| ເສີມສ້າງຄວາມຮັກແພງພາສາຫວຽດນາມ ພາຍໃນດວງໃຈຂອງຄົນຮຸ່ນໜຸ່ມຊາວຫວຽດນາມຢູ່ຕ່າງປະເທດ | |
| ເປີດຊຸດຮຽນພາສາຫວຽດນາມ ພາກລະດູຮ້ອນ ປີ 2026 ຢູ່ ຣູມານີ |
ພາຍໃນໂຄງການ, ບັນດາຊາວໜຸ່ມ ແລະ ນັກສຶກສາຊາວຫວຽດນາມຕ່າງດ້າວ ໄດ້ແບ່ງອອກເປັນ 6 ທີມ, ເພື່ອຮ່ວມກັນສະແດງຄວາມສາມາດໃນການນຳໃຊ້ພາສາຫວຽດນາມ ໂດຍຜ່ານຫຼາຍຮູບແບບ ເຊັ່ນ: ການຮ້ອງເພງ, ການທ່ອງກອນ, ການສະແດງລະຄອນ ແລະ ການຂຶ້ນເວົ້າບັນຍາຍແບ່ງປັນຄວາມຮູ້ສຶກ. ເນື້ອໃນຂອງແຕ່ລະພາກສ່ວນການສະແດງ ແມ່ນໄດ້ສຸມໃສ່ບັນດາຫົວຂໍ້ ທີ່ພົວພັນເຖິງວັດທະນະທຳ ແລະ ປະຫວັດສາດຂອງຊາດ.
ກ່າວຄຳປາໄສຢູ່ທີ່ໂຄງການ, ທ່ານນາງ ຟ້າມທິຄິມຮວາ, ຮອງຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຄົນຫວຽດນາມຢູ່ຕ່າງປະເທດ ໄດ້ເນັ້ນໜັກວ່າ, ພາສາຫວຽດນາມ ແມ່ນຈິດວິນຍານ ແລະ ເປັນແກນຫຼັກຂອງຊາດ, ແມ່ນເສັ້ນໃຍອັນສັກສິດ ທີ່ເຊື່ອມຕໍ່ທຸກໆຄົນລູກຫຼານຂອງແຜ່ນດິນຫວຽດນາມ ໃຫ້ເຂົ້າຫາກົກເຄົ້າເຫງົ້າກໍ. ການປົກປັກຮັກສາ ແລະ ແຜ່ຂະຫຍາຍພາສາຫວຽດນາມ ພາຍໃນຊຸມຊົນຄົນຫວຽດນາມຢູ່ຕ່າງປະເທດ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ, ຍາມໃດກໍແມ່ນໜຶ່ງໃນບັນດາໜ້າທີ່ວຽກງານ ທີ່ພັກ ແລະ ລັດທິ ໃຫ້ຄວາມເອົາໃຈໃສ່ເປັນພິເສດ.
![]() |
| ທ່ານນາງ ຟ້າມທິຄິມຮວາ, ຮອງຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຄົນຫວຽດນາມຢູ່ຕ່າງປະເທດ ກ່າວຄຳປາໄສ. |
ຕາມທ່ານນາງ ຟ້າມທິຄິມຮວາ, ໂຄງການພົບປະແລກປ່ຽນພາສາຫວຽດນາມ ແມ່ນກິດຈະກຳເພື່ອສະໜອງຕອບ ວັນເຊີດຊູພາສາຫວຽດນາມ ໃນຊຸມຊົນຄົນຫວຽດນາມຢູ່ຕ່າງປະເທດ, ທັງເປັນໂອກາດເພື່ອໃຫ້ບັນດາຜູ້ແທນຮ່ວມກັນຢັ້ງຢືນ ແລະ ຈົດຈຳຄຸນຄ່າອັນໜັກແໜ້ນຂອງພາສາຫວຽດນາມ.
