ເອກະສານຫຼາຍກວ່າ 50 ສະບັບ ເປີດເຜີຍເບາະແສເພີ່ມເຕີມໃນການກໍານົດຕົວຕົນຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ

03:06 | 20/07/2026

ຍສໝ - ເອກະສານຖອດລະຫັດນາມລັບຂອງກົມກອງ 962, ແຜນຜັງເຂດຝັງສົບນັກຮົບເສຍສະຫຼະຊີວິດ 21 ທ່ານ ຢູ່ໂຮງໝໍ K76A T7 ເຂດທະຫານ 7, ພ້ອມກັບເອກະສານ ແລະ ວັດຖຸພັນທີ່ລະນຶກ ທີ່ພົວພັນເຖິງສະໜາມຮົບພາກຕາເວັນອອກສ່ຽງໃຕ້ ໃນໄລຍະປີ 1966-1972... ຫາກໍໄດ້ຮັບການສົ່ງມອບຈາກໂຄງການ "ຄວາມຄິດລິເລີ່ມຊອກຫາຄົນຫວຽດນາມຫາຍສາບສູນໃນປາງສົງຄາມ" (VWAI) ໃຫ້ແກ່ພາກສ່ວນກ່ຽວຂ້ອງຂອງຫວຽດນາມ, ເພື່ອຮັບໃຊ້ເຂົ້າໃນການກຳນົດຂອບເຂດທີ່ຕັ້ງຂຸມຝັງສົບ, ຊອກຫາພີ່ນ້ອງຍາດຕິພີ່ນ້ອງ ແລະ ສົມທຽບ DNA ພາຍໃນບັ້ນຮົບ 500 ວັນແລະຄືນ.

ແຜ່ຂະຫຍາຍວັດທະນະທຳຫວຽດນາມ ຢູ່ທີ່ງານວາງສະແດງປຶ້ມ ຮົງກົງ
ການພົບປະແລກປ່ຽນລະຫວ່າງປະຊາຊົນ - ພື້ນຖານແຫ່ງການເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ໄທ

ພາຍໃນຈຳນວນເອກະສານການວິໄຈ, ເອກະສານວັດຖຸພັນທີ່ລະນຶກ ແລະ ແຫຼ່ງຂໍ້ມູນຫຼາຍກວ່າ 50 ສະບັບ ທີ່ໄດ້ຮັບການສົ່ງມອບນັ້ນ, ແມ່ນມີເອກະສານຖອດລະຫັດນາມລັບຂອງກົມກອງ 962. ເອກະສານດັ່ງກ່າວ ໄດ້ຊ່ວຍເຮັດໃຫ້ເບາະແສຕ່າງໆ ທີ່ພົວພັນເຖິງການຊອກຫານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ສວນສາທາລະນະ ເລທິຣຽງ (ນະຄອນ ໂຮ່ຈີມິນ) ມີຄວາມຈະແຈ້ງຕື່ມອີກ, ພາຍໃນນັ້ນ ມີນັກຮົບເສຍສະຫຼະຊີວິດ ຫງວຽນວັນເກວນ.

ເອກະສານອີກສະບັບໜຶ່ງ ແມ່ນສະແດງໃຫ້ເຫັນແຜນຜັງລວມ ກ່ຽວກັບສະຖານທີ່ຝັງສົບນັກຮົບເສຍສະຫຼະຊີວິດ 21 ທ່ານ ຢູ່ໂຮງໝໍ K76A T7 ເຂດທະຫານ 7. ບັນດານັກວິໄຈໄດ້ວິເຄາະເອກະສານທາງປະຫວັດສາດ, ພື້ນທີ່ຕົວຈິງ ແລະ ບັນດາຂໍ້ແນະນຳທີ່ກ່ຽວຂ້ອງ ເພື່ອສະໜອງພື້ນຖານໃຫ້ແກ່ການກວດກາຄືນ ແລະ ສຳຫຼວດເຂດທີ່ສົງໄສວ່າມີຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດ.

ຕາມວາລະສານ ວັດທະນະທຳ ແລະ ການພັດທະນາ ແລ້ວ, ບັນດາເອກະສານດັ່ງກ່າວ ຫາກໍໄດ້ຮັບການສົ່ງມອບຈາກ VWAI ໃຫ້ແກ່ ຄະນະຊີ້ນຳແຫ່ງລັດ ກ່ຽວກັບການຊອກຫາ, ເກັບກູ້ ແລະ ກໍານົດຕົວຕົນອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ໂຄງການນີ້ ແມ່ນຈັດຕັ້ງຜັນຂະຫຍາຍໂດຍ ສູນຫວຽດນາມ ແລະ ຄັງເກັບມ້ຽນເອກະສານ Sam Johnson ສັງກັດ ມະຫາວິທະຍາໄລເຕັກໂນໂລຊີ ເຕັກຊັດ (Texas Tech University), ໂດຍມີການເຂົ້າຮ່ວມຂອງບັນດາທີມງານວິໄຈຢູ່ ອາເມລິກາ ແລະ ຫວຽດນາມ.

