ຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ ຢ້ຽມຢາມ ແລະເຮັດວຽກ ຢູ່ ຈີເລ

14:00 | 24/10/2022

ແຕ່ວັນທີ 19 ຫາວັນທີ 22 ຕຸລາ, ຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ ນໍາໂດຍ ສະຫາຍ ຟານດິ່ງຈາກ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະເຮັດວຽກຢູ່ ຈີເລ.

ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ຈີເລ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ຈີເລ
ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ຫວຽດນາມ ແລະ ຈີເລ ນັບມື້ນັບແໜ້ນແຟ້ນ ແລະ ພັດທະນາ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ຫວຽດນາມ ແລະ ຈີເລ ນັບມື້ນັບແໜ້ນແຟ້ນ ແລະ ພັດທະນາ
ສະຫາຍ ຟານດິ່ງຈາກ ພົບປະກັບສະຫາຍ Lautaro Carmona, ເລຂາທິການໃຫຍ່ພັກກອມມູນິດ ຈີເລ. ພາບ: ສໍານັກຂ່າວສານຫວຽດນາມ.
ສະຫາຍ ຟານດິ່ງຈາກ ພົບປະກັບສະຫາຍ Lautaro Carmona, ເລຂາທິການໃຫຍ່ພັກກອມມູນິດ ຈີເລ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນໄລຍະການຢ້ຽມຢາມ, ສະຫາຍ ຟານດິ່ງຈາກ ໄດ້ພົບປະກັບສະຫາຍ Lautaro Carmona, ເລຂາທິການໃຫຍ່ພັກກອມມູນິດ ຈີເລ; ມີການພົບປະ ແລະເຮັດວຽກກັບສະຫາຍ ນາງ Ana Lya Uriarte ລັດຖະມົນຕີ, ຫົວໜ້າຫ້ອງວ່າການທໍານຽບປະທານາທິບໍດີ ຈີເລ, ສະຫາຍ ນາງ Maya Fernández Allende ລັດຖະມົນຕີກະຊວງປ້ອງກັນປະເທດ ຈີເລ, ສະຫາຍ ນາງ Ximena Fuentes ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ຈີເລ, ສະຫາຍ Jaime Gajardo ຮັກສາການລັດຖະມົນຕີກະຊວງຍຸຕິທໍາ ຈີເລ, ສະຫາຍ ນາງ Karol Cariola ກໍາມະການກົມການເມືອງພັກກອມມູນິດ ຈີເລ, ສະມາຊິກສະພາຕໍ່າ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຈີເລ-ຫວຽດນາມ.

ທີ່ການພົບປະ ແລະເຮັດວຽກຄັ້ງຕ່າງໆ, ສະຫາຍ ຟານດິ່ງຈາກ ເຊື່ອໝັ້ນວ່າການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະຈີເລ ນັບມື້ນັບພັດທະນາຢ່າງແຮງ, ເພື່ອຜົນປະໂຫຍດຂອງສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ຮ່ວມມື, ພັດທະນາຢູ່ສອງພາກພື້ນ ແລະໃນໂລກ.

ພາຍຫຼັງການຢ້ຽມຢາມ ຈີເລ, ຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ ຈະໄປຢ້ຽມຢາມ ແລະເຮັດວຽກຢູ່ ອາກຊັງຕິນ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.