ຫວຽດນາມ - ໂມຣິຕານີ ເປີດກວ້າງການຮ່ວມມືທາງດ້ານກະສິກຳ, ໂທລະຄົມມະນາຄົມ ແລະ ການຂຸດຄົ້ນບໍ່ແຮ່

02:17 | 20/07/2026

ຍສໝ - ຫວ່າງມໍ່ໆມານີ້ ຢູ່ທີ່ຮາໂນ້ຍ, ທ່ານ ເລຮວາຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ Moctar Al Housseynou Lam, ລັດຖະມົນຕີ, ເລຂາໃຫຍ່ລັດຖະບານ ໂມຣິຕານີ ໄດ້ຮ່ວມແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ສາຍພົວພັນສອງຝ່າຍ, ພາຍໃນນັ້ນ ໄດ້ເອົາໃຈໃສ່ເຂົ້າໃນການຂຸດຄົ້ນທ່າແຮງບົ່ມຊ້ອນການຮ່ວມມື ພາຍໃນຂົງເຂດກະສິກຳ, ໂທລະຄົມມະນາຄົມ, ການຂຸດຄົ້ນບໍ່ແຮ່ ແລະ ບາງຂົງເຂດວຽກງານທີ່ສອງຝ່າຍມີທ່າແຮງຮ່ວມກັນ.

ຫວຽດນາມ - ເກຣັກ ຊຸກຍູ້ການຮ່ວມມືໃຫ້ນັບມື້ນັບມີຄວາມແທດຕົວຈິງ ແລະ ມີປະສິດທິຜົນ
ຫວຽດນາມ - ເຢຍລະມັນ ມຸ່ງໄປສູ່ການເພີ່ມທະວີການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນ
ຫວຽດນາມ - ໂມຣິຕານີ ເປີດກວ້າງການຮ່ວມມືທາງດ້ານກະສິກຳ, ໂທລະຄົມມະນາຄົມ ແລະ ການຂຸດຄົ້ນບໍ່ແຮ່
ທ່ານ ເລຮວາຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທ່ານ ໂມຣິຕານີ Moctar Al Housseynou Lam, ລັດຖະມົນຕີ, ເລຂາໃຫຍ່ລັດຖະບານ ໂມຣິຕານີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປ ຫວຽດນາມ ຢ່າງເປັນທາງການເປັນຄັ້ງທຳອິດ.

ຢູ່ທີ່ການຕ້ອນຮັບ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ເລຮວາຍຈຸງ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດທີ່ ໂມຣິຕານີ ບັນລຸໄດ້ໃນໄລຍະຜ່ານມາ, ໂດຍສະເພາະແມ່ນໃນການຫັນປ່ຽນພື້ນຖານເສດຖະກິດໃຫ້ມີຄວາມຫຼາກຫຼາຍ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະ ການດຳລົງຕຳແໜ່ງເປັນປະທານສະຫະພາບອາຟຣິກາ ສະໄໝເລືອກຕັ້ງ 2024-2025 ໄດ້ຢ່າງຈົບງາມ.

ໂດຍຢັ້ງຢືນວ່າ ຫວຽດນາມ ຍາມໃດກໍໃຫ້ຄວາມສຳຄັນຕໍ່ສາຍພົວພັນມິດຕະພາບທີ່ມີມູນເຊື້ອອັນດີງາມກັບບັນດາປະເທດອາຟຣິກາ, ພາຍໃນນັ້ນມີ ໂມຣິຕານີ, ທ່ານ ລັດຖະມົນຕີ ເລຮວາຍຈຸງ ໄດ້ສະເໜີໃຫ້ສອງປະເທດເພີ່ມທະວີການແແລກປ່ຽນຄະນະຜູ້ແທນໃນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ; ພ້ອມກັນນັ້ນ ກໍສ້າງຕັ້ງກົນໄກການປຶກສາຫາລືທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ, ໂດຍຜ່ານນັ້ນ ສ້າງກຳລັງດັນເພີ່ມເຕີມເພື່ອຊຸກຍູ້ສາຍພົວພັນສອງຝ່າຍ.

