ແຜ່ຂະຫຍາຍວັດທະນະທຳຫວຽດນາມ ຢູ່ທີ່ງານວາງສະແດງປຶ້ມ ຮົງກົງ

03:00 | 20/07/2026

ຍສໝ - ວັນທີ 17 ກໍລະກົດ, ພາຍໃນຂອບເຂດງານວາງສະແດງປຶ້ມ ຮົງກົງ (ປະເທດຈີນ) ຄັ້ງທີ 36 ທີ່ຈັດຂຶ້ນໂດຍ ສະພາພັດທະນາການຄ້າຮົງກົງ (HKTDC), ທ່ານນາງ ເຈົ່າບືວງີ - ນາມປາກກາ Bonnie Chau, ຜູ້ກໍ່ຕັ້ງໂຄງການສິລະປະ "Soul of Vietnam" ໄດ້ນຳສະເໜີບັນດາຄວາມງົດງາມກ່ຽວກັບປະເທດຊາດ, ຄົນ ແລະ ວັດທະນະທຳຫວຽດນາມ ເຖິງມວນຊົນທ້ອງຖິ່ນ ແລະ ເພື່ອນມິດສາກົນ.

ການພົບປະແລກປ່ຽນລະຫວ່າງປະຊາຊົນ - ພື້ນຖານແຫ່ງການເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ໄທ
ພາສາຫວຽດນາມ - ຂົວຕໍ່ນຳພາຄົນຮຸ່ນໜຸ່ມຊາວຫວຽດນາມຕ່າງດ້າວ ກັບກົກເຄົ້າເຫງົ້າກໍ
ແຜ່ຂະຫຍາຍວັດທະນະທຳຫວຽດນາມ ຢູ່ທີ່ງານວາງສະແດງປຶ້ມ ຮົງກົງ
ການແນະນຳກ່ຽວກັບ ຫວຽດນາມ ຢູ່ທີ່ເຫດການ.

ງານວາງສະແດງປຶ້ມ ຮົງກົງ ແຕ່ດົນນານມາແລ້ວແມ່ນເປັນທີ່ຮູ້ຈັກກັນດີໃນນາມ ງານບຸນທາງດ້ານວັດທະນະທຳຂະໜາດໃຫຍ່ຂອງພາກພື້ນ. ບໍ່ພຽງແຕ່ເປັນບ່ອນເຕົ້າໂຮມບັນດານັກຂຽນລະດັບສາກົນເທົ່ານັ້ນ, ເຫດການນີ້ຍັງແມ່ນສະຖານທີ່ທີ່ບັນດາໄວໜຸ່ມຜູ້ມີພອນສະຫວັນ ມີໂອກາດໄດ້ນຳສະເໜີເອກະລັກວັດທະນະທຳຂອງຊາດ ຕໍ່ມວນຊົນສາກົນ.

ເຂົ້າຮ່ວມງານວາງສະແດງປຶ້ມ ຮົງກົງ ຄັ້ງທີ 36, Bonnie Chau ໄດ້ນຳເອົາບັນດາໂຄງການສິລະປະ ທີ່ຕິດພັນກັບຄຸນຄ່າມໍລະດົກມາຮ່ວມສະແດງ. ເພິ່ນເປັນທີ່ຮູ້ຈັກກັນດີໃນນາມຜູ້ບໍລິຫານເນື້ອທີ່ວ່າງແຫ່ງການເຊື່ອມຕໍ່ ແລະ ແຜ່ຂະຫຍາຍຄຸນຄ່າດັ້ງເດີມຂອງຫວຽດນາມ ໂດຍຜ່ານຜະລິດຕະພັນຫັດຖະກຳ, ການອອກແບບມໍລະດົກ, ໂດຍສະເພາະແມ່ນສິລະປະການວາດພາບປະກອບ ແລະ ການເລົ່າເລື່ອງດ້ວຍຮູບພາບ.

ໂດຍຜ່ານພາສາຮູບເງົາ ແລະ ຮູບພາບທີ່ເຫັນໄດ້ຢ່າງຈະແຈ້ງ, Bonnie Chau ໄດ້ນຳສະເໜີເຖິງມວນຊົນຮົງກົງ ແລະ ເພື່ອນມິດສາກົນ ໃຫ້ເຫັນເຖິງບັນດາຈຸດພິເສດສະເພາະຂອງມໍລະດົກວັດທະນະທຳ, ເຍື່ອງອາຫານ ກໍຄືບັນດາສະຖານທີ່ທ່ອງທ່ຽວ ແລະ ທິວທັດທຳມະຊາດທີ່ມີຊື່ສຽງຂອງຫວຽດນາມ.

ຢູ່ທີ່ເຫດການ, Bonnie Chau ຍັງໄດ້ແນະນຳໂຄງການ "Soul of Vietnam" ເຖິງມວນຊົນ ໂດຍຜ່ານລະຫັດ QR ເພື່ອເຊື່ອມຕໍ່ເຂົ້າຫາໂຄງການຢູ່ເທິງເຄືອຂ່າຍສັງຄົມອອນລາຍ.

