ເຮັດໃຫ້ແຈ້ງເຖິງສະພາບຄວາມເປັນຈິງດ້ານການຈັດຕັ້ງ ແລະ ກິດຈະກຳການຕ່າງປະເທດປະຊາຊົນ ຂອງຫວຽດນາມ

15:19 | 29/05/2026

ຍສໝ - ໃນມື້ວັນທີ 29 ພຶດສະພາ ຢູ່ທີ່ ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ເປັນປະທານຈັດຕັ້ງວາລະການໂອ້ລົມສົນທະນາທາງດ້ານວິທະຍາສາດ ພາຍໃຕ້ຫົວຂໍ້ "ສະພາບຄວາມເປັນຈິງດ້ານການຈັດຕັ້ງ ແລະ ກິດຈະກຳການຕ່າງປະເທດປະຊາຊົນ ຂອງຫວຽດນາມ". ເຫດການດັ່ງກ່າວແມ່ນນອນຢູ່ໃນຂອບຂອງຫົວຂໍ້ການຄົ້ນຄວ້າລະດັບຊາດ "ຄົ້ນຄວ້າກິດຈະກຳການຕ່າງປະເທດປະຊາຊົນໃນຂອບເຂດທົ່ວໂລກ ພາຍໃຕ້ບໍລິບົດຊຸດໃໝ່ ແລະ ການສະເໜີວິທີການແກ້ໄຂສຳລັບ ຫວຽດນາມ".

ຂະຫຍາຍຄວາມຮັກຕໍ່ກັບທະເລ ແລະ ເກາະດອນ ຂອງຫວຽດນາມ ຜ່ານງານວາງສະແດງຮູບພາບຢູ່ ປະເທດເຢຍລະມັນ
ໂຮງໝໍກາງສະໜາມຂັ້ນ 2 ເລກ 4 ຂອງຫວຽດນາມ ໄດ້ສຳເລັດພາລະກິດ ແລະ ກັບຄືນປະເທດ

ວາລະການໂອ້ລົມສົນທະນາ ມີຈຸດປະສົງເພື່ອເຮັດໃຫ້ແຈ້ງເຖິງລະບົບຂອງບັນດາອົງການ, ອົງການຈັດຕັ້ງ ທີ່ເຮັດວຽກງານການຕ່າງປະເທດປະຊາຊົນ; ຕີລາຄາລະບົບຄູ່ຮ່ວມມື ແລະ ພຶດຕິກຳຕົວຈິງພາຍໃນການຈັດຕັ້ງປະຕິບັດວຽກງານການຕ່າງປະເທດປະຊາຊົນ ຂອງຫວຽດນາມ ໃນຊ່ວງໄລຍະຜ່ານມາ; ວິເຄາະບັນດາຜົນສຳເລັດທີ່ບັນລຸໄດ້, ຂໍ້ຈຳກັດ, ສາເຫດ ແລະ ສະເໜີວິທີການແກ້ໄຂ ເພື່ອແນໃສ່ຍົກສູງປະສິດທິຜົນວຽກງານການຕ່າງປະទេດປະຊາຊົນ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການຊຸດໃໝ່.

ທ່ານ ດົ່ງຮຸຍເກືອງ (Dong Huy Cuong), ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ເລຂາທິການທາງດ້ານວິທະຍາສາດຂອງຫົວຂໍ້ການຄົ້ນຄວ້າ ແລະ ທ່ານນາງ ປອ. ບຸ່ຍທິເຟືອງລານ (Bui Thi Phuong Lan), ອະດີດຮອງຫົວໜ້າສະຖາບັນຄົ້ນຄວ້າອາເມລິກາ (ສະຖາບັນບັນດິດວິທະຍາສາດສັງຄົມ ຫວຽດນາມ), ກຳມະການບໍລິຫານງານສະມາຄົມ ຫວຽດນາມ - ອາເມລິກາ, ສະມາຊິກຫຼັກຂອງຫົວຂໍ້ການຄົ້ນຄວ້າ, ຮ່ວມກັນເປັນປະທານວາລະການໂອ້ລົມສົນທະນາ.

