| ຫວຽດນາມ - ເບລາຣຸດ ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ໃຫ້ຂະຫຍາຍຕົວຢ່າງແທ້ຈິງ ແລະ ມີປະສິດທິຜົນ | |
| ເພີ່ມປັດໄຈຊຸກຍູ້ການຮ່ວມມື ຫວຽດນາມ - ແບນຊິກ |
ວັນທີ 24 ມິຖຸນາ ຢູ່ທີ່ ຮ່າໂນ້ຍ, ກົມໂຄສະນາອົບຮົມ (ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ) ໄດ້ຈັດພິທີໄຂຊຸດອົບຮົມວິຊາສະເພາະວຽກງານໂຄສະນາອົບຮົມ ໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2026.
ຕາມປະຕູຂໍ້ມູນຂ່າວສານເອເລັກໂຕຣນິກ ກະຊວງປ້ອງກັນປະເທດ ແລ້ວ, ແຜນງານການອົບຮົມໃນປີນີ້ ແມ່ນສຸມໃສ່ບຳລຸງສ້າງບັນດາເນື້ອໃນກ່ຽວກັບວຽກງານການໂຄສະນາເຜີຍແຜ່, ການສຶກສາການເມືອງ; ການຄຸ້ມຄອງວຽກງານແນວຄິດ; ວຽກງານວັດທະນະທຳ, ວັນນະຄະດີ; ການໂຄສະນາປາກເປົ່າ; ວຽກງານແຂ່ງຂັນ-ຍ້ອງຍໍ ແລະ ການຄຸ້ມຄອງການຈັດພິມ. ບັນດາສຳມະນາກອນຈະໄດ້ຄົ້ນຄວ້າ 13 ຫົວຂໍ້ສະເພາະ, ໃນຂະນະດຽວກັນກໍໄດ້ທັດສະນະສຶກສາ, ແລກປ່ຽນບົດຮຽນຕົວຈິງຢູ່ພາຍໃນບາງອົງການຈັດຕັ້ງ, ກົມກອງຂອງກອງທັບປະຊາຊົນຫວຽດນາມ.
![]() |
| ພິທີໄຂຊຸດອົບຮົມວິຊາສະເພາະວຽກງານໂຄສະນາອົບຮົມ ໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2026. (ພາບ: ປະຕູຂໍ້ມູນຂ່າວສານເອເລັກໂຕຣນິກ ກະຊວງປ້ອງກັນປະເທດ) |
ຄຽງຄູ່ກັບບັນດາເນື້ອໃນວິຊາສະເພາະ, ຄະນະຈັດຕັ້ງກໍໄດ້ຈັດກິດຈະກຳທັດສະນະສຶກສາບັນດາປູຊະນີຍະສະຖານປະຫວັດສາດ, ວັດທະນະທຳ ແລະ ສະຖານທີ່ທ່ອງທ່ຽວທຳມະຊາດ ແນໃສ່ຊ່ວຍໃຫ້ສຳມະນາກອນມີຄວາມເຂົ້າໃຈຕື່ມກ່ຽວກັບປະເທດຊາດ ແລະ ຄົນ ຫວຽດນາມ, ຜ່ານນັ້ນປະກອບສ່ວນເຂົ້າໃນການບົວລະບັດສາຍພົວພັນມິດຕະພາບ, ຄວາມສາມັກຄີລະຫວ່າງປະຊາຊົນ ແລະ ກອງທັບສອງປະເທດ.
ກ່າວຄຳເຫັນພາຍໃນເຫດການ, ທ່ານພົນຈັດຕະວາ ຕົ້ງວັນແທັງ, ຮອງຫົວໜ້າກົມໂຄສະນາອົບຮົມ ໃຫ້ຮູ້ວ່າ, ຊຸດອົບຮົມແມ່ນກິດຈະກຳທີ່ມີຄວາມໝາຍອັນສຳຄັນ, ສະແດງໃຫ້ເຫັນເຖິງນ້ຳໃຈສາມັກຄີ ແລະ ການຮ່ວມມືຢ່າງເລິກເຊິ່ງລະຫວ່າງ ກອງທັບປະຊາຊົນຫວຽດນາມ ແລະ ກອງທັບປະຊາຊົນລາວ. ນີ້ກໍແມ່ນໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນບົດຮຽນ, ຍົກສູງລະດັບຄວາມຮູ້ການຄົ້ນຄວ້າ, ເປັນເສນາທິການ, ຊີ້ນຳ, ນຳພາ ແລະ ຈັດຕັ້ງການປະຕິບັດວຽກງານແນວຄິດ, ວັດທະນະທຳ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ພາຍໃນສະພາບການໃໝ່.