ສຳລັບຊາວໜຸ່ມຊາວຫວຽດນາມຕ່າງດ້າວຫຼາຍໆຄົນ, ຄ້າຍພັກແລ້ງຫວຽດນາມ ປະຈຳປີ 2026 ບໍ່ພຽງແຕ່ສ້າງໂອກາດໃນການພົບປະ, ແລກປ່ຽນເທົ່ານັ້ນ ແຕ່ຍັງຊ່ວຍຍົກສູງຄວາມສາມາດໃນການນຳໃຊ້ພາສາຫວຽດນາມ ແລະ ສຶກສາຄົ້ນຄວ້າໃຫ້ເລິກເຊິ່ງຕື່ມອີກ ກ່ຽວກັບວັດທະນະທຳ ແລະ ປະຫວັດສາດຂອງບ້ານເກີດເມືອງນອນ.
ຍ້ອນມີໂອກາດໄດ້ເດີນທາງກັບມາ ຫວຽດນາມ ພ້ອມກັບພໍ່ແມ່ເປັນປະຈຳ, ທ້າວ ຫວູຕ໋ຽນຮຸ່ງ, ຊາວຫວຽດນາມຕ່າງດ້າວຢູ່ ປະເທດໄທ, ໃຫ້ຮູ້ວ່າ ທັດສະນະກອນໃນຄັ້ງນີ້ໄດ້ນຳມາຊຶ່ງປະສົບການອັນມີຄວາມໝາຍຫຼາຍຢ່າງໃຫ້ແກ່ຕົນເອງ. ໂດຍຜ່ານຄ້າຍພັກແລ້ງຫວຽດນາມ 2026, ຕ໋ຽນຮຸ່ງ ໄດ້ພົບປະກ່ຽວພັນກັບຊາວໜຸ່ມຊາວຫວຽດນາມຕ່າງດ້າວຫຼາຍຄົນ ທີ່ມາຈາກບັນດາປະເທດຕ່າງໆໃນທົ່ວໂລກ, ໂດຍຜ່ານນັ້ນ ໄດ້ບຳລຸງສ້າງຄັງຄຳສັບພາສາຫວຽດນາມເພີ່ມຕື່ມ, ທັງມີໂອກາດໄດ້ຮຽນຮູ້ວັດທະນະທຳ ແລະ ປະຫວັດສາດຫວຽດນາມ ອີກດ້ວຍ.
ສ່ວນກັບ ນາງ ເຫງວຽນຖາວລິງ, ຊາວຫວຽດນາມຕ່າງດ້າວຢູ່ ປະເທດເຢຍລະມັນ, ບັນດາເລື່ອງລາວກ່ຽວກັບປະຫວັດສາດ ແລະ ວັດທະນະທຳຫວຽດນາມ ທີ່ໄດ້ຍິນໄດ້ຟັງຈາກພໍ່ແມ່ ໄດ້ຫຼໍ່ລ້ຽງຄວາມມຸ່ງມາດປາດຖະໜາຢາກຈະໄປຢຽບຢ້ຽມທ້ອງຖິ່ນຕ່າງໆ ຢູ່ບ້ານເກີດເມືອງນອນ ເພື່ອຄົ້ນພົບຄຸນຄ່າວັດທະນະທຳອັນເປັນກົກເຄົ້າເຫງົ້າກໍໂດຍກົງ. ການເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2026 ໄດ້ສ່ວນໜຶ່ງຊ່ວຍໃຫ້ ຖາວລິງ ບັນລຸຄວາມຝັນນີ້.