ເຮັດໃຫ້ແຈ້ງເຖິງສະພາບຄວາມເປັນຈິງດ້ານການຈັດຕັ້ງ ແລະ ກິດຈະກຳການຕ່າງປະເທດປະຊາຊົນ ຂອງຫວຽດນາມ
ວາລະການໂອ້ລົມສົນທະນາທາງດ້ານວິທະຍາສາດ ພາຍໃຕ້ຫົວຂໍ້ "ສະພາບຄວາມເປັນຈິງດ້ານການຈັດຕັ້ງ ແລະ ກິດຈະກຳການຕ່າງປະເທດປະຊາຊົນ ຂອງຫວຽດນາມ". (ພາບ: Dinh Hoa)

ເຂົ້າຮ່ວມວາລະການໂອ້ລົມສົນທະນາ ມີບັນດານັກຊ່ຽວຊານ, ນັກວິທະຍາສາດ, ນັກຄຸ້ມຄອງ ແລະ ພະນັກງານຄົ້ນຄວ້າ ທີ່ມາຈາກບັນດາຄະນະ, ກະຊວງ, ຂະແໜງການ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ບັນດາສະມາຄົມມະຫາຊົນ ທີ່ໄດ້ຮັບການມອບໝາຍໜ້າທີ່ຈາກພັກ ແລະ ລັດ, ພ້ອມດ້ວຍຕົວແທນຈາກບັນດາສະຖານທີ່ຄົ້ນຄວ້າ, ຝຶກອົບຮົມ ແລະ ບັນດາອົງການຈັດຕັ້ງທີ່ເຄື່ອນໄຫວພາຍໃນຂົງເຂດການຕ່າງປະເທດ, ການຕ່າງປະເທດປະຊາຊົນ. ໃນນັ້ນມີ ທ່ານປອ. ຕືແທັງເຫວ້ (Tu Thanh Hue), ຮອງຫົວໜ້າຄະນະ ຄະນະການຕ່າງປະເທດປະຊາຊົນ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ; ທ່ານປອ. ຫງວຽນນັງຂຽວ (Nguyen Nang Khieu), ຫົວໜ້າຄະນະ ຄະນະອາເມລິກາ - ໂອເຊອານີ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ; ທ່ານພົນຈັດຕະວາ, ຮອງສາດສະດາຈານ, ທ່ານປອ. ເລວັນເກືອງ (Le Van Cuong), ອະດີດຫົວໜ້າສະຖາບັນຄົ້ນຄວ້າຍຸດທະສາດ (ກະຊວງປ້ອງກັນຄວາມສະຫງົບ); ທ່ານ ດິ້ງກວາງມິງ (Dinh Quang Minh), ຕົວແທນກົມບັນດາອົງການຈັດຕັ້ງສາກົນ (ກະຊວງການຕ່າງປະເທດ); ທ່ານເອກອັກຄະລັດຖະທູດ ຫງວຽນຈຸງກຽນ (Nguyen Trung Kien), ຫົວໜ້າຄະນະກຳມະການແຫ່ງຊາດ ກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ; ທ່ານປອ. ຫງວຽນຊວນວາງ (Nguyen Xuan Vang), ອะດີດຫົວໜ້າກົມການຮ່ວມມືສາກົນ (ກະຊວງສຶກສາທິການ ແລະ ຝຶກອົບຮົມ); ທ່ານປອ. ຫງວຽນແອງຕວນ (Nguyen Anh Tuấn), ຫົວໜ້າສະຖາບັນເສດຖະກິດການທ່ອງທ່ຽວ (ສະມາຄົມການທ່ອງທ່ຽວ ຫວຽດນາມ); ພ້ອມດ້ວຍຄະນະນຳ, ນັກວິຊາການຂອງບັນດາຄະນະ, ກົມກອງ ທີ່ຂຶ້ນກັບສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ.

