| ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ຊຸກຍູ້ປະເທດພັດທະນາໂດຍໄວ, ຍືນຍົງ, ຍົກສູງຊີວິດການເປັນຢູ່ທຸກດ້ານຂອງປະຊາຊົນ. | |
| ໄຂກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຊຸດທີ 16 |
![]() |
| ທ່ານປະທານສະພາແຫ່ງຊາດຊຸດທີ XVI ເຈິ່ນແທັງເໝິນ ສາບານຕົວຮັບດຳລົງຕຳແໜ່ງ (ພາບ: VOV) |
ຢູ່ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XVI ໄດ້ດຳເນີນໃນວັນທີ 6 ເມສາ, ທ່ານເຈິ່ນແທັງເໝິນ ປະທານສະພາແຫ່ງຊາດຊຸດທີ XV ສືບຕໍໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກສະພາແຫ່ງຊາດດຳລົງຕຳແໜ່ງປະທານສະພາແຫ່ງຊາດຊຸດທີ XVI. ໃນໂອກາດນີ້, ການນຳລັດຖະສະພາບັນດາປະເທດຄື: ລາວ, ຈີນ, ກຳປູເຈຍ ໄດ້ສົ່ງໂທລະເລກ ແລະ ສານຊົມເຊີຍ.
ໃນຈົດໝາຍ, ທ່ານປະທານສະພາແຫ່ງຊາດສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໄຊສົມພອນ ພົວວິຫານ ປາດຖະໜາຢາກສືບຕໍ່ຮ່ວມມືກັບປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ແລະ ສະພາແຫ່ງຊາດ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອປັບປຸງ ແລະ ເສີມຂະຫຍາຍການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ລາວ - ຫວຽດນາມ, ທ່ານປາດຖະໜາຢາກການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດນັບມື້ນັບພັດທະນາເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນ.
ໂດຍສະແດງຄວາມຊົມເຊີຍຕໍ່ທ່ານ ເຈິ່ນແທັງເໝິນ, ທ່ານ Zhao Leji ຫົວໜ້າຄະນະປະຈຳກອງປະຊຸມຜູ້ແທນປະຊາຊົນທົວປະເທດ ສປ.ຈີນ ຢັ້ງຢືນຈະພ້ອມກັບທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ປະຕິບັດຄວາມຮັບຮູ້ລວມຍຸດທະສາດຂອງການນຳຂັ້ນສູງສອງພັກ, ສອງລັດ, ເພີ່ມທະວີການຮ່ວມມືລະຫວ່າງສອງອົງການສ້າງຕັ້ງກົດໝາຍ, ປະກອບສ່ວນສ້າງນິຕິກຳສັງຄົມນິຍົມຂອງແຕ່ລະປະເທດ ແລະ ຊຸກຍູ້ການສ້າງປະຊາຄົມແບ່ງປັນອະນາຄົດ ຈີນ - ຫວຽດນາມ ທີ່ມີຄວາມໝາຍຍຸດທະສາດ.
ທ່ານປະທານສະພາສູງ ລາຊະອານາຈັກ ກຳປູເຈຍ Samdech Techo Hun Sen ແລະ ທ່ານປະທານສະພາແຫ່ງຊາດ ລາຊະອານາຈັກກຳປູເຈຍ Khuon Sudary ໄດ້ຊົມເຊີຍທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເນື່ອງໃນໂອກາດສືບຕໍ່ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ຊຸດທີ XVI, ທ່ານປາດຖະໜາຢາກສືບຕໍ່ຮ່ວມມືກັບທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຢ່າງແໜ້ນແຟ້ນເພື່ອຊຸກຍູ້, ເຮັດໃຫ້ເລິກເຊິ່ງ ແລະ ເປີດກວ້າງກ່ວາອີກການພົວພັນຮ່ວມມືລັດຖະສະພາ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນຂອງພາກພື້ນ ແລະ ໂລກ.
ຕາມ vovworld.vn
https://vovworld.vn/lo-LA/khaawedn/oth-la-elk-eila-saan-som-esiiny-thaan-echin-eithng-ehmin-pa-thaan-sa-phaa-eihng-saad-hwnyd-naam-sud-2425697.vov5
| ປະທານສະມາຄົມມິດຕະພາບສະວິດ - ຫວຽດນາມ: ຄວາມພາກພູມໃຈທີ່ໄດ້ເຫັນການເຕີບໂຕຂອງຫວຽດນາມ ພາຍຫຼັງ 80 ປີແຫ່ງວັນຊາດ ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ (2 ກັນຍາ 1945 – 2 ກັນຍາ 2025), ທ່ານນາງ Anjuska Marija Weil, ປະທານສະມາຄົມມິດຕະພາບສະວິດ - ຫວຽດນາມ ໄດ້ແບ່ງປັນຄວາມຕື້ນຕັນໃຈເມື່ອໄດ້ເຫັນປະເທດ ເຊິ່ງນາງເຄີຍຕໍ່ສູ້ເພື່ອສັນຕິພາບ ແລະ ເອກະລາດກັບເພື່ອນມິດສາກົນ, ປະຈຸບັນໄດ້ພັດທະນາຢ່າງເຂັ້ມແຂງ ແລະ ... |
| ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ພົບປະກັບທ່ານຮອງປະທານສະພາແຫ່ງຊາດ ລາວ ຍສໝ - ຕາມທູດພິເສດສຳນັກຂ່າວສານຫວຽດນາມ ແລ້ວ, ຕອນເຊົ້າວັນທີ 30 ກໍລະກົດນີ້ຕາມເວລາທ້ອງຖິ່ນ, ຢູ່ Geneva (ສະວິດ), ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 6, ທ່ານປະທານສະພາແຫ່ງຊາດ ເຈີ່ນແທງເໝີນ ໄດ້ຕ້ອນຮັບທ່ານນາງ ຮອງປະທານສະພາແຫ່ງຊາດ ລາວ ສຸນທອນ ໄຊຍະຈັກ. |
ຕາມ vovworld.vn
