VJCE ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ

02:27 | 20/07/2026

ຍສໝ - ວັນທີ 18 ກໍລະກົດ, ສູນຊຸກຍູ້ການຮ່ວມມືທາງດ້ານວັດທະນະທຳ ແລະ ການສຶກສາ ຫວຽດນາມ - ຍີ່ປຸ່ນ (VJCE) ໄດ້ເປີດໂຕຫ້ອງການຜູ້ຕາງໜ້າຢູ່ທີ່ຮາໂນ້ຍ ຢ່າງເປັນທາງການ, ເຊິ່ງເປັນການເປີດສາກໄລຍະໃໝ່ ພາຍໃນການເຄື່ອນໄຫວເຊື່ອມຕໍ່ທາງດ້ານການສຶກສາ, ວັດທະນະທຳ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.

ຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືທະວິພາຄີ ຫວຽດນາມ - ຍີ່ປຸ່ນ
ສັບປະດາປຶ້ມຍີ່ປຸ່ນ ຢູ່ ຫວຽດນາມ: “ຂົວຕໍ່ທີ່ນຸ່ມນວນ” ແຫ່ງສາຍພົວພັນລະຫວ່າງປະຊາຊົນສອງປະເທດ

ຕາມທິດທາງການເຄື່ອນໄຫວ, VJCE ຈະເປັນຈຸດປະສານງານໃນການຜັນຂະຫຍາຍບັນດາໂຄງການຮ່ວມມື ພາຍໃນຂົງເຂດການສຶກສາ ແລະ ວັດທະນະທຳ ລະຫວ່າງ ສອງປະເທດ, ພ້ອມທັງເຊື່ອມຕໍ່ບັນດາຮາກຖານການສຶກສາ, ວິສາຫະກິດ, ອົງການຈັດຕັ້ງ ແລະ ຊຸມຊົນ ໂດຍຜ່ານບັນດາກິດຈະກຳການຮຽນ-ການສອນພາສາຍີ່ປຸ່ນ, ການໃຫ້ຄຳປຶກສາສຶກສາຕໍ່ຕ່າງປະເທດ, ການແລກປ່ຽນທາງດ້ານວິຊາການ ແລະ ການພົບປະແລກປ່ຽນລະຫວ່າງປະຊາຊົນ.

VJCE ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ
ພາບບັນຍາກາດພາຍໃນພິທີເປີດໂຕ.

ກ່າວຄຳປາໄສຢູ່ທີ່ເຫດການ, ທ່ານ ເລທືອງ, ຜູ້ອຳນວຍການສູນ VJCE ໃຫ້ຮູ້ວ່າ, ພາຍໃນໄລຍະຈະມາເຖິງນີ້ ສະມາຄົມຈະປະສານສົມທົບກັບ ພະແນກການສຶກສາ ແລະ ກໍ່ສ້າງ ຮາໂນ້ຍ ພ້ອມກັບບັນດາຄູ່ຮ່ວມມື ຍີ່ປຸ່ນ ຜັນຂະຫຍາຍໂຄງການສອນພາສາຍີ່ປຸ່ນຟຣີ (ບໍ່ເສຍຄ່າໃຊ້ຈ່າຍ) ໃຫ້ແກ່ນັກຮຽນຕັ້ງແຕ່ຊັ້ນປະຖົມປີທີ 3 (ປ.3) ຫາ ຊັ້ນມັດທະຍົມປີທີ 3 (ມ.3).

ຄຽງຄູ່ກັນນັ້ນ, VJCE ຈະຈັດການແຂ່ງຂັນຄົ້ນຫາອັດສະລິຍະພາບທາງດ້ານພາສາຍີ່ປຸ່ນ ສຳລັບເດັກນ້ອຍຫວຽດນາມ ແນໃສ່ຊຸກຍູ້ຂະບວນການຮຽນພາສາຍີ່ປຸ່ນຕັ້ງແຕ່ເຍົາວະໄວ. ສູນກໍຈະເຊື່ອມຕໍ່ບັນດາໂຮງຮຽນສາມັນສຶກສາ, ມະຫາວິທະຍາໄລ ຂອງຫວຽດນາມ ກັບ ບັນດາຮາກຖານການສຶກສາຢູ່ ປະເທດຍີ່ປຸ່ນ ເພື່ອຈັດຕັ້ງບັນດາໂຄງການພົບປະແລກປ່ຽນ, ຮຽນຮູ້ໄລຍະສັ້ນ ແລະ ສ້າງເງື່ອນໄຂໃຫ້ແກ່ຄູ-ອາຈານ ໄດ້ເຂົ້າຮ່ວມບັນດາໂຄງການທຶນການສຶກສາ ຂອງລັດຖະບານຍີ່ປຸ່ນ.