"ຮູ້ຈັກຕົນເອງ" ເພື່ອຍົກສູງປະສິດທິຜົນການຕ່າງປະເທດປະຊາຊົນ

ກ່າວປາໄສໄຂວາລະ, ທ່ານ ດົ່ງຮυຍເກືອງ (Dong Huy Cuong) ໃຫ້ຮູ້ວ່າ, ຢູ່ທີ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ເປັນຄັ້ງທຳອິດທີ່ວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ ໄດ້ຮັບການກຳນົດວ່າແມ່ນໜ້າທີ່ "ສຳຄັນຍິ່ງ, ເປັນປະຈຳ", ໂດຍຈັດວາງຢູ່ໃນລະດັບດຽວກັນກັບວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ. ການຕ່າງປະເທດປະຊາຊົນ ສືບຕໍ່ໄດ້ຮັບການຢັ້ງຢືນວ່າແມ່ນເສົາຄ້ຳຍຸດທະສາດ ພາຍໃນການກໍ່ສ້າງຮາກຖານສັງຄົມອັນຕັ້ງໜ້າ, ສະດວກສະບາຍ ແລະ ແໜ້ນແຟ້ນ; ຮັດແໜ້ນຄວາມເຫັນພ້ອມເປັນເອກະພາບສາກົນ, ກໍ່ສ້າງທ່າສະໜາມຮົບໃຈປະຊາຊົນຈາກພາຍນອກ, ປະກອບສ່ວນຮ່ວມກັບການຕ່າງປະເທດຂອງພັກ ແລະ ການທູດຂອງລັດ ເພື່ອແນໃສ່ຮັບໃຊ້ຢ່າງມີປະສິດທິຜົນ ໃຫ້ແກ່ພາລະກິດການກໍ່ສ້າງ, ພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດແຕ່ຫົວທີ, ຈາກຫ່າງໄກ.

ເຮັດໃຫ້ແຈ້ງເຖິງສະພາບຄວາມເປັນຈິງດ້ານການຈັດຕັ້ງ ແລະ ກິດຈະກຳການຕ່າງປະເທດປະຊາຊົນ ຂອງຫວຽດນາມ
ທ່ານ ດົ່ງຮຸຍເກືອງ (Dong Huy Cuong), ຮອງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ກ່າວປາໄສໄຂວາລະການໂອ້ລົມສົນທະນາ. (ພາບ: Dinh Hoa)

ຕາມທັດສະນະຂອງ ທ່ານ ດົ່ງຮຸຍເກືອງ (Dong Huy Cuong) ແລ້ວ, ການຄົ້ນຄວ້າ, ຕີລາຄາສະພາບຄວາມເປັນຈິງດ້ານການຈັດຕັ້ງ ແລະ ກິດຈະກຳການຕ່າງປະເທດປະຊາຊົນໃນປັດຈຸບັນ ບໍ່ພຽງແຕ່ແມ່ນຄວາມຮຽກຮ້ອງຕ້ອງການຂອງຫົວຂໍ້ການຄົ້ນຄວ້າເທົ່ານັ້ນ ແຕ່ຍັງມີຄວາມໝາຍຄວາມສຳຄັນ ຕໍ່ກັບການກຳນົດທິດທາງວິໄສທັດ ສຳລັບການຕ່າງປະເທດປະຊາຊົນພາຍໃຕ້ຍຸກສະໄໝຊຸດໃໝ່. ທ່ານເນັ້ນໜັກວ່າ, ຄຽງຄູ່ກັບການຄົ້ນຄວ້າປະສົບການສາກົນ ແລະ ບັນດາການຫັນປ່ຽນແຫ່ງຍຸກສະໄໝ, ສິ່ງອັນສຳຄັນແມ່ນຕ້ອງ "ຮູ້ຈັກຕົນເອງ", ຈຳແນກໃຫ້ເຫັນຢ່າງຖືກຕ້ອງຊັດເຈນເຖິງສະພາບຄວາມເປັນຈິງ ເພື່ອທຳການຫັນປ່ຽນໃໝ່ຕົນເອງ ແລະ ຍົກສູງປະສິດທິຜົນວຽກງານການຕ່າງປະເທດປະຊາຊົນ.

