ການ​ພົວພັນ​ມາ​ເລ​ເຊຍ - ຫວຽດນາມ: ​ເພີ່ມ​ທະວີ​ບັນດາ​ໂຄງການ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ

16:45 | 21/07/2022

ຍ​ສ​ໝ - ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ - ຫວຽດນາມ ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ​ໃນ​ນັ້ນ​ມີ​ການ​ຊຸກຍູ້​ການ​ແລກປ່ຽນ​ການ​ຢ້ຽມຢາມ ​ແລະ ຊຸກຍູ້​ການ​ປະຕິບັດ​ບັນດາ​ໂຄງການ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ.

ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມກວາງ​ຫຽວ ໄປໄວ້ອາ​ໄລ​ ທ່ານອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ອັງໂກລາ ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມກວາງ​ຫຽວ ໄປໄວ້ອາ​ໄລ​ ທ່ານອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ອັງໂກລາ
ໄຂ​ກອງ​ປະ​ຊຸມທົ່ວປະເທດ​ກ່ຽວ​ກັບ​ວຽກງານພົວພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ປີ 2022 ໄຂ​ກອງ​ປະ​ຊຸມທົ່ວປະເທດ​ກ່ຽວ​ກັບ​ວຽກງານພົວພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ປີ 2022
ການ​ພົວພັນ​ມາ​ເລ​ເຊຍ - ຫວຽດນາມ: ​ເພີ່ມ​ທະວີ​ບັນດາ​ໂຄງການ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ
ທ່ານ​ນາງ ​ເຈີ່ນ​ທິ​ຊາງ ປະທານ​ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ - ຫວຽດນາມ

ນັ້ນ​ແມ່ນ​ຂໍ້​ມູນ​ທີ່​ທ່ານ​ນາງ ​ເຈີ່ນ​ທິ​ຊາງ, ປະທານ​ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ - ຫວຽດນາມ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ອາຊີ ອາ​ຟຼິກາ (ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ) ​ໃນ​ຕອນ​ບ່າຍ​ວັນ​ທີ 18 ກໍລະກົດ.

ທ່ານ​ນາງ ຊາງ ​ໃຫ້​ຮູ້​ວ່າ, ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ, ບັນດາ​ອົງການທີ່​ມີ​ສິດອຳນາດ​​ມາ​ເລ​ເຊຍ ​ແລະ ຫວຽດນາມ.

​ໃນ​ໄລຍະ 10 ປີ​ແຫ່ງ​ການ​ເຄື່ອນ​ໄຫວ, ສະມາຄົມ​ໄດ້​ປະຕິບັດ​ບົດບາດ​ເປັນ “ຂົວ​ຕໍ່” ​ເປັນ​ຢ່າງ​ດີ​ໃນ​ການ​ຊຸກຍູ້​ການ​ຖ່າຍ​ທອດ​ເຕັກນິກຂອງຂະແໜງ​ພະຍາດ​ຫົວໃຈ​ຈາກ​ມາ​ເລ​ເຊຍ​ມາ​ຍັງຫວຽດນາມ. ທ່ານໝໍຫວຽດນາມ ຫຼາຍຄົນໄດ້ຮັບ​ການໜູນຊ່ວຍໄປຍັງມາເລເຊຍ ເພື່ອຮຽນຮູ້ເຕັກນິກ ແລະ ເຕັກໂນໂລຊີທັນສະໄໝ ເພື່ອຮັບໃຊ້ໂຄງການຜ່າຕັດຫົວໃຈເພື່ອການກຸສົນຢູ່ ຫວຽດນາມ.

ທ່ານ​ນາງ​ ຈາງ ໃຫ້​ຮູ້​ວ່າ, ຕາມ​ແຜນການ​ແລ້ວ, ​ໃນ​ເດືອນຕຸ​ລາ 2022, ສະມາຄົມ​ມິດຕະພາບ​ມາ​ເລ​ເຊຍ - ຫວຽດນາມ ຈະ​ຈັດ​ຕັ້ງ​ວັນ​ຫວຽດນາມ ຢູ່ ມາ​ເລ​ເຊຍ ​ເພື່ອ​ໂຄສະນາ​ວັດທະນະທຳ, ອາຫານກາ​ນ​ກິນ, ການ​ສຶກສາ ​ແລະ ​ເສດຖະກິດ​ຢູ່ ມາ​ເລ​ເຊຍ. ໃນ​ວັນ​ບຸນນີ້, ​ຈະ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ​ຂອງ​ສອງ​ປະ​ເທດ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.