ກອງປະຊຸມໃຫຍ່ ສະຫະພັນກຳມະບານ ຫວຽດນາມ ຄັ້ງທີ XIV ຈະດຳເນີນໄປນັບຕັ້ງແຕ່ມື້ວັນທີ 3-5 ມິຖຸນາ

09:40 | 29/05/2026

ຍສໝ - ຕາມແຜນການ, ກອງປະຊຸມໃຫຍ່ ສະຫະພັນກຳມະບານ ຫວຽດນາມ ຄັ້ງທີ XIV, ອາຍຸການ 2026-2031, ຈະດຳເນີນໄປນັບຕັ້ງແຕ່ມື້ວັນທີ 3-5 ມິຖຸນາ ຢູ່ທີ່ສູນກອງປະຊຸມແຫ່ງຊາດ, ຮ່າໂນ້ຍ. ນີ້ແມ່ນເຫດການທາງການເມືອງອັນສຳຄັນ ຂອງຊົນຊັ້ນກຳມະກອນ ແລະ ອົງການຈັດຕັ້ງສະຫະພັນກຳມະບານ ຫວຽດນາມ, ເຊິ່ງດຳເນີນໄປທ່າມກາງບໍລິບົດທີ່ປະເທດຊາດສືບຕໍ່ຍູ້ແຮງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ, ການຫັນປ່ຽນດິຈີຕອນ ແລະ ການເຊື່ອມໂຍງສາກົນຢ່າງເລິກເຊິ່ງ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາ ຫວຽດນາມ ຄັ້ງທີ IX ຈະດຳເນີນໄປນັບຕັ້ງແຕ່ມື້ວັນທີ 7 - 8 ມິຖຸນາ
ຂໍ້ມູນກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ແລະ ການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XVI ຢູ່ ລາວ
ກອງປະຊຸມໃຫຍ່ ສະຫະພັນກຳມະບານ ຫວຽດນາມ ຄັ້ງທີ XIV ຈະດຳເນີນໄປນັບຕັ້ງແຕ່ມື້ວັນທີ 3-5 ມິຖຸນາ
ເຄື່ອງໝາຍກາໝາຍ (Logo) ຢ່າງເປັນທາງການ ຂອງກອງປະຊຸມໃຫຍ່ ສະຫະພັນກຳມະບານ ຫວຽດນາມ ຄັ້ງທີ XIV, ອາຍຸການ 2026-2031

ກອງປະຊຸມໃຫຍ່ ສະຫະພັນກຳມະບານ ຫວຽດນາມ ຄັ້ງທີ XIV ຈະດຳເນີນໄປນັບຕັ້ງແຕ່ມື້ວັນທີ 3 - 5 ມິຖຸນາ ຢູ່ທີ່ສູນກອງປະຊຸມແຫ່ງຊາດ (ຮ່າໂນ້ຍ). ນີ້ແມ່ນເຫດການທາງການເມືອງອັນຍິ່ງໃຫຍ່, ເຊິ່ງດຳເນີນໄປໃນທັນທີຫຼັງກອງປະຊຸມໃຫຍ່ທົ່ວປະເທດຂອງພັກ ຄັ້ງທີ XIV ແລະ ການເລືອກຕັ້ງຜູ້ແທນສະພາແຫ່ງຊາດ ສະໄໝທີ XVI, ສະພາປະຊາຊົນທຸກຂັ້ນ ອາຍຸການ 2026 - 2031. ກອງປະຊຸມໃຫຍ່ຈະກຳນົດທິດທາງການເຄື່ອນໄຫວຂອງສະຫະພັນກຳມະບານ, ເບິ່ງແຍງດູແລປົກປ້ອງຜູ້ອອກແຮງງານ ແລະ ຢັ້ງຢືນເຖິງບົດບາດຂອງອົງການຈັດຕັ້ງ ພາຍໃນການກໍ່ສ້າງຊົນນະບົດກຳມະກອນທີ່ທັນສະໄໝ.

ຕາມຂໍ້ຕົກລົງຂອງຄະນະປະທານ ສະຫະພັນກຳມະບານທົ່ວປະເທດ ຫວຽດນາມ, ກອງປະຊຸມໃຫຍ່ໄດ້ຮຽກໂຮມຜູ້ແທນສົມບູນ 780 ທ່ານ, ໂດຍແບ່ງອອກເປັນ 51 ຄະນະຜູ້ແທນ ຕາມບັນດາທ້ອງຖິ່ນ, ຂະແໜງການ ແລະ ກຸ່ມບໍລິສັດເສດຖະກິດ.

