ຄອບ​ຄົວ ຫວຽດ​ນາມ ມີ 4 ລຸ້ນ​ຢູ່​ນຳ​ກັນ ເຮັດ​ເຂົ້າ​ໜົມແປ້ງຂາວ ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ

10:07 | 02/02/2022

ຍ​ສ​ໝ - 4 ລຸ້ນ​ຄົ​ນ​ຂອງ​ຄອບ​ຄົວ​ເອື້ອຍ​ເລືອງ​ທິ​ຈາງ (ອາ​ຍຸ 29 ປີ​ຢູ່​ອຽນ​ເທ໊, ບັກ​ຢາງ) ຍັງ​ຮັກ​ສາ​ໄດ້​ມູ​ນ​ເຊື້ອ​ເຮັດ​ເຂົ້າ​ໜົມແປ້ງຂາວ ຕ້ອນ​ຮັບ​ບຸນ​ເຕັດປະ​ຈຳ​ຊາດຂອງ​ທຸກ​ປີ...

ຈັດ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄ​ວາມ​ໝາຍຫຼາຍ​ຢ່າງ​ເພື່ອ ໜູນ​ຊ່ວຍ​ກຳ​ມະ​ກອນ, ຊາວ​ຜູ້​ອອກ​ແຮງ​ງານ​ຕ້ອນ​ຮັບ​ບຸນ​ເຕັດ ຈັດ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄ​ວາມ​ໝາຍຫຼາຍ​ຢ່າງ​ເພື່ອ ໜູນ​ຊ່ວຍ​ກຳ​ມະ​ກອນ, ຊາວ​ຜູ້​ອອກ​ແຮງ​ງານ​ຕ້ອນ​ຮັບ​ບຸນ​ເຕັດ
ຈີນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ນຳ​ເຂົ້າ​ຢາງ​ພາ​ລາ​ຈາກ​ຫວຽດ​ນາມ ຈີນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ນຳ​ເຂົ້າ​ຢາງ​ພາ​ລາ​ຈາກ​ຫວຽດ​ນາມ
ຄອບ​ຄົວ ຫວຽດ​ນາມ ມີ 4 ລຸ້ນ​ຢູ່​ນຳ​ກັນ ເຮັດ​ເຂົ້າ​ໜົມແປ້ງຂາວ ຕ້ອນ​ຮັບ​ບຸນ​ເຕັດ​ປະ​ຈຳ​ຊາດ
ເຂົ້າ​ໜົມແປ້ງຂາວ (ພາບ: baomoi.com)

ເຂົ້າ​ໜົມແປ້ງ​ຂາວ ແມ່ນ​ເຂົ້າ​ໜົມ​ທີ່​ມາ​ແຕ່​ດົນ​ນານ​ຂອງ​ຊົນ​ເຜົ່າ ນຸ່ງ - ໄຕ, ເມື່ອ​ບຸ​ນ​ເຕັດ​ວຽນ​ມາ, ທຸກ​ຄົນ​ ຢູ່​ແຫ່ງນີ້ ພັດ​ຟ້າວ​ຝັ່ງ​ເຮັດ​ເຂົ້າ​ໜົມ​ແປ້ງຂາວ. ໂດຍ​ແມ່ນ​ຊາວ​ເຜົ່າ​ໄຕ, ຄອບ​ຄົວ​ຂອງ​ເອື້ອຍ​ຈາງ ໄດ້​ຮັກ​ສາ​ຈຸດ​ວັດ​ທະ​ນະ​ທຳ ເຮັດ​ເຂົ້າ​ໜົມແປ້ງ​ຂາວ​ໃນ​​ຕະຫຼອດ 4 ລຸ້ນ​ຂອງ​ຕົນ.

​ຊຸມ​ວັນ​ນີ້, ເອື້ອຍ​ຈາງ ພ້ອມ​ກັບ​ນ້ອງ​ຊາຍ ພວມ​ຟ້າວ​ຝັ່ງ​ກະ​ກຽມ​ວັດ​ຖຸດິບເຄື່ອງ​ຂອງ ເພື່ອ​ເຮັດ​ເຂົ້າ​ໜົມ​ທີ່​ເປັນ​ມູນ​ເຊື້ອ. “ໃນ​ເຮືອນ, ​ພໍ່​ຈະ​ຖ່າຍ​ທອດ​ໃຫ້​​ລູກ, ນັບ​ແຕ່ແມ່​ແບບ​ເພື່ອ​ເຮັດ​ເຂົ້າ​ໜົມ ກໍ່​ມີ​ອາ​ຍຸ​ປະ​ມານ​ເກືອບ 100 ປີ​ແລ້ວ”, ເອື້ອຍ​ຈາງຄັ້ນ​ແປ້ງ ທັັງເວົ້າ.