ເອກະສານຫຼາຍກວ່າ 50 ສະບັບ ເປີດເຜີຍເບາະແສເພີ່ມເຕີມໃນການກໍານົດຕົວຕົນຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ
VWAI ສົ່ງມອບເອກະສານຂໍ້ມູນໃຫ້ແກ່ຄະນະຊີ້ນຳແຫ່ງຊາດ 515.

ເພີ່ມເຕີມແຜນຜັງຂຸມຝັງສົບ, ໃບແຈ້ງມໍລະນະກຳ ແລະ ລາຍຊື່ນາຍ ແລະ ພົນທະຫານ

ພາຍໃນຄັ້ງນີ້, VWAI ຍັງໄດ້ສົ່ງມອບ 8 ເອກະສານ ພ້ອມກັບວັດຖຸພັນທີ່ລະນຶກອັນພົ້ນເດັ່ນ ເຊັ່ນ: ປຶ້ມບັນທຶກປະຈຳວັນ, ຈົດໝາຍ ແລະ ປຶ້ມບັນທຶກທົ່ວໄປ, ເພື່ອຮັບໃຊ້ເຂົ້າໃນການຢັ້ງຢືນ, ເຊື່ອມຕໍ່ ແລະ ສົ່ງມອບຄືນໃຫ້ແກ່ຍາດຕິພີ່ນ້ອງ. ພາກສ່ວນກ່ຽວຂ້ອງກໍໄດ້ຮັບເອົາ ໃບແຈ້ງມໍລະນະກຳ 15 ສະບັບ, ແຜນຜັງແນະນຳລວມ 6 ສະບັບ ກ່ຽວກັບບັນດາຂຸມຝັງສົບຂອງກົມກອງ C10, ກອງພັນ 724 ພ້ອມກັບລາຍຊື່ແນະນຳສະຖານທີ່ຝັງສົບນັກຮົບເສຍສະຫຼະຊີວິດ.

ມີ 32 ເອກະສານ ແລະ ວັດຖຸພັນທີ່ລະນຶກ ທີ່ພົວພັນເຖິງສະໜາມຮົບພາກຕາເວັນອອກສ່ຽງໃຕ້ ໃນໄລຍະປີ 1966-1972. ບັນດາບົດລາຍງານທີ່ມີຄວາມຍາວແຕ່ 5 ຫາ 110 ໜ້າ, ແມ່ນໄດ້ຖືກສ້າງຂຶ້ນບົນພື້ນຖານການຂຸດຄົ້ນເອກະສານໄມໂຄຣຟີມ (Microfilm), ວິເຄາະບົດບາດສະພາບການທາງປະຫວັດສາດ, ພູມສາດ ແລະ ຄວາມປ່ຽນແປງຂອງພື້ນທີ່ຕົວຈິງຫຼັງປາງສົງຄາມ. ຂໍ້ມູນເຫຼົ່ານີ້ ຈະຊ່ວຍໃຫ້ພາກສ່ວນກ່ຽວຂ້ອງສາມາດສົມທຽບພູມສັນຖານ, ຊື່ທ້ອງຖິ່ນໃນເອກະສານ ໃສ່ກັບສະພາບການປັດຈຸບັນ, ເພື່ອຕີລາຄາຄວາມເປັນໄປໄດ້ໃນການມີຢູ່ຂອງຂຸມຝັງສົບນັກຮົບເສຍສະຫຼະຊີວິດຢູ່ແຕ່ລະເຂດ.

ໂຄງການດັ່ງກ່າວ ຍັງໄດ້ສົ່ງມອບ 18 ເອກະສານ ທີ່ບັນຈຸລາຍຊື່ສະມາຊິກຂອງບັນດາກົມກອງ. ຕາມປະລິນຍາເອກ ຫວໍດິ່ງໄທ, ຮອງປະທານຮ່ວມໂຄງການ ໃຫ້ຮູ້ວ່າ ລາຍຊື່ນາຍ ແລະ ພົນທະຫານ ສາມາດຊ່ວຍຮັດແຄບຂອບເຂດການຊອກຫາພີ່ນ້ອງຍາດຕິພີ່ນ້ອງ ໃນເວລາທີ່ກວດພົບອັດຖິ ແຕ່ຍັງບໍ່ທັນມີຂໍ້ມູນພຽງພໍເພື່ອຢັ້ງຢືນຕົວຕົນ. ບົນພື້ນຖານນັ້ນ, ພາກສ່ວນກ່ຽວຂ້ອງຈະມີບ່ອນອີງເພີ່ມຕື່ມ ພາຍໃນການຄັດເລືອກຕົວຢ່າງ DNA ຂອງຍາດຕິພີ່ນ້ອງເພື່ອເອົາມາສົມທຽບ, ກໍານົດຕົວຕົນຂອງນັກຮົບເສຍສະຫຼະຊີວິດ.

