ນັກທຸລະກິດເຈີນອວຽນເຟືອງ ຂອງກຸ່ມບໍລິສັດເຕີນຫຽບຟາດ

15:31 | 14/03/2022

ຍສໝ - ເຈີນ​ອວຽນ​ເຟືອງ ບໍ່​ພຽງ​ແຕ່​ເປັນ​ນັກ​ທຸ​ລະ​ກິດ​ທີ່ປະສົບຜົນ​ສຳ​ເລັດ​​ເທົ່າ​ນັ້ນ ຫາກ​ຍັງ​ເປັນ​ນັກ​ປະ​ພັນຂອງ​ປຶ້ມ 2 ຫົວ​ຄື ປື້ມ “ເລື່ອງຂອງເຮືອນ Dr. Thanh”, “Competing with Giants” (ການແກ່ງແຍ້ງ​ກັບ​ຄົນຍັກ​)​ ໄດ້ພິມຈໍາໜ່າຍທີ່ອາເມລິກາ ​ໂດຍ Forbes.

ຖ້ຽວ​ບິນ​ທີ​ສອງ​ນຳສົ່ງພົນ​ລະ​ເມືອງ ຫວ​ຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ກັບ​ຄືນ​ມາ ປະ​ເທດ ຢ່າງ​ປອດ​ໄພ ຖ້ຽວ​ບິນ​ທີ​ສອງ​ນຳສົ່ງພົນ​ລະ​ເມືອງ ຫວ​ຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ກັບ​ຄືນ​ມາ ປະ​ເທດ ຢ່າງ​ປອດ​ໄພ
ບັນດາວິສາຫະກິດສົ່ງອອກຂອງຫວຽດນາມ ເລີ່ມປະສົບກັບຄວາມ ຫຍຸ້ງຍາກ ຍ້ອນສະພາບຄວາມເຄັ່ງຕຶງ ລະຫວ່າງ ລັດເຊຍ - ຢູແກຼນ ບັນດາວິສາຫະກິດສົ່ງອອກຂອງຫວຽດນາມ ເລີ່ມປະສົບກັບຄວາມ ຫຍຸ້ງຍາກ ຍ້ອນສະພາບຄວາມເຄັ່ງຕຶງ ລະຫວ່າງ ລັດເຊຍ - ຢູແກຼນ
ທ່ານ​ນາງເຈີນ​ອວຽນ​ເຟືອງ
ທ່ານ​ນາງເຈີນ​ອວຽນ​ເຟືອງ

ທ່ານ​ນາງເຈີນ​ອວຽນ​ເຟືອງ ​ເກີດ​ໃນ​ປີ 1981, ​ໄດ້​ຮັບ​ການ​ເຂົ້າ​ຮ່ວມ​ການບໍລິຫານບໍລິສັດ​ຄອບຄົວ​ແຕ່​ປີ 2004. ປະຈຸ​ບັນ, ທ່ານ​ນາງ​ດຳລົງ​ຕຳ​ແໜ່​ງຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍລິສັດ ເຕີນຫຽບຟາດ.

ຕອນອາຍຸ 19 ປີ ອວຽນເຟືອງເລີ່ມເຂົ້າຮຽນມະຫາວິທະຍາໄລສາຍບໍລິຫານທຸລະກິດ ທີ່ສິງກະໂປ.

ສໍາເລັດການຮຽນລະດັບປະລິນຍາຕີຕອນອາຍຸ 24 ປີ ເຈີນອວຽນເຟືອງ ກັບໄປປະເທດຫວຽດນາມເພື່ອຮ່ວມແຮງເຂົ້າໃນການງານເຮັດທຸລະກິດຂອງຄອບຄົວ.

ທ່ານນາງຕ້ອງຜ່ານເວລາ 1 ປີປາຍເພື່ອສຶກສາວັດທະນະທໍາທຸລະກິດ ແລະ ການເຮັດວຽກຂອງບໍລິສັດ ກໍຄືວັດທະນະທຳການບໍລິໂພກຂອງຊາວຫວຽດນາມ ນັບຈາກຕຳແໜ່ງເປັນພະນັກງານ.

ຈາກ​ນັ້ນ, ດ້ວຍ​ການ​ປະກອບສ່ວນ​ທີ່ແທດຈິງເຊິ່ງໄດ້ນໍາໃຊ້ເຂົ້າໃນລະບົບການ​ຄຸ້ມ​ຄອງ ​ແລະ ພັດທະນາ​ດ້ານເຄື່ອງໝາຍການຄ້າ ທ່ານນາງໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ກາຍ​ເປັນ​ຜູ້​ອໍານວຍການໂຄງການຂອງ​ສາຍຜະລິດຕະພັນ Number 1, ​ເຮັດ​ໃຫ້​ຍີ່​ຫໍ້​ນີ້​ກາຍ​ເປັນ​ຍີ່​ຫໍ້​ສຳຄັນ ​ແລະ ປະສົບ​ຜົນສຳ​ເລັດ​ທີ່​ສຸດ​ຂອງ​ກຸ່ມບໍລິສັດ ເຕີນຫຽບຟາດ ​ໃນ​ປີ 2005.

