![]() | ການຫັນເປັນດິຈິຕອນຂອງຫວຽດນາມເຂົ້າສູ່ໄລຍະເລັ່ງລັດ, ປະສິດທິຜົນ ແລະ ໃກ້ຊິດກັບປະຊາຊົນ |
![]() | ຊຸກຍູ້ການຮ່ວມມືພັດທະນາການທ່ອງທ່ຽວ ຫວຽດນາມ ກັບບັນດາຄູ່ຮ່ວມມືສາກົນ |
![]() |
ຜູ້ຕາງໜ້າບັນດານັກຊ່ຽວຊານ ແລະ ນັກທຸລະກິດແມ່ຍິງ ແລກປ່ຽນທີ່ເວທີປາໄສ. (ພາບ: VGP/HT) |
ນັກທຸລະກິດແມ່ຍິງຫວຽດນາມ ບືນລະດັບສູງໃນຍຸກໃໝ່
ວັນທີ 22 ຕຸລາ, ເວທີປາໄສນັກທຸລະກິດແມ່ຍິງ 2025 ດ້ວຍຫົວຂໍ້ “ນັກທຸລະກິດແມ່ຍິງຫວຽດນາມ ບືນລະດັບສູງໃນຍຸກໃໝ່” ແລະ ພິທີມອບນາມມະຍົດ“ນັກທຸລະກິດແມ່ຍິງດີເດັ່ນ ຫວຽດນາມ - ດອກກຸຫຼາບ 2025” ໄດ້ໄຂຂຶ້ນຢູ່ຮ່າໂນ້ຍ.
ເຫດການຊີ້ນຳໂດຍສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ສົມທົບກັບສະຖານທູດ ອັງກິດ ປະຈຳ ລາຊະອານາຈັກ ອັງກິດ ແລະ ໄອແລນເໜືອ, ອົງການສະຫະປະຊາຊາດ ເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການສ້າງຄວາມເຂັ້ມແຂງຂອງແມ່ຍິງ (UN Women), ສະພາວິສາຫະກິດແມ່ຍິງ ຫວຽດນາມ ແລະ ວາລະສານເວທີປາໄສວິສາຫະກິດ, ເຫດການນີ້ແນໃສ່ມອບລາງວັນນັກທຸລະກິດຍິງດີເດັ່ນ 98 ຄົນໃນທົ່ວປະເທດ.
ກ່າວຄຳປາໄສທີ່ໄຂເປີດ, ທ່ານ ຟ້າມເຕິນກົງ, ປະທານ VCCI ເນັ້ນໜັກວ່າ ໃນໄລຍະມໍ່ໆມານີ້, ກົມການເມືອງໄດ້ອອກ 4 ມະຕິສຳຄັນ, ສ້າງພື້ນຖານສະຖາບັນທີ່ໜັກແໜ້ນເພື່ອຊຸກຍູ້ການພັດທະນາປະເທດຊາດ, ໃນນັ້ນມີມະຕິ 57-NQ/TW ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ.
ຜູ້ນໍາ VCCI ໄດ້ອ້າງຄໍາຖະແຫຼງຂອງເລຂາທິການໃຫຍ່ ໂຕເລີມ ວ່າ: "ວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກໍາ ແລະ ການຫັນປ່ຽນດິຈິຕອນແມ່ນກຸນແຈສໍາຄັນ, ປັດໃຈສໍາຄັນເພື່ອເອົາຊະນະກັບດັກລາຍຮັບປານກາງແລະຄວາມສ່ຽງທີ່ຈະຕົກຢູ່ຫລັງ." ຕາມທ່ານແລ້ວ, ນີ້ແມ່ນ “ຈຸດເວລາຄຳເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ, ພິເສດແມ່ນບັນດາຜູ້ເປັນເຈົ້າຂອງແມ່ຍິງ, ໄດ້ຜ່ານຜ່າ, ຍາດແຍ່ງກາລະໂອກາດປະດິດສ້າງ ແລະ ເຊື່ອມໂຍງຢ່າງເລິກເຊິ່ງ”.