ກ່ຽວກັບການຮ່ວມມືພາຍໃນຂົງເຂດວຽກງານສະເພາະ, ທ່ານ ລັດຖະມົນຕີ ເລຮວາຍຈຸງ ໃຫ້ຮູ້ວ່າ ຫວຽດນາມ ມີຖັນແຖວຊ່ຽວຊານທີ່ມີປະສົບການອຸດົມສົມບູນ ພາຍໃນຂົງເຂດກະສິກຳ, ການສຶກສາ ແລະ ສາທາລະນະສຸກ. ບັນດາວິສາຫະກິດ ຫວຽດນາມ ກໍມີປະສົບການໃນການລົງທຶນພາຍໃນຂົງເຂດການຂຸດຄົ້ນບໍ່ແຮ່, ໂທລະຄົມມະນາຄົມ ແລະ ການຂຸດຄົ້ນນ້ຳມັນເຊື້ອໄຟ ແລະ ອາຍແກັສ ຢູ່ທະວີບອາຟຣິກາ. ເຫຼົ່ານີ້ແມ່ນບັນດາທ່າແຮງທີ່ສອງຝ່າຍສາມາດຂຸດຄົ້ນ ແນໃສ່ເປີດກວ້າງການຮ່ວມມື ແລະ ນຳມາຊຶ່ງບັນດາໝາກຜົນອັນແທດຕົວຈິງ.

ຫວຽດນາມ - ໂມຣິຕານີ ເປີດກວ້າງການຮ່ວມມືທາງດ້ານກະສິກຳ, ໂທລະຄົມມະນາຄົມ ແລະ ການຂຸດຄົ້ນບໍ່ແຮ່
ທ່ານ ເລຮວາຍຈຸງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງການຕ່າງປະទេດ (ເບື້ອງຂວາ) ຕ້ອນຮັບ ທ່ານ Moctar Al Housseynou Lam, ລັດຖະມົນຕີ, ເລຂາໃຫຍ່ລັດຖະບານ ໂມຣິຕານີ.

ສະແດງຄວາມພາກພູມໃຈໃນໂອກາດເດີນທາງມາຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດ, ທ່ານ Moctar Al Housseynou Lam, ລັດຖະມົນຕີ, ເລຂາໃຫຍ່ລັດຖະບານ ໂມຣິຕານີ ໄດ້ສົ່ງສານຂອງ ທ່ານ Mohamed Ould Ghazouani, ປະທານາທິບໍດີ ແຫ່ງ ໂມຣິຕານີ ເຖິງ ສະຫາຍ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ, ພ້ອມທັງສະແດງຄວາມຂອບໃຈຕໍ່ກັບການຕ້ອນຮັບຢ່າງສົມເກດ ແລະ ອົບອຸ່ນ ຈາກທາງຝ່າຍຫວຽດນາມ.

ທ່ານ Moctar Al Housseynou Lam ສະແດງຄວາມປະທັບໃຈຕໍ່ກັບບັນດາຜົນສຳເລັດແຫ່ງການພັດທະນາເສດຖະກິດ - ສັງຄົມ ຂອງ ຫວຽດນາມ, ຕີລາຄາສູງຕໍ່ການປະສານສົມທົບລະຫວ່າງສອງປະເທດຢູ່ບັນດາເວທີປາໄສຫຼາຍຝ່າຍ ແລະ ຢັ້ງຢືນວ່າ ໂມຣິຕານີ ຍາມໃດກໍໃຫ້ຄວາມສຳຄັນຕໍ່ສາຍພົວພັນກັບ ຫວຽດນາມ. ທ່ານເຊື່ອໝັ້ນວ່າ ທັດສະນະກອນຢ້ຽມຢາມໃນຄັ້ງນີ້ ຈະປະກອບສ່ວນເປີດສາກໄລຍະແຫ່ງການພັດທະນາໃໝ່ ພາຍໃນສາຍພົວພັນສອງຝ່າຍ.

