ມີ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ 30.000 ເທື່ອຄົນ​ມາ​ງານບຸນ​ດອກກຸຫຼາບ​ຢູ່​ຊາ​ປາ

08:32 | 28/04/2022

ຍສໝ - ງານ​ບຸນ​ດອກ​ກຸຫຼາບ Fansipan ປີ 2022 ດ້ວຍ​ຫົວ​ຂໍ້ “Fansipan - ​ດິນແດນດອກກຸຫຼາບໃນເມກ” ​ແມ່ນ​ເຫດການ​ໃຫຍ່​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ຮ່ອມ​ພູ ດອກ​ກຸຫຼາບ ທີ່​ໃຫຍ່​ກວ່າ​ໝູ່​ຢູ່ ຫວຽດນາມ, ຂຶ້ນ​ກັບ​ເຂດ​ທ່ອງ​ທ່ຽວ Sun World Fansipan Legend ດ້ວຍ​ເນື້ອ​ທີ່ 50.000 m2.

ເປີດ​ປະ​ຕູ​ການ​ທ່ອງ​ທ່ຽວ, ​ຈຳ​ນວນແຂກ​ທ່ອງ​ທ່ຽວ​ສາ​ກົນ ເຂົ້າ​ເມືອງ ຫວຽດ​ນາມ ​ຜ່ານທາງ​ການ​ບິນ ເພີ່ມ​ຂຶ້ນ 176% ເປີດ​ປະ​ຕູ​ການ​ທ່ອງ​ທ່ຽວ, ​ຈຳ​ນວນແຂກ​ທ່ອງ​ທ່ຽວ​ສາ​ກົນ ເຂົ້າ​ເມືອງ ຫວຽດ​ນາມ ​ຜ່ານທາງ​ການ​ບິນ ເພີ່ມ​ຂຶ້ນ 176%
ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ແບນ​ຊິກ​ເພີ່ມ​ທະ​ວີ​ການ​ສະ​ໜິດ​ຕິດ​ພັນ​ປະ​ຊາ​ຄົມ, ອ່າຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ແບນ​ຊິກ​ເພີ່ມ​ທະ​ວີ​ການ​ສະ​ໜິດ​ຕິດ​ພັນ​ປະ​ຊາ​ຄົມ, ອ່າຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ

ຕອນ​ເຊົ້າ​ວັນ​ທີ 25 ​ເມສາ​, ຜູ້ຕາງໜ້າ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ຊາ​ປາ​ໃຫ້​ຮູ້​ວ່າ ມີ​ນັກ​ທ່ອງ​ທ່ຽວ​ກວ່າ 30.000 ເທື່ອຄົນ​ມາ​ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຊາ​ປາ​ເພື່ອ​ມາ​ຢ້ຽມ​ຢາມ ​ແລະ​ສຳ​ຜັດ​ກັບ​ງານ​ບຸນດອກກຸຫຼາບ​ປີ 2022 ດ້ວຍ​ຫົວ​ຂໍ້ “Fansipan - ດິນແດນດອກກຸຫຼາບໃນເມກ” ໃນໄລຍະສອງວັນທ້າຍອາທິດທີ່ ຜ່ານມາ.

ມີ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ 30.000 ເທື່ອຄົນ​ມາ​ງານບຸນ​ດອກກຸຫຼາບ​ຢູ່​ຊາ​ປາ
ງານ​ບຸນ​ດອກ​ກຸຫຼາບ Fansipan ປີ 2022. ພາບ: netnews.vn
ມີ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ 30.000 ເທື່ອຄົນ​ມາ​ງານບຸນ​ດອກກຸຫຼາບ​ຢູ່​ຊາ​ປາ
ງານ​ບຸນ​ດອກ​ກຸຫຼາບ Fansipan ປີ 2022. ພາບ: netnews.vn
ມີ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ 30.000 ເທື່ອຄົນ​ມາ​ງານບຸນ​ດອກກຸຫຼາບ​ຢູ່​ຊາ​ປາ
ມີ​ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ 30.000 ເທື່ອຄົນ​ມາ​ງານບຸນ​ດອກກຸຫຼາບ​ຢູ່​ຊາ​ປາ. ພາບ: netnews.vn

ງານ​ບຸນ​ດອກ​ກຸຫຼາບ Fansipan ປີ 2022 ດ້ວຍ​ຫົວ​ຂໍ້ “Fansipan - ​ດິນແດນດອກກຸຫຼາບໃນເມກ” ​ແມ່ນ​ເຫດການ​ໃຫຍ່​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ຮ່ອມ​ພູ ດອກ​ກຸຫຼາບ ທີ່​ໃຫຍ່​ກວ່າ​ໝູ່​ຢູ່ ຫວຽດນາມ, ຂຶ້ນ​ກັບ​ເຂດ​ທ່ອງ​ທ່ຽວ Sun World Fansipan Legend ດ້ວຍ​ເນື້ອ​ທີ່ 50.000 m2. ງານບຸນດອກກຸຫຼາບ Fansipan ປີ 2022 ລວບລວມດອກກຸຫຼາບເຄືອ ຫຼາຍກວ່າ 10.000 ຕົ້ນ, ດອກກຸຫຼາບບູຮານ ຊາປາ ຫຼາຍກວ່າ 1.5 ເຮັກຕາ ແລະ ດອກກຸຫຼາບເກືອບ 100 ຊະນິດທີ່ນຳເຂົ້າຈາກຫຼາຍປະເທດເຊັ່ນ: ອັງກິດ, ຝຣັ່ງ, ຍີ່ປຸ່ນ...

ຈຸດເດັ່ນຂອງງານບຸນດອກກຸຫຼາບ Fansipan ປີ 2022 ແມ່ນການອອກແບບດັດແຕ່ງຕົ້ນໄມ້ນ້ອຍ ແລະໃຫຍ່ທີ່ເປັນເອກະລັກສະເພາະຈາກດອກກຸຫຼາບເຄືອສີແດງ ແລະສີບົວ.

​ຍ້ອນປະຕິບັດການ​ໂຄສະນາ​ເຜີຍ​ແຜ່ກ່ຽວກັບງານ​ບຸນ​ດອກ​ກຸຫຼາບ Fansipan ປີ 2022, ງານບຸນ​​ເປີດສາກ​ລະດູ​ທ່ອງ​ທ່ຽວ​ຊາ​ປາ-2022 ໄດ້ເປັນຢ່າງດີ, ສະນັ້ນ ​ນັກ​ທ່ອງ​ທ່ຽວ​ໄປ​ທ່ອງ​ທ່ຽວ​ຊາ​ປາ ມີເປັນຈໍານວນຫຼວງຫຼາຍ.

ບູນມີ

ເຫດການ
302 Found

Found

The document has moved here.