ເລື່ອງລາວເບື້ອງຫລັງວັດຖຸພັນຂອງທະຫານຍິງ "ໝວກເບເລສີຂຽວ"

08:07 | 25/04/2022

ຍສໝ - ວັດຖຸພັນແຕ່ລະອັນແມ່ນຕິດພັນກັບຄວາມຄິດຮອດຄອບຄົວ, ຄວາມຊົງຈຳ ທີ່ສວຍງາມ ແລະ ໜ້າເຄົາລົບຂອງບັນດານາຍທະຫານຍິງ ຂອງກົມຮັກສາສັນຕິ ພາບຫວຽດນາມ ໃນວິວັດການປະຕິບັດໜ້າທີ່ຢູ່ ຊູດັງໃຕ້ ແລະ ອາຟະລິກາກາງ.

ເລື່ອງລາວກ່ຽວກັບຄູ່ຜົວເມຍຢູ່ ຊອັກຈັງ ພ້ອມກັນແຕ່ງຄາບເຂົ້າຫນູນຊ່ວຍປະຊາຊົນຢູ່ເຂດແຍກຫ່າງສັງຄົມ ເລື່ອງລາວກ່ຽວກັບຄູ່ຜົວເມຍຢູ່ ຊອັກຈັງ ພ້ອມກັນແຕ່ງຄາບເຂົ້າຫນູນຊ່ວຍປະຊາຊົນຢູ່ເຂດແຍກຫ່າງສັງຄົມ
ເລື່ອງລາວຂອງອາສາສະໝັກ “ພິເສດ” ຢູ່ແນວໜ້າປ້ອງກັນຕ້ານໂລກລະບາດໂຄວິດ-19 ເລື່ອງລາວຂອງອາສາສະໝັກ “ພິເສດ” ຢູ່ແນວໜ້າປ້ອງກັນຕ້ານໂລກລະບາດໂຄວິດ-19
ເລື່ອງລາວເບື້ອງຫລັງວັດຖຸພັນຂອງທະຫານຍິງ

ວັນທີ 20 ເມສາ, ທະຫານຍິງ "ໝວກເບເລສີຂຽວ" ທີ່ເຄີຍປະຕິບັດໜ້າທີ່ ຢູ່ອະຟະລິກາ ໄດ້ມີໜ້າຢູ່ພິທີມອບວັດຖຸພັນຂອງບັນດາທະຫານຍິງກົມຮັກສາສັນຕິພາບຫວຽດນາມ ໃຫ້ຫໍພິພິທະພັນແມ່ຍິງຫວຽດນາມ. ພາບ: Vietnam+

ເລື່ອງລາວເບື້ອງຫລັງວັດຖຸພັນຂອງທະຫານຍິງ

ຜ່ານການສະສົມ, ຫໍພິພິທະພັນແມ່ຍິງຫວຽດນາມ ມີວັດດຖຸພັນ, ເອກະສານ 77 ຢ່າງຂອງພົນທະຫານຍິງ 5 ຄົນ ທີ່ເຂົ້າຮ່ວມປະຕິບັດງານທີ່ຄະນະປະຕິບັດງານຮັກສາສັນຕິພາບຂອງ ສປຊ ຢູ່ສູດັງໃຕ້ ແລະ ອາຟະລິກາງ ມອບໃຫ້. ພາບ: Vietnam+

ເລື່ອງລາວເບື້ອງຫລັງວັດຖຸພັນຂອງທະຫານຍິງ
ພວກເອື້ອຍແມ່ນ 5 ໃນບັນດາທະຫານຍິງໄດ້ປະກອບສ່ວນໃຫ້ແກ່ຫໍພິພິ ທະພັນບໍ່ພຽງແຕ່ບັນດາວັດຖຸພັນເທົ່ານັ້ນ ຫາກຍັງແມ່ນບັນດາເລື່ອງລາວຢູ່ ເບື້ອງຫຼັງອີກດ້ວຍ. ພາບ: Vietnam+
ເລື່ອງລາວເບື້ອງຫລັງວັດຖຸພັນຂອງທະຫານຍິງ
ໜຶ່ງໃນເລື່ອງທີ່ໜ້າຈົດຈຳຕ້ອງເລົ່າສູ່ຟັງກ່ຽວກັບ ພັນໂທ ຫງວຽນທິລຽນ, ຮອງຫົວໜ້າພະແນກວິທະຍາສາດພື້ນຖານ, ໂຮງຮຽນທະຫານຕີພິເສດ ແລະ ເຄື່ອງຈັກຫຍິບ “ກູ້ຊ່ວຍ” ໃນທ່າມກາງໂລກລະບາດໂຄວິດ-19 ປີ 2020. ພາບ: : Vietnam+
ເລື່ອງລາວເບື້ອງຫລັງວັດຖຸພັນຂອງທະຫານຍິງ

