ຫວຽດນາມ - ເຢຍລະມັນ ມຸ່ງໄປສູ່ການເພີ່ມທະວີການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນ

02:00 | 20/07/2026

ຍສໝ - ວັນທີ 18 ກໍລະກົດ ຢູ່ທີ່ແຂວງ ກວາງຈິ, ສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ ໄດ້ຈັດກອງປະຊຸມຄະນະບໍລິຫານງານ, ສະຫຼຸບວຽກງານ 6 ເດືອນຕົ້ນປີ 2026, ພ້ອມທັງກຳນົດບັນດາໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ, ພາຍໃນນັ້ນມີການຊຸກຍູ້ການລົງນາມໃນຂໍ້ຕົກລົງຮ່ວມມືກັບ ສະມາຄົມ ເຢຍລະມັນ - ຫວຽດນາມ (DVG) ແລະ ເພີ່ມທະວີການພົບປະແລກປ່ຽນລະຫວ່າງປະຊາຊົນສອງປະເທດ.

ຊຸກຍູ້ການຮ່ວມມືທາງດ້ານວັດທະນະທຳ ເພີ່ມທະວີການຜູກພັນລະຫວ່າງປະຊາຊົນ ຫວຽດນາມ - ເຢຍລະມັນ
ນັກສຶກສາຫວຽດນາມ ຢູ່ ຟຣັງເຟີດ ເພີ່ມທະວີການເຊື່ອມຕໍ່ປະຊາຄົມ
ຫວຽດນາມ - ເຢຍລະມັນ ມຸ່ງໄປສູ່ການເພີ່ມທະວີການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນ
ກອງປະຊຸມຄະນະບໍລິຫານງານ, ສະຫຼຸບວຽກງານ 6 ເດືອນຕົ້ນປີ 2026 ຂອງສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ. (ພາບ: ດິງຮວ່າ)

ຕາມບົດລາຍງານຢູ່ທີ່ກອງປະຊຸມ, ພາຍໃນ 6 ເດືອນຕົ້ນປີ 2026, ສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ ໄດ້ສືບຕໍ່ຮັກສາສາຍພົວພັນກັບບັນດາຄູ່ຮ່ວມມື ເຢຍລະມັນ, ຜັນຂະຫຍາຍບັນດາກິດຈະກຳສັນຕິພາບ, ມິດຕະພາບ, ຂໍ້ມູນຂ່າວສານການທູດປະຊາຊົນ, ຊ່ວຍເຫຼືອຊຸມຊົນ ແລະ ຮັດແໜ້ນກົງຈັກການຈັດຕັ້ງຂອງສະມາຄົມ.

ພາຍໃນວຽກງານການທູດປະຊາຊົນ, ສະມາຄົມໄດ້ຮັກສາການຕິດຕໍ່ກັບ ສະມາຄົມ ເຢຍລະມັນ - ຫວຽດນາມ, ປະສານສົມທົບກັນສ້າງຮ່າງເອກະສານການຮ່ວມມື ແລະ ມຸ່ງໄປສູ່ການລົງນາມໃນຂໍ້ຕົກລົງລະຫວ່າງສອງສະມາຄົມພາຍໃນປີ 2026. ສະມາຄົມ ກໍໄດ້ປະສານສົມທົບກັບ ຫ້ອງການລັດ ເຮສເຊັນ (Hessen) ແລະ ບັນດາສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ ຢູ່ທ້ອງຖິ່ນ ເພື່ອຜັນຂະຫຍາຍບັນດາກິດຈະກຳມອບທຶນການສຶກສາ, ຊ່ວຍເຫຼືອເຄື່ອງຕອງນ້ຳໃຫ້ແກ່ໂຮງຮຽນຢູ່ເຂດທຸກຍາກຂາດເຂີນ.

ສະມາຄົມໄດ້ຜັນຂະຫຍາຍການແປປຶ້ມທີ່ມີຫົວຂໍ້ວ່າ “ດິນແດນແຫ່ງທົ່ງນາເຂົ້າ: ຫວຽດນາມ, ລາວ, ກຳປູເຈຍ - ປະຫວັດສາດ ແລະ ປັດຈຸບັນ” ຂອງ ທ່ານ ສາສະດາຈານ Guenter Giesenfeld, ປະທານສະມາຄົມມິດຕະພາບກັບ ຫວຽດນາມ ຂອງ ສປ ເຢຍລະມັນ (FG), ໂດຍສູ້ຊົນໃຫ້ສຳເລັດການຈັດພິມ ແລະ ຈຳໜ່າຍຢູ່ ປະເທດຫວຽດນາມ ພາຍໃນປີ 2026.

