ການພົບປະແລກປ່ຽນລະຫວ່າງປະຊາຊົນ - ພື້ນຖານແຫ່ງການເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ໄທ

02:56 | 20/07/2026

ຍສໝ - ວັນທີ 17 ກໍລະກົດ, ຢູ່ທີ່ນະຄອນຫຼວງ ບາງກອກ (ປະເທດໄທ), ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ໄດ້ປະສານສົມທົບກັບ ຄະນະອັກສອນສາດ, ມະຫາວິທະຍາໄລ ຈຸລາລົງກອນ ຈັດກອງປະຊຸມສຳມະນາທາງດ້ານວິຊາການ ພາຍໃຕ້ຫົວຂໍ້ “ມຸ່ງໄປສູ່ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ໄທ ຄົບຮອບ 50 ປີ: ການເຊື່ອມຕໍ່ປະຊາຊົນ ແລະ ການແລກປ່ຽນວັດທະນະທຳ”. ກອງປະຊຸມສຳມະນາໄດ້ເນັ້ນໜັກເຖິງບົດບາດຂອງການພົບປະແລກປ່ຽນລະຫວ່າງປະຊາຊົນ, ວັດທະນະທຳ ແລະ ການຮ່ວມມືທາງດ້ານການສຶກສາ ພາຍໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ.

ນຳພາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ໃຫ້ຂະຫຍາຍຕົວຢ່າງເລິກເຊິ່ງ ແລະ ມີປະສິດທິຜົນ
ເປີດກວ້າງຂົວຕໍ່ແຫ່ງການຮ່ວມມື ຫວຽດນາມ - ໄທ ຢູ່ແຂວງ ຮ້ອຍເອັດ (Roi Et)

ກອງປະຊຸມສຳມະນາ ມີການເຂົ້າຮ່ວມຂອງ ທ່ານ ຟ້າມຫວຽດຮຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໄທ ພ້ອມດ້ວຍບັນດາຄູ-ອາຈານ, ນັກວິຊາການ ແລະ ນັກສຶກສາ ທີ່ມາຈາກມະຫາວິທະຍາໄລຊັ້ນນຳຫຼາຍແຫ່ງຂອງໄທ ເຊັ່ນ: ມະຫາວິທະຍາໄລ Chulalongkorn, ມະຫາວິທະຍາໄລ Kasetsart, ມະຫາວິທະຍາໄລ Chiang Mai, ມະຫາວິທະຍາໄລ Thammasat, ມະຫາວິທະຍາໄລ Srinakharinwirot ແລະ ມະຫາວິທະຍາໄລ Khon Kaen.

ການພົບປະແລກປ່ຽນລະຫວ່າງປະຊາຊົນ - ພື້ນຖານແຫ່ງການເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ໄທ
ບັນດາຜູ້ບັນຍາຍ (ວິທະຍາກອນ) ຢູ່ທີ່ກອງປະຊຸມເສວະນາ "ການຮຽນ-ການສອນພາສາຫວຽດນາມ ຢູ່ ປະເທດໄທ". (ພາບ: ໂດ໊ຊິງ).

ກ່າວຄຳປາໄສໄຂກອງປະຊຸມພາຍໃຕ້ຫົວຂໍ້ “ອະນາຄົດສາຍພົວພັນ ໄທ - ຫວຽດນາມ ຫຼັງຈາກ 5 ທົດສະວັດແຫ່ງສາຍພົວພັນທາງການທູດ”, ທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮຸ່ງ ໄດ້ທົບທວນຄືນບັນດາບາດກ້າວໝາຍອັນສຳຄັນພາຍໃນສາຍພົວພັນລະຫວ່າງສອງປະເທດ, ນັບຕັ້ງແຕ່ຕອນສ້າງຕັ້ງສາຍພົວພັນທາງການທູດໃນປີ 1976 ຈົນຮອດຕອນຍົກລະດັບຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນປີ 2025.

ຕາມທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮຸ່ງ ແລ້ວ, ສາຍເຊື່ອມໂຍງທາງປະຫວັດສາດທີ່ມີມາແຕ່ດົນນານ, ບັນດາຈຸດຄ້າຍຄືກັນທາງດ້ານວັດທະນະທຳ ແລະ ບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງປະຊາຊົນ ແມ່ນດຳລົງບົດບາດເປັນຂົວຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຮ່ວມມືລະຫວ່າງ ຫວຽດນາມ ແລະ ໄທ.