ພ້ອມກັນນັ້ນ ໃນ​ປີ​ດຽວ​ກັນ, ທ່ານນາງ​ໄດ້​ຮັບ​ກຽດ​ເປັນຜູ້ຕາງໜ້ານັກທຸລະກິດ​ໜຸ່ມ​ທີ່​ສຸດ​ຂອງ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຊາວ​ໜຸ່ມ, ນັກ​ສຶກສາ​ໂລກ ​ຄັ້ງ​ທີ 16 ທີ່ Venezuela.

ໂດຍສືບຕໍ່ຄວາມ​ສຳ​ເລັດ​ດັ່ງກ່າວ, ປີ 2006 ແລະ 2008 ໄດ້​ເປັນ​ຂີດ​ໝາຍ​ທີ່​ໜ້າ​ຈົດ​ຈຳ​ໃນ​ພາລະກິດ​ຂອງ​ທ່ານນາງ ເມື່ອ​ບໍ​ລິ​ສັດ​ໄດ້​ນໍາສະເໜີຜະລິດຕະພັນ ຊາ​ຂຽວສູນອົງສາ ແລະ ຊາ Dr.Thanh ອອກສູ່ຕະຫຼາດ, ສ້າງ​ໄດ້ສຽງດັງກ້້ອງໃນ​ຕະ​ຫຼາດ​ໃນ​ເວ​ລາ​ນັ້ນ.

ລາຍຮັບຂອງການຂາຍຜະລິດຕະພັນໃນເວລາເປີດຕົວ ມັນເກີນຄວາມຄາດຫວັງ ເມື່ອການສະໜອງຜະລິດຕະພັນບໍ່ພຽງພໍຕາມຄວາມຕ້ອງການ.

ອວຽນເຟືອງ ໄດ້​ປະ​ຕິ​ບັດ​ຍຸດ​ທະ​ສາດ​ການ​ສື່​ສານ​ແບບ​ກໍານົດທິດ ແລະ ໝັ້ນຄົງໃຫ້​ບັນ​ດາ​ຍີ່​ຫໍ້​ຂອງ ເຕີນຫຽບຟາດ.

ໃນປີ 2008 ເຊັ່ນກັນ, ອວຽນເຟືອງ ເປັນຜູ້ອໍານວຍການຂອງບໍລິສັດຫຸ້ມຫໍ່ຂຽວປາຊີຟິກຢ່າງເປັນທາງການ ເຊິ່ງມີພາລະບົດບາດແມ່ນຜູ້ອໍານວຍການບໍລິຫານ.

ທ່ານ​ນາງ​ໄດ້​ສ້າງບາດກ້າວ​ບຸກທະລຸ​ໃນ​ການ​ພັດທະນາ​ຮູບ​ແບບ​ບໍລິສັດ​ຫຸ້ມ​ຫໍ່ ​ເພື່ອ​ບໍ່​ພຽງ​ແຕ່​ສະໜອງ​ຄວາມ​ຕ້ອງການ​ຂອງ​ເຕີນຫຽບຟາດເທົ່າ​ນັ້ນ ຫາກ​ຍັງ​ຂະຫຍາຍ​ໄປ​​ສູ່ບັນດາ​ວິ​ສາ​ຫະກິດ ​ແລະ ບັນດາກຸ່ມວິສາຫະກິດ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ດ້ວຍຄວາມພະຍາຍາມອັນບໍ່ຢຸດຢັ້ງຂອງສາວໄວໜຸ່ມ 8x, ວັນທີ 10 ເດືອນພຶດສະພາ ປີ 2010 ສະມາຄົມ ເບຍ - ເຫຼົ້າ - ເຄື່ອງດື່ມຫວຽດນາມ ໄດ້ມອບໃບຍ້ອງຍໍໃຫ້ນັກທຸລະກິດ ເຈີນອວຽນເຟືອງ - ຮອງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດເຕີນຫຽບຟາດ ດ້ວຍ “​ຜົນງານ​ດີ​ເດັ່ນ​ທີ່ປະກອບສ່ວນ​ເຂົ້າໃນການກໍ່ສ້າງ ​ແລະ ພັດທະນາວາລະສານເຄື່ອງດື່ມຫວຽດ ນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງ”.

ປີ 2011, ເຈີນອວຽນເຟືອງ ເປັນກຽດໄດ້ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ຂອງສາທາລະນະ​ລັດ ຊູ​ດັງ ປະຈຳຫວຽດນາມ ສະເໜີເປັນ ກົງສູນກິດຕິມະສັກ ຂອງປະເທດສາທາລະນະລັດຊູດັງ ປະຈໍານະຄອນໂຮ່ຈິມິນ.

