ເລື່ອງລາວກ່ຽວກັບຄູ່ຜົວເມຍຢູ່ ຊອັກຈັງ ພ້ອມກັນແຕ່ງຄາບເຂົ້າຫນູນຊ່ວຍປະຊາຊົນຢູ່ເຂດແຍກຫ່າງສັງຄົມ

20:01 | 05/12/2021

ແຂວງ ຊອັກຈັງ ແມ່ນຫນຶ່ງໃນບັນດາທ້ອງຖິ່ນ ທີ່ມີຈຳນວນຜູ້ຕິດເຊື້ອໂຄວິດໃນລະດັບສູງ ແລະ ຖືກແຍກອອກຫ່າງຈາກສັງຄົມ ຍ້ອນໂລກລະບາດໂຄວິດ -19. ໂດຍເຂົ້າໃຈໄດ້ຄວາມຫຍຸ້ງຍາກລຳບາກຂອງກຳລັງເຂົ້າຮ່ວມການປ້ອງກັນຕ້ານໂລກລະບາດກໍ່ຄືຜູ້ທີ່ພວມຖືກແຍກຫ່າງ, ຄູ່ຜົວເມຍອ້າຍ ເຟືອກແລ່ງ ແລະ ເອື້ອຍ ຮີ່ງທິທູຮັ່ງ ຢູ່ ບ້ານ ອານແຈກ ຕາແສງ ອານຮຽບ ເມືອງ ເຈົາແທ່ງ ໄດ້ພ້ອມກັນເຂົ້າຮ່ວມການແຕ່ງຄາບເຂົ້າຫນູນຊ່ວຍປະຊາຊົນຢູ່ຕາມເຂດແຍກຫ່າງຕ່າງໆ ເພື່ອພ້ອມກັບອຳນາດການປົກຄອງທ້ອງຖິ່ນທຸກຂັ້ນເບິ່ງແຍງດູແລປະຊາຊົນໃຫ້ດີທີ່ສຸດ.

ນາງ ຫງວຽນທຸກຖຸ່ຍຕຽນ-ຜູ້ຕາງໜ້າຂອງ ຫວຽດນາມ ໄດ້ຮັບນາມມະຍົດນາງງາມສັນຕິພາບສາກົນ 2021 (Miss Grand International 2021) ນາງ ຫງວຽນທຸກຖຸ່ຍຕຽນ-ຜູ້ຕາງໜ້າຂອງ ຫວຽດນາມ ໄດ້ຮັບນາມມະຍົດນາງງາມສັນຕິພາບສາກົນ 2021 (Miss Grand International 2021)
ຫວຽດນາມໃຫ້ຄຳໝັ້ນສັນຍາປະຕິບັດຕາມ UNCLOS ແລະ ປະຕິບັດບັນດາເອກະສານທີ່ກ່ຽວຂ້ອງ ຫວຽດນາມໃຫ້ຄຳໝັ້ນສັນຍາປະຕິບັດຕາມ UNCLOS ແລະ ປະຕິບັດບັນດາເອກະສານທີ່ກ່ຽວຂ້ອງ
ເລື່ອງລາວກ່ຽວກັບຄູ່ຜົວເມຍຢູ່ ຊອັກຈັງ ພ້ອມກັນແຕ່ງຄາບເຂົ້າຫນູນຊ່ວຍປະຊາຊົນຢູ່ເຂດແຍກຫ່າງສັງຄົມ
ອ້າຍ ເຈີນເຟືອກແລ່ງ ແລະ ເອື້ອຍ ຮີ່ງທິທູຮັ່ງ ກຽມຄາບເຂົ້າສົ່ງເຖິງປະຊາຊົນຢູ່ເຂດແຍກຫ່າງ. (ພາບ: vov)

ທຸກໆມື້ ເມື່ອຮອດເວລາ 8 ໂມງ, ມີຄົນກຸ່ມໜຶ່ງປະມານ 10 ຄົນ ໄດ້ມາແຕ່ງກິນຢູ່ເຮືອນຂອງອ້າຍ ເຈີນເຟືອກແລ່ງ ແລະ ເອື້ອຍ ຮີ່ງທິທູຮັ່ງ. ຄອບຄົວອ້າຍແລ່ງ ໄດ້ສ້າງເຮືອນຄົວຂຶ້ນມາຫຼັງໜຶ່ງໂດຍສະເພາະ ເພື່ອຮ່ວມແຮງຮ່ວມໃຈກັບອຳນາດການປົກຄອງທ້ອງຖິ່ນ ປຸງແຕ່ງອາຫານ ຫນູນຊ່ວຍຄາບເຂົ້າໃຫ້ປະຊາຊົນ ທີ່ພວມປະຕິບັດການແຍກຫ່າງສັງຄົມຍ້ອນໂຄວິດ.