ພາຍໃຕ້ຮູບແບບຂອງຊ່ອງເລົ່າເລື່ອງດ້ວຍຮູບເງົາ, "Soul of Vietnam" ໄດ້ບັນທຶກພາບໝາກຫົວໃຈແຫ່ງຊ່ວງເວລາຂອງຊີວິດປະຈຳວັນ, ບັນດາມໍລະດົກວັດທະນະທຳອັນໂດດເດັ່ນ ແລະ ຈັງຫວະຊີວິດອັນລຽບງ່າຍຢູ່ ປະເທດຫວຽດນາມ ກໍຄືຊຸມຊົນຄົນເຊື້ອສາຍຈີນຢູ່ທີ່ນີ້, ໂດຍຜ່ານນັ້ນ ນຳມາຊຶ່ງມຸມມອງອັນແທ້ຈິງ ແລະ ເຕັມໄປດ້ວຍຄວາມຮູ້ສຶກໃຫ້ແກ່ມວນຊົນສາກົນ.

ໃນຖານະທີ່ເປັນຄົນຫວຽດນາມເຊື້ອສາຍຈີນ ແລະ ມີຄວາມສາມາດໃນການນຳໃຊ້ພາສາກວາງຕຸ້ງໄດ້ຢ່າງຄ່ອງແຄ້ວ, Bonnie Chau ຈຶ່ງມີເງື່ອນໄຂອັນສະດວກສະບາຍໃນການພົບປະເຈລະຈາ, ແບ່ງປັນ ແລະ ມີປະຕິສຳພັນໂດຍກົງກັບປະຊາຊົນຮົງກົງຢູ່ທີ່ງານວາງສະແດງ. ຄວາມເຂົ້າອົກເຂົ້າໃຈກ່ຽວກັບການປະສານກົມກຽວທາງດ້ານວັດທະນະທຳ ຍັງໄດ້ຊ່ວຍໃຫ້ເພິ່ນສາມາດຖ່າຍທອດບັນດາເລື່ອງລາວກ່ຽວກັບເຍື່ອງອາຫານ, ສະຖານທີ່ທ່ອງທ່ຽວ ແລະ ຄົນຫວຽດນາມ ເຖິງມວນຊົນທ້ອງຖິ່ນໄດ້ຢ່າງໃກ້ຊິດ ແລະ ມີຊີວິດຊີວາ.

VJCE ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ VJCE ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

ຍສໝ - ວັນທີ 18 ກໍລະກົດ, ສູນຊຸກຍູ້ການຮ່ວມມືທາງດ້ານວັດທະນະທຳ ແລະ ການສຶກສາ ຫວຽດນາມ - ຍີ່ປຸ່ນ (VJCE) ໄດ້ເປີດໂຕຫ້ອງການຜູ້ຕາງໜ້າຢູ່ທີ່ຮາໂນ້ຍ ຢ່າງເປັນທາງການ, ເຊິ່ງເປັນການເປີດສາກໄລຍະໃໝ່ ພາຍໃນການເຄື່ອນໄຫວເຊື່ອມຕໍ່ທາງດ້ານການສຶກສາ, ວັດທະນະທຳ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.

ຫວຽດນາມ - ໂມຣິຕານີ ເປີດກວ້າງການຮ່ວມມືທາງດ້ານກະສິກຳ, ໂທລະຄົມມະນາຄົມ ແລະ ການຂຸດຄົ້ນບໍ່ແຮ່ ຫວຽດນາມ - ໂມຣິຕານີ ເປີດກວ້າງການຮ່ວມມືທາງດ້ານກະສິກຳ, ໂທລະຄົມມະນາຄົມ ແລະ ການຂຸດຄົ້ນບໍ່ແຮ່

ຍສໝ - ຫວ່າງມໍ່ໆມານີ້ ຢູ່ທີ່ຮາໂນ້ຍ, ທ່ານ ເລຮວາຍຈຸງ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ Moctar Al Housseynou Lam, ລັດຖະມົນຕີ, ເລຂາໃຫຍ່ລັດຖະບານ ໂມຣິຕານີ ໄດ້ຮ່ວມແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ສາຍພົວພັນສອງຝ່າຍ, ພາຍໃນນັ້ນ ໄດ້ເອົາໃຈໃສ່ເຂົ້າໃນການຂຸດຄົ້ນທ່າແຮງບົ່ມຊ້ອນການຮ່ວມມື ພາຍໃນຂົງເຂດກະສິກຳ, ໂທລະຄົມມະນາຄົມ, ການຂຸດຄົ້ນບໍ່ແຮ່ ແລະ ບາງຂົງເຂດວຽກງານທີ່ສອງຝ່າຍມີທ່າແຮງຮ່ວມກັນ.

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