ຊຸດຝຶກອົບຮົມ ທີ່ເຕັມໄປດ້ວຍນໍ້າໃຈສາມັກຄີຫວຽດນາມ-ລາວ

11:29 | 24/10/2022

ເດືອນກັນຍາ 2022, ກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ໄດ້ຈັດຕັ້ງຊຸດຝຶກອົບຮົມດ້ານວິຊາການ ໃຫ້ແກ່ພະນັກງານປົກປັກຮັກສາຊາຍແດນ ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ຂອງປະເທດລາວ. ພາຍຫຼັງໄດ້ຮັບການບໍາລຸງກໍ່ສ້າງ, ພະນັກງານຫຼາຍຄົນ ຂອງປະເທດເພື່ອນ ໄດ້ເສີມຂະຫຍາຍຄວາມຮູ້, ທັກສະທີ່ໄດ້ຮໍ່າຮຽນມາ ເພື່ອໝູນໃຊ້ເຂົ້າໃນການປະຕິບັດງານ, ປະກອບສ່ວນຄຸ້ມຄອງ, ປົກປັກຮັກສາຊາຍແດນໃຫ້ມີສັນຕິພາບ, ມິດຕະພາບ, ຮ່ວມມື ພ້ອມກັນພັດທະນາ.

ການຮ່ວມມືດ້ານການຄ້າ-ການລົງທຶນ ປະກອບສ່ວນປັບປຸງການພົວພັນ ຫວຽດນາມ-ລາວ ການຮ່ວມມືດ້ານການຄ້າ-ການລົງທຶນ ປະກອບສ່ວນປັບປຸງການພົວພັນ ຫວຽດນາມ-ລາວ
ຮ່ວມສຳພັນພັດທະນາການທ່ອງທ່ຽວເຂດຊາຍແດນຫວຽດນາມ-ລາວ ຮ່ວມສຳພັນພັດທະນາການທ່ອງທ່ຽວເຂດຊາຍແດນຫວຽດນາມ-ລາວ
ນັກຮຽນການທະຫານປະເທດເພື່ອນລາວ ຢ້ຽມຊົມຫ້ອງມູນເຊື້ອ ຂອງຄ້າຍທະຫານຊາຍແດນເກື໊ອຕຸ່ງ. ພາບ: bienphong.com.vn
ນັກຮຽນການທະຫານປະເທດເພື່ອນລາວ ຢ້ຽມຊົມຫ້ອງມູນເຊື້ອ ຂອງຄ້າຍທະຫານຊາຍແດນເກື໊ອຕຸ່ງ. ພາບ: bienphong.com.vn

ຊຸດຝຶກອົບຮົມວຽກງານປົກປັກຮັກສາຊາຍແດນ ໃຫ້ແກ່ພະນັກງານປະຕິບັດໜ້າທີ່ປົກປັກຮັກສາຊາຍແດນ ຂອງກອງບັນຊາການທະຫານແຂວງ ສະຫວັນນະເຂດ ໄດ້ປະຕິບັດສໍາເລັດຕາມລາຍການທີ່ໄດ້ວາງອອກເປັນຢ່າງດີ. ບັນດານັກຮຽນການທະຫານ ໄດ້ຮັບເອົາຄວາມຮູ້ດ້ານການເມືອງ, ການທະຫານ, ວິຊາການ... ໂດຍພື້ນຖານ ເພື່ອຍົກສູງຄຸນນະພາບວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ປະຕິບັດໜ້າທີ່ຮັກສາຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໃນບໍລິເວນ; ຍົກສູງຄຸນນະພາບ, ປະສິດທິຜົນວຽກງານສົມທົບກັນລະຫວ່າງກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ກັບກອງບັນຊາການທະຫານແຂວງສະຫວັນນະເຂດ.

ພັນເອກພິເສດ ເລວັນເຟືອງ, ຫົວໜ້າກອງບັນຊາການທະຫານຊາຍແຂວງກວ໋າງຈິ ໃຫ້ຮູ້ວ່າ: “ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ດ້ວຍຄວາມຮັບຜິດຊອບສູງ ແລະອາລົມຈິດຄວາມຮັກແພງພິເສດ, ທະຫານຊາຍແດນແຂວງກວ໋າງຈິ ຍາມໃດກໍ່ສະຫງວນເງື່ອນໄຂດີທີ່ສຸດ ໃຫ້ພະນັກງານຂອງປະເທດເພື່ອນ ເມື່ອຈັດຕັ້ງຊຸດຝຶກອົບຮົມ”.