ອ້າຍ ເຈີນເຟືອກແລ່ງ ໃຫ້ຮູ້ວ່າ: ນັບແຕ່ຕົ້ນເດືອນຕຸລາ ມາຮອດປະຈຸບັນ, ແຂວງ ຊອັກຈັງ ມີຊາວຜູ້ອອກແຮງງານ ກັບມາບ້ານເປັນຈຳນວນຫຼາຍ ຈາກຫລາຍແຂວງ, ນະຄອນຕາມການກຳນົດໃນວຽກງານປ້ອງກັນຕ້ານໂລກລະບາດ, ເຂົາເຈົ້າຕ້ອງໄດ້ປະຕິບັດການແຍກຫ່າງ. ເພື່ອແບ່ງປັນຄວາມຫຍຸ້ງຍາກຂອງພໍ່ແມ່ປະຊາຊົນ ທີ່ຕ້ອງປະລະວຽກງານກັບມາບ້ານ, ຄູ່ຜົວເມຍອ້າຍເຟືອຍແລ່ງໄດ້ປຶກສາຫາລືນຳກັນວ່າ ຕ້ອງປະກອບກຳລັງເຫື່ອແຮງເພື່ອພ້ອມກັບທ້ອງຖິ່ນເບິ່ງແຍງດູແລພໍ່ແມ່ປະຊາຊົນໃຫ້ມີຄວາມອຸ່ນອ່ຽນໃຈໃນການແຍກຫ່າງສັງຄົມ. ອ້າຍເຟືອຍແລ່ງ ແບ່ງປັນວ່າ:

“ຜູ້ທີ່ກັບມາບ້ານສ່ວນຫລາຍແມ່ນຜູ້ອອກແຮງງານທີ່ທຸກຍາກ, ໄປເຮັດວຽກຢູ່ ນະຄອນ ໂຮ່ຈີມິນ. ໂດຍເລີ່ມມາຈາກຈິດໃຈທີ່ເມດຕາ, ມີຄວາມຮັກແພງຊ່ວຍເຫລືອກັນ, ເມື່ອເຫັນ ລັດ ເອົາໃຈໃສ່ເບິ່ງແຍງດູແລປະຊາຊົນ, ຂ້າພະເຈົ້າກໍ່ລະດົມຜູ້ໃຈບຸນໃຈກຸສົນປະກອບສ່ວນເລັກໆນ້ອຍເພື່ອປຸງແຕ່ງອາຫານ, ຄາບເຂົ້າຫນູນຊ່ວຍປະຊາຊົນທີ່ພວມປະຕິບັດການແຍກຫ່າງ ປະກອບສ່ວນພ້ອມກັບອຳນາດການປົກຄອງທ້ອງຖິ່ນເຂົ້າຮ່ວມວຽກງານປ້ອງກັນຕ້ານໂລກລະບາດ”

ເພື່ອໃຫ້ມີການປຸງແຕ່ງອາຫານ ແລະ ມີຄາບເຂົ້າໄປຊ່ວຍປະຊາຊົນທີ່ພວມແຍກຫ່າງຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງນັ້ນ, ນອກຈາກ 4 ຄົນໃນຄອບຄົວຂອງອ້າຍເຂົ້າຮ່ວມແລ້ວ, ຄູ່ຜົວເມຍອ້າຍ ແລ່ງ ຍັງຂົນຂວາຍພໍ່ແມ່ປະຊາຊົນໃນບ້ານມາຊ່ວຍ. ເອື້ອຍ ຮີ່ງທິທູຮັ່ງ ໃຫ້ຮູ້ວ່າ: ເວລາ 16 ໂມງຂອງທຸກມື້, ຈະມີອາສາສະໝັກມາຮັບເອົາເຂົ້າ 130 ທີ່ ໄປສົ່ງໃຫ້ກຳລັງແນວຫນ້າໃນການປ້ອງກັນຕ້ານໂລກລະບາດ ແລະ ປະຊາຊົນທີ່ພວມປະຕິບັດການແຍກຫ່າງຢູ່ບໍລິເວນຕາແສງ. ວຽກງານນີ້ເຖິງວ່າອິດເມື່ອຍ ແຕ່ກໍ່ຮູ້ສຶກປິຕິຊົມຊື່ນ ແລະ ມີຄວາມໝາຍ. ນີ້ກໍ່ແມ່ນການເຄື່ອນໄຫວຊື່ງປະຊາຊົນຄືຄູ່ຜົວເມຍອ້າຍແລ່ງ ຕ້ອງເຂົ້າຮ່ວມພ້ອມກັບທ້ອງຖິ່ນປະຕິບັດການຫນູນຊ່ວຍສັງຄົມໃນໄລຍະປະຈຸບັນ. ເອື້ອຍ ຮີ່ງທິທູຮັ່ງ ໃຫ້ຮູ້ວ່າ:

“ສອງຜົວເມຍ ເປັນຈິດຫນຶ່ງໃຈດຽວປຸງແຕ່ງອາຫານ, ຄາບເຂົ້າຫນູນຊ່ວຍປະຊາຊົນ. ຂ້າພະເຈົ້າໄປຕະຫລາດທຸກມື້ເພື່ອຊື້ວັດຖຸດິບມາປຸງແຕ່ງອາຫານ ແລະ ແຕ່ລະມື້ອາຫານກໍ່ຜັດປ່ຽນກັນໄປ ເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນມີສຸຂະພາບແຂງແຮງດີເພື່ອປ້ອງກັນຕ້ານໂລກລະບາດ ແລະ ກັບຄືນເມືອຫາຄອບຄົວທີ່ຮັກແພງຂອງເຂົາເຈົ້າຢ່າງປອດໄພ”.

