ຜູ້​ເຊຍ ຫວຽດ​ນາມ ສ້າງ​ບັນ​ຍາ​ກາດ​ຢູ່ ວຽງ​ຈັນ

10:32 | 25/12/2022

ຜູ້​ເຊຍ ຫວຽດ​ນາມ ເປັນ​ຈຳ​ນວນຫຼາຍ ໃນ​ສີ​ສັນ​​​ທີ່​ເປັນ​ມູນ​ເຊື້ອ​ໄດ້ພ້ອມກັນໄປທີ່​ສະ​ໜາມ​ກິ​ລາ ແຫ່ງ​ຊາດ ລາວ ຢູ່​ນະ​ຄອນຫຼວງ ວຽງ​ຈັນ ເພື່ອ​ເປັນ​ກຳ​ລັງ​ໃຈ​ໃຫ້​ແກ່​ທິມ​ຊາດຫວຽດນາມ.

ສ້າງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ, ເຊື່ອມ​ເຊື່ອມໂຍງຢ່າງ​ສຳ​ເລັດ​ຜົນ ສ້າງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ມີ​ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ, ເຊື່ອມ​ເຊື່ອມໂຍງຢ່າງ​ສຳ​ເລັດ​ຜົນ
ສ້າງ​ກົນ​ໄກ​ກອງ​ປະ​ຊຸມ​ຂັ້ນ​ສູງ ສະ​ພາ​ແຫ່ງ​ຊາດ​ສາມ​ປະ​ເທດ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ ສ້າງ​ກົນ​ໄກ​ກອງ​ປະ​ຊຸມ​ຂັ້ນ​ສູງ ສະ​ພາ​ແຫ່ງ​ຊາດ​ສາມ​ປະ​ເທດ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ
ຜູ້​ເຊຍ ຫວຽດ​ນາມ ສ້າງ​ບັນ​ຍາ​ກາດ​ຢູ່ ວຽງ​ຈັນ

​ຜູ້​ເຊຍ ຫວຽດ​ນາມ ຢູ່​ສະໜາມ​ກິ​ລາ​ແຫ່​ງ​ຊາດ​ລ​າວ.

ກ່ອນ​ເວ​ລາ​ເລີ່ມ​ນັດ​ເຕະບານ​ລະ​ຫວ່າງ​ທິມ​ຊາດ ຫວຽດ​ນາມ ແລະ ລາວ, ມີ​ຜູ້​ເຊຍ​ຫວຽດ​ນາມ ນັບ​ຮ້ອຍ​ຄົນ ແລະ ຜູ້​ພວມ​ປະ​ຕິ​ບັດ​ວຽກ​ງານ, ເຮັດ​ວຽກ ແລະ ດຳ​ລົງ​ຊີ​ວິດ​ຢູ່​ນະ​ຄອນ​ວຽງ​ຈັນ ພ້ອມ​ກັບ​ຜູ້​ເຊຍ​ມາ​ຈາກ ຫວຽດ​ນາມ ກໍໄດ້ມີໜ້າຢູ່​​ສະ​ໜາມ​ກິ​ລາ ແຫ່ງ​ຊາດ ລາວ.

ອ້າຍ ຫງວຽນ​ແອັງ​ເທີ, ຜູ້​ເຊຍ​ມາ​ຈາກ​ແຂວງ ຫ໋າຍ​ຝ່ອງ​ ໄດ້​ແບ່ງ​ປັນ​ວ່າ ດ້ວຍ​ຄວາມ​ເຊື່ອໝັ້ນ ແລະ ຄວາມ​ຮັກ​ຕໍ່​ບານ​ເຕະ ທີ່​ສະ​ຫງວນ​ໃຫ້​ແກ່​ທິມ​ຊາດ ຫວຽດ​ນາມ ດັ່ງ​ນັ້ນ​ລາວ​ພ້ອມ​ກັບ​ຜູ້​ເຊຍ ຫວຽດ​ນາມ ຫຼາຍ​ຄົນ​ໃນ​ຄະ​ນະ​ໄດ້​ເດີນ​ທາງ​ໄປດ້ວຍ​ລົດ​ເມ ຜ່ານ​ໄລ​ຍະ​ທາງ​ເກືອບ 1000 ກີ​ໂລ​ແມັດ ເພື່ອ​ຊົມເຊຍ. ອ້າຍ​ເທີ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ສາ​ມາດ​ໃນ​ປັດ​ຈຸ​ບັນ​ ທິມ​ບານ​ເຕະ ຫວຽດ​ນາມ ຈະ​ຊະ​ນະ​ເລີດ​ໃນ​ການ​ແຂ່ງ​ຂັນ​ຄັ້ງ​ນີ້.

ທຸກ​ສິ່ງ​ທຸກ​ຢ່າງ​ໄດ້​ສ້າງ​ເປັນບັນ​ຍາ​ກາດ​ທີ່​ຟົດ​ຟື້ນ​ມ່ວນ​ຊື່ນ ນັ​ບ​ແຕ່​ອັດສະຈັນຈົນ​ຮອດ​ປະ​ຕູ​ເຂົ້າ​ອອກ​ຂ​ອງ​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ​ຢູ່​ນະ​ຄອນຫຼວງວຽງ​ຈັນ. ດ້ວຍ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ຂອງ​ຜູ້​ເຊຍ​ທັງ​ຢູ່​ພາຍ​ໃນ ກໍ່​ຄື​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ພ້ອມ​ກັບ​ຄວາມ​ສາ​ມາດ​ຂອງ​ທິມ​ຊາດ ຫວຽດ​ນາມ​ໃນ​ປັດ​ຈຸ​ບັນ, ເຊື່ອ​ໝັ້ນ​ວ່າ ທິມ​ບານ​ເຕະ​ຫວຽດ​ນາມ ຈະ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ທີ່​ວາງ​ອອກ​ຢູ່ AFF Cup 2022.

ບຸນ​ຄົງ

ເບິ່ງເພີ່ມເຕີມໃນ: ຕໍາລາ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.