ທິດທາງຍຸດທະສາດ ອາຍຸການ 2026 - 2031

ຄຳຂວັນ: "ສາມັກຄີ - ປະຊາທິປະໄຕ - ລະບຽບວິໄນ - ຫັນປ່ຽນໃໝ່ - ພັດທະນາ".

ເປົ້າໝາຍລວມ: ສຸມໃສ່ພັດທະນາສະມາຊິກກຳມະບານ, ປັບປຸງບູລະນະຕົວແບບການຈັດຕັ້ງ; ຫັນປ່ຽນໃໝ່ວິທີການເຮັດວຽກ ເພື່ອປົກປ້ອງຜົນປະໂຫຍດອັນຊອບດ້ວຍກົດໝາຍຂອງຜູ້ອອກແຮງງານ; ຊຸກຍູ້ປະຊາທິປະໄຕຢູ່ສະຖານທີ່ເຮັດວຽກ; ປຸກລະດົມຂົນຂວາຍຜູ້ອອກແຮງງານໃຫ້ມີການຫັນປ່ຽນໃໝ່ປະດິດສ້າງ, ນຳໃຊ້ວິທະຍາສາດ - ເຕັກໂນໂລຊີ ເພື່ອແນໃສ່ຍົກສູງສະມັດຖະພາບ, ປະກອບສ່ວນພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ.

ຂອບການເຄື່ອນໄຫວຈຸດສຸມ (ຮ່າງບົດລາຍງານ)

02 ຂັ້ນຕອນບຸກທະລຸ: ຍົກສູງຄຸນນະພາບຂອງຄະນະພະນັກງານກຳມະບານ, ເປັນພິເສດແມ່ນພະນັກງານສະເພາະກິດ ແລະ ປະທານສະຫະພັນກຳມະບານຮາກຖານ. ນຳໃຊ້ວິທະຍາສາດ - ເຕັກໂນໂລຊີ, ການຫັນປ່ຽນດິຈີຕອນ ເຂົ້າໃນກິດຈະກຳກຳມະບານ ແລະ ການຜະລິດດຳເນີນທຸລະກິດຢ່າງແຂງແຮງ.

03 ແຜນງານໃຫຍ່: ພັດທະນາສະມາຊິກກຳມະບານ ແລະ ກໍ່ສ້າງພັກຢູ່ພາຍໃນວິສາຫະກິດ; ຫັນປ່ຽນໃໝ່ດ້ານການເງິນກຳມະບານ ແລະ ຍົກສູງສະຫວັດດິການ; ຮ່ວມເດີນທາງໄປພ້ອມກັບລັດຖະບານ ເພື່ອຍົກສູງສະມັດຖະພາບແຮງງານ, ມຸ່ງໄປສູ່ເປົ້າໝາຍການເຕີບໂຕເປັນຕົວເລກສອງຫຼັກ.

04 ເດືອນໂຄງການ (ແຜນງານ) ຈຸດສຸມ: ການໂຕ້ຕອບ, ການເຈລະຈາລວມໝູ່; ເຂົ້າຮ່ວມການພັດທະນາກຳລັງການຜະລິດຊຸດໃໝ່ ແລະ ສ້າງວຽກເຮັດງານທຳທີ່ສະຖຽນລະພາບ; ການຫັນປ່ຽນດິຈີຕອນກຳມະບານ; ກໍ່ສ້າງຕົວແບບການຈັດຕັ້ງແບບເປີດ ແລະ ມີຄວາມຢືດຢຸ່ນ.

05 ໜ້າທີ່, ວິທີການແກ້ໄຂຈຸດສຸມ: ເປັນຕົວແທນ, ເບິ່ງແຍງດູແລ, ປົກປ້ອງຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ. ເຂົ້າຮ່ວມການຄຸ້ມຄອງລັດ, ເສດຖະກິດ - ສັງຄົມ; ເພີ່ມທະວີການກວດກາ, ເຝົ້າລະວັງ. ໂຄສະນາເຜີຍແຜ່, ສຶກສາອົບຮົມ, ຍົກສູງລະດັບຄວາມຮູ້ ແລະ ທັກສະທາງດ້ານວິຊາຊີບໃຫ້ແກ່ສະມາຊິກກຳມະບານ. ກໍ່ສ້າງອົງການຈັດຕັ້ງສະຫະພັນກຳມະບານໃຫ້ມີຄວາມເຂັ້ມແຂງ, ເຂົ້າຮ່ວມການກໍ່ສ້າງພັກ, ເປີດກວ້າງການຮ່ວມມືສາກົນ. ຫັນປ່ຽນໃໝ່ວິທີການເຄື່ອນໄຫວ ແລະ ຍົກສູງປະສິດທິຜົນການຊີ້ນຳນຳພາ.

