ຄວາມງາມດັ່ງໃນພາບແຕ້ມຂອງສວນດອກຕາເວັນປ່າ ທ່າມກາງໃຈກາງນະຄອນຮ່າໂນ້ຍ
ຍສໝ - ສວນດອກຕາເວັນປ່າບານສະພັ່ງທ່າມກາງນະຄອນຫຼວງຮ່າໂນ້ຍ ນຳມາເຊິ່ງຄວາມງາມທີ່ເປັນເອກະລັກສະເພາະ. ປະຊາຊົນບໍ່ຈຳເປັນຕ້ອງໄປຍັງບາວີ ເພື່ອຮັບຊົມບັນດາພາບຖ່າຍທີ່ສວຍງາມຂອງດອກໄມ້ຊະນິດພິເສດນີ້.
 |
ສວນດອກຕາເວັນປ່າ ຢູ່ຮ່ອມ 408, ຖະໜົນຊວັນດິງ, ເມືອງບັກຕືລຽມ, ນະຄອນຮ່າໂນ້ຍ ພວມບານສະພັ່ງ |
 |
ສະຖານທີ່ແຫ່ງນີ້ຈະແມ່ນສະຖານທີ່ຖ່າຍຮູບໃໝ່ຂອງໄວໜຸ່ມ ຢູ່ທ່າມກາງນະຄອນຫຼວງຮ່າໂນ້ຍ |
 |
ເຈົ້າຂອງບຶງດອກບົວຊວັນດິງ, ບ່ອນທີ່ເມື່ອກ່ອນໄດ້ປູກດອກບົວໃຫ້ຮູ້ວ່າ ເມື່ອເຫັນດອກຕາເວັນປ່າ ບານສະພັ່ງສວຍງາມທີ່ສຸດຢູ່ບາວີ, ເຊິ່ງເໝາະແກ່ການໃຫ້ແຂກທ່ອງທ່ຽວມາຢ້ຽມຢາມ ແລະ ຖ່າຍຮູບ ດັ່ງນັ້ນ ລາວໄດ້ຕັດສິນໃຈປູກດອກຕາເວັນປ່ານີ້. |
 |
ດອກຕາເວັນປາມີຄວາມເປັນມາຈາກເລື່ອງລາວກ່ຽວກັບຄວາມຮັກລະຫວ່າງຄູ່ບ່າວສາວ |
 |
ພາຍຫຼັງການປູກດອກຕາເວັນປ່າມາເປັນເວລາ 4 ປີ, ປັດຈຸບັນ ສວນດອກຕາເວັນປ່າຢູ່ທ່າມກາງນະຄອນຫຼວງໄດ້ມີປະມານກ່ວາ 200 ຕົ້ນ. |
 |
ຕາມທຳມະດາດອກຕາເວັນປ່າບານສະພັ່ງໃນເດືອນຕຸລາ - ພະຈິກ ຂອງທຸກປີ, ງາມທີ່ສຸດແມ່ນເດືອນພະຈິກ. |
 |
ທົ່ງດອກຕາເວັນປ່າທີ່ມີສະເໜ່, ດອກມີສີເຫຼືອງອາລ່າມ |
 |
ດອກຕາເວັນປ່າໄດ້ພິມຕິດໃນອາຄານສູງຫຼາຍຊັ້ນ |
 |
ຄວາມງາມດັ່ງໃນພາບແຕ້ມຂອງສວນດອກຕາເວັນປ່າ ຢູ່ທ່າມກາງຮ່າໂນ້ຍ |
 |
ເມື່ອໄດ້ເຫັນດອກຕາເວັນປ່າບານສະພັ່ງ ກໍແມ່ນສັນຍານຂອງລະດູໜາວພວມວຽນມາ ຍ້ອນວ່າດອກຕາເວັນປ່າຈະບານສະພັ່ງຍາມຕົ້ນລະດູໜາວ. |
 |
ເພື່ອມານີ້ຖ່າຍຮູບ, ແຂກຕ້ອງເສຍເງິນ 50.000 ດົ່ງ |
 |
ດ້ວຍຈຳນວນດອກຕາເວັນປ່າເປັນຈຳນວນຫຼາຍ ເຮັດໃຫ້ແຂກທ່ອງທ່ຽວມີຫຼາຍແງ່ຫຼາຍມູມຖ່າຍຮູບ. ເພື່ອສ້າງທິວທັດທີ່ສວຍງາມ, ເຈົ້າຂອງສວນດອກຕາເວັນປ່າຍັງຕິດຕັ້ງລະບົບຂົວໄມ້ໃຜ່ຢູ່ອ້ອມສວນ. |
 |
ນອກຈາກນັ້ນ, ດອກຕາເວັນປ່າຍັງມີຄວາມໝາຍສະແດງເຖິງຄວາມຮັກແພງ ແລະ ເຄົາລົບ. |
 |
ດອກຕາເວັນປ່າບານສະພັ່ງ ສະທ້ອນລົງໜ້ານ້ຳເບິ່ງຄືພາບສີຄັດມັນ. |
 |
ນາງສາວທີ່ສວຍງາມຖ່າຍຮູບກັບດອກຕາເວັນປ່າ. |
 |
ດອກຕາເວັນປ່າຍັງໄດ້ຮູ້ຈັກເຖິງດ້ວຍຫຼາຍຊື່ເອີ້ນທີ່ແຕກຕ່າງກັນ. |
ບຸນຄົງ