໄດ້​ຄວາ​ມ​ສຸເດຍອດ​ເມື່ອ​ຂຶ້ນໄປ​ຈອມ​ພູ​ຕາ​ຈີ​ຍູ, ໄດ້​ເຫັນ​ປະ​ຈັກ​ຕາ​ປ່າ​ດອກຫຍ້າ​ສີ​ມ່ວງ, ​ທ້ອງ​ຟ້າ​ທີ່​ເຕັມ​ໄປ​ດ້ວຍ​ເມກ​ຂາວ​ເລື່ອນ​ລອຍ ແລະ ມີ​ຄວາມ​ດຶງ​ດູດ​ໃຈ” - ຢຸຍ​ແອງ​ແບ່ງ​ປັນ​ຕື່ມ.

ໄປ ​ອຽນ​ບ້າຍ ​ເພື່ອ​ລ່າ​ເມກ

ເບິ່ງແຕ່​ໄກ ຢູ່​ຈອມ​ພູ, ດອກ​ໄມ້​ປ່າ​ໄດ້ເກີດ​ເປັນ​ແຖວ, ຄື​ເສື້ອຄຸມໃຫຍ່ໂຕ​ມະ​ໂຫຖານ​ເລື່ອນ​ລອຍ​ທ່າມ​ກາງ​ທ້ອງ​ຟ້າ, ນຳ​ມາ​ເຊິ່ງ​ຄວາມ​ງາມທີ່​ສຸດຍອດ.

ໄປ ​ອຽນ​ບ້າຍ ​ເພື່ອ​ລ່າ​ເມກ

ບໍ່ມີຫຍັງທີ່ສຸດຍອດໄປກວ່າ ເມື່ອເພື່ອນໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ໝອກຂາວ​ທີ່​ປົກ​ຄຸມ​ທົ່ວ​ທຸກ​ແຫ່ງ​. ເມກ​ຂາວເປັນຊັ້ນໆ ​ເລື່ອນ​ລອຍ​ຢູ່​​ອ້ອມຂ້າງ, ​ພຽງ​ແຕ່​ຢື້​ມື​ໄປ ກໍ່​ມີ​ຄວາມ​ຮູ້​ສຶກ​ວ່າແຕະ​ໄດ້​ແລ້ວ.

“ບາງ​ຄັ້ງ​ບາງ​ຄາວ, ໄວ​ໜຸ່ມ​ແມ່ນ​ໄປ​ສຳຜັດຕົວ​ຈິງບັນ​ດ​າ​ສິ່ງ​ລຳ​ບາກ​ກາກ​ກຳນັ້ນ ເພື່ອ​ຮັກ​​ຊີ​ວິດ, ຮັກ​ທຳ​ມະ​ຊ​າດທີ່ດົນ​ບັນ​ດານ​​ໃຫ້ຫຼາຍກວ່າອີກ. ເພື່ອຫຼັງ​ການ​ເດີນ​ທາງ​ນັ້ນ, ພວກ​ເຮົາ​ຮູ້​ສຶກ​ເຕີບ​ໃຫຍ່​ກ່​ວາ ດ້ວຍ​ຫົວ​ໃຈ​ທີ່​ເຕັມໄປດ້ວຍ​ຄວາມ​ຮູ້​ສຶກຫຼາຍ​ຢ່າງ” - ຢຸຍ​ແອງ ​ຍິ້ມ​ແຍ້ມ​ແບ່ງ​ປັນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.