ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບຂອງ ສະຫະປະຊາຊາດ

14:43 | 19/04/2026

ຍສໝ - ສືບຕໍ່ບັນດາການເຄື່ອນໄຫວຢູ່ ສາທາລະນະລັດ ອາຟຣິກາກາງ, ໃນຕອນບ່າຍວັນທີ 15 ເມສາ (ຕາມເວລາທ້ອງຖິ່ນ), ຄະນະຜູ້ແທນຂອງກະຊວງປ້ອງກັນຄວາມສະຫງົບ ໂດຍແມ່ນທ່ານພົນໂທ ຟ້າມເຖ໋ຕຸ້ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຫົວໜ້າຄະນະຊີ້ນຳໂຄງການ 05 ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສະຫະປະຊາຊາດ (GGHB LHQ) ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານນາງ ວາເລນທິນ ຣັກວາບີຊາ (Valentine Rugwabiza), ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ (SRSG), ຫົວໜ້າຄະນະປະຕິບັດງານ MINUSCA.

ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ: ສະຫະປະຊາຊາດ ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນກ່ຽວກັບການຫັນເປັນດີຈີຕອນ ແລະ AI
ສົນທິສັນຍາຂອງ ສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ: ດ້ວຍຄຸນຄ່າອັນຄົບຖ້ວນ, ສ້າງພື້ນຖານໃຫ້ແກ່ການຄຸ້ມຄອງທະເລ ແລະ ມະຫາສະໝຸດ
ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບຂອງ ສະຫະປະຊາຊາດ
ທ່ານຮອງລັດຖະມົນຕີ ຟ້າມເຖ໋ຕຸ້ງ ເຂົ້າຢ້ຽມຂໍ່ານັບ ທ່ານນາງ Valentine Rugwabiza (Valentine Rugwabiza), ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ (SRSG), ຫົວໜ້າຄະນະປະຕິບັດງານ MINUSCA.

ຕາງໜ້າໃຫ້ຄະນະຜູ້ແທນ, ທ່ານຮອງລັດຖະມົນຕີ ຟ້າມເຖ໋ຕຸ້ງ ຂໍຝາກຄຳຢື້ຢາມຖາມຂ່າວ ແລະ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ທ່ານນາງ ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່, ຫົວໜ້າຄະນະປະຕິບັດງານ MINUSCA ທີ່ໄດ້ສະລະເວລາໃຫ້ການຕ້ອນຮັບ ແລະ ແລກປ່ຽນບັນດາເນື້ອໃນວຽກງານກັບຄະນະ; ຊົມເຊີຍຄະນະປະຕິບັດງານໃນໄລຍະຜ່ານມາ ທີ່ໄດ້ສະໜັບສະໜູນ ສາທາລະນະລັດ ອາຟຣິກາກາງ ໃນການຮັບປະກັນຄວາມສະຫງົບ, ຄວາມປອດໄພ ແລະ ຈັດຕັ້ງການເລືອກຕັ້ງປະທານາທິບໍດີ, ສະພາແຫ່ງຊາດ ແລະ ອຳນາດການປົກຄອງຕົວເມືອງທ້ອງຖິ່ນ ຮອບທີ 1 ຢ່າງສຳເລັດຜົນ, ປະກອບສ່ວນເຂົ້າໃນການສືບຕໍ່ຮັກສາສັນຕິພາບ ແລະ ສະຖຽນລະພາບ ຢູ່ ອາຟຣິກາກາງ ກໍ່ຄືໃນພາກພື້ນ.

ແລກປ່ຽນໃນກອງປະຊຸມເຮັດວຽກ, ທ່ານຮອງລັດຖະມົນຕີ ຟ້າມເຖ໋ຕຸ້ງ ໄດ້ເນັ້ນໜັກເຖິງແນວທາງຂອງ ຫວຽດນາມ ທີ່ຍາມໃດກໍ່ກຳນົດວ່າ ການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສະຫະປະຊາຊາດ ແມ່ນພາລະກິດການເມືອງທີ່ສຳຄັນ, ຢືນຢັນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການເປັນສະມາຊິກທີ່ມີຄວາມຮັບຜິດຊອບຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.

ພ້ອມກັນນັ້ນ, ທ່ານຮອງລັດຖະມົນຕີ ໄດ້ສະຫຼຸບໂດຍຫຍໍ້ກ່ຽວກັບຂະບວນການເຂົ້າຮ່ວມຂອງ ຫວຽດນາມ ເຂົ້າໃນກຳລັງຮັກສາສັນຕິພາບຂອງ ສະຫະປະຊາຊາດ ນັບແຕ່ປີ 2014 ມາຮອດປັດຈຸບັນ. ພາຍຫຼັງຫຼາຍກວ່າ 12 ປີ, ກຳລັງຂອງ ຫວຽດນາມ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຢືນຢັນບົດບາດເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບຂອງ ສະຫະປະຊາຊາດ.

ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບຂອງ ສະຫະປະຊາຊາດ
ພາບລວມຂອງກອງປະຊຸມເຮັດວຽກ.

ສຳລັບກຳລັງກອງທັບ, ຫວຽດນາມ ໄດ້ຈັດສົ່ງນາຍທະຫານ ແລະ ທະຫານວິຊາຊີບຫຼາຍກວ່າ 1.300 ເທື່ອຄົນ ເຂົ້າຮ່ວມທັງສອງຮູບແບບຄື ບຸກຄົນ ແລະ ກົມກອງ. ກຳລັງກອງທັບທີ່ຖືກຈັດສົ່ງໄປລ້ວນແຕ່ສຳເລັດໜ້າທີ່ເປັນຢ່າງດີ, ຮັກສາລະບຽບວິນາຍຢ່າງເຂັ້ມງວດ ແລະ ໄດ້ຮັບການຕີລາຄາສູງ, ໃນນັ້ນໄດ້ຜັນຂະຫຍາຍໂຮງໝໍພາກສະໜາມຂັ້ນ 2 ຈຳນວນ 7 ແຫ່ງ ແລະ ກອງຊ່າງແສງ 4 ກອງ ຢ່າງສຳເລັດຜົນ; ປັດຈຸບັນພາຍລັງກະກຽມຜັນຂະຫຍາຍກອງຊ່າງແສງ ເລກທີ 5 (ຈຳນວນ 180 ຄົນ) ແລະ ໂຮງໝໍພາກສະໜາມຂັ້ນ 2 ເລກທີ 8 (ຈຳນວນ 63 ຄົນ) ເພື່ອພ້ອມທີ່ຈະປ່ຽນແທນຕາມກຳນົດ. ກ່ຽວກັບເຂດເຄື່ອນໄຫວ, ໄດ້ຜັນຂະຫຍາຍກຳລັງຢູ່ບັນດາຄະນະປະຕິບັດງານຢູ່ ຊູດັງໃຕ້, ສາທາລະນະລັດ ອາຟຣິກາກາງ, ເຂດ Abyei ແລະ ຢູ່ສຳນັກງານໃຫຍ່ຂອງ ສະຫະປະຊາຊາດ (New York, ອາເມລິກາ).

ສຳລັບກຳລັງປ້ອງກັນຄວາມສະຫງົບ, ຮອດເດືອນເມສາ 2026, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດສົ່ງນາຍຕຳຫຼວດຫຼາຍສິບເທື່ອຄົນ ໄປປະຕິບັດໜ້າທີ່ຕາມຮູບແບບບຸກຄົນຢູ່ບັນດາຄະນະປະຕິບັດງານ UNMISS (ຊູດັງໃຕ້), MINUSCA (ສາທາລະນະລັດ ອາຟຣິກາກາງ), UNISFA (ເຂດ Abyei) ແລະ ສຳນັກງານໃຫຍ່ຂອງ ສະຫະປະຊາຊາດ (New York, ອາເມລິກາ).

ໂດຍສະເພາະ, ກົມກອງຕຳຫຼວດ ເລກທີ 1 ທີ່ມີຂະໜາດພະນັກງານ ແລະ ນັກຮົບ 160 ຄົນ ແມ່ນໄດ້ຮັບການຍົກລະດັບຈາກ ສະຫະປະຊາຊາດ ຂຶ້ນເປັນລະດັບ 3 ໃນລະບົບຄວາມພ້ອມດ້ານຄວາມສາມາດ, ເຊິ່ງເປັນການຢືນຢັນເຖິງບົດບາດ ແລະ ຄວາມເປັນມືອາຊີບທີ່ໂດດເດັ່ນ. ອັດຕາສ່ວນນາຍຕຳຫຼວດຍິງທີ່ເຂົ້າຮ່ວມແມ່ນຮັກສາຢູ່ໃນລະດັບສູງສະເໝີ (ບັນລຸຫຼາຍກວ່າ 30%), ລື່ນຄາດໝາຍທີ່ ສະຫະປະຊາຊາດ ຊຸກຍູ້. ໝາກຜົນເຫຼົ່ານີ້ໄດ້ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງ ຫວຽດນາມ ທີ່ມີຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງແບບຍືນຍົງສາກົນ ແລະ ພ້ອມສະເໝີທີ່ຈະເຂົ້າຮ່ວມແກ້ໄຂບັນດາສິ່ງທ້າທາຍທົ່ວໂລກໃນຕໍ່ໜ້າ.

