| ຊາວຫວຽດນາມ ອາໄສຢູ່ລາວ ໄປຖະຫວາຍທູບທຽນເພື່ອຮູ້ບຸນຄຸນບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ລາວ - ຫວຽດນາມ | |
| ສາມັກຄີຮູ້ບຸນຄຸນບັນດາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ - ລາວ |
ຕາມບັນດາອົງການຈັດຕັ້ງທີ່ມີພາລະບົດບາດແລ້ວ, ປະຈຸບັນທົ່ວປະເທດຍັງມີອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດປະມານ 175.000 ອັດຖິ ທີ່ຍັງບໍ່ທັນຄົ້ນພົບ ແລະ ຫຼາຍກວ່າ 300.000 ຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນສາມາດກຳນົດເອກະລັກໄດ້. ຂໍ້ມູນຫຼາຍຢ່າງກ່ຽວກັບສະຖານທີ່ຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແມ່ນບໍ່ມີຄວາມຄົບຖ້ວນອີກແລ້ວ ຍ້ອນເວລາ, ການຜັນແປຂອງສະໜາມຮົບ ແລະ ຂະບວນການເກັບໂຮມອັດຖິຜ່ານຫຼາຍໄລຍະ.
ວັນທີ 6 ພຶດສະພາ, ລັດຖະບານ ໄດ້ປະກາດໃຊ້ ມະຕິຕົກລົງສະບັບເລກທີ 26/2026/NQ-CP ກ່ຽວກັບກົນໄກ, ນະໂຍບາຍພິເສດ ແນໃສ່ແກ້ໄຂຄວາມຫຍຸ້ງຍາກ ໃນການຈັດຕັ້ງການເກັບຕົວຢ່າງ, ການກວດສອບ ແລະ ກຳນົດເອກະລັກອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງຂາດຂໍ້ມູນ ດ້ວຍວິທີການກວດສອບ ADN. ມະຕິຕົກລົງໄດ້ກຳນົດຢ່າງລະອຽດກ່ຽວກັບລະດັບການໃຊ້ຈ່າຍ, ຂັ້ນຕອນການຈັດຕັ້ງປະຕິບັດ ແລະ ກົນໄກການປະສານງານລະຫວ່າງບັນດາກະຊວງ, ຂະແໜງການ ແນໃສ່ແກ້ໄຂຄວາມຫຍຸ້ງຍາກຕ່າງໆ ໃນວຽກງານການກວດສອບ ADN ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ.
ຕາມຂໍ້ກຳນົດໃໝ່, ລະດັບການສະໜັບສະໜູນການກວດສອບ ADN ຕໍ່ກັບຕົວຢ່າງອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແມ່ນສາມາດສູງເຖິງ 14.102.000 ດົ່ງ/ຕົວຢ່າງ; ລະດັບການສະໜັບສະໜູນຕໍ່ກັບຕົວຢ່າງຂອງຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແມ່ນ 3.480.331 ດົ່ງ/ຕົວຢ່າງ. ລັດຖະບານ ກໍອະນຸຍາດໃຫ້ແກ້ໄຂບັນດາຕົວຢ່າງທີ່ໄດ້ຮັບເອົາແລ້ວ ແຕ່ຍັງບໍ່ທັນໄດ້ຮັບການກວດສອບ ຫຼື ບໍ່ທັນໄດ້ຊຳລະງົບປະມານໃນໄລຍະຜ່ານມາ.
ຕາມໜັງສືພິມ ປະຊາຊົນ, ໃນໄລຍະ 2021-2025, ທົ່ວປະເທດໄດ້ຮັບເອົາເກືອບ 13.500 ຕົວຢ່າງອັດຖິ ແລະ ຕົວຢ່າງຂອງຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ; ກຳນົດເອກະລັກໄດ້ໃຫ້ແກ່ນັກຮົບເສຍສະຫຼະຊີວິດເພື່ອຊາດຫຼາຍກວ່າ 100 ທ່ານ ດ້ວຍວິທີການກວດສອບ ADN ແລະ ຫຼາຍກວ່າ 2.500 ທ່ານ ດ້ວຍວິທີການພິສູດຕົວຈິງ. ເກືອບ 60.000 ຕົວຢ່າງຜະລິດຕະພັນຊີວະພາບຂອງຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ ກໍໄດ້ຖືກເກັບໂຮມເອົາ ເພື່ອຮັບໃຊ້ໃຫ້ແກ່ການສ້າງທະນາຄານຢີນ ແລະ ສົມທຽບຂໍ້ມູນ ADN.
