ເຕີນຫຽບຟາດ ຍົກສູງວັດທະນະທຳ "ຜູ້ນຳເປັນແບບຢ່າງ"

15:14 | 14/03/2022

ຍສໝ - ບັນດາຜູ້ບໍລິຫານ ແລະ ຜູ້ນຳຂອງເຕີນຫຽບຟາດ ໄດ້ວາງຫຼັກການຄືຕົນເອງຕ້ອງເປັນຜູ້ນຳ, ແນະນຳ ແລະ ເປັນແບບຢ່າງໃຫ້ແກ່ພະນັກງານ.

ຖ້ຽວ​ບິນ​ທີ​ສອງ​ນຳສົ່ງພົນ​ລະ​ເມືອງ ຫວ​ຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ກັບ​ຄືນ​ມາ ປະ​ເທດ ຢ່າງ​ປອດ​ໄພ ຖ້ຽວ​ບິນ​ທີ​ສອງ​ນຳສົ່ງພົນ​ລະ​ເມືອງ ຫວ​ຽດ​ນາມ ອາ​ໄສ​ຢູ່ ຢູ​ແກຼນ ກັບ​ຄືນ​ມາ ປະ​ເທດ ຢ່າງ​ປອດ​ໄພ
ບັນດາວິສາຫະກິດສົ່ງອອກຂອງຫວຽດນາມ ເລີ່ມປະສົບກັບຄວາມ ຫຍຸ້ງຍາກ ຍ້ອນສະພາບຄວາມເຄັ່ງຕຶງ ລະຫວ່າງ ລັດເຊຍ - ຢູແກຼນ ບັນດາວິສາຫະກິດສົ່ງອອກຂອງຫວຽດນາມ ເລີ່ມປະສົບກັບຄວາມ ຫຍຸ້ງຍາກ ຍ້ອນສະພາບຄວາມເຄັ່ງຕຶງ ລະຫວ່າງ ລັດເຊຍ - ຢູແກຼນ
ເຕີນຫຽບຟາດ ຍົກສູງວັດທະນະທຳ

ທ່ານນາງຮອງຜູ້ອໍານວຍການໃຫຍ່ ເຈີນອວຽນເຟືອງ

ໃນທອກໂຊ “ສ້າງສັນວັດທະນະທໍາວິສາຫະກິດເພື່ອປັບຕົວເຂົ້າກັບໂລກລະບາດຢ່າງມີໄຫວພິບ” ໄດ້ຈັດໃນວັນທີ 20 ທັນວາ ຢູ່ VnExpress, ທ່ານນາງຮອງຜູ້ອໍານວຍການໃຫຍ່ ເຈີນອວຽນເຟືອງ ໃຫ້ຮູ້ວ່າ ຄຸນ​ລັກ​ສະ​ນະສະເພາະ​ຂອງ​ວັດ​ທະ​ນະ​ທຳ​ການ​ນຳ​ຂອງ​ກຸ່ມເຕີນຫຽບຟາດແມ່ນ ຜູ້​ຄຸ້ມ​ຄອງ​ຖື​ພາ​ລະ​ບົດ​ບາດເປັນ “ຄູ​ສອນ" ເພື່ອນໍາພາ, ແບ່ງປັນ ແລະ ວາງແຜນການລະອຽດໃຫ້ພະນັກງານພັດທະນາ.

ໃນໄລຍະການແຜ່ລະບາດ, ຈິດໃຈດັ່ງກ່າວຍິ່ງເຂັ້ມແຂງຂຶ້ນ, ບັນດາຜູ້ທີ່ຖືຕໍາແໜ່ງສູງລ້ວນແຕ່ຮັບຮູ້ໄດ້ໜ້າທີ່ຂອງຕົນຢູ່ສະເໝີ ແລະ ເປັນແບບຢ່າງໃຫ້ແກ່ຂັ້ນລຸ່ມ. ທ່ານນາງໄດ້ເລົ່າເລື່ອງທີ່ສະເທືອນໃຈຂອງຜູ້ຄຸ້ມຄອງຄວາມປອດໄພ. ຜູ້ຊາຍຄົນນີ້ມີພີ່ນ້ອງເສຍຊີວິດ ແຕ່ຍ້ອນຄວາມຮັບຜິດຊອບ ແລະ ມີສະຕິວ່າຕ້ອງເປັນແບບຢ່າງ ເພື່ອລະດົມສົ່ງເສີມກໍາລັງໃຈໃຫ້ແກ່ພະນັກງານນັບພັນຄົນ, ລາວຈິ່ງເຊື່ອງເລື່ອງທີ່ເສົ້າໃຈຂອງຕົນ ແລະ ຕັດສິນໃຈບໍ່ກັບບ້ານ.