ກ່າວຄຳປາໄສຢູ່ທີ່ໂຄງການ, ທ່ານ ຮາຫງອກແອງ, ຫົວໜ້າສະຖາບັນປະຍຸກໃຊ້ເຕັກໂນໂລຊີ ແລະ ພັດທະນາການສຶກສາ ຕີລາຄ່ວາ ການສ້າງຕັ້ງຫ້ອງການຜູ້ຕາງໜ້າຂອງ VJCE ແມ່ນມີຄວາມໝາຍອັນສຳຄັນ ພາຍໃນການເພີ່ມທະວີການຮ່ວມມືທາງດ້ານການສຶກສາລະຫວ່າງສອງປະເທດ, ໃນເວລາທີ່ການສຶກສາ ຍາມໃດກໍແມ່ນໜຶ່ງໃນບັນດາຂົງເຂດການຮ່ວມມືທີ່ມີປະສິດທິຜົນທີ່ສຸດ ພາຍໃນສາຍພົວພັນລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.

ພາຍໃຕ້ສະພາບການທີ່ ຫວຽດນາມ ພວມຍູ້ແຮງການປະຕິຮູບການສຶກສາ ຕາມຈິດໃຈມະຕິສະບັບເລກທີ 71 ຂອງກົມການເມືອງ, ບັນດາປະສົບການຂອງ ປະເທດຍີ່ປຸ່ນ ກ່ຽວກັບການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ການຫັນເປັນດິຈິຕອນ, ການປະຍຸກໃຊ້ປັນຍາປະດິດ (AI) ແລະ ນະວັດຕະກຳ ຈະແມ່ນບັນດາບົດຮຽນທີ່ມີຄຸນຄ່າ ເພື່ອໃຫ້ສອງຝ່າຍຮ່ວມກັນແບ່ງປັນ ແລະ ຮ່ວມມື.

VJCE ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ
VJCE ແລະ ສຳນັກພິມສຶກສາ ຫວຽດນາມ ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU).

ສະແດງຄວາມຕີລາຄາສູງຕໍ່ການທີ່ VJCE ເປີດຫ້ອງການຜູ້ຕາງໜ້າຢູ່ທີ່ຮາໂນ້ຍ, ທ່ານນາງ ຫວູທິລຽນເຮືອງ, ເລຂາທິການທີໜຶ່ງ, ຫົວໜ້າພະແນກການສຶກສາ ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ຖືວ່າ ນີ້ແມ່ນບາດກ້າວໝາຍທີ່ປະກອບສ່ວນສ້າງຂົວຕໍ່ໂດຍກົງ ລະຫວ່າງ ບັນດາຮາກຖານການສຶກສາ, ວິສາຫະກິດ ແລະ ອົງການຈັດຕັ້ງຂອງສອງປະເທດ.

ທ່ານນາງ ຫວູທິລຽນຮືອງ ໄດ້ຮັບຮູ້ເປັນພິເສດຕໍ່ກັບບັນດາໂຄງການຈຸດສຸມທີ່ສູນພວມຜັນຂະຫຍາຍ ເຊັ່ນ: ການແຂ່ງຂັນຄົ້ນຫາອັດສະລິຍະພາບທາງດ້ານພາສາຍີ່ປຸ່ນ ສຳລັບເດັກນ້ອຍຫວຽດນາມ, ບັນດາຫ້ອງຮຽນພາສາຍີ່ປຸ່ນຟຣີ ແລະ ແຜນການສ້າງລະບົບປະເມີນຄວາມສາມາດທາງດ້ານພາສາຍີ່ປຸ່ນ ໃຫ້ສອດຄ່ອງກັບນັກຮຽນ.

ຕາມທ່ານນາງແລ້ວ, ບັນດາການເຄື່ອນໄຫວດັ່ງກ່າວ ບໍ່ພຽງແຕ່ບຳລຸງສ້າງຄວາມມັກຮັກຕໍ່ກັບພາສາ ແລະ ວັດທະນະທຳຍີ່ປຸ່ນເທົ່ານັ້ນ ແຕ່ຍັງປະກອບສ່ວນສ້າງຈິນຕະນາການແຫ່ງການເຊື່ອມໂຍງສາກົນໃຫ້ແກ່ຄົນຮຸ່ນໜຸ່ມອີກດ້ວຍ.

ຜູ້ຕາງໜ້າສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ກໍໄດ້ຢັ້ງຢືນວ່າ ຈະສືບຕໍ່ຮ່ວມເດີນທາງ, ເຊື່ອມຕໍ່ບັນດາຮາກຖານການສຶກສາ, ວິສາຫະກິດ ແລະ ອົງການຈັດຕັ້ງຂອງສອງປະເທດ ແນໃສ່ຊຸກຍູ້ບັນດາຄວາມຄິດລິເລີ່ມການຮ່ວມມື, ປະກອບສ່ວນຍົກສູງຄຸນນະພາບການສຶກສາ ແລະ ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຢູ່ອາຊີ ແລະ ໃນໂລກ ລະຫວ່າງ ສອງຊາດນັບມື້ນັບເລິກເຊິ່ງກວ່າເກົ່າ.

ແບ່ງປັນຢູ່ທີ່ເຫດການ, ທ່ານ ເຫງວຽນຝູບິງ, ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດ, ອະດີດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ເນັ້ນໜັກວ່າ ສາຍພົວພັນພົບປະແລກປ່ຽນລະຫວ່າງສອງປະຊາຊາດ ແມ່ນມີປະຫວັດສາດມາເປັນເວລາດົນນານກວ່າ 400 ປີ.