ທ່ານປະທານ VCCI ໃຫ້ຄຳເຫັນວ່າ ບັນດານັກທຸລະກິດແມ່ຍິງຫວຽດນາມ ພວມປະເຊີນໜ້າກັບບັນດາເສັ້ນທາງກ້າວເຂົ້າສູ່ລວງເລິກຄື: ຢຸດຕິບັນດາບົດບາດດັ້ງເດີມ, ເພື່ອກາຍເປັນກຳລັງບຸກເບີກໃນຍຸກນະວັດຕະກຳຕິດພັນກັບການພັດທະນາແບບຍືນຍົງ.
“ການກ້າວເຂົ້າສູ່ລວງເລິກບໍ່ພຽງແຕ່ແມ່ນການຂະຫຍາຍຕົວເທົ່ານັ້ນ, ຫາກຍັງແມ່ນການປັບປຸງຄວາມຮູ້, ເຕັກໂນໂລຊີ, ແນວຄິດບໍລິຫານ ແລະ ຄວາມສາມາດເຊື່ອມໂຍງເຂົ້າກັບທົ່ວໂລກອີກດ້ວຍ, ຍັງແມ່ນການນຳມະນຸດ, ນຳໃຊ້ເຕັກໂນໂລຊີຢ່າງກົມກຽວ, ການພັດທະນາທຸລະກິດຍັງຄົງດຸນດ່ຽງດ້ານເສດຖະກິດ-ສັງຄົມ-ມະນຸດ”, ທ່ານປະທານ VCCI ເນັ້ນໜັກ.
![]() |
ທ່ານ ຟ້າມເຕິນກົງ, ປະທານ VCCI ກ່າວຄຳປາໄສທີ່ໄຂເປີດ. (ພາບ: VGP/HT) |
ຕາມທ່ານ ຟ້າມເຕີນກົງ ແລ້ວ, VCCI ວາງທິດທາງພັດທະນາຕາມ 3 ເສົາຄ້ຳຍຸດທະສາດ. ນັ້ນແມ່ນ: ປຶກສາຫາລື ແລະ ແນະນຳບັນດານະໂຍບາຍສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ເປັນທຳ ແລະ ສະດວກ, ຊຸກຍູ້ການພັດທະນາວິສາຫະກິດຂອງແມ່ຍິງ; ໜູນຊ່ວຍບັນດາວິສາຫະກິດຍົກສູງກຳລັງແກ່ງແຍ້ງ, ນຳໃຊ້ເຕັກໂນໂລຢີ, ພັດທະນາສີຂຽວ ແລະ ຍືນຍົງ; ເພີ່ມທະວີການເຊື່ອມໂຍງເຂົ້າກັບສາກົນ, ຊ່ວຍໃຫ້ວິສາຫະກິດ ຫວຽດນາມ ເຊື່ອມໂຍງເຂົ້າກັບເຄືອຂ່າຍທົ່ວໂລກ.
ທ່ານ ຟ້າມເຕີນກົງ ຢືນຢັນວ່າ ສະພານັກທຸລະກິດແມ່ຍິງ ຫວຽດນາມ ແມ່ນອົງການຜູ້ຕາງໜ້າທີ່ເປັນປົກກະຕິພ້ອມກັບນັກທຸລະກິດເພດຍິງໃນການເຄື່ອນໄຫວພັດທະນາ, ເຜີຍແຜ່ຄວາມຮູ້, ນະວັດຕະກຳ ແລະ ຄຸນຄ່າມະນຸດສະທຳ.
