ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ກຳ​ປູ​ເຈຍ ມອບ​ເງິນ​ເປັນ​ຈຳ​ນວນ 500 ລ້ານ​ດົ່ງ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ປະ​ຊາ​ຊົນ ກຳ​ປູ​ເຈຍ​ເພື່ອ​ປ້ອງ​ກັນ​ສະ​ກ​ັດ​ກັ້ນ​ໂລກ​

09:42 | 14/05/2021

ຍ​ສໝ - ທີ່​ການມອບ​ຮັບ, ທ່ານ​ນາງ ຫງວຽນ​ເຟືອງ​ງາ​ ປະ​ທານ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ໃນ​ຊຸມ​ວັນ​ຜ່ານ​ມາ, ພ້ອມ​ທັງ​ແບ່​ງ​ປັນ​ຄວາມ​ຫຍຸ້ງ​ຍາກ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ສະ​ກັດ​ກັ້ນ​ໂລກ​ລະ​ລາດ​ໂຄວິດ - 19 ຂອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ກຳ​ປູ​ເຈຍ.

ບັນ​ດາ​ຈຸດ​ໃໝ່​ໃນ​ກົດ​ລະ​ບຽບ​ຊຸດ​ທີ VI ຂອງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ບັນ​ດາ​ຈຸດ​ໃໝ່​ໃນ​ກົດ​ລະ​ບຽບ​ຊຸດ​ທີ VI ຂອງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ
ກອງປະຊຸມຄະນະປະທານ VUFO ຄັ້ງທີ VI: ການລາຍງານ ແລະ ການອະນຸມັດຫລາຍບັນຫາສຳຄັນ ກ່ຽວກັບວຽກງານການທູດປະຊາຊົນ ກອງປະຊຸມຄະນະປະທານ VUFO ຄັ້ງທີ VI: ການລາຍງານ ແລະ ການອະນຸມັດຫລາຍບັນຫາສຳຄັນ ກ່ຽວກັບວຽກງານການທູດປະຊາຊົນ
ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ກຳ​ປູ​ເຈຍ ມອບ​ເງິນ​ເປັນ​ຈຳ​ນວນ 500 ລ້ານ​ດົ່ງ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ປະ​ຊາ​ຊົນ ກຳ​ປູ​ເຈຍ​ເພື່ອ​ປ້ອງ​ກັນ​ສະ​ກ​ັດ​ກັ້ນ​ໂລກ​
ທ່ານ​ນາງ ຫງວຽນ​ເຟືອງ​ງາ​ ປະ​ທານ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ແລະ ທ່ານ​ເອກອ​ັກ​ຄ​ະ​ລັດ​ຖະ​ທູດ ກຳ​ປູ​ເຈຍ ປະ​ຈຳ ຫວຽດ​ນາມ

ວັ​ນ​ທີ 12 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຜູ້​ແທນ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ (VUFO), ສູນ​ກາງ​ສະ​ມາ​ຄົມມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ໂດຍ​ທ່ານ​ນາງ ຫງວຽນ​ເຟືອງ​ງາ ປະ​ທານ VUFO ເປັນ​ຫົວ​ໜ້າ​ຄະ​ນະ​ໄດ້​ໄປ​ຍັງ​ສະ​ຖານ​ທູດ ກຳ​ປູ​ເຈຍ ປະ​ຈຳ ຫວຽດ​ນາມ ເພື່ອມອບ​ເງິນ​ເປັນ​ຈຳ​ນວນ 500 ລ້ານ​ດົ່ງ ເພື່ອ​ແບ່ງ​ເບົ່າ, ໜູນ​ຊ່ວຍ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ໃນ​ການ​ສະ​ກັດ​ກ​ັ້ນ​ໂລກ​ລະ​ບາດ​ໂຄວິດ - 19.

ທີ່​ການມອບ​ຮັບ, ທ່ານ​ນາງ ຫງວຽນ​ເຟືອງ​ງາ​ ປະ​ທານ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ໄດ້​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ສະ​ພາບ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ໃນ​ຊຸມ​ວັນ​ຜ່ານ​ມາ, ພ້ອມ​ທັງ​ແບ່​ງ​ປັນ​ຄວາມ​ຫຍຸ້ງ​ຍາກ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ສະ​ກັດ​ກັ້ນ​ໂລກ​ລະ​ລາດ​ໂຄວິດ - 19 ຂອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ກຳ​ປູ​ເຈຍ.

