ຫວຽດນາມ - ເກຣັກ ຊຸກຍູ້ການຮ່ວມມືໃຫ້ນັບມື້ນັບມີຄວາມແທດຕົວຈິງ ແລະ ມີປະສິດທິຜົນ

02:06 | 20/07/2026

ຍສໝ - ຕອນບ່າຍວັນທີ 17 ກໍລະກົດ, ຢູ່ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ເລຮວາຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບເຈລະຈາກັບ ທ່ານ George Gerapetritis, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກຣັກ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປ ຫວຽດນາມ ຢ່າງເປັນທາງການ. ສອງຝ່າຍໄດ້ຮ່ວມແລກປ່ຽນບັນດາມາດຕະການ ແນໃສ່ນຳພາສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຫວຽດນາມ - ເກຣັກ ໃຫ້ນັບມື້ນັບໄດ້ຮັບການພັດທະນາເຂົ້າສູ່ລວງເລິກ, ມີຄວາມແທດຕົວຈິງ ແລະ ມີປະສິດທິຜົນສູງຍິ່ງຂຶ້ນ.

ຫວຽດນາມ ກໍ່ສ້າງລະບົບຊັບສິນທາງປັນຍາ ທີ່ທັນສະໄໝ, ໂປ່ງໃສ ແລະ ມີປະສິດທິຜົນ
ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - UAE ຕາມທິດທາງແທດຕົວຈິງ, ມີປະສິດທິຜົນ

ຢູ່ທີ່ການເຈລະຈາ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ເລຮວາຍຈຸງ ໄດ້ຢັ້ງຢືນວ່າ, ຫວຽດນາມ ຍາມໃດກໍໃຫ້ຄວາມສຳຄັນຕໍ່ສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນດີງາມກັບ ເກຣັກ. ສາຍພົວພັນລະຫວ່າງສອງປະເທດ ໄດ້ຮັບການເພີ່ມພູນຄູນສ້າງຢູ່ບົນພື້ນຖານຄວາມຜູກພັນອັນແໜ້ນແຟ້ນ ລະຫວ່າງ ປະຊາຊົນສອງປະເທດ, ພາຍໃນນັ້ນ ທ່ານ ວິລະຊົນກຳລັງປະກອບອາວຸດປະຊາຊົນ Kostas Sarantidis ຫຼື ຫງວຽນວັນເລິບ ແມ່ນສັນຍະລັກອັນເດັ່ນຊັດ ຂອງນ້ຳໃຈສາມັກຄີ ແລະ ມິດຕະພາບ ຫວຽດນາມ - ເກຣັກ.

ຫວຽດນາມ - ເກຣັກ ຊຸກຍູ້ການຮ່ວມມືໃຫ້ນັບມື້ນັບມີຄວາມແທດຕົວຈິງ ແລະ ມີປະສິດທິຜົນ
ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ເລຮວາຍຈຸງ ຕ້ອນຮັບ ທ່ານ ລັດຖະມົນຕີກະຊວງການຕ່າງປະទេດ ເກຣັກ George Gerapetritis.

ແນໃສ່ນຳພາສາຍພົວພັນສອງຝ່າຍໃຫ້ໄດ້ຮັບການພັດທະນາເຂົ້າສູ່ລວງເລິກ, ມີຄວາມແທດຕົວຈິງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ, ທ່ານ ລັດຖະມົນຕີ ເລຮວາຍຈຸງ ໄດ້ສະເໜີໃຫ້ສອງປະເທດສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນໃນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ; ປະສານສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ອົງການຈັດຕັ້ງສາກົນ, ເປັນຕົ້ນແມ່ນໃນໄລຍະທີ່ ປະເທດເກຣັກ ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການ ຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ສະໄໝເລືອກຕັ້ງ 2025-2026.

ສອງຝ່າຍຈຳເປັນຕ້ອງເສີມຂະຫຍາຍປະສິດທິຜົນ ຂອງບັນດາກົນໄກການຮ່ວມມືທີ່ມີຢູ່ແລ້ວ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງຊຸມຊົນວິສາຫະກິດ ແລະ ເປີດກວ້າງການຮ່ວມມືໃນຂົງເຂດທີ່ຍັງມີທ່າແຮງບົ່ມຊ້ອນຫຼາຍ ເຊັ່ນ: ການຂົນສົ່ງທາງທະເລ, Logistics, ພະລັງງານທົດແທນ, ວັດທະນະທຳ, ການທ່ອງທ່ຽວ, ວິທະຍາສາດ - ເຕັກໂນໂລຊີ ແລະ ນະວັດຕະກຳ.

