World Vision ຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ກ່​ວາ​ອີກ​ຕໍ່​ເດັກ​ນ້ອຍ ຫວຽດ​ນາມ ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ

07:30 | 15/07/2022

ຍ​ສ​ໝ - ທີ່​ການ​ພົບ​ປະ, ຜູ້ຕາງໜ້າ WVI ​ໃຫ້​ຮູ້​ວ່າ: ພວມ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ດຳ​ເນີນ​ງານ​ໄລຍະ 2023-2027 ​ເພື່ອ​ແນ​ໃສ່​ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ WVI ກັບ​ບັນດາ​ຄູ່​ຮ່ວມ​ມື, ສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ບັນດາ​ໂຄງການ, ປະກອບສ່ວນ​ພັດທະນາ​ແບບ​ຍືນ​ຍົງ​ຢູ່ຫວຽດນາມ.

ວິ​ສາ​ຫະ​ກິດ ຫວຽດ​ນາມ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ ວິ​ສາ​ຫະ​ກິດ ຫວຽດ​ນາມ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່
ຄວາມ​ຊົງ​ຈຳໃນໄວ​ເດັກ ຂອງນັກ​ຈິດ​ຕະ​ກອນ ວັນ​ເຢືອງ​ແທັງ: ຂົວ​ເຊື່ອມ​ຕໍ່​ທາງ​ດ້ານ​ຈິດ​ໃຈ ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຕາ​ລີ ຄວາມ​ຊົງ​ຈຳໃນໄວ​ເດັກ ຂອງນັກ​ຈິດ​ຕະ​ກອນ ວັນ​ເຢືອງ​ແທັງ: ຂົວ​ເຊື່ອມ​ຕໍ່​ທາງ​ດ້ານ​ຈິດ​ໃຈ ລະ​ຫວ່າງ ຫວຽດ​ນາມ ແລະ ອີ​ຕາ​ລີ
World Vision ຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ກ່​ວາ​ອີກ​ຕໍ່​ເດັກ​ນ້ອຍ ຫວຽດ​ນາມ ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ
ທ່ານ​ຮອງ​ປະ​ທານ ເລ​ຂາ​ນຸ​ການໃຫຍ່​ VUFO ຟານ​ແອັງ​ເຊີນ ພ້ອມ​ກັບ​ຄະ​ນະ​ປະ​ສານ​ການ​ໜູນ​ຊ່ວຍ​ປະ​ຊາ​ຊົນ (PACCPM) ມອບ​ຂອງ​ຂວັນ, ຖ່າຍ​ຮູບ​ເປັນ​ທີ່​ລະ​ນຶກ​ໃຫ້​ແກ່​ຄະ​ນະ​ການ​ນຳ​ຂັ້ນ​ສູງ World Vision

World Vision ຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ກ່​ວາ​ອີກ​ຕໍ່​ເດັກ​ນ້ອຍ ຫວຽດ​ນາມ ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ນັ້ນ​ແມ່ນ​ໜຶ່ງ​ໃນ​ບັນ​ດ​າ​ຂໍ້​ສະ​ເໜີ​ຂອງ​ທ່ານ ຟານ​ອັງ​ເຊີນ, ຮອງ​ປະ​ທານ - ເລ​ຂາ​ນຸ​ການ​ໃຫຍ່ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ (VUFO), ​ຮອງ​ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ກ່ຽວ​ກັບ​ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງ​ປະ​ເທດ (COMINGO) ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ການ​ນຳ​ຂັ້ນ​ສູງ​ຂອງ​ອົງ​ການ World Vision International (WVI/ ອາ​ເມ​ລິ​ກາ) ໃນ​ຕອນ​ບ່າຍ​ວັນ​ທີ 11 ກໍ​ລະ​ກົດ.

ທີ່​ການ​ພົບ​ປະ, ຜູ້ຕາງໜ້າ WVI ​ໃຫ້​ຮູ້​ວ່າ: ພວມ​ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ດຳ​ເນີນ​ງານ​ໄລຍະ 2023-2027 ​ເພື່ອ​ແນ​ໃສ່​ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ WVI ກັບ​ບັນດາ​ຄູ່​ຮ່ວມ​ມື, ສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ບັນດາ​ໂຄງການ, ປະກອບສ່ວນ​ພັດທະນາ​ແບບ​ຍືນ​ຍົງ​ຢູ່ຫວຽດນາມ.

ຍຸດທະສາດໃໝ່ຄາດວ່າຈະສຸມໃສ່ 4 ຂົງເຂດຄື: ການປົກປ້ອງເດັກ ແລະ ການມີສ່ວນຮ່ວມຂອງ​ເດັກ; ສຸຂະພາບ ແລະ ໂພຊະນາການ; ປັບປຸງຊີວິດການເປັນຢູ່, ຫຼຸດຜ່ອນຄວາມສ່ຽງໄພພິບັດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ການສ້າງຄວາມເຂັ້ມແຂງຂອງຊຸມຊົນບົນພື້ນຖານເດັກນ້ອຍເປັນໃຈກາງ.

ທ່ານ ຟານ​ແອັງ​ເຊີນ ​ຮອງ​ປະທານ VUFO, ​ເລຂາ​ນຸການ​ໃຫຍ່ ​ໃຫ້​ຮູ້​ວ່າ: ອົງການ​ຕ້ອງ​ຕິດຕາມ​ບັນດາ​ບຸລິມະສິດ​ຂອງ ຫວຽດນາມ ຢ່າງ​ໃກ້ຊິດ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ລັກສະນະ ​ແລະ ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຕ່ລະ​ທ້ອງ​ຖິ່ນ, ​ແຕ່​ລະ​ເຂດ, ​ແຕ່​ລະ​ກຸ່ມ​ເປົ້າ​ໝາຍ​ເພື່ອ​ມີ​ວິທີ​ທີ່​ເໝາະ​ສົມ ​ແລະ ມີ​ປະສິດທິ​ຜົນ; ເອົາ​ໃຈ​ໃສ່​ເຖິງ​ກຸ່ມ​ເດັກນ້ອຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ, ເດັກ​ກຳພ້າ​ຍ້ອນ​ພະຍາດ​ໂຄ​ວິດ-19 ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ ​ແລະ ຕົວ​ເມືອງ; ສຸມໃສ່ສ້າງແຜນການລະອຽດ, ເລືອກເຟັ້ນບັນດາບໍລິເວນ, ຂົງເຂດ, ວັດຖຸ ແລະ ເນື້ອໃນສະໜັບສະໜູນໃຫ້ເໝາະສົມ, ຫຼີກລ່ຽງການຊ້ອນແຝງ, ພິເສດແມ່ນບັນດາຕົວແບບ ແລະ ຂໍ້ລິເລີ່ມທີ່ມີລັກສະນະຄ້າຍຄືກັນກັບບັນດາໂຄງການໜູນຊ່ວຍຂອງບັນດາອົງການ, ອົງການຈັດຕັ້ງ, ຜູ້ອຸ​ປະ​ຖຳ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.