ພໍ່​ຂອງ​ທ່ານນາງເຈີນອວຽນເຟືອງ ແມ່ນ ​ທ່ານເຈີນກຸ້ຍແທັງ ເກີດ​ປີ 1953, ທ່ານ​ແມ່ນ​ຜູ້​ກໍ່​ຕັ້ງ​ກຸ່ມບໍລິສັດ ເຕີນຫຽບຟາດ.

ແມ່ຂອງທ່ານນາງເຈີນອວຽນເຟືອງ ແມ່ນ ທ່ານນາງເຈີນທິນຸ ເກີດປີ 1957, ເຄີຍເປັນປະທານ ແລະ ຜູ້ອຳນວຍການຂອງເຕີນຮຽບຟາດ.

ນ້ອງ​ສາວ​ເຈີນຫງອກບິກ ເກີດ​​ປີ 1984, ຮຽນ​ຈົບ​ປະລິນຍາ​ເອກສາຍ​​ບໍລິຫານ​ການ​ເງິນ​ຢູ່​ມະຫາວິທະຍາ​ໄລ Manchester ທີ່ປະເທດ​ອັງກິດ. ປະຈຸ​ບັນທ່ານ​ນາງ​ເປັນ​ຮອງ​ຜູ້​ອຳ​ນວຍ​ການ​ຂອງ​ເຕີນຫຽບຟາດ. ພ້ອມ​ກັນ​ນັ້ນ, ທ່ານນາງ​ຖື​ຕຳ​ແໜ່​ງຮອງຜູ້ອຳນວຍການໃຫຍ່​ບໍລິສັດ Number One ​ຮ່າ​ນາມ.

ນ້ອງ​ຊາຍ​ຂອງ​ທ່ານນາງ ເຈີນ​ອວຽນ​ເຟືອງ ແມ່ນ​ ທ່ານເຈີນ​ກັວກ​ຢຸງ ເກີດ​ປີ 1985 ເຊິ່ງເປັນ​ຜູ້ອໍານວຍການ​ໃຫຍ່ຂອງ​ບໍ​ລິ​ສັດເຈີນ​ຕວານ​ຟາດ.

ຫວ່າງມໍ່ໆນີ້ ທ່ານນາງເຈີນອວຽນເຟືອງ ສ່ວນຫຼາຍເປັນຜູ້ຕາງໜ້າຂອງກຸ່ມເຕີນຫຽບຟາດ ໄປເຂົ້າຮ່ວມງານສໍາລັບວົງການນັກທຸລະກິດ.

ເຈີນອວຽນເຟືອງໃຫ້ຮູ້ວ່າ ປະຈຸບັນຍັງບໍ່ມີປະສົບການ ແລະ ຄວາມຮູ້ພຽງພໍເພື່ອແທນພໍ່ໄດ້ເທື່ອ, ແຕ່ເມື່ອໄດ້ຮັບຄວາມເຊື່ອໝັ້ນຈາກພໍ່ໃຫ້ບໍລິຫານບໍລິສັດ, ທ່ານນາງຈະພະຍາຍາມພັດທະນາບໍລິສັດເຮັດໃຫ້ໄດ້ສອງເທົ່າທຽບກັບປັດຈຸບັນ.

ເຕີນ​ຫຽບ​ຟາດໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ວິ​ສາ​ຫະກິດ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ ດ້ວຍ​ລາຍ​ຮັບຂອງແຕ່ລະປີ​ເພີ່ມ​ຂຶ້ນ​ນັບເປັນ​ພັນ​ຕື້​ດົ່ງ, ສະ​ເລ່ຍປະລິມານການເຕີບໂຕ​ແຕ່​ປີ 2007 – 2010 ​ແມ່ນ 40%, ນຳ​ໜ້າ​ຕະຫຼາດ​ເຄື່ອງ​ດື່ມ​ໃນ​ທົ່ວ​ປະ​ເທດ ​ແລະ ມຸ່ງ​ໄປ​ສູ່ໂລກ.

ບັນດາຜະລິດຕະພັນອັນດັບໜຶ່ງໃນຕະຫຼາດເຊັ່ນ ນໍ້າຊາສູນອົງສາ, ຊາ Dr.Thanh, ນໍ້າ Number 1, ນົມຖົ່ວເຫຼືອງ Number 1 Soya,... ໄດ້ພິສູດໃຫ້ເຫັນວ່າເຕີນຫຽບຟາດແມ່ນວິສາຫະກິດນໍາໜ້າໃນການປະຊິດເຂົ້າ ແລະ ເຂົ້າໃຈຄວາມຕ້ອງການຂອງຜູ້ບໍລິໂພກ.

ໄຊພອນ

ເຫດການ
302 Found

Found

The document has moved here.