ໃນການພົບປະຄັ້ງນີ້, ທ່ານນາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮັບຮູ້ ແລະ ຕີລາຄາສູງຕໍ່ບົດບາດຂອງສະມາຄົມໃຫຍ່ຄົນຫວຽດນາມ ຢູ່ ລາວ ພ້ອມກັບບັນດາສະມາຄົມ, ຄະນະຄຸ້ມຄອງຄົນຫວຽດນາມ ຢູ່ ບັນດາທ້ອງຖິ່ນ ໃນການເຕົ້າໂຮມ, ສ້າງຄວາມສາມັກຄີລະຫວ່າງພໍ່ແມ່ປະຊາຊົນ, ຊ່ວຍເຫຼືອຄຸມຊົນໃຫ້ມີຊີວິດການເປັນຢູ່ທີ່ໝັ້ນຄົງ, ຮັກສາບັນດາກິດຈະກໍາອະນຸລັກຮັກສາພາສາຫວຽດ, ຮັກສາເອກະລັກວັດທະນະທໍາຂອງຊາດ ແລະ ເຊື່ອມໂຍງເຂົ້າກັບສັງຄົມລາວ.
![]() |
| ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຢູ່ ສະຖານທູດຫວຽດນາມ ປະຈໍາ ລາວ. |
ດ້ວຍການຮ່ວມເດີນທາງຂອງບັນດາອົງການຕົວແທນຫວຽດນາມ ແລະ ການອໍານວຍຄວາມສະດວກຂອງອໍານາດການປົກຄອງປະເທດປະຈໍາການ, ລະບົບການຈັດຕັ້ງຄຸມຊົນຄົນຫວຽດນາມ ຢູ່ 18/18 ແຂວງ, ນະຄອນຂອງລາວ ແມ່ນໄດ້ຮັບການປັບປຸງໃຫ້ສົມບູນແບບ ແລະ ເຄື່ອນໄຫວຢ່າງຖືກຕ້ອງຕາມກົດລະບຽບກົດໝາຍຂອງລາວ.
ທ່ານນາງ ເລ ທິ ທູ ຮັ່ງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເນັ້ນໜັກວ່າ ຄຸມຊົນຄົນຫວຽດນາມ ຢູ່ ຕ່າງປະເທດ ແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດແຍກອອກໄດ້ຂອງປະຊາຊາດຫວຽດນາມ. ຊາວຫວຽດນາມອາໄສຢູ່ຕ່າງປະເທດແຕ່ລະຄົນ ບໍ່ພຽງແຕ່ແມ່ນສະມາຊິກຂອງຄຸມຊົນເທົ່ານັ້ນ ແຕ່ຍັງແມ່ນຕົວແທນໃຫ້ແກ່ພາບພົດຂອງປະເທດຊາດ ແລະ ຊາວຫວຽດນາມ, ທັງເປັນຂົວຕໍ່ອັນສໍາຄັນ ທີ່ປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ກັບ ບັນດາປະເທດປະຈໍາການ.
| ກອງປະຊຸມປຶກສາຫາລື ກ່ຽວກັບວັນຄົບຮອບ 70 ປີ ມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຢູ່ ລາວ: ເຕັມໄປດ້ວຍຄວາມໝາຍໜັກແໜ້ນ ແລະ ຄວາມຈິງໃຈ ຍສໝ - ດ້ວຍຈິດໃຈອາສາສະໝັກ, ເພື່ອປະຕິບັດພັນທະສາກົນອັນມີກຽດສູງສົ່ງ, ໄດ້ຮັບຄວາມຮັກແພງ, ຊ່ວຍເຫຼຶອປົກປ້ອງຂອງປະຊາຊົນລາວບັນດາເຜົ່າ, ຄວາມສາມັກຄີເປັນໜຶ່ງດຽວກັນຕໍ່ສູ້ຂອງ ກຳລັງປະກອບອາວຸດປະຕິວັດລາວ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ, ເຮັດສຳເລັດພາລະກິດອັນດີເລີດຮ່ວມກັບກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ເພື່ອຍາດເອົາໄຊຊະນະທົ່ວປະເທດ ໃນສອງບັ້ນຮົບ ຕ້ານລັດທິລ່າເມືອງຂຶ້ນຝຣັ່ງ ແລະ ການຮຸກຮານຂອງຈັກກະພັດອາເມລິກາ. |
| 8 ແຂວງຂອງຫວຽດນາມ ແລະ ລາວ ຈັດກອງປະຊຸມສ່ອງແສງ ວຽກງານປ້ອງກັນ ແລະ ຕ້ານຢາເສບຕິດ ຢູ່ ແຂວງເງ້ອານ ຍສໝ - ຮອງປະທານຄະນະກຳມະການປະຊາຊົນແຂວງ ທ່ານນາງ ເລ ຫງັອກ ຮວາ ໄດ້ສະແດງຄວາມຄາດຫວັງວ່າ ກອງປະຊຸມສ່ອງແສງ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ລະຫວ່າງ 8 ແຂວງຂອງຫວຽດນາມ - ລາວ ຄັ້ງທີ 19 ປີ 2019 ຈະດຳເນີນໄປດ້ວຍຄວາມສຳເລັດ, ເປັນຂີດໝາຍ ... |
ແທັງຮັ່ງ