ຄຽງຄູ່ກັບການປັບປຸງກົນໄກໃຫ້ສົມບູນແບບ, ຫຼາຍທ້ອງຖິ່ນພວກກຳລັງຊຸກຍູ້ການເກັບຕົວຢ່າງອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ເກັບໂຮມຕົວຢ່າງຜະລິດຕະພັນຊີວະພາບຂອງຍາດຕິພີ່ນ້ອງ ເພື່ອຮັບໃຊ້ໃຫ້ແກ່ການກວດສອບ ADN.
![]() |
| ໜ່ວຍງານປະສານງານລະຫວ່າງຂະແໜງການ ທີ່ຖືກແຕ່ງຕັ້ງໂດຍ ຄະນະຊີ້ນຳກ່ຽວກັບການຄົ້ນຫາ, ເກັບໂຮມ ແລະ ກຳນົດເອກະລັກອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແຂວງລາວຊາຍ ມີໜ້າທີ່ຊີ້ນຳ, ກວດກາ, ປະສານງານການເຄື່ອນໄຫວເກັບຕົວຢ່າງກວດສອບ ADN ຕໍ່ກັບບັນດາຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນກຳນົດຂໍ້ມູນໄດ້. (ຮູບ: ປະຕູຂໍ້ມູນຂ່າວສານທາງການ ແຂວງລາວກາຍ) |
ຕາມປະຕູຂໍ້ມູນຂ່າວສານທາງການ ແຂວງລາວກາຍ, ທ້ອງຖິ່ນໄດ້ແຕ່ງຕັ້ງໜ່ວຍງານປະສານງານລະຫວ່າງຂະແໜງການ ແລະ ບັນດາໜ່ວຍງານເກັບຕົວຢ່າງອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ເພື່ອຮັບໃຊ້ໃຫ້ແກ່ການກວດສອບ ADN. ຕາມແຜນການ, ແຂວງລາວກາຍ ຈະສຳເລັດການເກັບຕົວຢ່າງຕໍ່ກັບ 1.241 ຂຸມຝັງສົບທີ່ຍັງບໍ່ທັນກຳນົດຂໍ້ມູນໄດ້ ຢູ່ທີ່ 16 ປ່າຊ້ານັກຮົບເສຍສະຫຼະຊີວິດເພື່ອຊາດ ກ່ອນວັນທີ 27 ກໍລະກົດ 2027.
ໃນຂະນະດຽວກັນ, ກໍາລັງຕໍາຫຼວດ ແຂວງແທັງຮວ້າ ພວກກໍາລັງຜັນຂະຫຍາຍຫຼາຍຄັ້ງໃນການເກັບໂຮມຕົວຢ່າງ ADN ຂອງຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນສາມາດກຳນົດເອກະລັກໄດ້. ບັນດາໜ່ວຍງານເຄື່ອນທີ່ໄດ້ຖືກຈັດຕັ້ງຂຶ້ນເພື່ອໄປຮອດເຮືອນ ເກັບຕົວຢ່າງໃຫ້ແກ່ບັນດາແມ່ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຍາດຕິພີ່ນ້ອງທີ່ມີອາຍຸສູງ ຫຼື ໄປມາຫຍຸ້ງຍາກ.
ຢູ່ທີ່ ແຂວງກາວບັງ, ທ້ອງຖິ່ນກໍຜັນຂະຫຍາຍການເກັບໂຮມຕົວຢ່າງ ADN ໃຫ້ແກ່ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ ທີ່ຍັງບໍ່ທັນສາມາດກຳນົດເອກະລັກໄດ້ ແນໃສ່ຮັບໃຊ້ໃຫ້ແກ່ການສ້າງທະນາຄານຢີນ ແລະ ເຊື່ອມຕໍ່ຂໍ້ມູນເພື່ອກຳນົດເອກະລັກອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ.
ຕາມແຜນການຂອງຄະນະຊີ້ນຳແຫ່ງຊາດ 515, ໃນປີ 2026 ຈະສຸມໃສ່ແກ້ໄຂການກວດສອບປະມານ 10.000 ຕົວຢ່າງ ໃນຍອດຈຳນວນ 17.000 ຕົວຢ່າງອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຕົວຢ່າງຜະລິດຕະພັນຊີວະພາບຂອງຍາດຕິພີ່ນ້ອງ ທີ່ຍັງຄົງຄ້າງຢູ່ບັນດາສະຖານທີ່ກວດສອບ ADN.
ເພື່ອໃຫ້ວຽກງານການກວດສອບ ADN ບັນລຸປະສິດທິຜົນ, ການບຳລຸງສ້າງຖັນແຖວນັກວິຊາການທົດລອງ ແມ່ນມີບົດບາດສໍາຄັນ.
