ຫວຽດນາມ - ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ ​ແລະຕັ້ງໜ້າ​ຂອງ​ອາ​ຊຽນ

17:26 | 25/07/2022

ຍສໝ - ເລື່ອງ ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ ​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະສາກົນ​ຢ່າງເລິກເຊິ່ງ​ກວ້າງຂວາງ​ຂອງ​ປະ​ເທດ.

ການ​ພົວພັນ​ມາ​ເລ​ເຊຍ - ຫວຽດນາມ: ​ເພີ່ມ​ທະວີ​ບັນດາ​ໂຄງການ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ການ​ພົວພັນ​ມາ​ເລ​ເຊຍ - ຫວຽດນາມ: ​ເພີ່ມ​ທະວີ​ບັນດາ​ໂຄງການ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ
World Vision ຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ກ່​ວາ​ອີກ​ຕໍ່​ເດັກ​ນ້ອຍ ຫວຽດ​ນາມ ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ World Vision ຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ກ່​ວາ​ອີກ​ຕໍ່​ເດັກ​ນ້ອຍ ຫວຽດ​ນາມ ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ

ວັນ​ທີ 28 ກໍລະກົດຈະມາເຖິງ ​ຈະ​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 27 ປີ​ແຫ່ງ​ວັນ​ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ​ຢ່າງ​ເປັນ​ທາງ​ການ.

ຫວຽດນາມ - ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ ​ແລະຕັ້ງໜ້າ​ຂອງ​ອາ​ຊຽນ
ທ່ານ​ນາງຮອງ​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າມທູຮັ່ງ. ພາບ: TTXVN

ທີ່​ກອງ​ປະຊຸມ​ຂ່າວ​ນັດສາມັນ​ຕອນ​ບ່າຍ​ວັນ​ທີ 21 ກໍລະກົດ, ທ່ານ​ນາງຮອງ​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າມທູຮັ່ງ ​ໃຫ້​ຮູ້​ວ່າ: ເລື່ອງ ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ ​ແມ່ນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະສາກົນ​ຢ່າງເລິກເຊິ່ງ​ກວ້າງຂວາງ​ຂອງ​ປະ​ເທດ. ວິວັດທະນາການ​ດັ່ງກ່າວ​ພວມ​ດຳ​ເນີນ​ໄປ​ດ້ວຍ​ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ​ໃນ​ດ້ານ​ການ​ເມືອງ, ​ເສດຖະກິດ, ການ​ທູດ ​ແລະທຸກ​ດ້ານ​ກັບ​ບັນດາ​ປະ​ເທດ, ອົງການ​ຈັດ​ຕັ້ງ​ໃນ​ໂລກ​ຂອງ​ຫວຽດນາມ.

ນັບ​ແຕ່ເມື່ອ​ເຂົ້າ​ຮ່ວມ​ອາ​ຊຽນ, ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ຢັ້ງຢືນ​ວ່າ​ຕົນ​ເອງ​ແມ່ນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ ​ແລະ ຕັ້ງໜ້າ​ຂອງ​ອາ​ຊຽນ ​ກໍ່ຄືຕໍ່ປະຊາ​ຄົມ​ໂລກ. ຫວຽດນາມ ​ພ້ອມກັບບັນດາ​ປະ​ເທດ​ສະມາຊິກອາ​ຊຽນ ​ໄດ້​ຕັ້ງໜ້າ​ກໍ່ສ້າງ​ປະຊາ​ຄົມອາ​ຊຽນ ບົນທຸກ​ເສົາ​ຄ້ຳ​ຈາກ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ, ສັງຄົມ, ພິ​ເສດ​ແມ່ນ​ໃຫ້​ບຸລິມະສິດ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ອາ​ຊຽນ. ​ໃນ​ຂະ​ບວນການດັ່ງກ່າວ, ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ ​ໄດ້​ເປີດ​ກວ້າງ​ການ​ພົວພັນ​ກັບ​ຫຼາຍ​ຄູ່​ຮ່ວມ​ມື​ໃນ​ທົ່ວ​ໂລກ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ຫຼາຍ​ປະ​ເທດ​ໃນ​ໂລກ​ສືບ​ຕໍ່​ປາດ​ຖະ​ໜາ​ຢາກ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຂອງອາ​ຊຽນ.

ບູນມີ

ເຫດການ
302 Found

Found

The document has moved here.