ທ່ານ​ນາງ ຫງວ​ຽນ​ເຟືອງ​ງາ ເນັ້ນ​ໜັ້ກ​ວ່າ ໂລກ​ລະ​ບາດ​ໂຄວິດ - 19 ແມ່ນ​ສິ່ງ​ທ້າ​ທາ​ຍ​ທົ່ວ​ໂລກ, ຕ້ອງ​ການ​ການ​ຮ່ວມ​ແຮງ​ຮ່ວ​ມ​ໃຈ, ການ​ຮ່ວມ​ມື​ຂອງ​ບັນ​ດາ​ປະ​ເທດ​ທັງ​ໝົດ​ໃນ​ໂລກ ເພື່ອ​ພ້ອມ​ກັນ​ສະ​ກ​ັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19.

ທ່ານ​ນາງ ຫງວຽນ​ເຟືອງ​ງານ ກໍ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ບັນ​ດາ​ມາດ​ຕ​ະ​ການ​ທີ່​ຂ້ຽວ​ຂາດ ແລະ ມີ​ປະ​ສິດ​ທິ​ຜົນ​ຈາກ​ລັດ​ຖະ​ບານ ພ້ອມ​ກັບ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ປະ​ຊາ​ຊົນ, ການ​ສະ​ໜັບ​ສະ​ໜູນ​ຈາກ​ປະ​ຊາ​ຄົມ​ສາ​ກົນ, ກຳ​ປູ​ເຈຍ​ຈະ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໂດຍ​ໄວ, ຄ່ອຍ​ກັບ​ຄືນ​ສູ່​ສະ​ພາບ​ທີ່​ເປັນ​ປົກ​ກ​ະ​ຕິ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.

ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ຫວູ​ເວືອງວຽດ ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ​ໃຫ້​ຮູ້​ວ່າ, ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ພວ​ມ​ເກີດ​ຂຶ້ນ​ຢ່າງ​ແຮງ​ຢູ່​ກຳ​ປູ​ເຈຍ, ວັນ​ທີ 27 ເມ​ສາ​ທີ່​ຜ່ານ​ມາ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ໄດ້​ປຸ​ກ​ລະ​ດົມ​ການ​ອຸ​ປ​ະ​ຖຳ, ຮຽກ​ຮ້ອງ​ໃຫ້​ທຸກ​ອົງ​ການ​ສະ​ມາ​ຊິກ​ໜູນ​ຊ່ວຍ​ປະ​ຊາ​ຄົມ​ກ​ຳ​ປູ​ເຈຍ. ດ້ວ​ຍ​ຈິດ​ໃຈ​ແບ່ງ​ປັນ​ຄວາມ​ທຸກ​ຍາກ, ຊ່ວນ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ບັ້ນ​ອຸ​ປະ​ຖຳ​ຄັ້ງ​ທີ 3 ໃນ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ ໄດ້​ຜັນ​ຂະ​ຫຍາຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

ພາຍຫຼັງ ຜັນ​ຂະ​ຫຍາຍ​ມາ​ເປັນ​ເວ​ລາ 10 ວັນ, ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ຈາກ​ບັນ​ດາ​ສະ​ມາ​ຊິກເທົ່າ​ນັ້ນ ສະ​ມາ​ຄົມ​ຍັງ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ບັນ​ດາ​ອົງ​ການ, ສ່ວນ​ບຸກ​ຄົນ​ຊາວ​ຫວຽດ​ນາມ ທີ່​ມີ​ນ້ຳ​ໃຈ​ຄວາມ​ສົນ​ໃຈ​ຕໍ່​ປະ​ເທດ ແລະ ປະ​ຊາ​ຊົນ ກຳ​ປູ​ເຈຍ.

ທ່ານ ຫວູ​ເວືອງວຽດ​ເນັ້ນ​ໜັກ​ວ່າ “ພິ​ເສດ, ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກດີ​ໃຈ​ຕໍ່​ການ​ຕອບ​ສະ​ໜອບ ແລະ​ສະ​ໜັບ​ສະ​ໜູນ​ຢ່າງ​ແຮງ​ຈາກ​ບັນ​ດາ​ສະ​ຫານ​ອະ​ດີດ​ການ​ນຳ​ພັກ ແລະ ລັດ ຫວຽດ​ນາມ.”

ໝາກ​ຜົນ​ຂອງ​ການ​ປຸກ​ລະ​ດົມ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ກຳ​ປູ​ເຈຍ​ໄດ້​ສະ​ຫງວນ​ເງິນ​ເປັນ​ຈຳ​ນວນ 500.000.000 ດົ່ງ​ໃຫ້​ແກ່​ປະ​ຊາ​ຊົນ​ກຳ​ປູ​ເຈຍ , ສະ​ມາ​ຄົມ​ກ​ໍ່​ໄດ້​ມອບ​ເງິນ​ເປັນຳ​ນວນ 100 ລ້ານ​ດົ່ງ ແລະ ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ກຳ​ປູ​ເຈຍ. ດ້ວຍ​ຄວາມ​ຫວັງ​ວ່າ ການ​ໜູນ​ຊ່ວນນີ້​ຈະ​ປະ​ກອບ​ສ່ວນ​ຊ່ວຍ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ຈາກ​ລ​ໂລກ​ລະ​ບາດ​ໂຄວິດ - 19.

