ໄຂງານ​ວາງ​ສະ​ແດງ​ “​ພາບ​ຖ່າຍ, ​ຜະ​ລິດ​ຕະ​ພັນ, ສິນ​ຄ້າ ຮ່າ​ໂນ້ຍ - ວຽງ​ຈັນ”

20:00 | 11/08/2022

ວັນທີ 10 ສິງຫາ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໄດ້ຈັດຕັ້ງ “ງານວາງສະແດງພາບຖ່າຍ, ຜະລິດຕະພັນ, ສິນຄ້າ ຮ່າໂນ້ຍ - ວຽງຈັນ.

ຫວຽດ​ນາມ ຕັດ​ສິນ​ໃຈ​ສະ​ກັດ​ກັ້ນ​ໄພ​ຄ້າ​ມະ​ນຸດ ຫວຽດ​ນາມ ຕັດ​ສິນ​ໃຈ​ສະ​ກັດ​ກັ້ນ​ໄພ​ຄ້າ​ມະ​ນຸດ
ໄຂ​ຕະຫຼາດ​ນັດ​ຜະ​ລິ​ດ​ຕະ​ພັນ​ກະ​ເສດ ແຂວງ ແຄ໋ງຮ່ວາ ປີ 2022 ໄຂ​ຕະຫຼາດ​ນັດ​ຜະ​ລິ​ດ​ຕະ​ພັນ​ກະ​ເສດ ແຂວງ ແຄ໋ງຮ່ວາ ປີ 2022
ບັນດາຜູ້ແທນຕັດແຖບຜ້າ ໄຂງານວາງສະແດງ (ພາບ: ຟ້າມລິງ)
ບັນດາຜູ້ແທນຕັດແຖບຜ້າ ໄຂງານວາງສະແດງ (ພາບ: ຟ້າມລິງ)

ນີ້ແມ່ນເຫດການສຳຄັນນອນໃນລະບົບກິດຈະກຳເຄື່ອນໄຫວຂອງນະຄອນຫຼວງ ຮ່າໂນ້ຍ ເພື່ອຕອບສະໜອງ ພິທີສະເຫຼີມສະຫຼອງ ປີສາມັກຄີ, ມິດຕະພາບ ຫວຽດນາມ - ລາວ 2022, ສະແດງໃຫ້ເຫັນການຖືເປັນສຳຄັນຕໍ່ການພົວພັນມິດຕະພາບ, ຄວາມສາມັກຄີ, ການຮ່ວມມືພິເສດ ລະຫວ່າງສອງປະເທດ ກໍ່ຄື ການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງ ວຽງຈັນ. ຜ່ານນັ້ນຊ່ວຍເພີ່ມທະວີການພົວພັນແລກປ່ຽນ, ຮັດແໜ້ນການພົວພັນອັນໝັ້ນແກ່ນ, ບໍລິສຸດຜຸດຜ່ອງ ລະຫວ່າງສອງພັກ, ສອງລັດ ແລະ ສອງຊາດກ່ວາອີກ. ໃນຂອບເຂດງານວາງສະແດງ ການຜະລິດຕະພັນທີ່ເປັນເອກະລັກສະເພາະ ຂອງໝູ່ບ້ານອາຊີບຂອງນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ. ພ້ອມດຽວກັນນັ້ນ ແມ່ນບັນດາພາບຖ່າຍກ່ຽວກັບທັດສະນີຍະພາບທີ່ມີຊື່ສຽງຂອງສອງປະເທດ, ພາບຖ່າຍທີ່ເປັນເອກະລັກ ໃຫ້ແກ່ການພົວພັນຮ່ວມມືທີ່ດີງາມ ລະຫວ່າງສອງປະເທດ ກໍ່ຄືສອງນະຄອນຫຼວງ. ຫຼາຍວິສາຫະກິດລາວ ທີ່ເຄື່ອນໄຫວໃນຂົງເຂດຜະລິດກະສິກຳ, ເຄື່ອງອາໄຫຼ່ລົດໂອໂຕ, ເຄື່ອງສິລະປະຫັດຖະກຳ, ຜະລິດເຄື່ອງໃຊໄມ້ສອຍ, ເຄື່ອງຕຳແຜ່ນຕັດຫຍິບ ໄດ້ວາງສະແດງຜະລິດຕະພັນ, ຊອກຫາຄູ່ຮ່ວມມື.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.