ທ່ານເອກອັກຄະລັດຖະທູດ ຖືວ່າ ກອງປະຊຸມສຳມະນາຄັ້ງນີ້ ແມ່ນໂອກາດເພື່ອຢັ້ງຢືນເຖິງບົດບາດອັນສຳຄັນຂອງບັນດາມະຫາວິທະຍາໄລ ພາຍໃນການອະນຸລັກຮັກສາບັນດາຄຸນຄ່າທາງປະຫວັດສາດ, ທັງປະກອບສ່ວນກຳນົດທິດທາງອະນາຄົດສາຍພົວພັນລະຫວ່າງສອງປະເທດ ໂດຍຜ່ານການຮ່ວມມືທາງດ້ານການສຶກສາ, ການວິໄຈ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ.

ແນໃສ່ເພີ່ມທະວີການພົບປະແລກປ່ຽນລະຫວ່າງປະຊາຊົນ ແລະ ວັດທະນະທຳ ລະຫວ່າງ ຫວຽດນາມ ແລະ ໄທ ໃຫ້ຫຼາຍຂຶ້ນຕື່ມ, ທ່ານເອກອັກຄະລັດຖະທູດ ຟ້າມຫວຽດຮຸ່ງ ຖືວ່າ ການຮ່ວມມືທາງດ້ານການສຶກສາ ຈຳເປັນຕ້ອງໄດ້ຮັບການຊຸກຍູ້ຢ່າງຕໍ່ເນື່ອງ ໂດຍຜ່ານການເພີ່ມທະວີການແລກປ່ຽນຄູ-ອາຈານ, ນັກສຶກສາ, ການຮ່ວມກັນວິໄຈ ແລະ ການສ້າງສາຍພົວພັນຄູ່ຮ່ວມມືທີ່ແໜ້ນແຟ້ນກວ່າເກົ່າ ລະຫວ່າງ ມະຫາວິທະຍາໄລຂອງສອງປະເທດ.

ທ່ານເອກອັກຄະລັດຖະທູດ ຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການອະນຸລັກຮັກສາບັນດາມໍລະດົກທາງປະຫວັດສາດ ທີ່ຜູກພັນສອງປະເທດເຂົ້າກັນ, ພາຍໃນນັ້ນມີ ບັນດາເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ ຢູ່ ປະເທດໄທ, ເພື່ອໃຫ້ຄົນຮຸ່ນຫຼັງໄດ້ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນແໜ້ນແຟ້ນ ລະຫວ່າງ ຫວຽດນາມ ແລະ ໄທ ໃຫ້ຍືນຍົງຕະຫຼອດໄປ.

ຕາງໜ້າໃຫ້ແກ່ ມະຫາວິທະຍາໄລ ຈຸລາລົງກອນ, ຮອງສາດສະດາຈານ, ປະລິນຍາເອກ ສຸຣະເດດ ໂຊຕິອຸດົມພັນ, ຄະນະບໍດີຄະນະອັກສອນສາດ ໃຫ້ຮູ້ວ່າ ກອງປະຊຸມສຳມະນາໄດ້ຈັດຂຶ້ນພາຍໃຕ້ສະພາບການທີ່ສອງປະເທດພວມມີບັນດາການເຄື່ອນໄຫວ ມຸ່ງໄປສູ່ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ. ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການສ້າງເນື້ອທີ່ວ່າງທາງດ້ານວິຊາການ ທີ່ສະທ້ອນໃຫ້ເຫັນເຖິງການຮ່ວມມືຢ່າງແໜ້ນແຟ້ນ, ໂດຍສຸມໃສ່ແງ່ມຸມການເຊື່ອມຕໍ່ລະຫວ່າງມະນຸດ ແລະ ການແລກປ່ຽນວັດທະນະທຳ.

ຕາມທ່ານ ຮອງສາດສະດາຈານ, ປະລິນຍາເອກ ສຸຣະເດດ ໂຊຕິອຸດົມພັນ ແລ້ວ, ນີ້ແມ່ນພື້ນຖານ ແລະ ເປັນແກນຫຼັກເພື່ອສ້າງຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ແລະ ສ້າງສາຍພົວພັນມິດຕະພາບອັນດີງາມ, ຍືນຍົງ. ພາສາ ແລະ ວັດທະນະທຳ ບໍ່ພຽງແຕ່ແມ່ນເຄື່ອງມືໃນການສື່ສານເທົ່ານັ້ນ ແຕ່ຍັງແມ່ນບັນດາຕົ້ນຂົວທີ່ເຊື່ອມຕໍ່ປະຊາຊົນ, ປະກອບສ່ວນຊຸກຍູ້ການຮ່ວມມືພາຍໃນຂົງເຂດການສຶກສາ, ເສດຖະກິດ ແລະ ສັງຄົມ.