ທ່ານ ລັດຖະມົນຕີ ເລຮວາຍຈຸງ ກໍໄດ້ສະເໜີໃຫ້ສອງປະເທດເລັ່ງຈັດຕັ້ງການລົງນາມໃນບັນດາເອກະສານ ແລະ ຂໍ້ຕົກລົງການຮ່ວມມືໃຫ້ສຳເລັດໂດຍໄວ, ໂດຍຜ່ານນັ້ນ ສ້າງພື້ນຖານທາງດ້ານນິຕິກຳອັນສຳຄັນ ເພື່ອຊຸກຍູ້ການຄ້າຂາຍ ພາຍໃນຂົງເຂດການຂົນສົ່ງທາງທະເລ, ແຮງງານ ແລະ ການຫຼີກເວັ້ນການເກັບພາສີຊ້ອນ.

ພົວພັນເຖິງການຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ (EU), ທ່ານ ລັດຖະມົນຕີ ເລຮວາຍຈຸງ ໄດ້ສະແດງຄວາມຂອບໃຈຕໍ່ກັບການຕີລາຄາໃນແງ່ດີຂອງ ເກຣັກ ທີ່ມີຕໍ່ຄວາມພະຍາຍາມຂອງ ຫວຽດນາມ ໃນການປົດ "ບັດເຫຼືອງ" IUU ສຳລັບອາຫານທະເລສົ່ງອອກ; ພ້ອມທັງສະເໜີໃຫ້ ເກຣັກ ສືບຕໍ່ມີຄຳເຫັນຊຸກຍູ້ໃຫ້ ຄະນະກຳມາທິການເອີຣົບ (EC) ຍົກເລີກຄຳເຕືອນນີ້ໂດຍໄວ. ຄຽງຄູ່ກັນນັ້ນ, ຫວຽດນາມ ຫວັງວ່າ ເກຣັກ ຈະຊ່ວຍຂົນຂວາຍບັນດາປະເທດສະມາຊິກ EU ທີ່ເຫຼືອ ໃຫ້ເລັ່ງໃຫ້ສັດຕະຍາບັນແກ່ ສົນທິສັນຍາປົກປ້ອງການລົງທຶນ ຫວຽດນາມ - EU (EVIPA).

ທ່ານ ລັດຖະມົນຕີ ເລຮວາຍຈຸງ ໄດ້ສະແດງຄວາມຊົມເຊີຍຕໍ່ແຜນການຈັດຕັ້ງຄະນະວິສາຫະກິດເກຣັກ ມາຢ້ຽມຢາມ ຫວຽດນາມ ເພື່ອສຶກສາຕະຫຼາດ, ຊຸກຍູ້ການລົງທຶນ ແລະ ຢັ້ງຢືນວ່າ ກະຊວງການຕ່າງປະເທດ ຫວຽດນາມ ພ້ອມແລ້ວທີ່ຈະຊ່ວຍເຫຼືອ ເພື່ອໃຫ້ທັດສະນະກອນດັ່ງກ່າວ ບັນລຸໝາກຜົນອັນຈົບງາມ.

ທາງດ້ານ ປະເທດເກຣັກ, ທ່ານ George Gerapetritis ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດແຫ່ງການພັດທະນາເສດຖະກິດ - ສັງຄົມ ກໍຄືທີ່ຕັ້ງບົດບາດທີ່ນັບມື້ນັບສູງເດັ່ນຂອງ ຫວຽດນາມ ຢູ່ບົນເວທີສາກົນ.

ທ່ານ ລັດຖະມົນຕີ George Gerapetritis ຢັ້ງຢືນວ່າ ເກຣັກ ພ້ອມແລ້ວທີ່ຈະເປັນຂົວຕໍ່ໃຫ້ແກ່ ຫວຽດນາມ ເຂົ້າສູ່ເອີຣົບ, ພ້ອມທັງມີຄວາມມຸ່ງມາດປາດຖະໜາຢາກຊຸກຍູ້ສາຍພົວພັນຮ່ວມມືສອງຝ່າຍຕື່ມອີກ ພາຍໃນນະໂຍບາຍລວມຂອງ ເກຣັກ ທີ່ມີຕໍ່ກັບພາກພື້ນ ອາຊີ - ປາຊີຟິກ.

ທ່ານລັດຖະມົນຕີທັງສອງ ໄດ້ເຫັນດີເປັນເອກະພາບກັນໃນການສືບຕໍ່ເສີມຂະຫຍາຍບົດບາດເປັນຈຸດປະສານງານເຊື່ອມຕໍ່ ຂອງກະຊວງການຕ່າງປະເທດສອງປະເທດ, ປະສານສົມທົບກັນຜັນຂະຫຍາຍບັນດາເນື້ອໃນການຮ່ວມມື ແລະ ຮັກສາກົນໄກການແລກປ່ຽນ, ປຶກສາຫາລືກັນຢ່າງເປັນປະຈຳ.

ທ່ານ ລັດຖະມົນຕີ George Gerapetritis ໄດ້ຂອບໃຈ ຫວຽດນາມ ທີ່ໄດ້ເປີດຕະຫຼາດໃຫ້ແກ່ໝາກກີວີ (Kiwi) ຂອງເກຣັກ, ພ້ອມທັງສະເໜີໃຫ້ສອງຝ່າຍສືບຕໍ່ຄົ້ນຄວ້າ, ຊຸກຍູ້ການລົງນາມໃນຂໍ້ຕົກລົງຕ່າງໆ ແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາເໝືອດສິນຄ້າເດັ່ນອື່ນໆຂອງ ເກຣັກ ສາມາດເຂົ້າເຖິງຕະຫຼາດ ຫວຽດນາມ ໄດ້.