ເພື່ອເປັນທິດທາງໃຫ້ແກ່ເນື້ອໃນການປຶກສາຫາລື, ທ່ານໄດ້ສະເໜີໃຫ້ບັນດາຜູ້ແທນສຸມໃສ່ຕີລາຄາລະບົບການຈັດຕັ້ງ, ກົນໄກການປະສານງານ, ເຄືອຂ່າຍຄູ່ຮ່ວມມື ແລະ ປະສິດທິຜົນພາຍໃນການຈັດຕັ້ງປະຕິບັດວຽກງານການຕ່າງປະເທດປະຊາຊົນ; ພ້ອມກັນນັ້ນກໍຈຳແນກໃຫ້ເຫັນບັນດາຂໍ້ຈຳກັດ, ຈຸດຄົງຄ້າງທີ່ເປັນອຸປະສັກ ກ່ຽວກັບການຈັດຕັ້ງ, ແຫຼ່ງທຶນ, ຄະນະພະນັກງານ ແລະ ກົນໄກການຂັບເຄື່ອນເຄື່ອນໄຫວ.

ຕາມທ່ານແລ້ວ, ເປົ້າໝາຍອັນສຳຄັນຂອງວາລະການໂອ້ລົມສົນທະນາ ແມ່ນການສະເໜີບັນດາທິດທາງ, ວິທີການແກ້ໄຂ ແລະ ຂໍ້ສະເໜີແນະ ເພື່ອແນໃສ່ຍົກສູງປະສິດທິຜົນວຽກງານການຕ່າງປະເທດປະຊາຊົນ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການພາຍໃນການພັດທະນາປະເທດຊາດໃນໄລຍະໃໝ່.

ໂດຍເກາະຕິດກັບບັນດາການເປີດກວ້າງແນະນຳຂ້າງເທິງນັ້ນ, ບັນດາບົດປະກອບຄຳເຫັນ ແລະ ທັດສະນະແລກປ່ຽນ ໄດ້ສຸມໃສ່ວິເຄາະສະພາບຄວາມເປັນຈິງດ້ານການຈັດຕັ້ງ ແລະ ກິດຈະກຳການຕ່າງປະເທດປະຊາຊົນ ຂອງຫວຽดນາມ ໃນຫຼາກຫຼາຍດ້ານ, ນັບຕັ້ງແຕ່ລະບົບການຈັດຕັ້ງ, ເຄືອຂ່າຍຄູ່ຮ່ວມມື, ວຽກງານການປຸກລະດົມຂົນຂວາຍ, ການຕໍ່ສູ້ປົກປັກຮັກສາຜົນປະໂຫຍດຂອງຊາດ - ເຜົ່າພັນ ໄປຈົນຮອດບົດບາດຂອງປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ ແລະ ການຮ່ວມມືສາກົນພາຍໃນບັນດາຂົງເຂດການສຶກສາ, ວິທະຍາສາດ - ເຕັກໂນໂລຊີ, ການທ່ອງທ່ຽວວັດທະນະທຳ...

ເຮັດໃຫ້ແຈ້ງເຖິງສະພາບຄວາມເປັນຈິງດ້ານການຈັດຕັ້ງ ແລະ ກິດຈະກຳການຕ່າງປະເທດປະຊາຊົນ ຂອງຫວຽດນາມ
ທ່ານ ປອ. ຕືແທັງເຫວ້ (Tu Thanh Hue), ຮອງຫົວໜ້າຄະນະ ຄະນະການຕ່າງປະເທດປະຊາຊົນ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຂຶ້ນນຳສະເໜີບົດປະກອບຄຳເຫັນ. (ພາບ: Dinh Hoa)

