ການຕີລາຄານີ້ ໂດຍເວັບໄຊທ່ອງທ່ຽວ Thetravel.com ແນະນໍາ ໃຫ້ນັກທ່ອງທ່ຽວທີ່ມີຄວາມຫຼົງໄຫຼໃນການຊົມຫິມະຕົກ.
ຊົມຫິມະຕົກໃນຊາປາ ແມ່ນການຄົ້ນຫາທີ່ຫນ້າສົນໃຈທີ່ຫຼາຍຄົນນິຍົມ, ດ້ວຍ ພູເຂົາ ແລະ ຮ່ອມພູທີ່ປົກຄຸມໄປດ້ວຍຫິມະສີຂາວ. ທິວທັດຂອງຫິມະສີຂາວ ພາຍໃຕ້ແສງຕາເວັນເຮັດໃຫ້ ຊາປາ ເບິ່ງຄືວ່າ ລືກລັບ ແລະ ເປັນປະກາຍເໝືອນດັ່ງເອີຣົບ.
ມຸມໜຶ່ງຂອງພູ ຮ່າມຣົ່ງ, ຊາປາ. ພາບ: Thetravel.com
ຖ້ານັກທ່ອງທ່ຽວເປັນຄົນນິຍົມ ຄົ້ນຫາ ຊາປາ ໃນລະດູເຂົ້າສຸກ, ເຊິ່ງເວລ າຫິມະຕົກ ກໍ່ຈະເຮັດໃຫ້ເຈົ້າປະຫຼາກໃຈ ແລະ ຕົກຕະລຶງ.
ຫິມະປົກຄຸມທົ່ງນາ. ພາບ: Thetravel.com
ຊາປາ ຍັງໄດ້ຮັບຂະໜານນາມວ່າ ເປັນແດນສະຫວັນລະດູຫນາວ, ເປັນສະຖານ ທີ່ທີ່ສວຍງາມ, ຈັບອົກຈັບໃຈ ແລະ ດຶງດູດໃຈ.
ເວລາທີ່ດີທີ່ສຸດໃນການຊົມຫິມະຕົກໃນຊາປາ ແມ່ນໃນກາງເດືອນທັນວາຫາ ກາງເດືອນມັງກອນ ຂອງທຸກໆປີ.
ຫິມະສີຂາວຢູ່ເທິງຍອດໄມ້ທີ່ຊາປາ. ພາບ: Thetravel.com
ບໍ່ແມ່ນວ່າທຸກແຫ່ງໃນຊາປາ ລ້ວນແຕ່ມີຫິມະຕົກ, ແຕ່ປະກົດຢູ່ບາງບ່ອນຄືພູຮ່າມຣົ່ງ, ປະຕູສະຫວັນ, ນ້ຳຕົກຕາດບາກ, ກິ່ວພູ ໂອກູຍໂຮ່, ຮ່ວາງລຽນເຊີນ...
ຫິມະປົກຄຸມໝົດທັງບ້ານ. ພາບ: Thetravel.com
ບູນມີ