ບັນດາເອກະສານດັ່ງກ່າວ ແມ່ນຖືກສ້າງຂຶ້ນຜ່ານຂະບວນການເກັບກຳ, ຈຳແນກປະເພດ, ແປພາສາ ແລະ ສົມທຽບເອກະສານປາງສົງຄາມ ທີ່ໄດ້ຮັບການເກັບມ້ຽນໄວ້ຢູ່ ອາເມລິກາ ໃສ່ກັບແຫຼ່ງຂໍ້ມູນຂອງຫວຽດນາມ, ຄຳບອກເລົ່າຂອງພະຍານບຸກຄົນ, ປະຫວັດສາດການບອກເລົ່າ, ແຜນທີ່ການທະຫານ ແລະ ໝາກຜົນຂອງການສຳຫຼວດພື້ນທີ່ຕົວຈິງ. ແຕ່ລະບົດລາຍງານ ແມ່ນຕ້ອງຜ່ານການກວດແກ້ ແລະ ຮຽບຮຽງ 2 ຮອບ, ກວດກາ ແລະ ເພີ່ມເຕີມຂໍ້ມູນກ່ອນທີ່ຈະສໍາເລັດສົມບູນ.

ຜູ້ຕາງໜ້າໂຄງການໃຫ້ຮູ້ວ່າ, ພາຍໃນຂອບເຂດວຽກງານ, ທີມງານວິໄຈໄດ້ສົ່ງມອບເອກະສານຫຼາຍກວ່າ 60 ສະບັບ ໃຫ້ແກ່ພາກສ່ວນກ່ຽວຂ້ອງຂອງຫວຽດນາມ; ສະເພາະການສົ່ງມອບໃນວັນທີ 17 ກໍລະກົດ ແມ່ນມີເອກະສານ ແລະ ວັດຖຸພັນທີ່ລະນຶກ ຫຼາຍກວ່າ 50 ສະບັບ ໄດ້ຖືກສົ່ງມອບໃຫ້ແກ່ຄະນະຊີ້ນຳ 515 ແຫ່ງລັດ. ນີ້ແມ່ນຊຸດບົດລາຍງານການວິໄຈຄັ້ງທຳອິດ ທີ່ໄດ້ຮັບການສຳເລັດ ຫຼັງຈາກຜັນຂະຫຍາຍໂຄງການມາເປັນເວລາກວ່າ 6 ເດືອນ.

ເຊື່ອມຕໍ່ຂໍ້ມູນປະຫວັດສາດ ໃສ່ກັບການຊອກຫາຢູ່ພື້ນທີ່ຕົວຈິງ ແລະ DNA

ການຮັບເອົາແຫຼ່ງເອກະສານຕ່າງໆ ແມ່ນມີຂຶ້ນໃນຈຸດເວລາທີ່ ບັ້ນຮົບ 500 ວັນແລະຄືນ ພວມຍູ້ແຮງການເກັບກຳ, ຢັ້ງຢືນຂໍ້ມູນ, ຂຸດຄົ້ນຢູ່ບັນດາພື້ນທີ່ຈຸດສຸມອັນສຳຄັນ ແລະ ເກັບຕົວຢ່າງ DNA ໃນທົ່ວປະເທດ. ບັ້ນຮົບດັ່ງກ່າວ ແມ່ນຖືກຜັນຂະຫຍາຍຕັ້ງແຕ່ວັນທີ 15 ມີນາ 2026 ຮອດວັນທີ 27 ກໍລະກົດ 2027, ໂດຍຕັ້ງເປົ້າໝາຍຊອກຫາ, ເກັບກູ້ອັດຖິນັກຮົບເສຍສະຫຼະຊີວິດໃຫ້ໄດ້ປະມານ 7.000 ອັດຖິ; ເກັບຕົວຢ່າງຢູ່ປະມານ 230.000 ຂຸມຝັງສົບ ທີ່ຍັງບໍ່ທັນກຳນົດຂໍ້ມູນໄດ້; ຊັນນະສູດຕົວຢ່າງອັດຖິປະມານ 18.000 ຕົວຢ່າງ ແລະ ສ້າງຖານຂໍ້ມູນເຊື້ອພັນ (Gen) ຂອງຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ.