ນອກຈາກຫນູນຊ່ວຍຄາບເຂົ້າແລ້ວ, ນັບແຕ່ເມື່ອໂລກລະບາດໂຄວິດ -19 ເກີດຂຶ້ນໃນຮອບທີ 4 ນີ້, ຄູ່ຜົວເມຍອ້າຍແລ່ງ ຍັງສົມທົບກັບສ່ວນບຸກຄົນຫລາຍໆຄົນເພື່ອສະຫນັບສະຫນູນເຂົ້າສານເກືອບ 20 ໂຕນ, ໝີ່ສຳເລັດຮູບ 700 ແກັດ ແລະ ເຄື່ອງໃຊ້ທີ່ຈຳເປັນຈຳນວນຫນຶ່ງ ເພື່ອຫນູນຊ່ວຍຄອບຄົວທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກຍ້ອນໄດ້ຮັບຜົນສະທ້ອນຈາກໂລກລະບາດໂຄວິດ 19 ຢູ່ ບັນດາຕາແສງ ອາຍຫຽບ, ຟູເຕີນ, ໂຮ່ດັກກ້ຽນ, ທ້ວນຮ່ວາ ແລະ ເທດສະບານ ເຈົາແທ່ງ ເປັນເງິນທັງໝົດຫຼາຍກວ່າ 350 ລ້ານດົ່ງ.

ອ້າຍ ເຈີນເຟືອງແລ່ງ ກໍ່ແມ່ນ ຫົວຫນ້າກຸ່ມທຳການກຸສົນ ທີ່ມີຊື່ວ່າ “ໃນຊີວິດຄວນຄິດເຖິງຜູ້ອື່ນ”, ກຸ່ມການກຸສົນນີ້ ໄດ້ເຊື່ອມຕໍ່ກັບຫລາຍໆຄົນ, ຜູ້ມີຈິດໃຈສັດທາຢາກທຳບຸນ, ຜູ້ມີໃຈບຸນໃຈກຸສົນທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອແນໃສ່ຫນູນຊ່ວຍປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ, ຜູ້ຢູ່ໂດດດ່ຽວ, ເດັກພິການ, ກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈໃຫ້ຄອບຄົວທຸກຍາກ. ທ່ານ ຫງວຽນວັນເຮົ້າ ເລຂາພັກ, ປະທານ ຄະນະກຳມະການປະຊາຊົນ ຕາແສງ ອານຮຽບ ເມືອງ ເຈົາແທ່ງ ໃຫ້ຮູ້ວ່າ:

“ຄອບຄົວ ອ້າຍ ເຈີນເຟືອກແລ່ງ ໄດ້ຂົນຂວາຍ, ຫນູນຊ່ວຍຄາບເຂົ້າຫຼາຍໆທີ່ ໃຫ້ພໍ່ແມ່ປະຊາຊົນ ແລະ ຄະນະຊີ້ນຳຂອງຕາແສງເພື່ອຮ່ວມແຮງຮ່ວມໃຈຫນູນຊ່ວຍພໍ່ແມ່ປະຊາຊົນທີ່ພວມປະຕິບັດການແຍກຫ່າງຢ່າງທັນການ. ໃນໄລຍະຈະມາເຖິງ ຄະນະຊີ້ນຳຕາແສງ ຈະສຸມໃສ່ກວດກາເບິ່ງຜູ້ທີ່ປະຕິບັດການແຍກຕົວຢູ່ສູນ ແລະ ແຍກຕົວຢູ່ເຮືອນ ເມື່ອສຳເລັດແລ້ວ ພວກຂ້າພະເຈົ້າຈະເອົາເຄື່ອງໃຊ້ທີ່ຈຳເປັນ ໄປຊ່ວຍເຫຼືອໃຫ້ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກ”

ຕໍ່ຫນ້າສະພາບການໂລກລະບາດໂຄວິດ -19 ສົ່ງຜົນສະທ້ອນເຖິງຊີວິດການເປັນຢູ່ຂອງປະຊາຊົນ, ຄູ່ຜົວເມຍອ້າຍແລ່ງໄດ້ແບ່ງປັນກັບປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນເມືອງ ເຈົາແທ່ງ ເວົ້າສະເພາະ ແລະ ປະຊາຊົນທີ່ກັບມາຈາກເຂດເກີດໂລກລະບາດເວົ້າລວມ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກໃນຊີວິດ ປະຕິບັດວຽກງານປ້ອງກັນຕ້ານໂລກລະບາດໃຫ້ເປັນຢ່າງດີ, ນຳຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິໃຫມ່ໂດຍໄວ.

vovworld.vn

ເຫດການ
302 Found

Found

The document has moved here.