ໜັງ​ສື​ພິມ​ ເຢຍ​ລະ​ມັນ: ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ສວຍງາມ​ທີ່​ສຸດ​ໃນ ອາ​ຊີ

07:40 | 04/03/2022

ຍສໝ - ໜັງສືພິມ Stuttgarter Nachrichten ຂອງ ເຢຍລະມັນ ໄດ້ລົງບົດຂຽນໂດຍ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດສວຍງາມທີ່ສຸດໃນ ອາຊີ ແລະສະໜອງຂໍ້ມູນຂ່າວສານທີ່ເປັນປະໂຫຍດກ່ຽວກັບປະເທດຊາດ, ປະຊາຊົນ ແລະວັດທະນະທຳ ຫວຽດນາມ ແກ່ຜູ້ທີ່ມີຄວາມຕ້ອງການຄົ້ນຫາ “ປະເທດທີ່ສວຍງາມ” ນີ້.

ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ບໍ່​ມີ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ຍ້ອນ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກຄ້າງໃນ​ປາງ​ສົງ​ຄາມ​ໂດຍ​ໄວ ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ບໍ່​ມີ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ຍ້ອນ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ທີ່​ຕົກຄ້າງໃນ​ປາງ​ສົງ​ຄາມ​ໂດຍ​ໄວ
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ
ໜັງ​ສື​ພິມ​ ເຢຍ​ລະ​ມັນ: ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ສວຍງາມ​ທີ່​ສຸດ​ໃນ ອາ​ຊີ
ບົດຂຽນໃນເວັບໄຊໜັງ​ສື​ພິມ​ Stuttgarter Nachrichten. vietnamplus.vn

ຕາມບົດຂຽນແລ້ວ, ມີ 5 ເຫດຜົນທີ່ເຮັດໃຫ້ ຫວຽດນາມ ສົມເປັນສະຖານທີ່ດູດ ດື່ມສຳລັບນັກທ່ອງທ່ຽວເຢຍລະມັນ. ທີໜຶ່ງແມ່ນອາຫານຫວຽດນາມ ນອນໃນ ທອັບອາຫານແຊບທີ່ສຸດໃນໂລກ, ເໝາະກັບຜູ້ກິນເຈອີກດ້ວຍ. ທີສອງແມ່ນ, ຫວຽດນາມ ແມ່ນປະເທດເຕັມໄປດ້ວຍແສງແດດ ແລະ ຫາດຊາຍທະເລຍາວ ຢຽດ ແລະສວຍງາມ. ທີ 3 ແມ່ນຄວນໄປທ່ຽວຫວຽດນາມ ຍ້ອນວ່າໃຊ້ເວລາ ພຽງແຕ່ 3 ມື້ ກໍສາມາດໄປຢ້ຽມຢາມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ແລ້ວ, ໃນນັ້ນໂດດເດັ່ນແມ່ນຕະຫຼາດນ້ຳ ກ໊າຍຣັງ, ເຊິ່ງເປັນບ່ອນ ທີ່ມີເຮືອຂາຍໝາກໄມ້, ສະບຽງອາຫານຈຳນວນຫຼາຍນັບຮ້ອຍລຳ. ທີສີ່ແມ່ນ ຫວຽດນາມ ມີຖະໜົນເກົ່າແກ່ທີ່ມີລັກສະນະປະຫວັດສາດ ພ້ອມດ້ວຍວັດວາອາ ຮາມເກົ່າແກ່ຫຼາຍແຫ່ງ. ສຸດທ້າຍແມ່ນທຳມະຊາດໄດ້ດົນບັນດານໃຫ້ ຫວຽດນາມ ມີທັດສະນີຍະພາບທຳມະຊາດທີ່ສວຍງາມຈັບໃຈອີຫຼີ, ນັບແຕ່ນາຂັ້ນໄດທີ່ຂຽວ ອຸ່ມທຸ່ມຕະຫຼອດຮອດຫາດຊາຍທະເລຂາວ, ພ້ອມດຽວກັນນັ້ນ ກໍແມ່ນປ່າ ສະຫງວນແຫ່ງຊາດ, ເຂດຊີວະພາບດ້ວຍລະບົບສັດ ແລະພຶກກສາຊາດທີ່ ຫຼາກຫຼາຍ ອຸດົມສົມບູນ ເປັນໜ້າຄົ້ນຫາທີ່ສຸດ.

ບູນມີ

ເຫດການ
302 Found

Found

The document has moved here.