ກອງປະຊຸມສໍາມະນາສາກົນ “50 ປີແຫ່ງການພົວພັນທາງການທູດຫວຽດນາມ-ອິນເດຍ: ຫວນຄືນ ແລະມຸ່ງໄປເຖິງ”

07:30 | 19/06/2022

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄວ້າອິນເດຍ ແລະອາຊີຕາເວັນຕົກສ່ຽງໃຕ້, ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສໍາມະນາສາກົນ “50 ປີແຫ່ງການພົວພັນທາງການທູດຫວຽດນາມ-ອິນເດຍ: ຫວນຄືນ ແລະມຸ່ງໄປເຖິງ”.

ງານບຸນ Yoga ສາກົນ - ດ່າໜັງ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ຫວຽດນາມ - ອິນເດຍ ງານບຸນ Yoga ສາກົນ - ດ່າໜັງ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ຫວຽດນາມ - ອິນເດຍ
ກອງປະຊຸມສຳມະນາ “ຫວນຄືນ 65 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ ແລະ ເສັ້ນທາງໃນອະ​ນາ​ຄົດ” ກອງປະຊຸມສຳມະນາ “ຫວນຄືນ 65 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ຫວຽດນາມ - ອິນໂດເນເຊຍ ແລະ ເສັ້ນທາງໃນອະ​ນາ​ຄົດ”
ກອງປະຊຸມສໍາມະນາສາກົນ “50 ປີແຫ່ງການພົວພັນທາງການທູດຫວຽດນາມ-ອິນເດຍ: ຫວນຄືນ ແລະມຸ່ງໄປເຖິງ”
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ທູຖຸຍ.

ເຂົ້າຮ່ວມກອງປະຊຸມສໍາມະນາ ມີບັນດາຜູ້ແທນທີ່ເປັນນັກການທູດ, ນັກວິທະຍາສາດ, ນັກຊ່ຽວຊານ… ທີ່ມາຈາກຫວຽດນາມ ແລະອິນເດຍ.

ທີ່ກອງປະຊຸມສໍາມະນາ, ບັນດາບົດປະກອບຄຳເຫັນ ໄດ້ສຸມໃສ່ຕີລາຄາບັນດາຜົນງານທີ່ພົ້ນເດັ່ນ ກໍ່ຄືສິ່ງທ້າທາຍ, ຄວາມຫຍຸ້ງຍາກຂອງການພົວພັນຫວຽດນາມ-ອິນເດຍ ພາຍຫຼັງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໃນບັນດາຂົງເຂດ, ຄື: ການເມືອງ-ຍຸດທະສາດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທຳ-ການສຶກສາ... ນອກຈາກນັ້ນ, ກອງປະຊຸມສໍາມະນາ ກໍ່ໄຈ້ແຍກບັນຫາພຶດຕິກຳຕົວຈິງ ລະຫວ່າງສອງປະເທດພວມຕ້ອງການມີການກຳນົດທິດ, ຄື: ຜົນຮ້າຍຢ້ອນຫຼັງຈາກພະຍາດໂຄວິດ-19, ການປ່ຽນແປງຂອງດິນຟ້າອາກາດ, ບັນຫາຄວາມໝັ້ນຄົງດ້ານສະບຽງອາຫານ...; ພ້ອມທັງສະເໜີມາດຕະການ, ຂໍ້ສະເໜີກ່ຽວກັບແຜນນະໂຍບາຍ, ນະໂຍບາຍໃໝ່, ຮູບການເຄື່ອນໄຫວທີ່ເໝາະສົມ ເພື່ອປະກອບສ່ວນຊຸກຍູ້ການພົວພັນຮ່ວມມືພັດທະນາລະຫວ່າງຫວຽດນາມ ແລະອິນເດຍ ໃຫ້ຂຶ້ນສູ່ລະດັບສູງໃໝ່.

ກອງປະຊຸມສໍາມະນາ ແມ່ນເວທີປາໄສທີ່ເປີດອົກເປີດໃຈ, ເປັນມືອາຊີບ ແລະກົງໄປກົງມາກ່ຽວກັບການພົວພັນສອງຝ່າຍ ແລະຫຼາຍຝ່າຍຫວຽດນາມ ແລະອິນເດຍ ພາຍຫຼັງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ກໍ່ຄືບັນດາບັນຫາພາກພື້ນ ແລະທົ່ວໂລກ ໄດ້ສົ່ງຜົນສະທ້ອນໂດຍກົງເຖິງການພົວພັນສອງປະເທດ, ສະໜອງໃຫ້ນັກຮຽນຮູ້ ແລະອົງການວິຊາສະເພາະກ່ຽວກັບຂໍ້ມູນຂ່າວສານທີ່ໄດ້ອັບເດດ ແລະເປັນປະໂຫຍດທີ່ກ່ຽວຂ້ອງເຖິງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອິນເດຍ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.