ບັນດາຄຳເຫັນຕ່າງກໍເຫັນດີວ່າ ການຕ່າງປະເທດປະຊາຊົນ ສືບຕໍ່ຢັ້ງຢືນບົດບາດເປັນໜຶ່ງໃນສາມເສົາຄ້ຳ ຂອງພື້ນຖານການຕ່າງປະເທດ ຫວຽດນາມ ຮ່ວມກັບການຕ່າງປະເທດຂອງພັກ ແລະ ການທູດຂອງລັດ. ພາຍໃຕ້ບໍລິບົດການເຊື່ອມໂຍງສາກົນທີ່ນັບມື້ນັບກ້າວເຂົ້າສູ່ລວງເລິກຢ່າງຮອບດ້ານ, ການຕ່າງປະເທດປະຊາຊົນ ໄດ້ມີສ່ວນຊ່ວຍເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງປະຊາຊົນ ຫວຽດນາມ ຮ່ວມກັບປະຊາຊົນບັນດາປະເທດ, ປຸກລະດົມຂົນຂວາຍແຫຼ່ງທຶນສາກົນ, ໂຄສະນາເຜີຍແຜ່ພາບພົດຂອງປະເທດຊາດ ແລະ ປົກປັກຮັກສາຜົນປະໂຫຍດຂອງຊາດ - ເຜົ່າພັນແຕ່ຫົວທີ, ຈາກຫ່າງໄກ.

ໃນແງ່ມຸມດ້ານການຈັດຕັ້ງ ແລະ ເຄືອຂ່າຍຄູ່ຮ່ວມມື, ບັນດາຜູ້ແທນຕີລາຄ່ວາ ລະບົບການຈັດຕັ້ງທີ່ເຮັດວຽກງານການຕ່າງປະເທດປະຊາຊົນຢູ່ ຫວຽດນາມ ແມ່ນໄດ້ຮັບການກໍ່ຮ່າງສ້າງຕົວຂຶ້ນມາຢ່າງຄົບຖ້ວນ ແລະ ຮອບດ້ານ ໂດຍມີການເຂົ້າຮ່ວມຂອງຫຼາກຫຼາຍພາກສ່ວນ ນັບຕັ້ງແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ຕາມຕົວເລກສະຖິຕິເບື້ອງຕົ້ນ, ບັນດາອົງການຈັດຕັ້ງມະຫາຊົນທາງການເມືອງ, ສະມາຄົມມະຫາຊົນ ທີ່ໄດ້ຮັບການມອບໝາຍໜ້າທີ່ຈາກພັກ ແລະ ລັດ ປັດຈຸບັນແມ່ນມີຄູ່ຮ່ວມມືປະມານ 1.400 ລາຍ, ໃນນັ້ນ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ແມ່ນມີຄູ່ຮ່ວມມື 608 ລາຍ. ເຖິງຢ່າງໃດກໍຕາມ, ບາງຄຳເຫັນກໍຊີ້ໃຫ້ເຫັນວ່າ ກົນໄກການປະສານງານລະຫວ່າງບັນດາພາກສ່ວນທີ່ເຂົ້າຮ່ວມການຕ່າງປະເທດປະຊາຊົນ ນັ້ນ ແມ່ນຍັງມີຂໍ້ຈຳກັດຫຼາກຫຼາຍປະການ, ຄຸນນະພາບຂອງກິດຈະກຳລະຫວ່າງບັນດາຂົງເຂດ ກໍຄືບັນດາທ້ອງຖິ່ນແມ່ນຍັງບໍ່ທັນສະໝ່ຳສະເໝີກັນ ແລະ ລະດັບການເຊື່ອມຕໍ່ສາກົນພາຍໃນບາງຂົງເຂດ ແມ່ນຍັງບໍ່ທັນສົມຄູ່ກັບທ່າແຮງບົ່ມຊ້ອນທີ່ມີ.