ພາຍໃນວຽກງານຂໍ້ມູນຂ່າວສານ ແລະ ໂຄສະນາເຜີຍແຜ່ການທູດປະຊາຊົນ, ສະມາຄົມໄດ້ສຳເລັດການອອກແບບ ແລະ ເປີດນຳໃຊ້ເວັບໄຊ (Website) ຂອງສະມາຄົມຢ່າງເປັນທາງການ. ວຽກງານການສ້າງຕັ້ງອົງການຈັດຕັ້ງກໍໄດ້ຮັບການຜັນຂະຫຍາຍ ໂດຍຜ່ານການກວດກາຄືນການເຄື່ອນໄຫວຂອງ 16 ຈຸສະມາຄົມ; ປັບປຸງບູລະນະ, ສະໜອງບຸກຄະລາກອນເພີ່ມເຕີມໃຫ້ແກ່ຄະນະປະຈຳ ແລະ ຄະນະບໍລິຫານງານ; ກະກຽມເອກະສານ ແລະ ບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ VI, ສະໄໝເລືອກຕັ້ງ 2026-2031. ຢູ່ບັນດາທ້ອງຖິ່ນ, ບັນດາສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ ໄດ້ສືບຕໍ່ເອົາໃຈໃສ່ຮັດແໜ້ນການຈັດຕັ້ງ, ຮັກສາການພົບປະ, ແລກປ່ຽນລະຫວ່າງສະມາຊິກ ແລະ ຜັນຂະຫຍາຍບັນດາກິດຈະກຳເຊື່ອມຕໍ່ລະຫວ່າງປະຊາຊົນ ຫວຽດນາມ ແລະ ເຢຍລະມັນ.

ວຽກງານຂົນຂວາຍບັນດາອົງການຈັດຕັ້ງທີ່ບໍ່ແມ່ນລັດຖະບານ (NGOs), ບຸກຄົນ ແລະ ວິສາຫະກິດ ເຢຍລະມັນ ເຂົ້າຮ່ວມບັນດາກິດຈະກຳການກຸສົນ, ຊ່ວຍເຫຼືອການພັດທະນາເສດຖະກິດ - ສັງຄົມ ຢູ່ທ້ອງຖິ່ນ ກໍໄດ້ຮັບການຜັນຂະຫຍາຍເຊັ່ນດຽວກັນ. ພາຍໃນນັ້ນ, ສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ ແຂວງ ກວາງຈິ ໄດ້ປະສານສົມທົບກັບ ຫ້ອງການລັດ ເຮສເຊັນ ມອບເຄື່ອງຕອງນ້ຳ ຈຳນວນ 7 ເຄື່ອງ ໃຫ້ແກ່ໂຮງຮຽນທີ່ທຸກຍາກຂາດເຂີນ, ຂົນຂວາຍມອບທຶນການສຶກສາ ຈຳນວນ 12 ທຶນ ໃຫ້ແກ່ນັກສຶກສາທຸກຍາກທີ່ຜ່ານຜ່າຄວາມຫຍຸ້ງຍາກ. ສະມາຄົມ ກໍໄດ້ປະສານສົມທົບກັບ ພະແນກການຕ່າງປະເທດ ເພື່ອຊຸກຍູ້ການສ້າງແຟ້ມເອກະສານຜູກສ່ຽວ ກັບທ້ອງຖິ່ນໜຶ່ງ ຂອງເມືອງທ່າເຮືອ Rostock ປະເທດເຢຍລະມັນ.

ຫວຽດນາມ - ເຢຍລະມັນ ມຸ່ງໄປສູ່ການເພີ່ມທະວີການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນ
ບັນດາຜູ້ແທນຮ່ວມປຶກສາຫາລືຢູ່ທີ່ກອງປະຊຸມ. (ພາບ: ດິງຮວ່າ)

ພາຍໃນ 6 ເດືອນທ້າຍປີ 2026, ສະມາຄົມຈະສຸມໃສ່ຜັນຂະຫຍາຍບັນດາກິດຈະກຳການທູດປະຊາຊົນ ຕາມທິດທາງທີ່ແທດຕົວຈິງ, ພາຍໃນນັ້ນ ຈະໃຫ້ບຸລິມະສິດແກ່ການສະຫຼຸບຂັ້ນຕອນຕ່າງໆ ເພື່ອມຸ່ງໄປສູ່ການລົງນາມໃນຂໍ້ຕົກລົງຮ່ວມມືກັບ ສະມາຄົມ ເຢຍລະມັນ - ຫວຽດນາມ. ສະມາຄົມມີແຜນການຈະຈັດຕັ້ງຄະນະຜູ້ແທນໄປຢ້ຽມຢາມ ແລະ ເຮັດວຽກຢູ່ ປະເທດເຢຍລະມັນ ໃນເດືອນຕຸລາ ແລະ ຕ້ອນຮັບຄະນະສະມາຄົມມິດຕະພາບກັບ ຫວຽດນາມ ຂອງ ສປ ເຢຍລະມັນ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ປະເທດຫວຽດນາມ ໃນເດືອນພະຈິກ.