ຕາມການຢັ້ງຢືນຂອງ ທ່ານພົນຈັດຕະວາ ຕົ້ງວັນແທັງ, ພາຍໃນຊຸມປີຜ່ານມາ, ກົມໂຄສະນາອົບຮົມ ກອງທັບປະຊາຊົນຫວຽດນາມ ແລະ ກົມໂຄສະນາອົບຮົມ ກອງທັບປະຊາຊົນລາວ ຍາມໃດກໍຮັກສາບັນດາກິດຈະກຳຮ່ວມມື, ການແລກປ່ຽນຄະນະຜູ້ແທນ, ການອົບຮົມ, ບຳລຸງສ້າງ ແລະ ແບ່ງປັນບົດຮຽນວິຊາສະເພາະຢ່າງມີປະສິດທິຜົນ, ປະກອບສ່ວນເຂົ້າໃນການຍົກສູງຄຸນນະພາບວຽກງານພັກ, ວຽກງານການເມືອງ ພາຍໃນກອງທັບສອງປະເທດ.
ທ່ານໄດ້ຢັ້ງຢືນວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອພິເສດ ລະຫວ່າງ ຫວຽດນາມ ແລະ ລາວ ໂດຍແມ່ນ ປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ພ້ອມດ້ວຍບັນດາຮຸ່ນການນຳຂອງສອງພັກ, ສອງລັດ ໄດ້ຮ່ວມກັນເພີ່ມພູນຄູນສ້າງ ແມ່ນພື້ນຖານອັນສຳຄັນເພື່ອໃຫ້ກອງທັບສອງປະເທດສືບຕໍ່ເພີ່ມທະວີການຮ່ວມມື, ຄຽງບ່າຄຽງໄຫຼ່ພາຍໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດ.
| ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ເວເນຊູເອລາ ພາຍຫຼັງເຫດການແຜ່ນດິນໄຫວຢ່າງຮ້າຍແຮງ ຍສໝ - ວັນທີ 25 ມິຖຸນາ, ພາຍໃນງານຖະແຫຼງຂ່າວປະຈຳຂອງກະຊວງການຕ່າງປະເທດ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ຫວຽດນາມ ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວເຖິງ ລັດຖະບານ ແລະ ປະຊາຊົນ ເວເນຊູເອລາ ພາຍຫຼັງເຫດການແຜ່ນດິນໄຫວຢ່າງຮ້າຍແຮງ, ໃນຂະນະດຽວກັນກໍຢັ້ງຢືນວ່າ ພ້ອມແລ້ວທີ່ຈະມີບັນດາຮູບແບບການໜູນຊ່ວຍທີ່ເໝາະສົມ ເພື່ອຊ່ວຍປະເທດເພື່ອນມິດແກ້ໄຂຜົນສະທ້ອນຈາກໄພທຳມະຊາດ. |
| ຢາລາຍ: ສຽງຄ້ອງມ່ວນຊື່ນທ້າຍສັບປະດາ ເພື່ອເຊີດຊູ ວັນຄອບຄົວ ຫວຽດນາມ ຍສໝ - ລາຍການດັ່ງກ່າວ ຈະເຕົ້າໂຮມເອົາສິລະປິນພື້ນເມືອງເຜົ່າ ຢາຣາຍ (Jrai) ຈຳນວນ 40 ທ່ານ ເຂົ້າຮ່ວມສະແດງ ເພື່ອສະເຫຼີມສະຫຼອງ ວັນຄ້າຍວັນສ້າງຕັ້ງ ວັນຄອບຄົວ ຫວຽດນາມ ຄົບຮອບ 25 ປີ. |