ໃນໄລຍະ “ສາມກັບທີ່”, ທ່ານນາງອວຽນເຟືອງ ແລະ ນ້ອງສາວ ໄດ້ລົງໄປໂຮງງານເພື່ອກະກຽມແຕ່ລະຄາບອາຫານ, ກວດກາທຸກກິດຈະກຳ ແລະ ຊີວິດຂອງຂອງພະນັກງານແຕ່ລະຄົນ. ການປະກົດຕົວຂອງຜູ້ນໍາໃນເວລານັ້ນມີຄວາມສໍາຄັນຫຼາຍ ເຊິ່ງເຮັດໃຫ້ພະນັກງານມີຄວາມຮູ້ສຶກວ່າໄດ້ຮັບການເອົາໃຈໃສ່, ການເບິ່ງແຍງ ຈາກນັ້ນກໍໝັ້ນໃຈທຳການຜະລິດ.

ຄວາມມີລະບຽບວິໄນໄດ້ຍົກສູງໃນໄລຍະ "ສາມກັບທີ່", ພະນັກງານບໍ່ໃຫ້ອອກຈາກບໍລິສັດ. ແຕ່ວ່າ ຄູ່ຮ່ວມງານ ແລະ ແຂກສາມາດມາຮັບ ຫຼື ຊື້ສິນຄ້າດ້ວຍການປະຕິບັດຕາມຂໍ້ກຳນົດຂອງການປ້ອງກັນແລະຄວບຄຸມການລະບາດ.

ທ່ານນາງອວຽນເຟືອງ ກ່າວຕື່ມວ່າ: “ຂ້າພະເຈົ້າເປັນຜູ້ອະນຸມັດປີ້ອອກຂອງພະນັກງານແຕ່ລະຄົນໃນທຸກໆມື້. ຂ້າພະເຈົ້າເອງກໍບໍ່ໄດ້ອອກຈາກບໍລິສັດ. ໃນເວລາ 125 ວັນ, ເຖິງແມ່ນວ່າຂ້າພະເຈົ້າກໍຮູ້ສຶກອຸກໃຈ ແລະ ເຄັ່ງຕຶງ ແຕ່ໃນຖານະເປັນຜູ້ທີ່ວາງຂໍ້ກຳນົດນັ້ນ ຂ້າພະເຈົ້າຕ້ອງໃຫ້ກຳລັງແກ່ທີມງານເພື່ອໃຫ້ເຂົາເຈົ້າປອດໄພ”.

ຫວ່າງ​ມໍ່ໆ​ມາ​ນີ້, ວິ​ສາ​ຫະກິດ​ໄດ້​ດຳ​ເນີນ​ການ​ສຳ​ຫຼວດ “ມີ​ພະນັກງານຈໍານວນ​ຈັກ​ຄົນ​ຢາກ​ຮັກສາສາມກັບທີ່ໄວ້”, ມີ​ຫຼາຍ​ຄຳ​ເຫັນ​ສະ​ແດງ​ຄວາມ​ສະໜັບສະໜູນ. ໃນນັ້ນ ມີພະນັກງານຄົນໜຶ່ງໄດ້ສົ່ງຂໍ້ຄວາມໃນກຸ່ມພາຍໃນວ່າ: “ໄດ້ຢູ່ໂຮງງານສາມເດືອນແລ້ວ, ເກີບແຕະຂອງນ້ອງເກືອບຂາດເຄິ່ງ, ເອື້ອຍສາມາດໃຫ້ນ້ອງໄປຮັບຄູ່ໃໝ່ຈາກເຮືອນສົ່ງມາໄດ້ບໍ? ນ້ອງຍັງຢາກສືບຕໍ່ປະຕິບັດສາມກັບທີ່.” ຜ່ານຄໍາເວົ້າເຫຼົ່ານັ້ນສາມາດເຫັນໄດ້ຄວາມມີວິໄນໃນວັດທະນະທໍາຂອງວິສາວະກິດ.