ຄຽງຄູ່ກັບກິດຈະກຳການແລກປ່ຽນຄະນະຜູ້ແທນ, ສະມາຄົມມີແຜນການຈະຈັດຕັ້ງບັນດາກິດຈະກຳພົບປະແລກປ່ຽນ ແລະ ການທູດກັບທີ່ ເນື່ອງໃນໂອກາດວັນຊາດຂອງສອງປະເທດ, ບຸນ Christmas ແລະ ປີໃໝ່; ຊຸກຍູ້ການປັບປຸງໃຫ້ສົມບູນແບບ ແລະ ຈັດພິມປຶ້ມຂອງ ທ່ານ ສາສະດາຈານ Guenter Giesenfeld ຢູ່ ປະເທດຫວຽດນາມ. ໜ້າທີ່ຈຸດສຸມອີກອັນໜຶ່ງ ແມ່ນການກະກຽມ ແລະ ຈັດຕັ້ງກອງປະຊຸມໃຫຍ່ ສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ ຄັ້ງທີ VI, ສະໄໝເລືອກຕັ້ງ 2026-2031, ພ້ອມທັງສືບຕໍ່ກວດກາຄືນ, ອັບເດດ (Update) ຖານຂໍ້ມູນ, ຮັດແໜ້ນກົງຈັກການຈັດຕັ້ງ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະມາຄົມ.

ຫວຽດນາມ - ເຢຍລະມັນ ມຸ່ງໄປສູ່ການເພີ່ມທະວີການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນ
ທ່ານ ຫງວຽນຕ່ວານທັງ, ຮອງປະທານສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ. (ພາບ: ດິງຮວ່າ)

ກ່າວຄຳປາໄສສະຫຼຸບກອງປະຊຸມ, ທ່ານ ຮອງປະທານສະມາຄົມ ຫງວຽນຕ່ວານທັງ ໃຫ້ຮູ້ວ່າ, ໜຶ່ງໃນບັນດາໜ້າທີ່ສຳຄັນຂອງສະມາຄົມ ພາຍໃນ 6 ເດືອນທ້າຍປີ 2026 ແມ່ນສຸມໃສ່ກະກຽມ ແລະ ຈັດຕັ້ງກອງປະຊຸມໃຫຍ່ ຄັ້ງທີ VI, ສະໄໝເລືອກຕັ້ງ 2026-2031. ວຽກງານການກະກຽມແມ່ນຈຳເປັນຕ້ອງໄດ້ຮັບການເລັ່ງລັດ, ພາຍໃນນັ້ນຕ້ອງເອົາໃຈໃສ່ເຂົ້າໃນການສ້າງບົດລາຍງານການເມືອງ ພ້ອມກັບທິດທາງການເຄື່ອນໄຫວຂອງສະມາຄົມພາຍໃນ 5 ປີຕໍ່ໜ້າ, ໃຫ້ສອດຄ່ອງກັບການຜັນແປຂອງສະພາບການສາກົນ ແລະ ຄວາມຮຽກຮ້ອງຕ້ອງການໃໝ່ ທີ່ວາງອອກສຳລັບສາຍພົວພັນ ຫວຽດນາມ - ເຢຍລະມັນ.

ຄຽງຄູ່ກັນນັ້ນ, ທ່ານໄດ້ສະເໜີໃຫ້ເພີ່ມທະວີການປະສານສົມທົບລະຫວ່າງ ສະມາຄົມຂັ້ນສູນກາງ ກັບ ບັນດາສະມາຄົມທ້ອງຖິ່ນ ແລະ ຈຸສະມາຄົມ; ຮັກສາບັນດາກິດຈະກຳພົບປະ, ແລກປ່ຽນໂດຍກົງ ແນໃສ່ເພີ່ມຄວາມຜູກພັນ, ການແບ່ງປັນ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ. ບັນດາສະມາຄົມທ້ອງຖິ່ນ ແລະ ຈຸສະມາຄົມ ຕ້ອງເປັນເຈົ້າການໃນການສະໜອງຂໍ້ມູນຂ່າວສານໃຫ້ເປັນປະຈຳກວ່າເກົ່າ ເພື່ອໃຫ້ສະມາຄົມຂັ້ນສູນກາງສັງລວມ, ພ້ອມທັງສ້າງແຫຼ່ງເນື້ອໃນໃຫ້ແກ່ເວັບໄຊ (Website) ຂອງສະມາຄົມ.

