ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາ ຫວຽດນາມ ຄັ້ງທີ IX ຈະດຳເນີນໄປນັບຕັ້ງແຕ່ມື້ວັນທີ 7 - 8 ມິຖຸນາ

09:33 | 29/05/2026

ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາ ຫວຽດນາມ ຄັ້ງທີ IX, ອາຍຸການ 2026 - 2031 ຈະດຳເນີນໄປນັບຕັ້ງແຕ່ມື້ວັນທີ 7 - 8 ມິຖຸນາ ຢູ່ທີ່ສູນກອງປະຊຸມແຫ່ງຊາດ ຫວຽດນາມ, ນະຄອນຫຼວງ ຮ່າໂນ້ຍ ພາຍໃຕ້ຫົວຂໍ້ “ສາມັກຄີ, ປະຊາທິປະໄຕ, ບຸກທະລຸ, ຮ່ວມມື, ພັດທະນາ”.

ສືບຕໍ່ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ແລະ ຍົກລະດັບການປະສານງານຍຸດທະສາດ ຫວຽດນາມ - ສິງກະໂປ
ສື່ສິງກະໂປ ຕີລາຄາສູງຕໍ່ຄວາມໝາຍຄວາມສຳຄັນນັບມື້ນັບເພີ່ມຂຶ້ນ ຂອງການຮ່ວມມື ຫວຽດນາມ-ສິງກະໂປ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາ ຫວຽດນາມ ຄັ້ງທີ IX ຈະດຳເນີນໄປນັບຕັ້ງແຕ່ມື້ວັນທີ 7 - 8 ມິຖຸນາ
ທ່ານ ນາງ ບຸ່ຍທິທ໋ອມ (Bui Thi Thom), ຮອງປະທານສະມາຄົມຊາວນາ ຫວຽດນາມ ກ່າວປາໄສໄຂກອງປະຊຸມ.

ເຫດການທາງການເມືອງອັນສຳຄັນ ຂອງຊົນຊັ້ນຊາວນາ ຫວຽດນາມ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາ ຫວຽດນາມ ຄັ້ງທີ IX, ອາຍຸການ 2026 - 2031 ແມ່ນດຳເນີນໄປທ່າມກາງບໍລິບົດທີ່ປະເທດຊາດກ້າວເຂົ້າສູ່ຍຸກສະໄໝໃໝ່. ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວບັນດາກອງທັບ ພວມຕັ້ງໜ້າແຂ່ງຂັນກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະ ບັນດາມະຕິຍຸດທະສາດ ກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ຂອງກົມການເມືອງ.

ເຖິງແມ່ນວ່າລະບົບການເມືອງຈະດຳເນີນການປັບປຸງບູລະນະກົນໄກກົງຈັກໄປໃນທິດທາງກະທັດຮັດ, ໂດຍເຄື່ອນໄຫວຕາມຕົວແບບຊຸດໃໝ່ ທີ່ຂຶ້ນກັບແນວໂຮມປະເທດຊາດ ຫວຽດນາມ ຕິດພັນກັບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ແຕ່ອາຍຸການຂອງກອງປະຊຸມໃຫຍ່ ຄັ້ງທີ VIII (2023 – 2028) ກໍຍັງຄົງບັນລຸໄດ້ຫຼາກຫຼາຍຜົນສຳເລັດອັນຕັ້ງໜ້າ:

ຜົນສຳເລັດອັນບຸກທະລຸ: ຈັດຕັ້ງປະຕິບັດບັນລຸ ແລະ ລື່ນຄາດໝາຍແຜນການ 16/18 ຕົວຊີ້ວັດ, ຫຼາກຫຼາຍຕົວຊີ້ວັດທີ່ຍາກ ແມ່ນລື່ນຄາດໝາຍຂອງອາຍຸການ.

ການປັບປຸງບູລະນະການຈັດຕັ້ງ: ວຽກງານການຈັດວາງກົງຈັກພະນັກງານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຂຸ້ນຂ້ຽວ ແລະ ສົ່ງຜົນສັກສິດຢ່າງຮອບດ້ານ; ສຳເລັດກອງປະຊຸມໃຫຍ່ສະມາຄົມຊາວນາທຸກຂັ້ນ ອາຍຸການ 2025-2030 ຕາມແຜນການທີ່ກຳນົດໄວ້.

ກົນໄກນະໂຍບາຍ: ເປັນເສນາທິການໃຫ້ແກ່ທ່ານນາຍົກລັດຖະມົນຕີ ໃນການອະນຸມັດ 4 ເດືອນໂຄງການ (ແຜນງານ), ສ້າງກຳລັງດັນບຸກທະລຸໃຫ້ແກ່ກິດຈະກຳຂອງສະມາຄົມ.