ແບ່ງປັນກ່ຽວກັບການເດີນທາງ, ຖາວລິງ ໄດ້ສະແດງຄວາມປິຕິຊົມຊື່ນ ເມື່ອມີໂອກາດໄດ້ເຂົ້າຮ່ວມຄ້າຍພັກແລ້ງ, ພ້ອມທັງມີຄວາມປະທັບໃຈຕໍ່ກັບຄວາມງົດງາມຂອງປະເທດຊາດ ແລະ ຄວາມເປັນກັນເອງ, ເປີດກວ້າງຂອງຄົນຫວຽດນາມ. ນ້ອງມີຄວາມພາກພູມໃຈເປັນພິເສດ ຕໍ່ກັບປະຫວັດສາດ, ວັດທະນະທຳຂອງຊາດ ແລະ ມຸ່ງຫວັງຢາກສຶກສາຮຽນຮູ້ເພີ່ມເຕີມ ກ່ຽວກັບບັນດາເລື່ອງລາວປະຫວັດສາດ, ບັນດາສະຫະພາບວິລະຊົນຂອງຊາດ. ຖາວລິງ ກໍຫວັງວ່າ ໃນອະນາຄົດຈະມີເງື່ອນໄຂ ກັບຄືນມາ ຫວຽດນາມ ເພື່ອເຮັດວຽກ, ປະກອບສ່ວນເຫື່ອແຮງຂອງຕົນ ເຂົ້າໃນການພັດທະນາປະເທດຊາດ.
ຕາມທາງຄະນະຈັດຕັ້ງໃຫ້ຮູ້ວ່າ, ຄ້າຍພັກແລ້ງຫວຽດນາມ 2026 ແມ່ນຈັດຂຶ້ນຕັ້ງແຕ່ວັນທີ 12-25 ກໍລະກົດ 2026. ພາຍໃນການເດີນທາງ, ບັນດາຜູ້ແທນຈະໄດ້ໄປທັດສະນະສຶກສາ ຜ່ານທ້ອງຖິ່ນຕ່າງໆ ໃນທັງສາມພາກ ເໜືອ - ກາງ - ໃຕ້, ລວມມີ: ຮາໂນ້ຍ, ນິງບິ່ງ, ເຫງ້ອານ, ກວາງຈິ, ເຫວ້, ດານັງ, ຢາລາຍ ແລະ ແຂວງ ຄານຮ່ວາ.
| ສະເຫຼີມສະຫຼອງວັນສ້າງຕັ້ງເຄືອຂ່າຍການສອນພາສາຫວຽດ ແລະ ວັດທະນະທຳຫວຽດນາມທົ່ວໂລກ ຄົບຮອບ 5 ປີ ຍສໝ - ອີງຕາມນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ ຝຣັ່ງ, ຄູອາຈານ, ນັກຄົ້ນຄວ້າ, ຜູ້ຕາງໜ້າສະມາຄົມ ແລະ ບັນດາຜູ້ທີ່ມີຄວາມຈິງໃຈ ຕໍກັບວຽກງານການສອນພາສາຫວຽດ ຫຼາຍຮ້ອຍຄົນ ໄດ້ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື “ການປົກປັກຮັກສາພາສາຫວຽດ ແລະ ວັດທະນະທຳຫວຽດ ຢູ່ຕ່າງປະເທດ”, ຊຶ່ງໄດ້ຈັດຂຶ້ນໃນວັນທີ 21 ມິຖຸນາ ຢູ່ທີ່ສູນວັດທະນະທຳຫວຽດນາມ ປະຈຳ ຝຣັ່ງ. |
| ແຜ່ຂະຫຍາຍຂະບວນການຮ່ຳຮຽນພາສາຫວຽດນາມ ພາຍໃດຖິ້ມງານພະນັກງານລາວ ຍສໝ - ວັນທີ 17 ມິຖຸນາ, ຢູ່ທີ່ນະຄອນຫຼວງ ວຽງຈັນ (ສປປ ລາວ), ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ໄດ້ປະສານງານຮ່ວມກັບ ພາກສ່ວນພາສາຫວຽດນາມ ສັງກັດສະມາຄົມຄົນຫວຽດນາມ ນະຄອນຫຼວງວຽງຈັນ ຈັດຕັ້ງການແຂ່ງຂັນ “ທູດພາສາຫວຽດນາມໃນອະນາຄົດ” ສະເພາະໃຫ້ແກ່ນັກສຶກສາພາສາຫວຽດນາມ ທີ່ເປັນພະນັກງານຫຼັກແຫຼ່ງມາຈາກບັນດາກະຊວງ, ຄະນະ, ຂະແໜງການ ຂອງລາວ ແລະ ... |
