ໄຂ​ເຫດ​ການ “ພົບ​ປະ​ອາ​ຊຽນ ຢູ່​ດານັງ ປີ 2025”

23:44 | 12/04/2025

ຍສໝ - ແຕ່ວັນທີ 9 – 11 ເມສາ, ເຫດການໄດ້ດຳເນີນບັນດາວາລະປຶກສາຫາລືເພື່ອແນໃສ່ເພີ່ມທະວີການຮ່ວມມືສາກົນ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງ ດ່ານັ້ງ ກັບບັນດາຄູ່ຮ່ວມມືຂຶ້ນກັບພາກພື້ນ ອາຊຽນ.

ຂີດ​ໝາຍ​ໃໝ່​ໃນ​ການ​ຮ່ວມ​ມື ​ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ລະຫວ່າງ ຫວຽດນາມ ​- ສິງກະ​ໂປ
ການ​ພົບ​ປະ, ແລກປ່ຽນ​ກັບ​ບັນດາ​ອະດີດ​ນັກ​ສຶກສາ​ຫວຽດນາມ ທີ່ຮ່ຳຮຽນ​ຢູ່​ກວາງ​ຊີ, ຈີນ
ໄຂ​ເຫດ​ການ “ພົບ​ປະ​ອາ​ຊຽນ ຢູ່​ດານັງ ປີ 2025”
ເຫດການ “ພົບປະ ອາຊຽນ ຢູ່ດ່ານັ້ງປີ 2025” (ພາບ: VOV)

ຕອນບ່າຍວັນທີ 9 ເມສາ, ຢູ່ນະຄອນ ດ່ານັ້ງ, ຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໄດ້ສົມທົບກັບກົມອາຊຽນ, ກະຊວງການຕ່າງປະເທດ ແລະ ບັນດາອົງການການຕ່າງປະເທດ ບັນດາປະເທດ ອາຊຽນ ປະຈຳຫວຽດນາມ ຈັດເຫດການ “ພົບປະ ອາຊຽນ ຢູ່ດ່ານັ້ງປີ 2025”.

ແຕ່ວັນທີ 9 – 11 ເມສາ, ເຫດການໄດ້ດຳເນີນບັນດາວາລະປຶກສາຫາລືເພື່ອແນໃສ່ເພີ່ມທະວີການຮ່ວມມືສາກົນ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງ ດ່ານັ້ງ ກັບບັນດາຄູ່ຮ່ວມມືຂຶ້ນກັບພາກພື້ນ ອາຊຽນ. ນອກຈາກນັ້ນ ຍັງມີບັນດາກິດຈະກຳຄື: ງານວາງສະແດງພາບຖ່າຍການພົວພັນຕ່າງປະເທດ ດ່ານັ້ງ - ອາຊຽນ ແລະ ແນະນຳຜະລິດຕະພັນທ່ອງທ່ຽວດ່ານັ້ງ, ພົບປະແລກປ່ຽນສິລະປະບັນດາປະເທດ ອາຊຽນ… ທ່ານ ເລຈຸງຈິງ, ປະທານຄະນະກຳມະການປະຊາຊົນນະຄອນດ່ານັ້ງ ໃຫ້ຮູ້ວ່າ:

ນະຄອນດ່ານັ້ງ ປາດຖະໜາຢາກສືບຕໍ່ເພີ່ມທະວີການເຊື່ອມຕໍ່ເປີດກວ້າງການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືໃນພາກພື້ນ ອາຊຽນ. ເພື່ອພ້ອມກັນພັດທະນາແບບຍືນຍົງ, ທາງນະຄອນປາດຖະໜາຢາກສ້າງລະບົບນິເວດແຫ່ງການຮ່ວມມືທີ່ເລິກເຊິ່ງກວ້າງຂວາງກັບບັນດາອົງການຈັດຕັ້ງ, ທ້ອງຖິ່ນ, ວິສາຫະກິດໃນພາກພື້ນ ໂດຍອີງຕາມຄວາມໄວ້ເນື້ອເຊື່ອໃຈອັນໝັ້ນແກ່ນ, ຜົນປະໂຫຍດກົມກຽວ ແລະ ວິໄສທັດຍາວນານ.

ຕາມ vovworld.vn

https://vovworld.vn/lo-LA/ຂາວເດນ/ໄຂເຫດການ-ພບປະອາຊຽນ-ຢດານງ-ປ-2025-1381489.vov

ດານັງ ​ຍົກ​ລະດັບ​ການ​ທູດ​ປະຊາຊົນ​ໃນ​ປີ 2025

ດານັງ ​ຍົກ​ລະດັບ​ການ​ທູດ​ປະຊາຊົນ​ໃນ​ປີ 2025

ຍສໝ​ - ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ ດານັງ ຫາ​ກໍ່​ຈັດ​ຕັ້ງ​ກອງ​ປະຊຸມສະຫຼູບວຽກ​ງານການ​ທູດ​ປະຊາຊົນ​ໃນ​ປີ 2024 ​ແລະ ຜັນ​ຂະຫຍາຍ​ໜ້າທີ່ປີ 2025.

ເປີດງານເຫດການແລກປ່ຽນວັດທະນະທຳ ຫວຽດນາມ-ຈີນ ປີ 2025 ຢູ່ ແຂວງ ຢຸນນານ, ຈີນ

ເປີດງານເຫດການແລກປ່ຽນວັດທະນະທຳ ຫວຽດນາມ-ຈີນ ປີ 2025 ຢູ່ ແຂວງ ຢຸນນານ, ຈີນ

ຍສໝ - ຕອນ​ຄ່ຳ​ວັນ​ທີ 13 ມັງກອນ​, ພິທີເລີ່ມຕົ້ນການເຄື່ອນໄຫວພົບ​ປະ​ແລກປ່ຽນມະນຸດສະທຳ ແລະ​ ງານມະໂຫລານ​ປະຊາຊົນ​ເຂດ​ຊາຍ​ແດນ​ ຫວຽດນາມ - ຈີນ 2025 ​ໄດ້​ດຳເນີນ​ຢູ່​ເມືອງ​ ມາລີ​ຟໍ​, ແຂວງ​ ຢຸນນານ,​ ຈີນ. ເຫດການ​ໄດ້​ດຶງ​ດູດ​ປະຊາຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດເຂົ້າ​ຮ່ວມ​ມ່ວນ​ຊື່ນ ແລະ ຮ້ອງ​ເພງ​ມິດຕະພາບ​ໃນ​ລະດູບານ​ໃໝ່​ເປັນ​ຈຳນວນ​ຫຼວງ​ຫຼາຍ​.

ຕາມ vovworld.vn

ເຫດການ