ຊຸດຝຶກອົບຮົມ ທີ່ເຕັມໄປດ້ວຍນໍ້າໃຈສາມັກຄີຫວຽດນາມ-ລາວ
ຄູອາຈານ ແລະນັກຮຽນການທະຫານ ຂອງຊຸດຝຶກອົບຮົມ ແລກປ່ຽນບົດຮຽນໃນວຽກງານຕົວຈິງ. ພາບ: bienphong.com.vn

ຄວາມຫຍຸ້ງຍາກທີ່ສຸດໃນການຈັດຕັ້ງຊຸດຝຶກອົບຮົມແມ່ນພາສາ ແລະຄວາມແຕກຕ່າງກັນດ້ານວັດທະນະທໍາ ແລະການດໍາເນີນຊີວິດ. ເພື່ອແກ້ໄຂຄວາມຫຍຸ້ງຍາກນັ້ນ, ທະຫານຊາຍແດນແຂວງກວ໋າງຈິ ໄດ້ຈັດສົ່ງຖັນແຖວພະນັກງານທີ່ຮູ້ຈັກພາສາລາວເພື່ອແນະນໍາ, ພ້ອມທັງປ່ຽນແປງໃໝ່ວິທີການຮຽນຂອງຄູອາຈານ ໃຫ້ເໝາະສົມກັບຜູ້ຮຽນ.

ພັນເອກ ຫງວຽນກວາງຕວ໊ນ, ຮອງເສນາທິການກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ, ອາຈານສອນໃນຊຸດຝຶກອົບຮົມ ໃຫ້ຮູ້ວ່າ: “ເລື່ອງຖ່າຍຖອດຄວາມຮູ້ໃຫ້ນັກຮຽນການທະຫານຂອງປະເທດເພື່ອນ ແມ່ນຫຍຸ້ງຍາກຍ້ອນພາສາ, ແຕ່ດ້ວຍຖັນແຖວຄູອາຈານ, ຜູ້ແປພາສາຂອງກົມກອງ ໄດ້ຝຶກແອບເປັນຢ່າງດີ ກ່ອນທີ່ໄຂຊຸດຝຶກອົບຮົມ. ເມື່ອຖ່າຍຖອດຄວາມຮູ້ໂດຍກົງ, ພວກຂ້າພະເຈົ້າຍາມໃດກໍ່ຍົກສູງຄວາມຮັບຜິດຊອບ, ໝູນໃຊ້ ບົດຮຽນຈາກພຶດຕິກໍາຕົວຈິງ ເພື່ອຊ່ວຍນັກຮຽນການທະຫານ ກໍາແໜ້ນເນື້ອໃນ ແລະເຂົ້າໃຈງ່າຍ”.

ພາຍຫຼັງການຝຶກອົບຮົມມາເປັນເວລາ 1 ເດືອນ, ພະນັກງານ 20 ຄົນ ຂອງກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ກັບຄືນກົມກອງ ເພື່ອສືບຕໍ່ປະຕິບັດງານດ້ວຍຄວາມຮູ້ທີ່ໄດ້້ຮຽນມາ. ຈາກນັ້ນໝູນໃຊ້ເຂົ້າໃນການຜັນຂະຫຍາຍໜ້າທີ່ປົກປັກຮັກສາຊາຍແດນໃນກົມກອງ ໃຫ້ບັນລຸໝາກຜົນສູງທີ່ສຸດ, ປະກອບສ່ວນນໍາວຽກງານພົວພັນຕ່າງປະເທດຢູ່ເຂດຊາຍແດນຂຶ້ນສູ່ລະດັບສູງໃໝ່, ເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບຫວຽດນາມ-ລາວ ໝັ້ນຄົງຂະໜົງແກ່ນໄປຊ່ົວກາລະນານຢ່າງບໍ່ຢຸດຢັ້ງ.

la.qdnd.vn

ເຫດການ
302 Found

Found

The document has moved here.