ເສີມຂະຫຍາຍແຫຼ່ງທຶນ ແລະ ເປີດກວ້າງຂອບເຂດການຕ່າງປະເທດປະຊາຊົນ

ເມື່ອຍົກຂຶ້ນມາເຖິງວຽກງານຊາວ ຫວຽດນາມ ຢູ່ຕ່າງປະເທດ, ບັນດານັກຊ່ຽວຊານຕີລາຄ່ວາ ປະຊາຄົມຊາວ ຫວຽດນາມ ຫຼາຍກວ່າ 6,5 ລ້ານຄົນ ທີ່ພວມດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ຕາມຫຼາກຫຼາຍປະເທດ ແລະ ເຂດແຄ້ນຫຼາຍກວ່າ 130 ແຫ່ງ ນັ້ນ ແມ່ນແຫຼ່ງທຶນອັນສຳຄັນຍິ່ງ ຂອງການຕ່າງປະເທດປະຊາຊົນ. ດ້ວຍທ່າແຮງດ້ານສະຕິປັນຍາຄວາມຮູ້, ປະສົບການສາກົນ, ເຄືອຂ່າຍສາຍພົວພັນ ແລະ ຂີດຄວາມສາມາດພາຍໃນການເຊື່ອມຕໍ່ຫຼາກຫຼາຍວັດທະນະທຳ, ປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ ພວມມີສ່ວນຊ່ວຍຊຸກຍູ້ການຮ່ວມມືດ້ານການສຶກສາ, ວິທະຍາສາດ - ເຕັກໂນໂລຊີ, ການລົງທຶນ, ການຄ້າ, ວັດທະນະທຳ ແລະ ການທ່ອງທ່ຽວ; ພ້ອມທັງແຜ່ລັດສະໝີພາບພົດຂອງ ຫວຽດນາມ ໄປສູ່ປະຊາຄົມສາກົນ. ບັນດາຄຳເຫັນຍັງໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການ ພາຍໃນການສືບຕໍ່ປັບປຸງບູລະນະກົນໄກ, ນະໂຍບາຍ, ເພີ່ມທະວີການເຊື່ອມຕໍ່ຄະນະປັນຍາຊົນ, ນັກຊ່ຽວຊານ, ນັກວິສາຫະກິດ ແລະ ຮຸ່ນຄົນໜຸ່ມຊາວ ຫວຽດນາມ ຢູ່ຕ່າງປະເທດ ໃຫ້ຫັນມາຮ່ວມມືກັບພາຍໃນປະເທດ.

ເຮັດໃຫ້ແຈ້ງເຖິງສະພາບຄວາມເປັນຈິງດ້ານການຈັດຕັ້ງ ແລະ ກິດຈະກຳການຕ່າງປະເທດປະຊາຊົນ ຂອງຫວຽດນາມ
ທ່ານເອກອັກຄະລັດຖະທູດ ຫງວຽນຈຸງກຽນ (Nguyen Trung Kien), ຫົວໜ້າຄະນະກຳມະການແຫ່ງຊາດ ກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ, ຂຶ້ນນຳສະເໜີບົດປະກອບຄຳເຫັນ. (ພາບ: Dinh Hoa)

ພາຍໃນຂົງເຂດການສຶກສາມະຫາວິທະຍາໄລ, ການຕ່າງປະເທດປະຊາຊົນ ພວມໄດ້ຮັບການເປີດກວ້າງ ນັບຕັ້ງແຕ່ບັນດາກິດຈະກຳການພົບປະແລກປ່ຽນ ໄປສູ່ບັນດາຮູບແບບການຮ່ວມມືທີ່ມີລວງເລິກກວ່າເກົ່າ ໂດຍຜ່ານບັນດາເຄືອຂ່າຍທາງດ້ານວິຊາການ, ການຄົ້ນຄວ້າ ແລະ ການຝຶກອົບຮົມສາກົນ. ອີງຕາມສິ່ງດັ່ງກ່າວ, ການສຶກສາມະຫາວິທະຍາໄລ ບໍ່ພຽງແຕ່ແມ່ນຂົງເຂດການຮ່ວມມືສາກົນເທົ່ານັ້ນ ແຕ່ຍັງແມ່ນຂອບເຂດອັນສຳຄັນ ເພື່ອກໍ່ຮ່າງສ້າງຕົວບັນດາເຄືອຂ່າຍການຮ່ວມມືໄລຍະຍາວ ລະຫວ່າງບັນດາສະຖານທີ່ຝຶກອົບຮົມ, ນັກວິທະຍາສາດ, ນັກຊ່ຽວຊານ ແລະ ນັກສຶກສາຂອງບັນດາປະເທດ. ຫຼາກຫຼາຍຄຳເຫັນໄດ້ສະເໜີໃຫ້ເພີ່ມທະວີການເຊື່ອມຕໍ່ບັນດາເຄືອຂ່າຍການຮ່ວມມືດ້ານການສຶກສາ, ຍົກສູງປະສິດທິຜົນ ແລະ ລັກສະນະຍືນຍົງ ຂອງບັນດາແຜນງານການຮ່ວມມືສາກົນພາຍໃນຂົງເຂດນີ້.