ວັນທີ 25 ພຶດສະພາ, ກົມເສນາຮັກ (ກົມໃຫຍ່ພະລາທິການ - ເຕັກນິກ) ໄດ້ໄຂຊຸດບຳລຸງ, ຍົກສູງຄວາມສາມາດວິຊາສະເພາະ ໃຫ້ແກ່ນັກວິຊາການທົດລອງ ADN ເພື່ອກຳນົດເອກະລັກອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ທີ່ ສະຖາບັນນິຕິເວດກອງທັບ ໂດຍມີການເຂົ້າຮ່ວມຂອງຫຼາຍກົມກອງເສນາຮັກໃນທົ່ວກອງທັບ.
ບັນດານັກສຶກສາໄດ້ຮັບການຝຶກອົບຮົມຫຼາຍເນື້ອໃນ ເຊັ່ນ: ການບົດຕົວຢ່າງ, ການສະກັດແຍກ ADN, ການຄວບຄຸມການຕິດເຊື້ອປົນເປື້ອນ, ການນຳໃຊ້ເຄື່ອງມືທົດລອງ ແລະ ການຮັບປະກັນຄວາມປອດໄພທາງຊີວະພາບໃນຫ້ອງທົດລອງ. ນີ້ແມ່ນບັນດາຂັ້ນຕອນທີ່ສໍາຄັນ ເຊິ່ງຕັດສິນຄວາມຖືກຕ້ອງຂອງໝາກຜົນການກວດສອບ ADN ອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ.
ປະຈຸບັນຫຼາຍຕົວຢ່າງອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ຖືກຝັງສົບມາເປັນເວລາຫຼາຍສິບປີແລ້ວ, ADN ແມ່ນຖືກຍ່ອຍສະຫຼາຍຢ່າງຮຸນແຮງ ຍ້ອນຜົນກະທົບຂອງເວລາ ແລະ ເງື່ອນໄຂສະພາບແວດລ້ອມ. ສະນັ້ນ, ຂັ້ນຕອນການຈັດການຕົວຢ່າງ ແມ່ນຕ້ອງໄດ້ປະຕິບັດຢ່າງເຂັ້ມງວດ ແນໃສ່ຈຳກັດຄວາມສ່ຽງໃນການຕິດເຊື້ອປົນເປື້ອນ ຫຼື ຂໍ້ມູນຜິດພ້ຽນ.
ເບື້ອງຫຼັງຂອງແຕ່ລະຕົວຢ່າງ ADN ແມ່ນຄວາມຫວັງຂອງບັນດາຄອບຄົວ ທີ່ເປັນເວລາຫຼາຍປີຍັງບໍ່ທັນຮູ້ບ່ອນພັກຜ່ອນຢ່າງສະຫງົບຂອງຍາດຕິພີ່ນ້ອງ. ການສ້າງທະນາຄານຢີນຂອງຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ການເຊື່ອມຕໍ່ຂໍ້ມູນ ADN ແລະ ການຫັນເປັນດິຈິຕອນຂໍ້ມູນ ພວກແມ່ນກຳລັງເປີດກວ້າງຄວາມສາມາດໃນການສົມທຽບ, ກຳນົດເອກະລັກໃຫ້ແກ່ບັນດາຂຸມຝັງສົບທີ່ຍັງບໍ່ທັນຮູ້ຊື່ເທື່ອລະກ້າວ.
| ການເດີນທາງຊອກຄົ້ນຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ປະເທດເພື່ອນ ລາວ ຍສໝ - ແຕ່ລະປີ, ພະນັກງານ ແລະ ນາຍທະຫານ 80 ຄົນຂອງກອງເຕົ້າໂຮມ ໄດ້ໄປສູ່ປະເທດເພື່ອນ ລາວ ເພື່ອຊອກຄົ້ນຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ແຕ່ວ່າ, ພູມສັນຖານສ່ວນຫຼາຍແມ່ນເປັນພູຜາປ່າດົງ ແລະ ຂໍ້ມູນກ່ຽວກັບຂຸມຝັງສົບແມ່ນນັບມື້ນັບຫນ້ອຍລົງ, ເຮັດໃຫ້ການເຕົ້າໂຮມປະສົບກັບຄວາມຫຍຸ້ງຍາກ. |
| ປະກອບສ່ວນເພີ່ມພູນຄູນສ້າງການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດຫວຽດນາມ - ລາວ ຍສໝ - ໄດ້ມີຄວາມເອົາໃຈໃສ່ ແລະ ການຊີ້ນຳນຳພາຂອງຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ , ຄະນະກຳມະການແນວໂຮມປະເທດຊາດແຂວງ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ - ລາວ ແຂວງ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ເຄື່ອນໄຫວຢ່າງຕັ້ງໜ້າ ແລະ ບັນລຸໄດ້ບັນດາໝາກຜົນທີ່ໜ້າປະທັບໃຈ, ປະກອບສ່ວນເຂົ້າໃນຜົນສຳເລັດລວມເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ແລະ ຄວາມສາມັກຄີຂອງແຂວງ. |
ແທັງຮັ່ງ
