ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໄດ້​ອອກ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການຈັດ​ຕັ້ງ​ໂຄງການ​ແລກປ່ຽນ​ສິລະ​ປະ​ໂກ​ລົມ​ບີ ຢູ່ ຫວຽດນາມ

17:50 | 13/06/2022

ຍ​ສ​ໝ - ຕາມ​ຂໍ້ຕົກລົງ, ກະຊວງ​ໄດ້​ມອບ​ໝາຍ​ໃຫ້​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ (ສູນ​ກາງຈັດຕັ້ງການ​ສະ​ແດງສິລະປະ) ສົມທົບ​ກັບ​ສະຖານທູດ ​ໂກ​ລົມ​ບີ ປະຈຳ ຫວຽດນາມ ຈັດ​ຕັ້ງ​ລາຍການ​ພົບ​ປະ​ແລກປ່ຽນ​ສິລະ​ປະ ​ໂກ​ລົມ​ບີ ​ໃນ​ວັນ​ທີ 20 ກໍລະກົດ ຢູ່​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ.

ດ່າ​ນັ້ງ​ກວດ​ຫາ​ເຊື້ອ​ໂຄວິດ - 19 ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ ສ.ເກົາຫຼີ ​ກ່ອນ​ທີ່​ຈ​ະ​ກັບ​ເມືອ​ປະ​ເທດ ດ່າ​ນັ້ງ​ກວດ​ຫາ​ເຊື້ອ​ໂຄວິດ - 19 ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ ສ.ເກົາຫຼີ ​ກ່ອນ​ທີ່​ຈ​ະ​ກັບ​ເມືອ​ປະ​ເທດ
ແຂ​ກ​ທ່ອງ​ທ່ຽວ​ເມັກ​ຊີ​ໂກ: ຫວຽດນາມ ມີ​ຊື່​ສຽງ​ທີ່​ສຸດ​ຢູ່​ປະ​ເທດ​ຂ້າ​ພະ​ເຈົ້າ ແຂ​ກ​ທ່ອງ​ທ່ຽວ​ເມັກ​ຊີ​ໂກ: ຫວຽດນາມ ມີ​ຊື່​ສຽງ​ທີ່​ສຸດ​ຢູ່​ປະ​ເທດ​ຂ້າ​ພະ​ເຈົ້າ
ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໄດ້​ອອກ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການຈັດ​ຕັ້ງ​ໂຄງການ​ແລກປ່ຽນ​ສິລະ​ປະ​ໂກ​ລົມ​ບີ ຢູ່ ຫວຽດນາມ

​ລາຍການ​ພົບ​ປະ​ແລກປ່ຽນ​ສິລະ​ປະ ​ໂກ​ລົມ​ບີ (ພາບ: vufo.org.vn)

​ໃນດ້ານຄ່າໃຊ້ຈ່າຍ, ຝ່າຍ​ໂກ​ລົມ​ບີ ຈະ​ຈ່າຍ​ຄ່າ​ປີ້​ຍົນ​ໃນ​ການ​ເດີນທາງ​ໄປ​ຕ່າງປະ​ເທດ, ຄ່າ​ຂົນ​ສົ່ງ​ຄ່າ​ທຳ​ນຽມ, ວີ​ຊາ, ປະກັນ​ໄພ, ອາຫານ, ທີ່​ພັກ, ​ການເດີນທາງ​ຢູ່​ຫວຽດນາມ ​ແລະ ຄ່າ​ໃຊ້​ຈ່າຍ​ສ່ວນ​ຕົວ​ອື່ນໆ. ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ (ສູນ​ກາງ​ຈັດຕັ້ງການສະ​ແດງ​ສິລະ​ປະ ​ແລະ ວັດທະນະທຳ) ຈະ​ຈ່າຍ​ຄ່າ​ສະ​ຖານ​ທີ່, ຂັ້ນ​ຕອນ​ການ​ອອກ​ໃບ​ອະນຸຍາດ, ພິທີການ, ພິມ​ໂຄສະນາ​ເຜີຍ​ແຜ່ ​ແລະ ອຸປະກອນແສງສີ​ສຽງ​, ຜູ້​ກຳກັບເວທີ​; ຄ່າ​ໃຊ້​ຈ່າຍ​ໃນ​ການ​ເຊີນ​ນັກ​ສິລະ​ປິນຫວຽດນາມ​ເຂົ້າ​ຮ່ວມ​ລາຍການ ​ແລະ ​ຄ່າ​ໃຊ້​ຈ່າຍ​ອື່ນໆ​ທີ່​ກ່ຽວຂ້ອງ​ເຖິງ​ການຈັດ​ຕັ້ງ​ງານ​ສະ​ແດງ.

ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ (ສູນ​ກາງ​ຈັດຕັ້ງການສະ​ແດງ​ສິລະ​ປະ ​ແລະ ວັດທະນະທຳ) ມີໜ້າມທີ່ຮັບຜິດຊອບ​ປະຕິບັດສຳ​ເລັດ​ຂັ້ນ​ຕອນ​ການ​ຂໍ​ໃບ​ອະນຸຍາດ​ຈັດ​ຕັ້ງ​ລາຍການ​ສະ​ແດງ​ສິລະ​ປະ​ຕາມ​ກົດໝາຍ​ປະຈຸ​ບັນ.

ຕາມ​ບົດ​ບັນທຶກ​ຂອງ​ສະຖານທູດ​ສາທາລະນະ​ລັດ ໂກ​ລົມ​ບີ ​ແລ້ວ, ສະຖານທູດ​ຈະ​ເຊີນ​ນັກ​ຮ້ອງ​​ຊາຍ Elkin Robinson ມາ​ຫວຽດນາມ ​ເພື່ອ​ດຳ​ເນີນ​ລາຍການ​ສະ​ແດງ​ຢູ່​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ. Elkin Robinson ເປັນນັກຮ້ອງ, ນັກຂຽນເພງທີ່ເປັນຕົວແທນຂອງປະເພດດົນຕີຂອງຊຸມຊົນອາຟຣິກາ Caribbean.

ຜົນງານດ້ານດົນຕີຂອງລາວແມ່ນການຜະສົມຂອງຈັງຫວະ ແລະ ສຽງທີ່ເປັນເອກະລັກຂອງກີຕາອາໂກສຕິກເປັນເຄື່ອງດົນຕີຫຼັກ, ພ້ອມກັບເນື້ອເພງທີ່ສະແດງອອກເຖິງຄວາມອຸດົມສົມບູນຂອງຫມູ່ເກາະ San Andres ແລະ ທະເລ Caribbean ຂອງໂກ​ລົມ​ບີ. ​ເພື່ອ​ຊຸກຍູ້​ການ​ແລກປ່ຽນ​ດ້ານ​ດົນຕີ ​ແລະ ວັດທະນະທຳ​ລະຫວ່າງ​ສອງ​ປະ​ເທດ, ສະຖານທູດ ​ໂກ​ລົມ​ບີ ສະເໜີ​ໃຫ້​ກົມ​ການ​ຮ່ວມ​ມື​ສາກົນ​ໜູນ​ຊ່ວຍ​ສະຖານ​ທີ່ ​ແລະ ທຶນ​ສົມທົບ​ການຈັດງານສະແດງ​ດົນຕີ​ຄັ້ງ​ນີ້.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.