ຕາມຕົວເລກຂໍ້ມູນຂອງ ກົມນະໂຍບາຍ - ສັງຄົມ, ກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ (ກະຊວງປ້ອງກັນປະເທດ), ຮອດວັນທີ 5 ກໍລະກົດ, ທົ່ວປະເທດຊອກຫາ ແລະ ເກັບກູ້ອັດຖິນັກຮົບເສຍສະຫຼະຊີວິດໄດ້ແລ້ວ 1.306 ອັດຖິ; ຈັດຕັ້ງການເກັບຕົວຢ່າງຢູ່ 35.925 ຂຸມຝັງສົບ ແລະ ຮັບເອົາຕົວຢ່າງ DNA ຂອງຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດໄດ້ 93.464 ຄົນ. ພາກສ່ວນກ່ຽວຂ້ອງກຳນົດວ່າ ການສັງລວມເອກະສານ ທີ່ສະໜອງໂດຍບັນດາອົງການຈັດຕັ້ງ, ບຸກຄົນທັງພາຍໃນ ແລະ ຕ່າງປະເທດ ແມ່ນໜຶ່ງໃນບັນດາມາດຕະການອັນສຳຄັນ ເພື່ອຢັ້ງຢືນຂໍ້ມູນກ່ຽວກັບບັນດາເຂດທີ່ມີຂຸມຝັງສົບລວມ.

ບັນດາແຜນຜັງການຝັງສົບ, ລາຍຊື່ກົມກອງ, ໃບແຈ້ງມໍລະນະກຳ ແລະ ຂໍ້ມູນກ່ຽວກັບສະຖານທີ່ຢຶດເອກະສານ ຈະສືບຕໍ່ຖືກເອົາມາສົມທຽບກັບເອກະສານນັກຮົບເສຍສະຫຼະຊີວິດ, ໝາກຜົນການສຳຫຼວດພື້ນທີ່ຕົວຈິງ ແລະ ຖານຂໍ້ມູນ DNA. ຂະບວນການຢັ້ງຢືນນີ້ ສາມາດຊ່ວຍຮັດແຄບພື້ນທີ່ຊອກຫາ, ກຳນົດກຸ່ມນາຍ ແລະ ພົນທະຫານທີ່ກ່ຽວຂ້ອງ ທັງເລືອກເຖິງຍາດຕິພີ່ນ້ອງທີ່ເໝາະສົມ ເພື່ອເກັບຕົວຢ່າງມາສົມທຽບໃສ່ກັນ.

ພາສາຫວຽດນາມ - ຂົວຕໍ່ນຳພາຄົນຮຸ່ນໜຸ່ມຊາວຫວຽດນາມຕ່າງດ້າວ ກັບກົກເຄົ້າເຫງົ້າກໍ ພາສາຫວຽດນາມ - ຂົວຕໍ່ນຳພາຄົນຮຸ່ນໜຸ່ມຊາວຫວຽດນາມຕ່າງດ້າວ ກັບກົກເຄົ້າເຫງົ້າກໍ

ຍສໝ - ຕອນຄ່ຳວັນທີ 17 ກໍລະກົດ, ຢູ່ທີ່ນະຄອນ ເຫວ້, ຊາວໜຸ່ມ ແລະ ນັກສຶກສາຊາວຫວຽດນາມຕ່າງດ້າວ ຫຼາຍກວ່າ 100 ຄົນ ທີ່ມາຈາກ 32 ປະເທດ ແລະ ເຂດແຄ້ນ ໄດ້ເຂົ້າຮ່ວມໂຄງການພົບປະແລກປ່ຽນພາສາຫວຽດນາມ ພາຍໃນຂອບເຂດຄ້າຍພັກແລ້ງຫວຽດນາມ ປະຈຳປີ 2026. ໂຄງການດັ່ງກ່າວໄດ້ປະກອບສ່ວນບຳລຸງສ້າງພາສາຫວຽດນາມ ແລະ ເພີ່ມທະວີຄວາມຜູກພັນຂອງຄົນຮຸ່ນໜຸ່ມຊາວຫວຽດນາມຢູ່ຕ່າງປະເທດ ...

VJCE ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ VJCE ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ຍສໝ - ວັນທີ 18 ກໍລະກົດ, ສູນຊຸກຍູ້ການຮ່ວມມືທາງດ້ານວັດທະນະທຳ ແລະ ການສຶກສາ ຫວຽດນາມ - ຍີ່ປຸ່ນ (VJCE) ໄດ້ເປີດໂຕຫ້ອງການຜູ້ຕາງໜ້າຢູ່ທີ່ຮາໂນ້ຍ ຢ່າງເປັນທາງການ, ເຊິ່ງເປັນການເປີດສາກໄລຍະໃໝ່ ພາຍໃນການເຄື່ອນໄຫວເຊື່ອມຕໍ່ທາງດ້ານການສຶກສາ, ວັດທະນະທຳ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