ບັນດາວິສາຫະກິດສົ່ງອອກຂອງຫວຽດນາມ ເລີ່ມປະສົບກັບຄວາມ ຫຍຸ້ງຍາກ ຍ້ອນສະພາບຄວາມເຄັ່ງຕຶງ ລະຫວ່າງ ລັດເຊຍ - ຢູແກຼນ

14:12 | 14/03/2022

ຍສໝ - ວິສາຫະກິດສົ່ງອອກຂອງຫວຽດນາມ ຫຼາຍແຫ່ງໄດ້ຖືກຢຸດຕິໃບສັ່ງຊື້ສິນຄ້າ, ແຫຼ່ງສະໜອງວັດຖຸດິບ, ວິທີການຊຳລະເງິນ... ຈາກວິກິດການ ລັດເຊຍ - ຢູແກຼນ.

ສ່ວນບຸກຄົນ 4 ຄົນ ແລະ ໝູ່ຄະນະໄດ້ຮັບໃບຍ້ອງຍໍຢູ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບ ຫວຽດນາມ ຢູແກຼນ ແຂວງເງະອານຊຸດ​ທີ  III ສ່ວນບຸກຄົນ 4 ຄົນ ແລະ ໝູ່ຄະນະໄດ້ຮັບໃບຍ້ອງຍໍຢູ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບ ຫວຽດນາມ ຢູແກຼນ ແຂວງເງະອານຊຸດ​ທີ III
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະກັບຮອງປະທານສະພາສະຫະພັນ ລັດເຊຍ ແລະ ປະທານ Duma ແຫ່ງຊາດ ລັດເຊຍ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະກັບຮອງປະທານສະພາສະຫະພັນ ລັດເຊຍ ແລະ ປະທານ Duma ແຫ່ງຊາດ ລັດເຊຍ
ບັນດາວິສາຫະກິດສົ່ງອອກຂອງຫວຽດນາມ ເລີ່ມປະສົບກັບຄວາມ ຫຍຸ້ງຍາກ ຍ້ອນສະພາບຄວາມເຄັ່ງຕຶງ ລະຫວ່າງ ລັດເຊຍ - ຢູແກຼນພາບປະກອບ: TTXVN.

ສິ່ງທີ່ວິສາຫະກິດວິຕົກກັງວົນໃນປັດຈຸບັນແມ່ນບໍ່ພຽງແຕ່ໃນສອງຕະຫຼາດດັ່ງກ່າວເທົ່ານັ້ນ, ຫາກການສົ່ງອອກໄປຍັງປະເທດເອີຣົບ ກໍໄດ້ຮັບຜົນກະທົບນຳອີກ. ຕົວຢ່າງ, ສິນຄ້າເຂົ້າສານ, ເຖິງວ່າປະລິມານການສົ່ງອອກໄປຍັງອີຢູ ມີຄວາມເປັນປົກກະຕິ, ແຕ່ລາຄາສົ່ງອອກມີທ່າອ່ຽງຫຼຸດລົງ, ນັ້ນກໍ່ຍັງບໍ່ທັນເວົ້າເຖິງການຂົນສົ່ງຈະມີ ຄວາມຫຍຸ້ງຍາກຫຼາຍອີກດ້ວຍ.

ຕາມທ່ານຫົວໜ້າກົມຕະຫຼາດເອີລົບ - ອາເມລິກາ (ກະຊວງອຸດສາຫະກຳ ແລະ ການຄ້າ) ແລ້ວ, ຖ້າຫາກຄວາມເຄັ່ງຕຶງລະຫວ່າງ ລັດເຊຍ - ຢູແກຼນ ສືບຕໍ່ແກ່ຍາວ, ອາດຈະເຮັດໃຫ້ຫຼາຍປະເທດ (ລວມທັງ ຫວຽດນາມ) ປະສົບກັບຄວາມຫຍຸ້ງຍາກໃນການສະໜອງວັດຖຸດິບ, ເຊື້ອເຟີງອາຍແກັສ - ນ້ຳມັນ, ເຂົ້າສາລີ, ອາລູມີນຽມ, ນິເຈີ, ສາລີ... ໃນໄລຍະຈະມາເຖິງ.

ບູນມີ

ເຫດການ
302 Found

Found

The document has moved here.