ການຫັນປ່ຽນໃໝ່ວິທີການ: ຫັນປ່ຽນຈາກການປຸກລະດົມຂົນຂວາຍ ມາເປັນການນຳພາ, ສະໜັບສະໜູນ ແລະ ຮ່ວມເດີນທາງ; ຍົກສູງຄວາມຮັບຮູ້ທາງການເມືອງ, ລະດັບຄວາມຮູ້ ແລະ ຊີວິດການເປັນຢູ່ທາງດ້ານວັດຖຸ ກໍຄືຈິດໃຈຂອງສະມາຊິກ.

ທ່ານ ນາງ ບຸ່ຍທິທ໋ອມ (Bui Thi Thom), ຮອງປະທານສະມາຄົມຊາວນາ ຫວຽດນາມ ເນັ້ນໜັກວ່າ, ດ້ວຍຈິດໃຈ “ສາມັກຄີ - ປະຊາທິປະໄຕ - ບຸກທະລຸ - ຮ່ວມມື - ພັດທະນາ”, ກອງປະຊຸມໃຫຍ່ ຄັ້ງທີ IX ໄດ້ກຳນົດເປົ້າໝາຍກໍ່ສ້າງສະມາຄົມໃຫ້ມີຄວາມເຂັ້ມແຂງ, ເສີມຂະຫຍາຍບົດບາດເຈົ້າການ ແລະ ເປັນສູນກາງຂອງຊາວນາ ພາຍໃນການພັດທະນາການກະເສດ, ເເສດຖະກິດຊົນນະບົດ ແລະ ການກໍ່ສ້າງຊົນນະບົດໃໝ່.

ຊາວນາ ແມ່ນສູນກາງແຫ່ງການພັດທະນາ

ຕາມຂໍ້ມູນຈາກ ທ່ານ ນາງ ຫງວຽນທິຫວຽດຮ່າ (Nguyen Thi Viet Ha), ຮອງຫົວໜ້າຄະນະວຽກງານຊາວນາ ໃຫ້ຮູ້ວ່າ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາ ຫວຽດນາມ ຄັ້ງທີ IX ຈະໄດ້ຮັບການຈັດຕັ້ງຂຶ້ນຢ່າງສະຫງ່າຜ່າເຜີຍ ນັບຕັ້ງແຕ່ມື້ວັນທີ 7 - 8 ມິຖຸນາ ປີ 2026 ຢູ່ທີ່ສູນກອງປະຊຸມແຫ່ງຊາດ, ຮ່າໂນ້ຍ.

ກອງປະຊຸມໃຫຍ່ ມີການເຂົ້າຮ່ວມຂອງຜູ້ແທນສົມບູນ 600 ທ່ານ (ຜູ້ແທນໂດຍຕຳແໜ່ງ 66 ທ່ານ ແລະ ຜູ້ແທນແຕ່ງຕັ້ງ 534 ທ່ານ) ເຊິ່ງແມ່ນຕົວແທນໃຫ້ແກ່ສະມາຊິກຫຼາຍກວ່າ 10 ລ້ານຄົນໃນທົ່ວປະເທດ. ບັນດາຜູ້ແທນຈະຮ່ວມກັນປຶກສາຫາລື, ປະກອບຄຳເຫັນເຂົ້າໃນບັນດາເອກະສານອັນສຳຄັນ: ບົດລາຍງານການເມືອງ; ບົດລາຍງານກວດກາຂອງຄະນະບໍລິຫານງານສູນກາງສະມາຄົມ ສະໄໝທີ VIII; ແຜນງານການເຄື່ອນໄຫວ ແລະ ເລືອກຕັ້ງຄະນະບໍລິຫານງານ ອາຍຸການ 2026 - 2031.

ເປັນພິເສດ, ກອງປະຊຸມໃຫຍ່ ຈະຕົກລົງດັດແກ້, ເພີ່ມເຕີມກົດລະບຽບຂອງສະມາຄົມ (ຢູ່ທີ່ມາດຕາ 3, 6, 9, 15) ເພື່ອແນໃສ່ປັບປຸງບັນດາທັດສະນະ ແລະ ມະຕິຊຸດໃໝ່ຂອງພັກໃຫ້ທັນການ, ທັງສອດຄ່ອງກັບລັດຖະທໍາມະນູນ ສະບັບປັບປຸງ ປີ 2025 ກ່ຽວກັບການທີ່ບັນດາອົງການຈັດຕັ້ງການເມືອງ - ສັງຄົມ ຂຶ້ນກັບແນວໂຮມປະເທດຊາດ ຫວຽດນາມ ໂດຍກົງ.

ທິດທາງອາຍຸການ 2026 - 2031:

ກໍ່ສ້າງສະມາຄົມຊາວນາ ຫວຽດນາມ ໃຫ້ມີຄວາມກະທັດຮັດ, ເຂັ້ມແຂງທາງດ້ານການເມືອງ, ການຈັດຕັ້ງ ແລະ ການເຄື່ອນໄຫວ; ເອົາສະມາຊິກເປັນສູນກາງ ແລະ ເປັນກຳລັງດັນເພື່ອຫັນປ່ຽນໃໝ່.

