ຊົມກຸງເກົ່າເຫ້ວ ຈາກທ້ອງຟ້າ

10:00 | 23/06/2022

ຍສໝ - Festival ເຫ້ວ 2022 ​ເປັນ​ຂີດ​ໝາຍ 22 ປີ​ນັບແຕ່​ວັນ​ບຸນ​ນີ້​ຖືກ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ ​ແລະ ໄດ້​ກາຍ​ເປັນ​ເຫດການ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ແຫ່ງ​ຊາດ​ທີ່​ມີ​ລັກສະນະ​ສາກົນ.

ທີມບານເຕະຍິງ U.18 ຫວຽດນາມ ເລີ່ມຝຶກແອບຢູ່ ຍີ່ປຸ່ນ ທີມບານເຕະຍິງ U.18 ຫວຽດນາມ ເລີ່ມຝຶກແອບຢູ່ ຍີ່ປຸ່ນ
ແຂວງກ​ວ່າງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ລົງນາມໃນບົດບັນທຶກການຮ່ວມມື ແຂວງກ​ວ່າງບິ່ງ (ຫວຽດນາມ) ແລະ ສະຫວັນນະເຂດ (ລາວ) ລົງນາມໃນບົດບັນທຶກການຮ່ວມມື

ພາຍຫຼັງ 2 ປີທີ່ເກີດໂລກ​ພະຍາດ, Festival ​ເຫ້ວ ກັບ​ຄືນ​ມາ​ດ້ວຍ​ຫຼາຍ​ກິດຈະກຳ​ທີ່​ໜ້າ​ສົນ​ໃຈ, ​ໃນ​ນັ້ນ​ມີ​ບຸນບອນລູນ.

Festival Hue 2022 anh 1

​ເມື່ອ​ທຽບ​ໃສ່​ຊຸມ​ປີ​ກ່ອນ, Festival ​ເຫ້ວ 2022 ປີນີ້​ໄດ້​ຮັບ​ການຈັດ​ຕັ້ງ​ຕາມທິດ 4 ລະດູ: ລະດູບານໃໝ່, ລະດູ​ຮ້ອນ, ລະດູ​ໃບ​ໄມ້ຫຼົ່ນ ​ແລະ ລະດູ​ໜາວ. ເຫດ​ການມີ ​ກວ່າ 50 ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ ແລະງານ​ບຸນ​ ​ດຳ​ເນີນ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ທັນ​ວາ.

Festival Hue 2022 anh 2

ທ່ານ ຫງວຽນ​ວັນ​ຟຸກ, ຫົວໜ້າ​ພະ​ແນ​ກທ່ອງ​ທ່ຽວ​ແຂວງ ເທື່ອທຽນເຫ້ວ ​ໃຫ້​ຮູ້​ວ່າ: Festival ເຫ້ວ 2022 ​ແມ່ນ​ໂອກາດ​ເພື່ອ​ໃຫ້​ແຂວງ​ເປີດ​ກວ້າງ​ບັນດາ​ຄຸນຄ່າ​ວັດທະນະທຳ, ຂຸດ​ຄົ້ນ​ບັນດາ​ທ່າ​ແຮງບົ່ມຊ້ອນ​ດ້ານ​ການທ່ອງທ່ຽວ.

Festival Hue 2022 anh 3ຈຸດ​ພົ້ນ​ເດັ່ນ​ຂອງ​ງານ​ບຸນ​ໃນ​ທ້າຍ​ເດືອນ​ມິຖຸນາ​ແມ່ນ​ບຸນ​ປູມ​ເປົ້າ​ອາກາດ​ຮ້ອນ, ​ເຊິ່ງດຳ​ເນີນ​ໄປ​ແຕ່​ວັນ​ທີ 25 ມິຖຸນາ ຫາວັນທີ 30 ມິຖຸນາ.

Festival Hue 2022 anh 4ທ່ານ ຫງວຽນ​ແທ່ງ​ບິ່ງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ Festival ​ເຫ້ວ 2022 ຕີ​ລາຄາ​ວ່າ Festival ​ເຫ້ວ ຄາດ​ວ່າ​ຈະ​ໄດ້​ຮັບ​ຄວາມ​ສົນ​ໃຈ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ແຂກ​ທ່ອງ​ທ່ຽວ ​ແລະ ຊາວ​ທ້ອງ​ຖິ່ນ​ເປັນ​ຈຳນວນ​ຫຼວງ​ຫຼາຍ.

Festival Hue 2022 anh 5ງານ​ບຸນ​ແມ່ນ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າທ່ຽວ​ຊົມ ​ແລະ ຊົມການ​ສະ​ແດງ​ບອນລູນ ໂດຍບໍ່ເສຍຄ່າ.

Festival Hue 2022 anh 6ຄຽງ​ຄູ່​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສັບປະດາ festivel ​ໃນ​ເດືອນມິຖຸນາ, ພະແນກ​ທ່ອງ​ທ່ຽວ​ແຂວງ​ເທື່ອ​ທຽນ-​ເຫ້ວ ຈະ​ຈັດ​ຕັ້ງ​ການ​ເດີນ​ທາງ​ເພື່ອ​ໂຄ​ສະ​ນາ​ຈຸດ​ໝາຍປາຍທາງ “ຢ້ຽມ​ຢາມ​ເຫ້ວ”.

Festival Hue 2022 anh 7Festival ເຫ້ວ 2022 ​ເປັນ​ຂີດ​ໝາຍ 22 ປີ​ນັບແຕ່​ວັນ​ບຸນ​ນີ້​ຖືກ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ ​ແລະ ໄດ້​ກາຍ​ເປັນ​ເຫດການ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ແຫ່ງ​ຊາດ​ທີ່​ມີ​ລັກສະນະ​ສາກົນ.

ບູນມີ

ເຫດການ
302 Found

Found

The document has moved here.