ທ່ານໄດ້ສະແດງຄວາມປິຕິຊົມຊື່ນ ເມື່ອປັດຈຸບັນມີຄົນຫວຽດນາມ ປະມານ 700.000 ຄົນ ພວມສຶກສາຮໍ່າຮຽນ ແລະ ເຮັດວຽກຢູ່ ປະເທດຍີ່ປຸ່ນ, ໂດຍຖືວ່າ ນີ້ແມ່ນແຫຼ່ງຊັບພະຍາກອນມະນຸດອັນສຳຄັນ ເພື່ອຮັບເອົາຄວາມຮູ້, ເຕັກໂນໂລຊີ ແລະ ປະສົບການໃນການຄຸ້ມຄອງ, ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດຊາດໃນອະນາຄົດ.

VJCE ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ຍີ່ປຸ່ນ
ບັນດາຜູ້ແທນເຂົ້າຮ່ວມໂຄງການ.

ພາຍໃນຂອບເຂດຂອງໂຄງການ, ກໍໄດ້ມີການຈັດກອງປະຊຸມເສວະນາການຮ່ວມມືທາງດ້ານການສຶກສາ ຫວຽດນາມ - ຍີ່ປຸ່ນ ໂດຍມີການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງ, ໂຮງຮຽນ, ວິສາຫະກິດ ແລະ ສະຖາບັນການສຶກສາຂອງສອງປະເທດ.

ບັນດາຜູ້ແທນໄດ້ຮ່ວມກັນແລກປ່ຽນກ່ຽວກັບສະພາບການຮຽນ-ການສອນພາສາຍີ່ປຸ່ນຢູ່ ປະເທດຫວຽດນາມ, ພ້ອມທັງເຫັນດີເປັນເອກະພາບກັນໃນການຊຸກຍູ້ການຮ່ວມມືທາງດ້ານການກໍ່ສ້າງ, ການແລກປ່ຽນວັດທະນະທຳ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດ.

ເນື່ອງໃນໂອກາດນີ້, ບັນດາພາກສ່ວນຂອງ ຫວຽດນາມ ແລະ ຍີ່ປຸ່ນ ກໍໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືຫຼາຍສະບັບ ແລະ ໄດ້ປະກາດເປີດໂຕການແຂ່ງຂັນຄົ້ນຫາອັດສະລິຍະພາບທາງດ້ານພາສາຍີ່ປຸ່ນ ສຳລັບເດັກນ້ອຍຫວຽດນາມ ຢ່າງເປັນທາງການ, ເພື່ອມຸ່ງໄປສູ່ການສ້າງໂອກາດໃນການຮໍ່າຮຽນ ແລະ ການພົບປະແລກປ່ຽນກັບສາກົນໃຫ້ແກ່ຄົນຮຸ່ນໜຸ່ມຕື່ມອີກ.

ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຮ່ວມມືດ້ານສາທາລະນະສຸກ ຫວຽດນາມ - ຍີ່ປຸ່ນ ຊຸກຍູ້ການຮ່ວມມືດ້ານສາທາລະນະສຸກ

ຍສໝ - ຕາມນັກຂ່າວ TTXVN ປະຈຳ ຍີ່ປຸ່ນ, ວັນທີ 22 ມິຖຸນາ, ຢູ່ທີ່ໂຕກຽວ, ໂຮງໝໍສູນກາງກອງທັບ 108 ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມື ຮ່ວມກັບ ຄະນະແພດສາດ ຂອງມະຫາວິທະຍາໄລ Toho.

ຟົດຟື້ນການແຂ່ງຂັນເຕະບານຮັດແໜ້ນຄວາມສາມັກຄີຂອງຊຸມຊົນຄົນຫວຽດນາມ ຢູ່ ແຂວງ ອີຊິກາວະ (ປະເທດຍີ່ປຸ່ນ) ຟົດຟື້ນການແຂ່ງຂັນເຕະບານຮັດແໜ້ນຄວາມສາມັກຄີຂອງຊຸມຊົນຄົນຫວຽດນາມ ຢູ່ ແຂວງ ອີຊິກາວະ (ປະເທດຍີ່ປຸ່ນ)

ຍສໝ - ວັນທີ 7 ເດືອນມິຖຸນາ, ຢູ່ທີ່ສະໜາມກິລາ ຄິບາກາຕະ, ນະຄອນ ໂຄມັດສຸ, ແຂວງ ອີຊິກາວະ ປະເທດຍີ່ປຸ່ນ ໄດ້ຈັດຕັ້ງການແຂ່ງຂັນເຕະບານສະມັກເລ່ນຂອງຊຸມຊົນຄົນຫວຽດນາມ ທີ່ກໍາລັງດໍາລົງຊີວິດ, ສຶກສາ ແລະ ເຮັດວຽກຢູ່ເຂດ ພາກຕາເວັນຕົກ ແລະ ຕາເວັນຕົກສ່ຽງເໜືອ ຂອງໝູ່ເກາະ ຮົ່ນຊູ.

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