ລາວ​ກາຍ​ເລີ່ມການ​ເຄື່ອນ​ໄຫວ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ໃໝ່ທີ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ

08:00 | 10/04/2022

ຍ​ສ​ໝ - ສວນດອກ​ໄມ້ 4 ລະ​ດູ ຊາ​ປາ, ຕະ​ຫຼາດແຫ່ງ​ຄວາມ​ຮັກ​ຊາ​ປາ ​ສົມ​ທົບ​ກັບ​ວັນ​ບຸນ​ແຄນ​ມົ້ງ, ລາຍ​ການໂຫນສະລິງນຳ້ຕົກຕາດ, ແຂ່ງຂັນປິນ​ພູ​ສາ​ກົນ ແມ່ນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ໃໝ່​ຂອງ​ແຂວງ​ລາວ​ກາຍ ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ.

ຮັດ​ແໜ້ນ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ຮັດ​ແໜ້ນ​ສາຍ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ
ໂລກ​ລະບາດ​ໄດ້​ຮັບ​ການ​ຄວບ​ຄຸມ, ປະຊາຊົນ​ກະຕືລືລົ້ນ​ໄປ​ທ່ຽວ  ວັນບຸນ ຫໍໄຢ- ນາມດິ້ງ ໂລກ​ລະບາດ​ໄດ້​ຮັບ​ການ​ຄວບ​ຄຸມ, ປະຊາຊົນ​ກະຕືລືລົ້ນ​ໄປ​ທ່ຽວ ວັນບຸນ ຫໍໄຢ- ນາມດິ້ງ
ລາວ​ກາຍ​ເລີ່ມການ​ເຄື່ອນ​ໄຫວ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ໃໝ່ທີ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ
ພາບ​ປະ​ກອບ: Vietnam+

ວັນ​ບຸນ​ວິ​ຫານ​ພະ​ແມ່ ຊາ​ປາ ປີ 2022 ທີ່​ໄດ້​ຈັດ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 1 – 3 ເມ​ສາ ແມ່ນ​ຈຸດ​ສຳ​ຄັນ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັນ​ບຸນ​ຊາ​ປາ ຕາມ​ລະ​ດູ.

ດ້ວຍ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ທີ່​ພົ້ນ​ເດັ່ນ​ຄື Canaval ຖະ​ໜົນ​ດ້ວຍ​ຫົວ​ຂໍ້ “ບັນ​ດາ​ຊົນ​ເຜົ່າ​ຊາ​ປາ ແລະ ພະ​ແມ່”, ຕະຫຼາດ​ນັດ​ອາ​ຫານ​ການ​ກິນ ແລະ ຜະ​ລິດ​ຕະ​ພັນ​ກະ​ເສດ, ລາຍ​ການ​ແຫ່​ວໍ... ກໍໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂ​ອງ​ແຂກ​ທ່ອງ​ທ່ຽວ​ກ່​ວາ 20.000 ເທື່ອ​ຄົນ​ມາ​ຍັງ​ຊາ​ປາ.

ປີ 2022 ຊາ​ປາ​ມີ​ບັນ​ດາ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ໃໝ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ຄື “ສວນດອກ​ໄມ້ 4 ລະ​ດູ​ຊາ​ປາ”, “ຕະຫຼາດ​ແຫ່ງ​ຄວາມ​ຮັກ​ຊາ​ປາ ສົມ​ທົບ​ກັບ​ວັນ​ບຸນ​ແຄນ​ເຜົ່າ​ມົ້ງ”, “ການ​ພັກ​ຜ່ອນ​ບຳ​ລຸງ​ສຸ​ຂະ​ພາບ​ແບບ​ທຳ​ມະ​ຊາດ ຊາ​ປາ”, “ລາຍ​ການ canyoing”, “ການ​ແຂ່ງ​ຂັນ​ປິນ​ພູ​ສາ​ກົນ Viet Nam Moutain Marathone (VMM)."

ລາວ​ກາຍ​ຕັ້ງ​ເປົ້າ​ໝາຍ​ຈະ​ຕ​ອ້ນ​ຮັບ​ແຂກ​ທ່ອງ​ທ່ຽວກ່​ວາ 4 ລ້ານ​ເທື່ອຄົ​ນ​ໃນ​ປີ 2022 ແລະ ແຂກ​ທ່ອງ​ທ່ຽວ​ປະ​ມານ 12 ເທື່ອລ້ານ​ຄົນ​ໃນ​ປີ 2030, ກາຍ​ເປັນ​ໜຶ່ງ​ໃນ 10 ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂອງ ຫວຽດ​ນາມ ທີ່​ໄດ້​ຮັບ​ການ​ນິ​ຍົມ​ຊົມ​ຊອບ​ຈາກ​ແຂກ​ທ່ອງ​ທ່ຽວ, ແມ່ນ​ຈຸດ​ໃຈ​ກາງ​ການ​ທ່ອງ​ທ່ຽວ​ທຳ​ມະ​ຊາດ ແລະ ວັດ​ທະ​ນະ​ທຳ​ເຂດ​ພູ​ສູງ​ໃຫຍ່​ທີ່​ສຸດ ຫວຽດ​ນາມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.