ທ່ານ​ນາງ​ອວຽນ​ເຟືອງ ​ເນັ້ນ​ໜັກ​ວ່າ ຖ້າ​ຫາກ​ພະນັກງານຂັ້ນເທິງ​ເປັນ​ແບບຢ່າງແລ້ວ ພະນັກງານຂັ້ນລຸ່ມ​ຈະ​ປະຕິບັດ​ຢ່າງ​ແນ່ນອນ. ໃນເວລາທີ່ຜູ້ນໍາເວົ້າໄດ້, ເຮັດໄດ້ ແລະບໍ່ມີກໍລະນີຍົກເວັ້ນ ຜູ້ອອກແຮງງານຈຶ່ງຟັງ.

ວັດທະນະທໍາວິສາຫະກິດເປັນຄຸນຄ່າຫຼັກແຫຼ່ງແກ່ນສານສໍາລັບເຕີນຫຽບຟາດໃນໄລຍະທ້າທາຍ ແລະປັດຈຸບັນ. ທີມງານຜູ້ນໍາສ້າງເງື່ອນໄຂໃຫ້ແກ່ພະນັກງານທັງໝົດເປັນເຈົ້າຂອງວຽກງານ ແລະ ຮັກສາການເປັນຢູ່ຂອງຕົນເອງ. ບຸກຄະລາກອນສາມາດອາສາສະຫມັກເຂົ້າໃນ "ສາມກັບທີ່" ຖ້າຊີວິດສ່ວນຕົວໄດ້ສັບຊ້ອນເປັນຢ່າງດີ; ສ່ວນຄອບຄົວທີ່ມີເດັກນ້ອຍ ຫຼື ບໍ່ມີຄົນດູແລເບິ່ງແຍງ ຈະສາມາດເຮັດວຽກຢູ່ບ້ານໄດ້. ບໍ່ວ່າຈະເຮັດວຽກຢູ່ກັບທີ່ ຫຼື ທາງໄກກໍຕາມ ມັນກໍບໍ່ມີຄວາມແຕກຕ່າງຫຼາຍຄືບໍ່ລະເລີຍ. ທຸກ​ຄົນ​ລ້ວນ​ແຕ່ຊ່ວຍເຫຼືອ​ເຊິ່ງກັນ ​ແລະ​ກັນຢ່າງສຸດຄວາມສາມາດ, ​ໃຫ້​ຄວາມ​ຮູ້ສຶກກັນ​ວ່າ "ຖ້າ​ເຈົ້າມີ​ຄວາມ​ຫຍຸ້ງຍາກ, ພວກ​ເຮົາ​​ຢູ່​ເບື້ອງ​ຫຼັງຢູ່ສະເໝີ".