ຈາກບັນດາບົດປະກອບຄຳເຫັນ ແລະ ທັດສະນະແລກປ່ຽນຢູ່ທີ່ວາລະການໂອ້ລົມສົນທະນາ, ຫຼາກຫຼາຍຄຳເຫັນຕ່າງກໍເຫັນດີວ່າ ຈຳເປັນຕ້ອງໄດ້ສືບຕໍ່ທຳການກວດກາຄືນ, ປັບປຸງບູລະນະລະບົບການຈັດຕັ້ງ ແລະ ກົນໄກການປະສານງານ ພາຍໃນວຽກງານການຕ່າງປະເທດປະຊາຊົນ; ກໍ່ສ້າງຍຸດທະສາດການພັດທະນາຄູ່ຮ່ວມມືໄລຍະຍາວ ໄປຕາມທິດທາງທີ່ທັງຮັດແໜ້ນບັນດາຄູ່ຮ່ວມມືແບບດັ້ງເດີມ, ທັງເປີດກວ້າງການເຊື່ອມຕໍ່ຮ່ວມກັບບັນດາສະຖາບັນຄົ້ນຄວ້າ, ນັກວິຊາການ, ນັກວິສາຫະກິດ, ນັກການເມືອງ ແລະ ບັນດາກຸ່ມຄູ່ຮ່ວມມືຊຸດໃໝ່, ພ້ອມກັນນັ້ນກໍຈຳເປັນຕ້ອງກໍ່ສ້າງຊຸດຖານຂໍ້ມູນຄູ່ຮ່ວມມືເພື່ອຄວາມຕ້ອງການນຳໃຊ້ຮ່ວມກັນໃນທົ່ວລະບົບ. ບັນດານັກຊ່ຽວຊານຍັງໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການ ພາຍໃນການສືບຕໍ່ເປີດກວ້າງ, ຮັດແໜ້ນເຄືອຂ່າຍຄູ່ຮ່ວມມືສາກົນ, ເພີ່ມທະວີການເຊື່ອມຕໍ່ຮ່ວມກັບບັນດາອົງການຈັດຕັ້ງ ແລະ ບຸກຄົນທີ່ມີເຈດຕະນາດີຕໍ່ກັບ ຫວຽດນາມ; ຍົກສູງປະສິດທິຜົນການເຂົ້າຮ່ວມບັນດາກົນໄກການຮ່ວມມືພຫຸພາຄີ ແລະ ເຄືອຂ່າຍສາກົນ.

ເຮັດໃຫ້ແຈ້ງເຖິງສະພາບຄວາມເປັນຈິງດ້ານການຈັດຕັ້ງ ແລະ ກິດຈະກຳການຕ່າງປະເທດປະຊາຊົນ ຂອງຫວຽດນາມ
ບັນດາຜູ້ແທນ ທີ່ເຂົ້າຮ່ວມວາລະການໂອ້ລົມສົນທະນາ ຮ່ວມຖ່າຍພາບທີ່ລະລຶກ. (ພາບ: Dinh Hoa)

