ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ ທາງ​ທິດ​ເໜືອ ຫວຽດ​ນາມ ​ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 15 - 17 ເມ​ສາ ​ຢູ່ ຮ່າ​ໂນ້ຍ

10:01 | 11/04/2022

ຍ​ສ​ໝ - ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ 6 ແຂວງ​ທາງ​ທິດ​ເໜືອ​ຫວຽດ​ນາມ ແລະ ​ນະ​ຄອນ​ຮ່າ​ໂນ້ຍ ​ປີ 2022 ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 15 – 17 ເມ​ສາ​ ຢູ່​ສວນ​ສາ​ທາ​ລະ​ນະ​ລີ​ທ໊າຍ​ໂຕ, ນະ​ຄອນ​ຮ່າ​ໂນ້ຍ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຫດ​ການນອນ​ໃນ​ລາຍ​ການ “ຜ່ານ​ບັນ​ດາ​ເຂດ​ມໍ​ລະ​ດົກ ທາງ​ທິດ​ເໜ​ືອ ຫວຽດ​ນາມ” ທີ່​ໄດ້​ຈັດ​ຕັ້ງ​ປະ​ຈຳ​ປີ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ແຂວງ​ຄື: ຮ່າ​ຢາງ, ຕວຽ​ນກວາງ, ທ໊າຍງວຽນ, ບັກ​ກ້ານ, ກາວ​ບັ່ງ, ລ້າງ​ເຊີນ.

ງານບຸນສືື່ມວນຊົນ​ທົ່ວ​ປະ​ເທດ 2022 ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 13 – 15 ເມ​ສາ ງານບຸນສືື່ມວນຊົນ​ທົ່ວ​ປະ​ເທດ 2022 ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 13 – 15 ເມ​ສາ
ວັນ​ບູນ Kate ບິ່ງ​ທ້ວນ ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ແຫ່ງ​ຊາດ ວັນ​ບູນ Kate ບິ່ງ​ທ້ວນ ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ແຫ່ງ​ຊາດ
ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ ທາງ​ທິດ​ເໜືອ ຫວຽດ​ນາມ ​ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 15 - 17 ເມ​ສາ ​ຢູ່ ຮ່າ​ໂນ້ຍ
ພາ​ບ​ປະ​ກອບ​: baochinhphu.vn

ປີ 2022, ລາຍ​ການ “ຜ່ານ​ບັນ​ດາ​ພາກ​ມໍ​ລະ​ດົກ​ທາງ​ທິດ​ເໜືອ ຫວຽດ​ນາມ” ໂດຍ​ແຂວງ ຮ່າ​ຢາງ​ ຈັດ​ຕັ້ງ ແລະ ມີ​ການ​ເຊື່ອມ​ຕໍ່​ກັບ​ນະ​ຄອນ​ຮ່າ​ໂນ້ຍ. ລາຍ​ການ​ມີຫຼາຍ​ເຫດ​ການ​ທີ່​ດູດ​ດື່ມ​ໃຈ, ແມ່ນ​ບ່ອນ​ເຕົ້າ​ໂຮມ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ແຂວງ​ທາງ​ທິດ​ເໜືອ​ຫວຽດ​ນາມ. ນີ້​ກໍ່​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ແຂວງ, ນ​ະ​ຄອນ​ສົ່ງ​ເສີມ, ໂຄ​ສະ​ນາ, ຟື້ນ​ຟູ​ການ​ທ່ອງ​ທ່ຽວ​ພາຍ​ຫຼັງ​ໂລກ​ລະ​ບາດ​ໂຄວິດ - 19.

ສັບ​ປະ​ດາ​ທ່ອງ​ທ່ຽວ 6 ແຂວງ ທາງ​ທິດ​ເໜືອ ຫວຽດ​ນາມ ແລະ ຮ່າ​ໂນ້ຍ ຈະ​ໄດ້​ໄຂ​ຂຶ້ນໃນ​ເວ​ລາ 20 ໂມງ​ຂອງວັນ​ທີ 16 ເມ​ສາ ​ຢູ່​ສວນ​ສ​າ​ທາ​ລະ​ນະ ລີ໊ທ໊າຍ​ໂຕ. ລາຍ​ການ​ລວມ​ມີ ລາຍ​ການ​ພິ​ທີ​ກຳ ແລະ ລາຍ​ການ​ສະ​ແດງ​ສິ​ລະ​ປະ​ດ້ວຍ​ຫົວ​ຂໍ້ “ສີ​ສັນ​ທາງ​ທິດ​ເໜືອ ຫວຽດ​ນາມ” ໂດຍ​ຄະ​ນະ​ສະ​ແດງ​ສິ​ລ​ະ​ປະ ບັນ​ດາ​ແຂວ​ງ​ທາງ​ທິດ​ເໜືອ ຫວຽດ​ນາມ ປະ​ຕິບ​ັດການສະແດງ.

ບັນ​ດາ​ການ​ເຄື່ອ​ໄຫວນອນ​ໃນ​ຂອງ​ເຂດ​ເຫດ​ການ​ລວ​ມ​ມີ​ ລາຍ​ການ​ສະ​ແດງ​ສິ​ລະ​ປະທີ່​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 15 ເມ​ສາ ດ້ວຍ​ເນື້ອ​ໃນ​ແນະ​ນຳ​ສີ​ສັນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ​ຢ້າວ 6 ແຂວງ ທາງ​ທິດ​ເໜືອ​ຫວຽດ​ນາມ ຜ່ານ​ວີ​ດີ​ໂອ​ວັນ​ບຸນ​ທີ່​ເປັນ​ມູນ​ເຊື້ອ, ການ​ສະ​ແດງ​ຂັບ​ລຳເພງ​ພື້ນເມືອງ, ການ​ຟ້ອນ, ເຄື່ອງ​ດົນ​ຕີ​ພື້ນ​ເມືອງ, ການ​ພົວ​ພັນ​ແລກ​ປ່ຽນ​ບັນ​ດາ​ຜົນ​ງານ​ສິ​ລະ​ປະ​ໂດຍ​ບັນ​ດາ​ນັກ​ສິ​ລະ​ປິນ​ຮ່າ​ໂນ້ຍ​ສະ​ແດງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.