ທ່ານ ຫງວຽນຕ່ວານທັງ ກໍໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການໃນການເສີມຂະຫຍາຍການຮ່ວມແຮງຮ່ວມໃຈ, ການປະກອບສ່ວນຂອງບັນດາສະມາຊິກ, ຍົກສູງປະສິດທິຜົນການປະສານງານພາຍໃນການຜັນຂະຫຍາຍວຽກງານ. ຄະນະເລຂາທິການ ຈຳເປັນຕ້ອງໄດ້ຮັບການຮັດແໜ້ນຕື່ມອີກ ຕາມທິດທາງທີ່ມີຄວາມເປັນມືອາຊີບກວ່າເກົ່າ, ຮັບປະກັນການຮັບ, ປະມວນຜົນ ແລະ ຕອບສະໜອງຂໍ້ມູນຂ່າວສານຢ່າງທັນການ, ໂດຍຜ່ານນັ້ນ ປະກອບສ່ວນຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວຂອງສະມາຄົມໃນໄລຍະຈະມາເຖິງ.

ຫວຽດນາມ - ເຢຍລະມັນ ມຸ່ງໄປສູ່ການເພີ່ມທະວີການຮ່ວມມື ແລະ ການພົບປະແລກປ່ຽນປະຊາຊົນ
ບັນດາຜູ້ແທນຖ່າຍພາບຮ່ວມກັນເປັນທີ່ລະນຶກ. (ພາບ: ດິງຮວ່າ)

ເນື່ອງໃນໂອກາດນີ້, ພາຍໃນຂອບເຂດໂຄງການເຄື່ອນໄຫວວຽກງານຢູ່ແຂວງ ກວາງຈິ, ຄະນະບໍລິຫານງານສະມາຄົມມິດຕະພາບ ຫວຽດນາມ - ເຢຍລະມັນ ໄດ້ຈັດຕັ້ງກິດຈະກຳສະແດງຄວາມກະຕັນຍູຮູ້ບຸນຄຸນຫຼາຍຢ່າງ. ຄະນະໄດ້ໄປວາງທູບທຽນ, ອາໄລຫາບັນດາວິລະຊົນທະຫານເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ກຳແພງເມືອງເກົ່າກວາງຈິ, ສຸສານທະຫານເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເສັ້ນທາງເລກ 9 ແລະ ສຸສານທະຫານເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ ເຈື່ອງເຊີນ; ພ້ອມກັນນັ້ນ ກໍໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ບັນດາຄອບຄົວຜູ້ມີຄຸນງາມຄວາມດີເດັ່ນຕໍ່ປະເທດຊາດ.

ການເຄື່ອນໄຫວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ ການເຄື່ອນໄຫວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ

ຍສໝ -​ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ (1975 - 2025), ນະຄອນ ຮ່າໂນ້ຍ ໄດ້ສົມທົບກັບສະຖານທູດ ເຢຍລະມັນ ຈັດຕັ້ງງານບຸນວັດທະນະທຳ ແລະ ແນະນຳປະກອບອາຊີບ, ເປີດກ້ວາງກາລະໂອກາດໃນການຮຽນຮູ້, ບຳລຸງສ້າງອາຊີບ ແລະ ວຽກເຮັກງານທຳໃຫ້ຊາວໜຸ່ມ.

ໂຄສະນາບົດເພງພື້ນເມືອງ ກວານຮໍ່ ບັກນິງ ຢູ່ ເຢຍລະມັນ ໂຄສະນາບົດເພງພື້ນເມືອງ ກວານຮໍ່ ບັກນິງ ຢູ່ ເຢຍລະມັນ

ຍສໝ - ວັນທີ 12 ເມສາ, ຢູ່ສູນຈັດຕັ້ງເຫດການ Berlin (ເຢຍລະມັນ) ໄດ້ດຳເນີນລາຍການສິລະປະທີ່ດີເດັ່ນ “ວັດທະນະທຳຫວຽດນາມ - ສິ່ງຍອດຢ້ຽມມໍລະດົກ ກິ່ງບັກ” ຂອງໂຮງລະຄອນເພງພື້ນເມືອງ ກວານຮໍ່ ບັກນິງ.

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