ຫຼາກຫຼາຍຄຳເຫັນໄດ້ສະເໜີໃຫ້ຫັນປ່ຽນໃໝ່ຈິນຕະນາການ ແລະ ວິທີການຈັດຕັ້ງປະຕິບັດການຕ່າງປະເທດປະຊາຊົນ ໄປຕາມທິດທາງທີ່ມີແບບແຜນ, ເປັນເຈົ້າການ ແລະ ມີປະສິດທິຜົນກວ່າເກົ່າ; ເສີມຂະຫຍາຍບົດບາດຂອງປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ, ວິສາຫະກິດ, ນັກສຶກສາ, ຜູ້ອອກແຮງງານ ແລະ ບັນດາບຸກຄົນທີ່ມີຊື່ສຽງ ເພື່ອເຮັດໜ້າທີ່ເປັນຄືດັ່ງຂົວຕໍ່ພາຍໃນການໂຄສະນາເຜີຍແຜ່ພາບພົດຂອງ ຫວຽດນາມ. ພ້ອມກັນນັ້ນ, ຈຳເປັນຕ້ອງເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາອົງການຈັດຕັ້ງ, ທ້ອງຖິ່ນ, ສະຖານທີ່ຝຶກອົບຮົມ ແລະ ຄູ່ຮ່ວມມືສາກົນ ເພື່ອແນໃສ່ປຸກລະດົມຂົນຂວາຍບັນດາແຫຼ່ງທຶນຮັບໃຊ້ໃຫ້ແກ່ການພັດທະນາປະເທດຊາດຢ່າງມີປະສິດທິຜົນກວ່າເກົ່າ, ເກາະຕິດຢ່າງແໜ້ນແຟ້ນກວ່າເກົ່າລະຫວ່າງກິດຈະກຳການຕ່າງປະເທດປະຊາຊົນ ຮ່ວມກັບໜ້າທີ່ປົກປັກຮັກສາຜົນປະໂຫຍດຂອງຊາດ - ເຜົ່າພັນ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາ ຫວຽດນາມ ຄັ້ງທີ IX ຈະດຳເນີນໄປນັບຕັ້ງແຕ່ມື້ວັນທີ 7 - 8 ມິຖຸນາ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາ ຫວຽດນາມ ຄັ້ງທີ IX ຈະດຳເນີນໄປນັບຕັ້ງແຕ່ມື້ວັນທີ 7 - 8 ມິຖຸນາ

ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາ ຫວຽດນາມ ຄັ້ງທີ IX, ອາຍຸການ 2026 - 2031 ຈະດຳເນີນໄປນັບຕັ້ງແຕ່ມື້ວັນທີ 7 - 8 ມິຖຸນາ ຢູ່ທີ່ສູນກອງປະຊຸມແຫ່ງຊາດ ຫວຽດນາມ, ນະຄອນຫຼວງ ຮ່າໂນ້ຍ ພາຍໃຕ້ຫົວຂໍ້ “ສາມັກຄີ, ປະຊາທິປະໄຕ, ບຸກທະລຸ, ຮ່ວມມື, ...

ສືບຕໍ່ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ຍົກລະດັບການປະສານງານຍຸດທະສາດ ຫວຽດນາມ - ສິງກະໂປ ສືບຕໍ່ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ຍົກລະດັບການປະສານງານຍຸດທະສາດ ຫວຽດນາມ - ສິງກະໂປ

ຍສໝ - ກ່ອນທ່າມກາງການຢ້ຽມຢາມລັດຖະກິດ ທີ່ປະເທດສິງກະໂປ ແລະ ຄາດວ່າຈະຂຶ້ນກ່າວປາໄສນຳພາ (ປາໄສຫຼັກ) ຢູ່ທີ່ກອງປະຊຸມໂຕ້ຕອບ Shangri-La ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (ນັບຕັ້ງແຕ່ມື້ວັນທີ 29-31/5/2026), ທ່ານ ຫງວຽນແມ້ງເກື່ອງ, ກຳມະການສູນກາງພັກ, ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ມີວາລະແລກປ່ຽນພົບປະຮ່ວມກັບສື່ມວນຊົນ.

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