ທາງຝ່າຍເກຣັກ ກໍໄດ້ຢັ້ງຢືນວ່າ ພ້ອມແລ້ວທີ່ຈະຊຸກຍູ້ການເຊື່ອມຕໍ່ລະຫວ່າງທ້ອງຖິ່ນຂອງສອງປະເທດ, ລົງນາມໃນເອກະສານການຮ່ວມມື, ຜັນຂະຫຍາຍເສັ້ນທາງບິນກົງ ຫວຽດນາມ - ເກຣັກ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດທີ່ມີທ່າແຮງ ເຊັ່ນ: ການເດີນເຮືອ, ທ່າເຮືອ, ວິທະຍາສາດ - ເຕັກໂນໂລຊີ; ຄົ້ນຄວ້າຮູບແບບການຮ່ວມທຶນຕໍ່ເຮືອ ລະຫວ່າງ ສອງປະເທດ.

ພ້ອມກັນນັ້ນ, ເກຣັກ ໄດ້ເຫັນດີສ້າງເງື່ອນໄຂອັນສະດວກໃຫ້ແກ່ຊຸມຊົນຄົນຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ປະເທດແຫ່ງນີ້, ໂດຍຜ່ານນັ້ນ ເສີມຂະຫຍາຍບົດບາດເປັນຂົວຕໍ່ອັນສຳຄັນໃຫ້ແກ່ສາຍພົວພັນສອງຝ່າຍ.

ຢູ່ທີ່ການເຈລະຈາ, ທ່ານລັດຖະມົນຕີທັງສອງ ກໍໄດ້ຮ່ວມແລກປ່ຽນຄວາມຄິດເຫັນຢ່າງກວ້າງຂວາງ ແລະ ເລິກເຊິ່ງ ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີເພີ່ມທະວີການຮ່ວມມືຢູ່ ສປຊ ແລະ ພາຍໃນຂອບເຂດ ASEAN - EU, ສະໜັບສະໜູນລັດທິຫຼາຍຝ່າຍ ແລະ ກົດໝາຍສາກົນ.

ສອງຝ່າຍໄດ້ຢັ້ງຢືນເຖິງຄວາມສຳຄັນ ຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ເສລີພາບໃນການເດີນເຮືອ ແລະ ການບິນ; ແກ້ໄຂບັນດາຂໍ້ຂັດແຍ່ງດ້ວຍມາດຕະການສັນຕິພາບ ແລະ ປະຕິບັດິດຕາມກົດໝາຍສາກົນຢ່າງເຂັ້ມງວດ, ໂດຍສະເພາະແມ່ນ ສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍທະເລ ປີ 1982 (UNCLOS 1982).

ຊຸກຍູ້ການຮ່ວມມືຮອບດ້ານ ແລະ ແທ້ຈິງ ລະຫວ່າງ ຫວຽດນາມ ແລະ ໂມຣິຕານີ ຊຸກຍູ້ການຮ່ວມມືຮອບດ້ານ ແລະ ແທ້ຈິງ ລະຫວ່າງ ຫວຽດນາມ ແລະ ໂມຣິຕານີ

ຍສໝ - ຫວຽດນາມ ປາດຖະໜາຢາກໃຫ້ ໂມຣິຕານີ ເປັນຂົວຕໍ່ຊຸກຍູ້ການຮ່ວມມືຢ່າງແທ້ຈິງ ລະຫວ່າງ ຫວຽດນາມ ແລະ ສະຫະພາບອາຟຣິກາ.

ພະລັງແຫ່ງຄວາມສາມັກຄີ ແລະ ການພັດທະນາຂອງຄຸມຊົນຄົນຫວຽດນາມ ຢູ່ ລາວ ພະລັງແຫ່ງຄວາມສາມັກຄີ ແລະ ການພັດທະນາຂອງຄຸມຊົນຄົນຫວຽດນາມ ຢູ່ ລາວ

ຍສໝ - ໃນຕອນບ່າຍຂອງວັນທີ 15 ກໍລະກົດ, ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມພົບປະກັບຕົວແທນຄຸມຊົນຄົນຫວຽດນາມ ຢູ່ ລາວ - ເຊິ່ງແມ່ນໜຶ່ງໃນບັນດາຄຸມຊົນທີ່ມີມູນເຊື້ອອັນຍາວນານ, ມີຄວາມສາມັກຄີ, ຜູກພັນກັບບ້ານເກີດເມືອງນອນ ແລະ ມີສ່ວນຮ່ວມຢ່າງຕັ້ງໜ້າເຂົ້າໃນສັງຄົມຂອງປະເທດປະຈໍາການ.

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