ນີ້​ແມ່ນ​ເຄື່ອງຈັກຫຍິບ ຍີ່ຫໍ້ Singer ​ພ້ອມກັບ ພັນໂທ ຫງວຽນທິລຽນ ​ໄດ້​ເຮັດຜ້າອັດປາກອັດດັງ 800 ອັນ, ​ໄດ້​ນຳ​ໃຊ້ຈາກ​ຜ້າ​ແພຂອງເສື້ອ ​ເພື່ອ​ແຈກ​ຢາຍ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ພະນັກງານ​ທຸກ​ຄົນ​ຂອງ​ຄະນະປະຕິບັດງານຮັກ ສາສັນຕິພາບຢູ່ອາຟະລິກາກາງ ​ແລະ ປະຊາຊົນ​ນະຄອນຫຼວງ​ບາງ​ກູ​ຍ. ພາບ: Vietnam+

ເລື່ອງລາວເບື້ອງຫລັງວັດຖຸພັນຂອງທະຫານຍິງ
​ມີ​ບັນດາ​ວັດຖຸ​ພັນ​ທີ່​ເປັນ​ທີ່​ລະນຶກ, ຕິດ​ພັນ​ກັບ​ການ​ເສຍສະຫຼະ​ຊີວິດ​ຂອງ​ທະຫານ​ຫວຽດນາມ ​ຢູ່ທາງໄກ. ນັ້ນ​ແມ່ນ​ເລື່ອງ​ລາວ​ຂອງ​ພັນ​ໂທ ໂດ໊ແອງ ທີ່​ເສຍ​ຊີວິດ​ໄປ​ໃນ​ວັນ​ທີ 6 ມັງກອນ 2022 ​ໃນການປະຕິບັດໜ້າທີ່​ຢູ່​ອາ​ຟະລິກາ​ກາງ. ໃນພາບແມ່ນເວລາທີ່ເພື່ອນຮ່ວມງານໄຫວ້ອາໄລພັນ​ໂທ ໂດ໊ແອງທີ່​ເສຍ​ຊີວິດ​ໄປ​ໃນ​ວັນ​ທີ 6 ມັງກອນ 2022. ພາບເອກະສານ
ເລື່ອງລາວເບື້ອງຫລັງວັດຖຸພັນຂອງທະຫານຍິງ
ໂຄມໄຟ​ສາກ​ທີ່​ ພັນ​ຕີ ຫງວຽນ​ມິແຮ້ງ (ຜູ້​ຊ່ວຍ​ວຽກ​ງານບໍລິເວນ, ກົມ​ຮັກ​ສາ​ສັນ​ຕິ​ພາບ​ຫວຽດ​ນາມ) ພວມຖື​ ແມ່ນ​ຂອງ​ທີ່ວັດຖຸພັນຂອງ ພັນ​ໂທ ໂດ໊ແອງ. ພາບ: : Vietnam+
ເລື່ອງລາວເບື້ອງຫລັງວັດຖຸພັນຂອງທະຫານຍິງ

ທະຫານຍິງທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ໃນອາຟະລິກາ ຍາມໃດກໍ່ ຊອກຫາໂອກາດ ເພື່ອພົບປະ ແລະ ໂອ້ລົມກັບເດັກນ້ອຍ ແລະ ແມ່ຍິງຢູ່ທີ່ນີ້. ພາບເອກະສານ

ເລື່ອງລາວເບື້ອງຫລັງວັດຖຸພັນຂອງທະຫານຍິງ
ບັນດາ​ວັດຖຸ​ພັນ​ທີ່ ​ທ່ານ​ພັນໂທ ໂດ໊ທິຮັ່ງງາ ​ມອບໃຫ້​ຫໍພິພິທະ​ພັນ. ພາບ: : Vietnam+
ເລື່ອງລາວເບື້ອງຫລັງວັດຖຸພັນຂອງທະຫານຍິງ
ນີ້​ແມ່ນ​ຈໍານວນ​ໜຶ່ງ​ໃນ​ບັນດາ​ວັດຖຸ​ພັນ​ທີ່​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ​ໄດ້​ຮັບ ​ແລະ ປະຈຸບັນຍັງບໍ່ມັນໄດ້​ວາງສະ​ແດງເທື່ອ. ພາບ: : Vietnam+

ບູນມີ

ເຫດການ
302 Found

Found

The document has moved here.