ຕີລາຄາສູງຕໍ່ການສະໜັບສະໜູນຂອງບັນດາອົງການຢູ່ຄະນະປະຕິບັດງານ MINUSCA ໃນໄລຍະຜ່ານມາ ໃນການຜັນຂະຫຍຍາຍກຳລັງປ້ອງກັນຄວາມສະຫງົບ ຫວຽດນາມ ຢູ່ຄະນະປະຕິບັດງານ, ທ່ານຮອງລັດຖະມົນຕີ ຟ້າມເຖ໋ຕຸ້ງ ສະເໜີວ່າ, ໃນຕໍ່ໜ້າ, ບັນດາອົງການຂອງຄະນະປະຕິບັດງານ MINUSCA ຈົ່ງສືບຕໍ່ໃຫ້ຄວາມສົນໃຈ, ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານາຍຕຳຫຼວດ ຫວຽດນາມ ທີ່ພວມປະຕິບັດງານຢູ່ຄະນະປະຕິບັດງານ MINUSCA ເພື່ອສຳເລັດພາລະບົດບາດ ແລະ ໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ. ສະໜັບສະໜູນ ຫວຽດນາມ ເພີ່ມທະວີການປະກອບສ່ວນເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບຂອງ ສະຫະປະຊາຊາດ, ເຊິ່ງກ່ອນອື່ນໝົດແມ່ນການຂະຫຍາຍຕຳແໜ່ງນາຍຕຳຫຼວດບຸກຄົນໃຫ້ສອດຄ່ອງກັບຄວາມຕ້ອງການຂອງບັນດາຄະນະປະຕິບັດງານ.

ບົນພື້ນຖານກົມກອງຕຳຫຼວດຮັກສາສັນຕິພາບ ເລກທີ 1 ຂອງ ຫວຽດນາມ ທີ່ບັນລຸລະດັບ 3 ໃນລະບົບຄວາມພ້ອມດ້ານຄວາມສາມາດຂອງ ສະຫະປະຊາຊາດ, ສະເໜີໃຫ້ບັນດາອົງການຂອງຄະນະປະຕິບັດງານ ໃຫ້ຄວາມສົນໃຈ, ສະໜັບສະໜູນ ແລະ ຊ່ວຍເຫຼືອໃນການແລກປ່ຽນກ່ຽວກັບຄວາມສາມາດຜັນຂະຫຍາຍກົມກອງນີ້ຢູ່ MINUSCA ເມື່ອມີຄວາມຕ້ອງການທີ່ສອດຄ່ອງ, ຫຼື ຢູ່ບັນດາຄະນະປະຕິບັດງານອື່ນໆຂອງ ສະຫະປະຊາຊາດ.

ທ່ານຮອງລັດຖະມົນຕີ ຍັງໄດ້ສະເໜີໃຫ້ບັນດາອົງການຂອງຄະນະປະຕິບັດງານ ສືບຕໍ່ແບ່ງປັນຂໍ້ມູນ, ທິດທາງ ແລະ ບົດຮຽນຕົວຈິງ ກ່ຽວກັບຄວາມຕ້ອງການນຳໃຊ້ກຳລັງຕຳຫຼວດຂອງ ສະຫະປະຊາຊາດ; ພ້ອມທັງສ້າງເງື່ອນໄຂໃຫ້ຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ໄດ້ແລກປ່ຽນ ແລະ ຖອດຖອນບົດຮຽນຢູ່ຄະນະປະຕິບັດງານ ໃນການຢ້ຽມຢາມຄັ້ງນີ້, ຜ່ານນັ້ນຊ່ວຍໃຫ້ ຫວຽດນາມ ກະກຽມກຳລັງໃຫ້ນັບມື້ນັບດີຂຶ້ນ ເພື່ອເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສະຫະປະຊາຊາດ.

ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບຂອງ ສະຫະປະຊາຊາດ
ທ່ານຮອງລັດຖະມົນຕີ ຟ້າມເຖ໋ຕຸ້ງ ແລະ Valentine Rugwabiza ພ້ອມດ້ວຍບັນດາຜູ້ແທນເຂົ້າຮ່ວມກອງປະຊຸມເຮັດວຽກ.

ທີ່ກອງປະຊຸມເຮັດວຽກ, ທ່ານນາງ Valentine Rugwabiza ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ຄະນະປະຕິບັດງານ MINUSCA ຂອງທ່ານຮອງລັດຖະມົນຕີ ຟ້າມເຖ໋ຕຸ້ງ ແລະ ຄະນະຜູ້ແທນກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ. ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່, ຫົວໜ້າຄະນະປະຕິບັດງານ MINUSCA ໄດ້ສົນທະນາກັບຄະນະຜູ້ແທນກ່ຽວກັບໝາກຜົນຂອງການເລືອກຕັ້ງປະທານາທິບໍດີ, ສະພາແຫ່ງຊາດ ແລະ ອຳນາດການປົກຄອງຕົວເມືອງ ຮອບທີ 1 ຂອງ ສາທາລະນະລັດ ອາຟຣິກາກາງ; ສະພາບການລວມພາຍຫຼັງການເລືອກຕັ້ງໃນເດືອນທັນວາ 2025 ຂອງ ສາທາລະນະລັດ ອາຟຣິກາກາງ, ໃນນັ້ນມີສະພາບການປົກປ້ອງພົນລະເຮືອນ.