ທຸກໆກິດຈະກຳແມ່ນມຸ່ງເນັ້ນໃສ່ຮາກຖານຢ່າງແຂງແຮງ, ຕິດພັນກັບຜົນປະໂຫຍດອັນເປັນຮູບປະທຳຂອງຊາວນາ; ມຸ່ງໄປເຖິງ “ອາຊີບຄົງຊີບໃນຊົນນະບົດສີຂຽວ - ການກະເສດດິຈີຕອນ - ຕ່ອງໂສ້ມູນຄ່າ - ການກໍ່ສ້າງຍີ່ຫໍ້ - ການບໍລິໂພກຜະລິດທະພັນກະເສດ”.

ສະແດງບົດບາດເປັນຂົວຕໍ່ຢ່າງຈົບງາມ ລະຫວ່າງຊາວນາ ຮ່ວມກັບພັກ, ລັດ; ເປັນເຈົ້າການເຂົ້າຮ່ວມການເຊື່ອມໂຍງສາກົນ; ປະກອບສ່ວນພັດທະນາການກະເສດນິເວດ, ຊົນນະບົດທີ່ທັນສະໄໝ ແລະ ຊາວນາທີ່ສີວິໄລ.

ກອງປະຊຸມໃຫຍ່ ຈະຮ່ວມປຶກສາຫາລື ແລະ ຜ່ານຂໍ້ຕົກລົງ 5 ເປົ້າໝາຍ, 11 ຕົວຊີ້ວັດຕົ້ນຕໍ, ພ້ອມກັບ 6 ໜ້າທີ່, ວິທີການແກ້ໄຂ (ໃນນັ້ນມີ 4 ໜ້າທີ່ບຸກທະລຸ) ສຳລັບວຽກງານສະມາຄົມ ແລະ ຂະບວນການຊາວນາໃນອາຍຸການຊຸດໃໝ່.

ຄວາມພະຍາຍາມ ເພື່ອຜົນປະໂຫຍດຂອງຜູ້ປ່ວຍ HIV/AIDS ຄວາມພະຍາຍາມ ເພື່ອຜົນປະໂຫຍດຂອງຜູ້ປ່ວຍ HIV/AIDS

ຍສໝ - ຍ້ອນການຫັນກະບວນການຂັ້ນຕອນໃຫ້ມີຄວາມງ່າຍດາຍ ແລະ ການນຳໃຊ້ເຕັກໂນໂລຊີ, ຂະແໜງສາທາລະນະສຸກ ແຂວງກວາງຈິ ໄດ້ໃຫ້ການສະໜັບສະໜູນຢ່າງມີປະສິດທິຜົນ ແກ່ຜູ້ປ່ວຍ HIV ຫຼາຍຮ້ອຍຄົນ ໃຫ້ສາມາດເຂົ້າເຖິງການປິ່ນປົວໄດ້ແຕ່ຫົວທີ, ຮັກສາຄວາມລັບຂອງຂໍ້ມູນ ແລະ ມີສຸຂະພາບທີ່ສະຖຽນລະພາບ.

ສິງກະໂປ ມຸ່ງມາດປາດຖະໜາຢາກຮ່ວມກັບ ຫວຽດນາມ ກ້າວເຂົ້າສູ່ໄລຍະແຫ່ງການຮ່ວມມືໃໝ່ ສິງກະໂປ ມຸ່ງມາດປາດຖະໜາຢາກຮ່ວມກັບ ຫວຽດນາມ ກ້າວເຂົ້າສູ່ໄລຍະແຫ່ງການຮ່ວມມືໃໝ່

ຍສໝ - ການຢ້ຽມຢາມລັດຖະກິດ ທີ່ກຳລັງຈະມາເຖິງນີ້ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ທີ່ປະເທດສິງກະໂປ ແມ່ນໄດ້ຮັບການຄາດຫວັງວ່າ ຈະນຳພາສາຍພົວພັນສອງຝ່າຍ ຫວຽດນາມ-ສິງກະໂປ ກ້າວເຂົ້າສູ່ໄລຍະໃໝ່, ຮ່ວມມືກັນແກ້ໄຂບັນດາບັນຫາລວມ, ເພື່ອຜົນປະໂຫຍດຂອງສອງຝ່າຍ ແລະ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດໃໝ່ ເປັນຕົ້ນແມ່ນ ເຕັກນິກດິຈີຕອນ, ການຜະລິດທີ່ກ້າວໜ້າ, ການສຶກສາ ແລະ ການຝຶກອົບຮົມທີ່ມີຄຸນນະພາບສູງ, ຕາມທັດສະນະຂອງທ່ານ ...

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