ໂດຍເຫັນດີເປັນເອກະພາບກັບບັນດາຂໍ້ສະເໜີຂອງ ທ່ານ ລັດຖະມົນຕີ ເລຮວາຍຈຸງ, ທ່ານ ລັດຖະມົນຕີ, ເລຂາໃຫຍ່ລັດຖະບານ ໂມຣິຕານີ ໃຫ້ຮູ້ວ່າ ຈະນຳໄປຮ່ວມປຶກສາຫາລືກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ໂດຍສະເພາະແມ່ນ ກະຊວງການຕ່າງປະເທດ ໂມຣິຕານີ, ແນໃສ່ເພີ່ມທະວີການປະສານສົມທົບກັບທາງຝ່າຍຫວຽດນາມ, ມຸ່ງໄປສູ່ບັນດາໝາກຜົນການຮ່ວມມືຕົວຈິງ ທີ່ສະເພາະເຈາະຈົງ.

ໂດຍເລີ່ມຈາກຈຸດຄ້າຍຄືກັນ ຍ້ອນວ່າ ຫວຽດນາມ ແລະ ໂມຣິຕານີ ລ້ວນແຕ່ແມ່ນບັນດາປະເທດທີ່ມີແຄມຝັ່ງທະເລຍາວ, ທ່ານ Moctar Al Housseynou Lam ຈຶ່ງໄດ້ສະເໜີໃຫ້ສອງຝ່າຍຮ່ວມກັນຄົ້ນຄວ້າຄວາມສາມາດໃນການຮ່ວມມືພັດທະນາການລ້ຽງສັດນ້ຳ ຕາມທິດທາງທີ່ຍືນຍົງ.

ສອງຝ່າຍກໍໄດ້ເຫັນດີເປັນເອກະພາບກັນໃນການສືບຕໍ່ເພີ່ມທະວີການປະສານສົມທົບຢູ່ບັນດາເວທີປາໄສຫຼາຍຝ່າຍ, ພາຍໃນນັ້ນມີ ປະຊາຄົມບັນດາປະເທດທີ່ຊົມໃຊ້ພາສາຝຣັ່ງ (Francophonie); ຊຸກຍູ້ການຮ່ວມມືກັບບັນດາອົງການຈັດຕັ້ງພາກພື້ນ ເຊັ່ນ: ອາຊຽນ (ASEAN) ແລະ ສະຫະພາບອາຟຣິກາ (AU), ໂດຍຜ່ານນັ້ນ ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ຢູ່ພາຍໃນແຕ່ລະພາກພື້ນ ກໍຄືຢູ່ບົນໂລກ.

ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື: ຂີດໝາຍອັນພິເສດ ໃນສາຍພົວພັນ ຫວຽດນາມ - ລາວ ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື: ຂີດໝາຍອັນພິເສດ ໃນສາຍພົວພັນ ຫວຽດນາມ - ລາວ

ຍສໝ - ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ໄດ້ເນັ້ນໜັກວ່າ ສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ທີ່ໄດ້ລົງນາມກັນໃນປີ 1977 ແມ່ນໄດ້ຊ່ວຍໃຫ້ສອງປະເທດຜ່ານຜ່າທຸກສິ່ງທ້າທາຍ, ທັງເປັນການສ້າງພື້ນຖານອັນໜັກແໜ້ນ ເພື່ອນຳພາສາຍພົວພັນສອງຝ່າຍໃຫ້ໄດ້ຮັບການພັດທະນາເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ຊຸກຍູ້ການຮ່ວມມືຮອບດ້ານ ແລະ ແທ້ຈິງ ລະຫວ່າງ ຫວຽດນາມ ແລະ ໂມຣິຕານີ ຊຸກຍູ້ການຮ່ວມມືຮອບດ້ານ ແລະ ແທ້ຈິງ ລະຫວ່າງ ຫວຽດນາມ ແລະ ໂມຣິຕານີ

ຍສໝ - ຫວຽດນາມ ປາດຖະໜາຢາກໃຫ້ ໂມຣິຕານີ ເປັນຂົວຕໍ່ຊຸກຍູ້ການຮ່ວມມືຢ່າງແທ້ຈິງ ລະຫວ່າງ ຫວຽດນາມ ແລະ ສະຫະພາບອາຟຣິກາ.

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