ກອງປະຊຸມໃຫຍ່ ຄັ້ງທີ XIV ໄດ້ໝາຍເຖິງບາດກ້າວແຫ່ງການຂະຫຍາຍຕົວຊຸດໃໝ່ ຂອງສະຫະພັນກຳມະບານ ຫວຽດນາມ ພາຍໃຕ້ຍຸກສະໄໝແຫ່ງການກ້າວຂຶ້ນຢ່າງແຂງແຮງຂອງປະເທດຊາດ, ມຸ່ງໄປສູ່ການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກຳມະບານ, ວັນສ້າງຕັ້ງພັກ ແລະ ວັນສະຖາປະນາປະເທດ ຄົບຮອບ 100 ປີ.

ກອງປະຊຸມຄັ້ງທີ 7 ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X: ເປັນເອກະພາບດ້ານເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI, ຕົກລົງເຫັນດີແຕ່ງຕັ້ງຮອງປະທານ 3 ທ່ານ ກອງປະຊຸມຄັ້ງທີ 7 ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X: ເປັນເອກະພາບດ້ານເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI, ຕົກລົງເຫັນດີແຕ່ງຕັ້ງຮອງປະທານ 3 ທ່ານ

ຍສໝ - ວັນທີ 12 ເມສາ ຢູ່ ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X ໄດ້ຈັດກອງປະຊຸມຄັ້ງທີ 7 ເພື່ອສົນທະນາ, ປະກອບຄຳເຫັນໃສ່ບາງເນື້ອໃນວຽກງານຕາມຂອບເຂດສິດ, ຈຸດສຸມແມ່ນວຽກງານຫັນກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031.

ທ່ານ ຫງວຽນແທ່ງຫງີ: ການປະກອບສ່ວນຂອງຄະນະກຳມະການຈະເປັນສິ່ງຕັດສິນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ໃຫ້ປະສົບຜົນສຳເລັດ. ທ່ານ ຫງວຽນແທ່ງຫງີ: ການປະກອບສ່ວນຂອງຄະນະກຳມະການຈະເປັນສິ່ງຕັດສິນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIV ໃຫ້ປະສົບຜົນສຳເລັດ.

ຍສໝ -​ ຍຸກສະໄໝແຫ່ງການພັດທະນາປະເທດຊາດໄດ້ນຳສະເໜີຄວາມຕ້ອງການໃໝ່ ແລະ ທ້າທາຍໃຫ້ແກ່ປະເທດ, ເຊິ່ງຮຽກຮ້ອງໃຫ້ມີວິໄສທັດທີ່ແຕກຕ່າງຈາກແຕ່ກ່ອນຢ່າງແທ້ຈິງ. ໃນສະພາບການນີ້, ການຕັດສິນໃຈຂອງກົມການເມືອງໃນການສ້າງຕັ້ງຄະນະກຳມະການນະໂຍບາຍ ແລະ ຍຸດທະສາດສູນກາງຖືກເຫັນວ່າເປັນທາງອອກ ແລະ ເປັນຄວາມຫວັງໃນການວາງແຜນຍຸດທະສາດໄລຍະຍາວສຳລັບຫວຽດນາມ. ໃນໂອກາດປີໃໝ່ເຕດ 2026, ວາຍະສານ ຍຸກສະໄໝ ໄດ້ສຳພາດທ່ານ ຫງວຽນແທ່ງຫງີ, ກຳມະການກົມການເມືອງ, ຫົວໜ້າຄະນະນະໂຍບາຍ ແລະ ຍຸດທະສາດສູນກາງ, ກ່ຽວກັບຄວາມຮັບຜິດຊອບທີ່ສຳຄັນ ແລະ ແຜນການໃນອະນາຄົດຂອງອົງການທີ່ສຳຄັນນີ້.

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