ງານບຸນ Yoga ສາກົນ - ດ່າໜັງ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ຫວຽດນາມ - ອິນເດຍ

19:00 | 15/06/2022

ຍສໝ - ຜ່ານ 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ ໄດ້​ມີບາດກ້າວພັດທະນາກະໂດດຂັ້ນໃນທຸກໆ​ຂົງ​ເຂດ​.

ສະມາຄົມມິດຕະພາບບຸນກາຣີ - ຫວຽດນາມ ຢູ່ຮ່າໂນ້ຍ ມອບເງິນຈຳນວນ 50 ລ້ານດົ່ງໃຫ້ກອງທຶນປ້ອງກັນຕ້ານ COVID-19 ສະມາຄົມມິດຕະພາບບຸນກາຣີ - ຫວຽດນາມ ຢູ່ຮ່າໂນ້ຍ ມອບເງິນຈຳນວນ 50 ລ້ານດົ່ງໃຫ້ກອງທຶນປ້ອງກັນຕ້ານ COVID-19
ຫວຽດນາມ ແລະ ລາວ: ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ ຫວຽດນາມ ແລະ ລາວ: ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ

​ໃນ 2 ວັນ, ແຕ່​ວັນ​ທີ 11-12 ມິຖຸນາ, ຢູ່​ສວນສາທາລະນະ​ ບ໊ຽນດົງ (ດ່າໜັງ), ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ນະຄອນ ດ່າໜັງ ສົມທົບ​ກັບ​ສະຖານທູດ ອິນ​ເດຍ ປະຈຳ ຫວຽດນາມ ພ້ອມ​ກັບ​ບັນດາ​ອົງການ, ຫົວໜ່ວຍ​ທີ່​ກ່ຽວຂ້ອງ ​ໄດ້​ຈັດ​ຕັ້ງ​ງານ​ບຸນ Yoga ສາກົນ - ດ່າໜັງ 2022.

ງານບຸນ Yoga ສາກົນ - ດ່າໜັງ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ຫວຽດນາມ - ອິນເດຍ
ງານບຸນ Yoga ສາກົນ - ດ່າໜັງ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ຫວຽດນາມ - ອິນເດຍ. ພາບ: vov.vn

ທ່ານ ຫງວຽນ​ຫງອກ​ບິ່ງ, ປະທານ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ນະຄອນ ດ່າ​ໜັງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ງານ​ບຸນ ​ໃຫ້​ຮູ້​ວ່າ: ​ໂຄງການ​ນີ້​ແມ່ນ​ເພື່ອ​ແນ​ໃສ່​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ອິນ​ເດຍ (1972- 2022), 15 ປີແຫ່ງວັນສ້າງຕັ້ງການ ພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອິນເດຍ (2007-2022) ແລະ ສະເຫຼີມສະຫຼອງວັນ Yoga ສາກົນ ຄັ້ງທີ 8 (ວັນທີ 21 ມິຖຸນາ 2015 – ວັນທີ 21 ມິຖຸນາ 2022) ຢູ່ນະຄອນ ດ່າໜັງ.

ຜ່ານ 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອິນ​ເດຍ ໄດ້​ມີບາດກ້າວພັດທະນາກະໂດດຂັ້ນໃນທຸກໆ​ຂົງ​ເຂດ​. ຢູ່​ນະຄອນ ດ່າໜັງ, ​ໃນ​ຫຼາຍ​ປີ​ມາ​ນີ້, ສະຫະພັນ​ບັນດາ​ອົງການ​ຈັດຕັ້ງ ມິດຕະພາບ ​ແລະ ສະມາຄົມ​ມິດຕະພາບ ຫວຽດນາມ - ອິນ​ເດຍ ນະຄອນ ດ່າ​ໜັງ ​ໄດ້​ສົມທົບ​ກັບ​ສະຖານທູດ ອິນ​ເດຍ ປະຈຳ ຫວຽດນາມ ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຟົດຟື່ນມ່ວນຊື່ນ, ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ນັບ​ພັນ​ຄົນ ​ຄື: ​ງານ​ບຸນ Yoga ປະຈໍາປີ, ງານ​ມະ​ໂຫລານ​ຮູບ​ເງົາ ອິນ​ເດຍ ຢູ່ ຫວຽດນາມ; ... ບັນດາລາຍ ການສະແດງສິລະປະ, ພົບປະແລກປ່ຽນວັດທະນະທຳ, ມອບ ແລະ ປູກຕົ້ນໂພ ທີ່ມີຕົ້ນກຳເນີດມາຈາກດິນແດນຂອງພະພຸດທະເຈົ້າ Bodhi Gaya; ການ​ພົບ​ປະ​ແລກ​ປ່ຽນ​, ການ​ໂອ້​ລົມ​ສົນ​ທະ​ນາ​ທາງ​ອອນ​ລາຍ​ລະ​ຫວ່າງ​ສອງ​ປະ​ເທດ...

ບູນມີ

ເຫດການ
302 Found

Found

The document has moved here.