ບັນ​ດາ​ຈຸດ​ໃໝ່​ໃນ​ກົດ​ລະ​ບຽບ​ຊຸດ​ທີ VI ຂອງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ ບັນ​ດາ​ຈຸດ​ໃໝ່​ໃນ​ກົດ​ລະ​ບຽບ​ຊຸດ​ທີ VI ຂອງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ຫວຽດ​ນາມ

ຍ​ສ​ໝ - ນອກ​ຈາກ​ບັນ​ດາ​ຈຸດ​ປ່ຽນ​ແປງ​ໃໝ່​ກ່ຽວ​ກັບ​ໂຄງ​ປະ​ກອບ, ກົດ​ລະ​ບຽບ​ຂອງ​ຊຸດ​ທີ VI ເມື່ອ​ທຽນ​ໃສ່​ກັບ ກົດ​ລະ​ບຽບ​ຂອງ​ຊຸດ​ທີ V ກໍ່​ມີ​ເນື້ອ​ໃນ​ທີ່​ປ່ຽນ​ແປງ.

ກອງປະຊຸມຄະນະປະທານ VUFO ຄັ້ງທີ VI: ການລາຍງານ ແລະ ການອະນຸມັດຫລາຍບັນຫາສຳຄັນ ກ່ຽວກັບວຽກງານການທູດປະຊາຊົນ ກອງປະຊຸມຄະນະປະທານ VUFO ຄັ້ງທີ VI: ການລາຍງານ ແລະ ການອະນຸມັດຫລາຍບັນຫາສຳຄັນ ກ່ຽວກັບວຽກງານການທູດປະຊາຊົນ

ຍສໝ - ໃນວັນທີ 23 ເມສາ, ຢູ່ຮ່າໂນ້ຍ ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ດໍາເນີນກອງປະຊຸມຄະນະປະທານຄັ້ງທີ IV ຊຸດທີ VI (ອາຍຸການ 2019 - 2024). ໜຶ່ງໃນບັນຫາໃຫຍ່ທີ່ຈະໄດ້ຈັດຕັ້ງປະຕິບັດ ແລະ ເຊື່ອມຊືມ ໃນຄັ້ງນີ້ ແມ່ນນະໂຍບາຍການຕ່າງປະເທດຂອງກອງປະຊຸມໃຫຍ່ພັກຄັ້ງທີ XIII ແລະ ກົດບັດສະຫະພັນມິດຕະພາບທີ່ຫາກໍ່ໄດ້ຮັບການອະນຸມັດ ໂດຍນາຍົກລັດຖະມົນຕີ ໃນວັນທີ ...

ທ່ານນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຣູ​ມານີ Cristina Romila: ບູ​ລິ​ມະ​ສິດ​ແຖ​ວ​ໜ້າ​ໃນ​ອາ​ຍຸ​ການ​ແມ່ນ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ​ ທ່ານນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຣູ​ມານີ Cristina Romila: ບູ​ລິ​ມະ​ສິດ​ແຖ​ວ​ໜ້າ​ໃນ​ອາ​ຍຸ​ການ​ແມ່ນ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ລະ​ຫວ່າງ ຫວຽດ​ນາມ ແລະ ​

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັບ, ທ່ານ​ນາງ ຫງວຽນ​ເຟືອງ​ງາ ປະ​ທານ VUFO ໄດ້​ສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈ​ຕໍ່​ບັນ​ດາ​ກາ​ນ​ສະ​ໜັບ​ສະ​ໜູນ​ຣູ​ມາ​ນີສຳ​ລັບ ຫວຽດ​ນາມ ໃນ​ເມື່ອ​ກ່ອນ. ປະ​ເທດ ແລະ ປະ​ຊາ​ຊົນ ຣູ​ມານີຍາມ​ໃດ​ກໍ່​ສ​ະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່ານັບ​ແຕ່​ຊຸມ​ປີ 50 ຂອງ​ສະ​ຕະ​ວັນ​ກ່ອນ, ໃນ​ໄລ​ຍະ​ສົງ​ຄາມ ແລະ ສ້າງ​ສາ ປະ​ເທດ​ຊາດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.