ແລກປ່ຽນກ່ຽວກັບໝາກຜົນຂອງການເຄື່ອນໄຫວ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຂອງຄະນະປະຕິບັດງານ, ໂດຍສະເພາະແມ່ນສະພາບຄວາມຫຍຸ້ງຍາກດ້ານງົບປະມານຂອງ ສະຫະປະຊາຊາດ, ເຊິ່ງບັງຄັບໃຫ້ຕ້ອງໄດ້ຕັດງົບປະມານ ແລະ ບຸກຄະລາກອນ UNPOL, ນຳໄປສູ່ການປິດບາງຖານທີ່ໝັ້ນ ແລະ ປັບປຸງໂຄງສ້າງກຳລັງຂອງຄະນະປະຕິບັດງານໃນໄລຍະຜ່ານມາ, Valentine Rugwabiza ກໍ່ໄດ້ຍົກບາງແຜນການບຸລິມະສິດຂອງຄະນະປະຕິບັດງານໃນຕໍ່ໜ້າ.

ທ່ານນາງ Valentine Rugwabiza ຕີລາຄາສູງຕໍ່ການປະກອບສ່ວນຂອງບັນດານາຍຕຳຫຼວດ ຫວຽດນາມ ຕໍ່ກັບການເຄື່ອນໄຫວຮັກສາສັນຕິພາບຢູ່ຄະນະປະຕິບັດງານ, ເຊິ່ງໄດ້ປະກອບສ່ວນຮ່ວມມືກັນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອການຮ່ວມມື ແລະ ພັດທະນາຢູ່ ສາທາລະນະລັດ ອາຟຣິກາກາງ; ພ້ອມກັນນັ້ນກໍ່ສະແດງຄວາມພ້ອມທີ່ຈະສະໜັບສະໜູນ, ຊ່ວຍເຫຼືອ ແລະ ສ້າງເງື່ອນໄຂທີ່ດີທີ່ສຸດ ເພື່ອໃຫ້ບັນດານາຍຕຳຫຼວດ ຫວຽດນາມ ທີ່ເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສະຫະປະຊາຊາດ ຢູ່ ສາທາລະນະລັດ ອາຟຣິກາກາງ ສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເລີດ.

ສະຫະປະຊາຊາດ ໄດ້ເລືອກເອົາປີ 2026 ເປັນປີສາກົນ ແມ່ຍິງເຮັດວຽກງານກະສິກຳ ສະຫະປະຊາຊາດ ໄດ້ເລືອກເອົາປີ 2026 ເປັນປີສາກົນ ແມ່ຍິງເຮັດວຽກງານກະສິກຳ

ຍສໝ - ສະ​ມັດ​ຊາ​ໃຫຍ່​ສະຫະປະຊາຊາດ ຫາກກໍເຫັນດີເປັນເອກະພາບ​ຜ່ານ​ມະຕິເລືອກເອົາປີ 2026 ເປັນປີສາກົນແມ່ຍິງເຮັດວຽກງານກະສິກຳ. ມະຕິ​ດັ່ງກ່າວ​ ໂດຍກຸ່ມຫຼັກແຫຼ່ງລວມມີ: ອາ​ເມ​ລິ​ກາ, ອາກຊັງຕິນ, ໂກໂລມບີ, ຝຣັ່ງ, ອີ​ຕາ​ລີ, ຍີ່ປຸ່ນ, ມາຣົກ, ​ເປຣູ, ຟີ​ລິບ​ປິນ ​ແລະ ຫວຽດນາມ ສະເໜີ ແລະ ໄດ້ມີ 126 ປະ​ເທດອຸປະຖຳຮ່ວມ.

ຊຸກຍູ້ການຮ່ວມມືລະຫວ່າງສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະຫະປະຊາຊາດ ປະຈຳຫວຽດນາມ ຊຸກຍູ້ການຮ່ວມມືລະຫວ່າງສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ສະຫະປະຊາຊາດ ປະຈຳຫວຽດນາມ

ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານ ຟານແອັງເຊີນ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບ ທ່ານ ນາງ Pauline Tamesis ຜູ້ປະສານງານຂອງອົງການ ສະຫະປະຊາຊາດ ປະຈຳ ຫວຽດນາມ. ຈຸດສຸມຂອງການແລກປ່ຽນແມ່ນ​ການ​ປຶກ​ສາ​ຫາ​ລື​ທິດ​ທາງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