ວັນ​ບູນ Kate ບິ່ງ​ທ້ວນ ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ແຫ່ງ​ຊາດ

11:30 | 06/04/2022

ຍ​ສ​ໝ - ວັນ​ທີ 4 ເມ​ສາ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ຫງວຽນ​ວັນ​ຮຸ່ງ ໄດ້​ລົງ​ນາມ​ຂໍ້​ຕົກ​ລົງ​ນຳ​ວັນ​ບຸນ Kate ຂອງຊາວ​ຈຳ ​ຢູ່​ແຂວງ ບິ່ງ​ທ້ວນ ເຂົ້າໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ແຫ່ງ​ຊາດ.

ພັດ​ທະ​ນາ ໂກນ​ດາວ ​ກາຍ​ເປັນ​ເຂດ​ທອງ​ທ່ຽວ​ທຳ​ມະ​ຊາ​ດ​ທະ​ເລ​ໝູ່​ເກາະ ແລະ ວັດ​ທະ​ນະ​ທຳ - ປະ​ຫ​ວັດ​ສາດ - ຈິດ​ວິນ​ຍານ ​ລະ​ດັບ​ສາ​ກົນ ພັດ​ທະ​ນາ ໂກນ​ດາວ ​ກາຍ​ເປັນ​ເຂດ​ທອງ​ທ່ຽວ​ທຳ​ມະ​ຊາ​ດ​ທະ​ເລ​ໝູ່​ເກາະ ແລະ ວັດ​ທະ​ນະ​ທຳ - ປະ​ຫ​ວັດ​ສາດ - ຈິດ​ວິນ​ຍານ ​ລະ​ດັບ​ສາ​ກົນ
ຮູບ​ພາບ Flycam ຂອງ​ດອນ​ຢູ່​ກາງ​ແມ່​ນ້ຳ​ແດງ - ສະ​ຖານ​ທີ່ໄດ້ຮັບການ​ສະ​ເໜີ​ໃຫ້​ເປັນ​ສວນສາທາລະນະ​ວັດ​ທະ​ນະ​ທຳ ຮູບ​ພາບ Flycam ຂອງ​ດອນ​ຢູ່​ກາງ​ແມ່​ນ້ຳ​ແດງ - ສະ​ຖານ​ທີ່ໄດ້ຮັບການ​ສະ​ເໜີ​ໃຫ້​ເປັນ​ສວນສາທາລະນະ​ວັດ​ທະ​ນະ​ທຳ
ວັນ​ບູນ Kate ບິ່ງ​ທ້ວນ ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ແຫ່ງ​ຊາດ
ພິ​ທີ​ແຫ່​ຊຸດ​ເສື້ອ​ຜ້າ​ຂອງ​ເທບ​ທິ​ດາ Po Sah Inu (ພາບ: TTXVN)

ວັນ​ບຸນ Kate ຂອງ​ຊາວ​ຈຳ​ຢູ່​ບິ່ງ​ທ້ວນ​ໄດ້​ດຳ​ເນີນ​ໃນ​ຕົ້ນ​ເດືອນ​ກໍ​ລະ​ກົດ​ຕາມ​ປະ​ຕິ​ທິນ​ເຜົ່າ​ຈຳ (ທ້າຍ​ເດືອນ​ກັນ​ຍາ, ຕົ້ນ​ເດືອນ ຕຸ​ລາ ໄລ່​ຕາມ​​ປະ​ຕິ​ທິນສາກົນ) ແມ່ນ​ວັນ​ບຸນ​ທີ່​ມີ​ມາ​ແຕ່​ດົນ​ນານ ຂອງຊາວ​ເຜົ່າ​ຈຳ​ຂອງ​ສະ​ສາ​ໜາບາລາໂມນ.

ໃນ​ໂອ​ກາດ​ວັນ​ບຸນ, ທຸກໆ​ຄົນ​ຈະ​ພ້ອມ​ກັນ​ຈັດ​ຕັ້ງ​ວັນ​ບຸນ​ເພື່ອ​ອາ​ໄລ​ຫາ​ບັນ​ດາ​ເທວະ​ດາ, ບັນ​ພະ​ບູ​ລຸດ, ພ້ອມ​ທັງ​ພາ​ວະ​ນາ​ຂໍ​ຄວາມ​ຢູ່​ເຢັນ​ເປັນ​ສຸກ, ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ, ລະ​ດູ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ...

ນັບ​ແຕ່​ປີ 2005 ມາ​ຮອດ​ປັດ​ຈຸ​ບັນ, ວັນ​ບຸນ Kate ຂອງ​ພໍ່​ແມ່​ຊາວເຜົ່າ​ຈຳ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ບິ່ງ​ທ້ວນ ໄດ້ສ້າງ​ຕັ້ງ​​ກາຍ​ເປັນ​ວັນ​ບຸນ​ທີ່​ເປັນ​ມຸນ​ເຊື້ອ​ຢູ່​ທາດ Po Sah Inu (ບ້ານ ຟູ​ຮ່າຍ, ນະ​ຄອນ ຟານ​ທ​ຽດ).

ທຸກໆ​ປີ, ເມື່ອ​ມາ​ຮອດ​ໂອ​ກາດ​ນີ້, ພໍ່​ແມ່​ປະ​ຊາ​ຊົນ​ເຜົ່າ​ຈຳ​ຢູ່​ທຸກ​ແຖບ​ຖິ່ນ​ໃນ​ແຂວງ ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ຕີນ​ພູ Po Sah Inu ເພື່ອ​ເຂົ້າ​ຮ່ວມ​ພິ​ທີ​ແຫ່​ຊຸດເສື້ອ​ຜ້າ​ຂອງ​ເທບ​ທິ​ດາ Po Sah Inu ຫຼື ເຂົ້າ​ຮ່ວມ​ບັນ​ດາ​ວັນ​ບຸນ​ທີ່​ເປັນ​ມຸນ​ເຊື້ອ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.