ຢູ່ທີ່ກອງປະຊຸມສຳມະນາ, ປະລິນຍາເອກ ພິສິດ ອຳນວຍເງິນຕຣາ, ຄະນະມະນຸດສາດ, ມະຫາວິທະຍາໄລ ກາເສດສາດ ໄດ້ນຳສະເໜີບົດປະກອບຄຳເຫັນ ພາຍໃຕ້ຫົວຂໍ້ “ທ່າອ່ຽງ ແລະ ທິດທາງການພັດທະນາເສດຖະກິດ - ສັງຄົມ ຂອງ ຫວຽດນາມ”, ພາຍໃນນັ້ນໄດ້ວິເຄາະຂະບວນການເຕີບໂຕຂອງພື້ນຖານເສດຖະກິດຫວຽດນາມໃນໄລຍະຜ່ານມາ ແລະ ບັນດາທິດທາງການພັດທະນາອັນໃຫຍ່ຫຼວງໃນໄລຍະຈະມາເຖິງ.

ໂດຍຈຳແນກວ່າ ເສດຖະກິດຫວຽດນາມ ພວມເຕີບໂຕຢ່າງວ່ອງໄວ ແລະ ບັນລຸໄດ້ໝາກຜົນອັນໜ້າປະທັບໃຈຫຼາຍຢ່າງ, ປະລິນຍາເອກ ພິສິດ ອຳນວຍເງິນຕຣາ ໄດ້ຍົກເອົາບັນດາຕົວເລກຂໍ້ມູນກ່ຽວກັບຂົງເຂດຕ່າງໆ ເຊັ່ນ: ອຸດສາຫະກຳ, ກະສິກຳ ແລະ ຖືວ່າ ເປົ້າໝາຍການເຕີບໂຕ GDP ສະເລ່ຍສູງກວ່າ 10%/ປີ ຮອດປີ 2030 ແມ່ນມີຄວາມເປັນໄປໄດ້ສູງ.

ຕາມທ່ານແລ້ວ, ແນວທາງການປັບປຸງກົນໄກກົງຈັກໃຫ້ກະທັດຮັດ, ປະຕິຮູບລະບົບການບໍລິຫານ ແມ່ນການປະຕິຮູບອັນໃຫຍ່ຫຼວງ, ປະກອບສ່ວນຍົກສູງປະສິດທິຜົນໃນການຄຸ້ມຄອງ ແລະ ບໍລິຫານ. ດ້ວຍບັນດາຍຸດທະສາດການພັດທະນາຮອດປີ 2030, ວິໄສທັດຮອດປີ 2045 ແລະ ການຜັນຂະຫຍາຍບັນດາໂຄງການຈຸດສຸມຫຼາຍໂຄງການ, ຫວຽດນາມ ຈະມີກຳລັງດັນເພີ່ມເຕີມເພື່ອພັດທະນາຢ່າງວ່ອງໄວ, ມຸ່ງໄປສູ່ພື້ນຖານເສດຖະກິດທີ່ມີຂະໜາດໃຫຍ່. ບັນດາໂຄງການເຫຼົ່ານີ້ ບໍ່ພຽງແຕ່ຊຸກຍູ້ການເຕີບໂຕທາງດ້ານຂະໜາດເທົ່ານັ້ນ ແຕ່ຍັງຍົກສູງຄຸນນະພາບແຫ່ງການພັດທະນາ, ສ້າງພື້ນຖານເພື່ອຫັນບັນດາເປົ້າໝາຍໄລຍະຍາວໃຫ້ປະກົດຜົນເປັນຈິງ.

ກຳນົດບາດກ້າວໃໝ່ໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ກຳນົດບາດກ້າວໃໝ່ໃຫ້ແກ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ

ຍສໝ - ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ແຫ່ງລາຊະອານາຈັກໄທ Anuthin Sanvirakorn ແລະ ພັນລະຍາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດີນທາງໄປຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ນັບຕັ້ງແຕ່ວັນທີ 27 ຫາ ວັນທີ 29 ...

ນຳພາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ກ້າວເຂົ້າສູ່ລວງເລິກ ແລະ ມີຄວາມຈິງແທ້ຍິ່ງຂຶ້ນ ນຳພາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ໄທ ກ້າວເຂົ້າສູ່ລວງເລິກ ແລະ ມີຄວາມຈິງແທ້ຍິ່ງຂຶ້ນ

ຍສໝ - ສະຫາຍກໍາມະການສູນກາງພັກ, ຮອງເລຂາທິການປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມັງເກືອງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ກ່ອນການຢ້ຽມຢາມຢ່າງເປັນທາງການ ທີ່ປະເທດໄທ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ.

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