“VCCI ເຊື່ອໝັ້ນວ່າ ດ້ວຍຄວາມມຸ່ງມາດປາດຖະໜາຢ່າງແຮງທີ່ຈະເພີ່ມຂຶ້ນ, ຈິດໃຈນະວັດຕະກຳ ແລະ ຄວາມສາມາດເຊື່ອມໂຍງ, ນັກທຸລະກິດຍິງຫວຽດນາມ ຈະສືບຕໍ່ແມ່ນກຳລັງທີ່ສຳຄັນໃນເສດຖະກິດ”, ປະທານ VCCI ກ່າວ.
ທ່ານ Iain Frew, ເອກອັກຄະລັດຜູ້ມີອຳນາດເຕັມ ແຫ່ງລາຊະອານາຈັກ ອັງກິດ ແລະ ໄອແລນເໜືອ ປະຈຳ ຫວຽດນາມ, ຕີລາຄາສູງການພັດທະນາຢ່າງເຂັ້ມແຂງຂອງນັກທຸລະກິດແມ່ຍິງຫວຽດນາມ - ກໍາລັງທີ່ປະກອບສ່ວນສຳຄັນເຂົ້າໃນການເຕີບໂຕ ແລະ ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ.
ທ່ານ Iain Frew ໃຫ້ຮູ້ວ່າ ອັງກິດ ສືບຕໍ່ພ້ອມກັບ ຫວຽດນາມ ໃນການພັດທະນາເສດຖະກິດເອກະຊົນ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ໜູນຊ່ວຍວິສາຫະກິດຍິງຜ່ານບັນດາໂຄງການຮ່ວມມື ແລະ ການເຊື່ອມຕໍ່ສາກົນ.
ຕາມທ່ານ Iain Frew ແລ້ວ, ຖິງແມ່ນວ່າບັນດາວິສາຫະກິດທີ່ນໍາພາໂດຍແມ່ຍິງກວມເອົາພຽງແຕ່ອັດຕາສ່ວນຫນ້ອຍຂອງການລົງທຶນທົ່ວໂລກ, ແຕ່ພວກເຂົາມີການປະຕິບັດສູງກວ່າເມື່ອໄດ້ຮັບໂອກາດເທົ່າທຽມກັນ. ທ່ານເນັ້ນໜັກເຖິງຄວາມຈຳເປັນໃນການສ້າງກາລະໂອກາດໃຫ້ນັກທຸລະກິດເພດຍິງເພີ່ມທະວີກຳລັງແຮງ, ໂດຍສະເພາະແມ່ນຂົງເຂດດິຈິຕອລ ແລະ ນະວັດຕະກຳ.
![]() |
ທ່ານ Iain Frew, ເອກອັກຄະລັດຜູ້ມີອຳນາດເຕັມ ແຫ່ງລາຊະອານາຈັກ ອັງກິດ ແລະ ໄອແລນເໜືອ ປະຈຳ ຫວຽດນາມ ກ່າວຄຳປາໄສ. (ພາບ: VGP/HT) |
ທ່ານ ຫງວຽນຮ່ວາເກື່ອງ, ຮອງຫົວໜ້າສະຖາບັນຄົ້ນຄວ້ານະໂຍບາຍ ແລະ ຍຸດທະສາດ ໄດ້ວິເຄາະສະພາບການຂອງໂລກາພິວັດ 2.0, ເຊິ່ງພວມເປີດກາລະໂອກາດໃໝ່ ແຕ່ຍັງມີການທ້າທາຍຫຼາຍຢ່າງ. ຕາມທ່ານແລ້ວ, AI, ການຫັນເປັນສີຂຽວ ແລະ ມາດຕະຖານ ESG ແມ່ນທ່າອ່ຽງທີ່ບໍ່ສາມາດປ່ຽນແປງໄດ້, ຮຽກຮ້ອງໃຫ້ບັນດາວິສາຫະກິດຫວຽດນາມ ຕ້ອງປັບຕົວໂດຍໄວ.