ທ່ານນາງອວຽນເຟືອງ ກ່າວວ່າ: “ຈາກຜູ້ກໍ່ຕັ້ງ, ຜູ້ນໍາຂັ້ນເທິງຈົນຮອດພະນັກງານກໍລ້ວນແຕ່ເຂົ້າໃຈວ່າ ວິສາຫະກິດຍັງດໍາເນີນປົກກະຕິ, ພວກເຮົາສາມາດຜ່ານໄປໄດ້, ຈາກນັ້ນສ້າງທ່ວງເພື່ອກັບຄືນ. ຖ້າ​​ວ່າ​ການ​ຟື້ນ​ຟູບໍ່ເຖິງ 100​% ​, ກໍຈະ​ພະ​ຍາ​ຍາມ​ເພື່ອ​ໃຫ້​ໄດ້ 70​, 80 ຫຼື 90​% ເມື່ອທຽບໃສ່ກັບເມື່ອ​ກ່ອນ​. ແຕ່ວ່າເມື່ອມັນລົ້ມຈົມ ຫຼື ຢຸດທຳການຜະລິດ, ທຸກສິ່ງທຸກຢ່າງຈະມີຄວາມຫຍຸ້ງຍາກຫຼາຍ, ຜົນສະທ້ອນກໍບໍ່ສາມາດຄາດເດົາໄດ້. ສະນັ້ນ, ທຸກຄົນລ້ວນແຕ່ເຂົ້າໃຈຄວາມຮັບຜິດຊອບຂອງຕົນ, ປະກອບສ່ວນເຂົ້າໃນການຮັກສາອົງການຈັດຕັ້ງກໍແມ່ນໜ້າທີ່ຄວາມຮັບຜິດຊອບຂອງສັງຄົມ, ລ້ຽງດູຕົນເອງ ແລະ ຄອບຄົວ”.

ວິ​ສາ​ຫະ​ກິດ​ກໍຈັດແບ່ງ​ງົບ​ປະ​ມານ​ຫຼາຍ​ໃນລາຍ​ການ​ບຳລຸງສ້າງ. ໃນລະຫວ່າງການແຜ່ລະບາດ, ຊຸດຮຽນກໍຄືການສອບເສັງຈາກຂັ້ນຄຸ້ມຄອງຈົນຮອດຜູ້ອອກແຮງງານແມ່ນຍັງຈັດຂຶ້ນດ້ວຍຮູບແບບອອນໄລ. ພ້ອມກັນນັ້ນ ບັນດາໂຄງການລຸລ່ວງສ່ວນໃດສ່ວນຫນຶ່ງຊ່ວຍໃຫ້ພະນັກງານຮັກສາຈິດໃຈ, ປັບຕົວໃຫ້ເໝາະກັບການປ່ຽນແປງທີ່ສັບສົນຂອງສະພາບ ແລະ ວຽກງານ.

ທອກໂຊ “ສ້າງສັນວັດທະນະທໍາວິສາຫະກິດເພື່ອປັບຕົວເຂົ້າກັບໂລກລະບາດຢ່າງມີໄຫວພິບ” ນອນໃນຂອບເຂດເວທີປາໄສເສດຖະກິດຫວຽດນາມ – ViEF 2021 ຈັດໂດຍ VnExpress ແລະ ຄະນະ​ຄົ້ນ​ຄ້ວາພັດທະນາ​ເສດຖະກິດ​ເອກະ​ຊົນ (ຄະນະ IV). ເນື້ອໃນທີ່​ປຶກສາ​ຫາລື​ລຸລ່ວງ ViEF 2021 ແມ່ນ “ວິທີແກ້ໄຂທີ່ບຸກທະລຸສໍາລັບການພັດທະນາເສດຖະກິດຫວຽດນາມ ແລະ ບາງຂະແໜງການ, ຂົງເຂດຈຸດສຸມໃນໄລຍະ 2021 – 2025, ​ກໍານົດທິດ​ຮອດ​ປີ 2030”.

ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ນາຍົກລັດຖະມົນຕີ ແລະ ມີການ​ເຂົ້າ​ຮ່ວມ​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ​ເວທີ​ປາໄສ​ແມ່ນ​ການ​ເຕົ້າ​ໂຮມ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ​ເພື່ອ​ພັດທະນາ​ພື້ນຖານເສດຖະກິດ​ໃຫ້ມີການ​ແກ່ງແຍ້ງ​ໃນ​ພາກ​ພື້ນ ​ແລະ ສາກົນ, ຊຸກຍູ້​ການ​ຜະລິດທຸລະກິດ ​ແລະ ​ລົງ​ທຶນ​ໃຫ້ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລກ​ລະ​ບາດ, ສ້າງບາດກ້າວບຸກທະລຸ​ໃນ​ໄລ​ຍະ​ໃໝ່...

ໄຊພອນ

ເຫດການ
302 Found

Found

The document has moved here.