ຫວຽດນາມ ​ໄດ້ເຊີດຊູ​ໃນ 16 ລາງວັນ​ການ​ທ່ອງ​ທ່ຽວ​ແຖວໜ້າ​ໂລກ ຂອງ World Travel Awards 2022

12:51 | 16/11/2022

ຍສໝ - ຕາມ​ກົມ​ໃຫຍ່​ທ່ອງ​ທ່ຽວ​ແລ້ວ, ລາງວັນ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ແພງ, ຄວາມ​ຮັບ​ຮູ້ ​ແລະ ເຊີດຊູ​ຂອງ​ປະຊາ​ຄົມສາກົນ​ກ່ຽວ​ກັບ​ຄວາມ​ດຶງ​ດູດ ​ແລະ ລະດັບຊັ້ນສູງຂອງ​ການທ່ອງທ່ຽວ​​ຫວຽດນາມ.

ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ
ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ

ກົມ​ໃຫຍ່​ທ່ອງ​ທ່ຽວ​ (ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ) ​ໃຫ້​ຮູ້​ວ່າ: ລາງວັນ “Oscar ຂອງ​ການທ່ອງທ່ຽວ​ໂລກ” ​ World Travel Awards 2022 ຫາກໍ່ໄດ້​ປະກາດ​ລາຍ​ຊື່​ບັນດາ​ລາງວັນ​ລະດັບ​ໂລກ​ໃນ​ປີ 2022, ຫວຽດນາມ ​ເປັນ​ກຽດ​ໄດ້​ຮັບ​ລາງວັນໃນ 16 ລາຍການລາງວັນແຖວໜ້າໂລກ.

​ໃນ​ລະດັບ​ຊາດ, ຫວຽດນາມ ​ເປັນກຽດ​ໄດ້ເຊີດຊູເປັນ​ຈຸດໝາຍ​ປາຍທາງ​ມໍລະດົກ​ແຖວໜ້າ​​ໂລກ (World’s Leading Heritage Destination 2022). ນີ້​ແມ່ນ​ຄັ້ງ​ທີ 3 ທີ່ ຫວຽດນາມ ​ໄດ້​ຮັບ​ລາງວັນ​ນີ້, 2 ຄັ້ງ​ກ່ອນ​ໜ້າ​ນີ້ແມ່ນ​ໃນ​ປີ 2019 ​ແລະ 2020.

Việt Nam vinh dự được xướng tên ở 16 hạng mục giải thưởng của World Travel Awards 2022 (Ảnh minh họa).

ຫວຽດນາມ ​ໄດ້ເຊີດຊູ​ໃນ 16 ລາງວັນ​ການ​ທ່ອງ​ທ່ຽວ​ແຖວໜ້າ​ໂລກ ຂອງ World Travel Awards 2022.

​ເປັນໜ້າສົນໃຈ​ແມ່ນ​ບັນດາ​ທ້ອງ​ຖິ່ນ, ​ເຂດ ​ແລະ ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ ເປັນ​ກຽດໄດ້ເຊີດຊູ​ເປັນ​ສະຖານ​ທີ່​ທ່ອງ​ທ່ຽວ​ແຖວໜ້າ​ໂລກ​ໃນ​ປີ​ນີ້​ຄື: ຮ່າ​ໂນ້ຍ, ​ໂຮ້ຍອານ, ຝູກວກ, ມົກ​ເຈົາ, ຕາມ​ດ່າວ...

ຄຽງ​ຄູ່​ກັນນັ້ນ, ເຄື່ອງໝາຍການຄ້າ​ຫວຽດ​ນາມ​ທີ່​ມີ​ຊື່​ສຽງ​ໃນ​ຂົງ​ເຂດ​ໂຮງ​ແຮມ, ຣີ​ສອດ, ສາຍ​ການ​ບິນ, ບໍລິສັດບໍລິການ​ທ່ອງ​ທ່ຽວ… ກໍ່​ໄດ້​ຮັບ​ອັນ​ດັບ​ທີ 1 ໃນ​ບັນ​ດາລາຍການແຖວໜ້າໂລກຂອງ WTA ​ປີ 2022.

ບັນຊີລາຍຊື່ບັນດາປະເພດລາງວັນແຖວໜ້າໂລກທີ່ ຫວຽດນາມ ຍາດໄດ້ຢູ່ World Travel Awards 2022 ຄື: ຈຸດໝາຍປາຍທາງມໍລະດົກໂລກ 2022 - ຫວຽດນາມ, ຈຸດໝາຍປາຍທາງຂອງມໍລະດົກແຖວໜ້າຂອງໂລກ (World’s Leading Heritage Destination 2022) - ຫວຽດນາມ, ຈຸດໝາຍປາຍທາງພັກຜ່ອນຢ່ອນອາລົມນະຄອນແຖວໜ້າໂລກ (World’s Leading Heritage Destination 2022) - ຮ່າໂນ້ຍ…

ຕາມ​ກົມ​ໃຫຍ່​ທ່ອງ​ທ່ຽວ​ແລ້ວ, ລາງວັນ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ແພງ, ຄວາມ​ຮັບ​ຮູ້ ​ແລະ ເຊີດຊູ​ຂອງ​ປະຊາ​ຄົມສາກົນ​ກ່ຽວ​ກັບ​ຄວາມ​ດຶງ​ດູດ ​ແລະ ລະດັບຊັ້ນສູງຂອງ​ການທ່ອງທ່ຽວ​​ຫວຽດນາມ.

ບູນມີ

ເຫດການ
302 Found

Found

The document has moved here.