ຂະບວນການດິຈິຕອນ, ໝູນໃຊ້ເຕັກໂນໂລຢີເຂົ້າໃນການຄຸ້ມຄອງ ຈະຊ່ວຍໃຫ້ທຸລະກິດປັບປຸງຜະລິດຕະພາບ, ປະຢັດຕົ້ນທຶນ ແລະ ຂະຫຍາຍຕະຫຼາດ. ບັນດາຮູບແບບເສດຖະກິດໃໝ່ເຊັ່ນ: ເສດຖະກິດດີຈີຕອນ, ເສດຖະກິດວົງວຽນ, ເສດຖະກິດຂໍ້ມູນ, ເສດຖະກິດກາງຄືນ, ເສດຖະກິດສີຂຽວ - ທິດທາງເພື່ອຊ່ວຍໃຫ້ບັນດາວິສາຫະກິດ, ໂດຍສະເພາະແມ່ນວິສາຫະກິດຍິງ, ປົດປ່ອຍທ່າແຮງໃໝ່ໃນໄລຍະຈະມາເຖິງ.
“ການທີ່ວິສາຫະກິດຕ່ຳແຜ່ນຕັດຫຍິບນຳໃຊ້ມາດຕະຖານ ESG ແມ່ນຫຼັກຖານຂອງຜົນປະໂຫຍດທີ່ຂະໜາດແໜ້ນລະຫວ່າງ 'ການພັດທະນາສີຂຽວ' ແລະ 'ການເຕີບໂຕຂອງຍອດຂາຍ', ເພາະວ່າບັນດາວິສາຫະກິດໃຫຍ່ນັບມື້ນັບບຸລິມະສິດ 'ສີຂຽວ' ແລະ ຜະລິດຕະພັນທີ່ຮັບຜິດຊອບຕໍ່ສັງຄົມ, ທ່ານ ເກື່ອງ ໄດ້ຍົກຕົວຢ່າງ.
ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ໂອກາດໃຫ້ແກ່ນັກທຸລະກິດແມ່ຍິງ
ທ່ານນາງ Zoe Dayan, ທີ່ປຶກສາຂັ້ນສູງຝ່າຍການປະຕິຮູບນະໂຍບາຍ, ຝ່າຍຄະນະອັງກິດປະຈຳອາຊຽນ, ໄດ້ແບ່ງປັນ 3 ແນວທາງແກ້ໄຂຕົ້ນຕໍເພື່ອຊຸກຍູ້ການພັດທະນາວິສາຫະກິດຂອງແມ່ຍິງ.
ທີໜຶ່ງ, ການປະຕິຮູບດ້ານສະຖາບັນ ແລະ ປົກປັກຮັກສາສິດຊັບສິນທາງປັນຍາ, ຊ່ວຍໃຫ້ຜູ້ປະກອບການເພດຍິງສ້າງ ແລະ ຮັກສາຍີ່ຫໍ້ໃຫ້ປອດໃສ ແລະ ຍືນຍົງ;
ອັນທີສອງ, ສົ່ງເສີມການເຂົ້າເຖິງການເງິນ, ໂດຍສະເພາະແມ່ນການລົງທຶນ, ໂຄງການສະຫນັບສະຫນູນ, ແລະທຶນການສຶກສາ STEM ສໍາລັບແມ່ຍິງ;
ອັນທີສາມ, ນະວັດຕະກໍາດິຈິຕອນເຊື່ອມໂຍງເຂົ້າກັບເຄືອຂ່າຍເຊື່ອມຕໍ່ນັກປະກອບການເພດຍິງ, ເພື່ອປັບປຸງຄວາມສາມາດເປັນຜູ້ນໍາແລະການຄຸ້ມຄອງ.
