![]() |
ແມ່ຍິງນັບມື້ນັບເຂົ້າຮ່ວມການຜະລິດຫຼາຍກວ່າເກົ່າ (ພາບ: TTXVN) |
ໃນລະຫວ່າງວັນທີ 30 ມິຖຸນາ ຫາວັນທີ 1 ກໍລະກົດ, ຢູ່ນະຄອນຫຼວງ ກົວລາ ລຳເບີ, ມາເລເຊຍ, ຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບສິດທິມະນຸດ (AICHR) ໄດ້ຈັດກອງປະຊຸມສຳມະນາໃນພາກພື້ນ ເພື່ອແນໃສ່ຊຸກຍູ້ບັນດາການເຄື່ອນໄຫວດຳເນີນທຸລະກິດ ແລະ ສິດທິມະນຸດ ໂດຍມີລັກສະນະກວມລວມ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ. ກອງປະຊຸມສໍາມະນາ ໂດຍ ມາເລເຊຍ, ປະເທດປະທານ ອາຊຽນ 2025 ເປັນເຈົ້າພາບ.
ດ້ວຍຫົວຂໍ້ “ກອງປະຊຸມສໍາມະນາພາກພື້ນ ອາຊຽນ ກ່ຽວກັບທັດສະນະຄວາມສະເໝີພາບລະຫວ່າງຍິງ-ຊາຍໃນການດຳເນີນທຸລະກິດ ແລະ ສິດທິມະນຸດ”, ບັນດາຜູ້ແທນໄດ້ສຸມໃສ່ການສ້າງຂອບເຂດການແກ້ໄຂບັນດາສິ່ງທ້າທາຍກ່ຽວກັບເພດ ແລະ ການປະພຶດກ່ຽວກັບດ້ານໂຄງສ້າງ ແລະ ວັດທະນະທຳ, ພ້ອມທັງເພີ່ມທະວີການປົກປ້ອງສິດໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ.
ກອງປະຊຸມສຳມະນາແມ່ນການເຄື່ອນໄຫວຂອງ AICHR ກ່ອນດຳເນີນກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຈະດຳເນີນແຕ່ວັນທີ 8 – 11 ກໍລະກົດ ຢູ່ນະຄອນຫຼວງ ກົວລາລຳເປີ. ຫວຽດນາມ ເປັນປະທານວາລະໜຶ່ງຂອງກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ປະສານທັດສະນະທາງເພດເຂົ້າໃນນະໂຍບາຍ, ຂັ້ນຕອນ, ກົນໄກ ແລະ ການເຄື່ອນໄຫວດຳເນີນທຸລະກິດ”.
![]() | ຊຸກຍູ້ຜັນຂະຫຍາຍ 2 ໂຄງການເຊື່ອມຕໍ່ຄົມມະນາຄົມທີ່ສຳຄັນລະຫວ່າງ ຫວຽດນາມ ແລະ ລາວ ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບັນດາກະຊວງຂະແໜງການທີ່ກ່ຽວຂ້ອງສອງປະເທດຕັ້ງໜ້າສົມທົບກັນ, ແລກປ່ຽນເພື່ອຜັນຂະຫຍາຍບັນດາໂຄງການສຳຄັນຢ່າງມີປະສິດທິຜົນເພື່ອເຊື່ອມຕໍ່ສອງພື້ນຖານເສດຖະກິດກ່ຽວກັບຄົມມະນາຄົມ, ພື້ນຖານໂຄງລ່າງ, ການຄ້າ, ແຫຼ່ງຊັບພະຍາກອນມະນຸດ, ລະບົບສະໜອງ. |
![]() | ອາຊຽນ ແລະ ບົດເລກໂຈດພາສີ ອາເມລິກາ: ການຕອບສະໜອງທີ່ຄ່ອງຕົວໃນສະພາບການໂລກ ຍສໝ - ໂດຍປະເຊີນໜ້າກັບນະໂຍບາຍອັດຕາພາສີຂອງອາເມລິກາ, ອາຊຽນໄດ້ເລືອກເຟັ້ນເອົາວິທີທີ່ຄ່ອງຕົວ, ສົມທົບກັນລະຫ່ວາງຫຼັກໝັ້ນລວມ ແລະ ພື້ນທີ່ເຈລະຈາທີ່ສະເພາະຂອງແຕ່ລະປະເທດສະມາຊິກ. ຕາມບັນດານັກຊ່ຽວຊານສາກົນແລ້ວ, ນີ້ແມ່ນວິທີແກ້ໄຂທີ່ແທດຈິງທີ່ທັງສອງຝ່າຍໄດ້ຊ່ວຍໃຫ້ພາກພື້ນຮັກສາຊ່ອງທາງການເຈລະຈາ ແລະ ປົກປັກຮັກສາຜົນປະໂຫຍດຂອງຊາດໃນສະພາບການເພີ່ມທະວີການແຂ່ງຂັນຍຸດທະສາດ ແລະ ລັດທິປົກປ້ອງການຄ້າທົ່ວໂລກ. |
ມີງດຶກ