"ການເພີ່ມອັດຕາສ່ວນຂອງຜູ້ນໍາເພດຍິງແມ່ນວິທີການທີ່ມີປະສິດທິຜົນທີ່ສຸດເພື່ອສົ່ງເສີມການພັດທະນາແບບຍືນຍົງ. ຜູ້ນໍາເພດຍິງມີແນວຄິດທີ່ຍືດຫຍຸ່ນ, ການປັບຕົວສູງແລະປະກອບສ່ວນທັດສະນະທີ່ແຕກຕ່າງກັນໃນການແກ້ໄຂສິ່ງທ້າທາຍທາງທຸລະກິດ", ທ່ານນາງ Zoe Dayan ເນັ້ນຫນັກ.
ກອງປະຊຸມສົນທະນາ “ພັດທະນາວິສາຫະກິດແມ່ຍິງໃນຍຸກດີຈີຕອນ ແລະ ນະວັດຕະກຳ” ໂດຍທ່ານ ເດົ້າແອງຕວນ, ຮອງເລຂາໃຫຍ່, ຫົວໜ້າຄະນະກົດໝາຍ VCCI ໄດ້ດຶງດູດຫຼາຍຄຳເຫັນທີ່ແທດຈິງ ແລະ ດົນໃຈ.
![]() |
ທ່ານນາງ ຫງວຽນທິກວິ່ງຢາວ, ຮອງຜູ້ອໍານວຍການໃຫຍ່ BIDV. (ພາບ: VGP/HT) |
ທ່ານ ຟ້າມດຶກຫງ້ຽມ, ຮອງຫົວໜ້າກົມເລີ່ມຕົ້ນທຸລະກິດ ແລະ ວິສາຫະກິດເຕັກໂນໂລຢີ (ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ) ໃຫ້ຮູ້ວ່າ ກະຊວງພວມຜັນຂະຫຍາຍມະຕິ 57-NQ/TW ດ້ວຍການກໍ່ສ້າງ ແລະ ປັບປຸງກົດໝາຍໃຫຍ່ 9 ສະບັບ, ຜັນຂະຫຍາຍ 7 ກຸ່ມແກ້ໄຂ 14 ເປົ້າໝາຍສຳຄັນເພື່ອສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດນະວັດຕະກຳ. ນອກຈາກນັ້ນ, ກະຊວງຍັງສະເໜີໃຫ້ສ້າງຕັ້ງກອງທຶນລົງທຶນແຫ່ງຊາດ, ຊຸກຍູ້ກົນໄກ sandbox ຢູ່ນະຄອນ ໂຮ່ຈີມິນ ແລະ ນະຄອນ ດານັງ, ພ້ອມທັງສ້າງລະບົບນິເວດເພື່ອໜູນຊ່ວຍນັກທຸລະກິດຍິງໃນການພັດທະນາເຕັກໂນໂລຢີ.
ມຸ່ງໄປເຖິງການພັດທະນາແບບຍືນຍົງ, ທ່ານນາງ ເລຮົ່ງຖູຍຕຽນ, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ IPPG ໄດ້ແບ່ງປັນ 3 ເສົາຄ້ຳຍຸດທະສາດຄື: ອັດຕະໂນມັດອັດສະລິຍະ, ເສດຖະກິດດິຈິຕອນ - ການຄ້າສະຫຼາດ ແລະ ການລົງທຶນດ້ານຄວາມຮູ້ AI. ຕາມທ່ານນາງແລ້ວ, ເຕັກໂນໂລຢີແມ່ນ “ກຸນແຈເພື່ອຄວາມຢູ່ລອດ”, ແລະ IPPG ຈະສືບຕໍ່ໄປຄຽງຄູ່ກັບວິສາຫະກິດຍິງຂະໜາດນ້ອຍ ແລະ ກາງ ເພື່ອຊຸກຍູ້ການປະດິດສ້າງ ແລະ ສ້າງກາລະໂອກາດພັດທະນາທີ່ສະເໝີພາບ.
ໃນຂະນະນັ້ນ, ທ່ານນາງ ຮວິ່ງທິຫງອກຈຸກ, ຮອງຜູ້ອຳນວຍການໃຫຍ່ແຫຼ່ງຊັບພະຍາກອນມະນຸດຂອງ Coca-Cola ຫວຽດນາມ ໃຫ້ຮູ້ວ່າ ກຸ່ມບໍລິສັດມຸ່ງໄປເຖິງໃຫ້ແມ່ຍິງດຳລົງຕຳແໜ່ງຜູ້ນຳ 50% ໃນປີ 2030 (ປະຈຸບັນ 42%), ພ້ອມກັນນັ້ນ ຊຸກຍູ້ໃຫ້ແມ່ຍິງເຂົ້າຮ່ວມຢ່າງເລິກເຊິ່ງກ່ວາອີກໃນຕ່ອງໂສ້ການສະໜອງ ແລະ ການຜະລິດ.
ນອກຈາກນັ້ນ, ທ່ານນາງ ຫງວຽນທິກວິ່ງຢາວ, ຮອງຜູ້ອໍານວຍການໃຫຍ່ BIDV ເນັ້ນໜັກວ່າ ພະນັກງານຂອງ BIDV ເກືອບ 60% ແມ່ນແມ່ຍິງ, ໃນນັ້ນ 99% ຜູ້ຈັດການລູກຄ້າສ່ວນບຸກຄົນແມ່ນແມ່ຍິງ. BIDV ໄດ້ປະຕິບັດໂຄງການ BIDV Women & Wealth, ມຸ່ງໄປເຖິງການໜູນຊ່ວຍດ້ານການເງິນ, ການລົງທຶນ ແລະ ການດູແລສຸຂະພາບໃຫ້ແກ່ລູກຄ້າເພດຍິງ, ໃນຂະນະທີ່ເຊື່ອມຕໍ່ປະຊາຄົມວິສາຫະກິດຍິງ.
“ແມ່ຍິງມີຫົວຄິດປະດິດສ້າງທີ່ເຂັ້ມແຂງ, ແລະ ມັນແມ່ນຫົວຄິດປະດິດສ້າງທີ່ຈະສ້າງບັນດາວິສາຫະກິດ ແລະ ສັງຄົມ,” ທ່ານນາງ ຢາວ ຢືນຢັນ.
![]() | ຫວຽດນາມ ຕ້ອງຂ້ຽວຂາດກວ່າ, ກ້າຫານກວ່າໃນການພັດທະນາບັນດາເຕັກໂນໂລຢີຍຸດທະສາດ ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ໃຫ້ຮູ້ວ່າ ຫວຽດນາມ ຍາມໃດກໍ່ຖືວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແມ່ນ ຂໍ້ກຸນແຈຄຳ, ແມ່ນປັດໄຈເປັນຕາຍເພື່ອຜ່ານກັບດັກ ລາຍຮັບປານກາງ ແລະ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045. |
![]() | ເອກອັກຄະລັດຖະທູດ ເທບທະວອນ: ຫວຽດນາມ ແມ່ນແບບຢ່າງແຫ່ງການພັດທະນາຂອງລາວ ຍສໝ - ທ່ານເອກອັກຄະລັດຖະທູດ ເທບທະວອນ ໄດ້ເນັ້ນໜັກວ່າ ນັບແຕ່ໄດ້ຮັບໄຊຊະນະຂອງການປະຕິວັດເດືອນສິງຫາ ປີ 1945, ຫວຽດນາມ ໄດ້ກາຍເປັນປະເທດເອກະລາດ, ຜ່ານຜ່າຄວາມຫຍຸ້ງຍາກນັບມື້ນັບສະຫງ່າຜ່າເຜີຍ, ຮັກສາເອກະລາດ, ກ້າວເຂົ້າສູ່ຍຸກໃໝ່ຢ່າງບໍ່ຢຸດຢັ້ງ. |
ມີງດຶກ