ເອື້ອຍ​ຈາງ ໃຫ້​ຮູ້​ວ່າ: ບັນ​ດາ​ຄ​ອບ​ຄົວ​ເຄີຍ​ເຮັດ​ເຂົ້າ​ໜົມ​ແມ່ນໃນ​ຊຸມ​ວັນ​ໃກ້​ຈະ​ຮອດ​ບຸນ​ເຕັດ​ນັບ​ແຕ່​ວັນ​ທີ 23 ຫາ ວັນ​ທີ 27 ບຸນ​ເຕັດ. “ຊາວ​ເຜົ່າ​ໄຕ ເຮັດ​ເຂົ້າ​ໜົມແປ້ງຂາວແທນ​ເຂົ້າ​ໜົມເພື່ອ​ເຊີນ​​ແຂກ​ກິນ​ເມື່ອ​ມາ​ຢາມ​ເຮືອນ​ໃນ​ວັນ​ບຸນ​ເຕັດ. ເຂົ້າ​ໜົມແປ້ງ​ຂາວ ຍັງ​ກາຍ​ເປັນ​ຂອງ​ຂວັນທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ເພື່ອ​ມອບ​ໃຫ້​ແກ່​ແຂກ, ແມ່ນ​ຂອງ​ຂັວນ​ທີ່​ຝ​າກ​ໄປ​ເຖິງ​ຜູ້​ທີ່​ຢູ່​ໄກ​ບ້ານ​ເກີດ​ເມືອງນອນ. ສຳ​ລັບ​ຊາວ​ເຜົ່າ​ໄຕ​ແລ້ວ, ຜົວເມ​ຍ​ຫາ​ກໍ່​ແຕ່ງ​ງານ ໃນ​ຊຸມ​ວັນ​ຕົ້ນ​ປີ ຕ້ອງ​ກັບ​ໄປ​ຢ້ຽມ​ຢາມ​ຕາ​ຍາຍ ຕ້ອງ​ມີ​ເຂົ້າ​ໜົມແປ້ງ​ຂາວ. ເຂົ້າ​ໜົມແປ້ງ​ຂາວ ກໍ່​ແມ່ນ​ຂອງ​ຂັວນ​ເພື່ອ​ບູ​ຊາ​ບັນ​ພະ​ບູ​ລຸດ​ເມື່ອ​ບຸນ​ເຕັດ​ວຽນ​ມາ” ເອື້ອຍ​ຈາງ​ເວົ້າ​.

ເພື່ອ​ເຮັດ​ເຂົ້າ​ໜົມແປ້ງ​ຂາວ ຕ້ອງ​ປະ​ຕິ​ບັດຫຼາຍ​ຂັ້ນ​ຕອນ​ທີ່​ລຳ​ບາກ: ຂົ້ວ​ເຂົ້າ, ບົດ​ເປັນ​ແປ້ງ, ນວດແປ້ງ ແລະ ​ນ້ຳ​ຕານອ້ອຍໃຫ້ເຂົ້າກັນ, ເອົາ​ໃສ່ແມ່ແບບ ແລະ ຫໍ່​...

ໃນ​ໄລ​ຍະ​ເກືອບ 10 ປີ​ຜ່ານ​ມາ, ພໍ່ເອື້ອຍ​ຈາງ ໄດ້​​​ຖ່າຍ​ທອດ​ໃຫ້ວິ​ທີ​ເຮັດ​ເຂົ້າ​ໜົມໃຫ້, ສຳ​ລັບ​ເອື້ອຍ​ຂັ້ນ​ຕອນ​ຍາກ​ທີ່​ສຸດ​ແມ່ນ ຄັ້ນ​ແປ້ງ​ກັບ​ນ້ຳ​ຕານ​ອ້ອຍ. “ຕ້ອງ​ຄິດ​ໄລ່​ແນວ​ໃດ ໃຫ້​ເຂົ້າ​ໜົມ​ບໍ່​ຫວານ​ເກີນ​ໄປ. ເຂົ້າ​ໜົມ​ທີ່​ຫໍ່​ແລ້ວ ຈະງາມ ແລະ ​ເຂົ້າ​ຕາມແບບຫຼື​ບໍ່​ນັ້ນ ແມ່ນຈະຂຶ້ນກັບ​ຂັ້ນ​ຕອນນີ້” ເອື້ອຍ​ຈາ​ງ​ອະ​ທິ​ບາຍ.

ເພື່ອ​ປະ​ຕິ​ບັດ​ສຳ​ເລັດ ເຂົ້າ​ໜົມ​ກ້ອນ​ໜຶ່ງ ຕ້ອງ​ເສຍ​ເວ​ລາ​ປະ​ມານ 20 – 30 ນາ​ທີ ນັບ​ແຕ່​ເວ​ລາ​ຄັ້ນ​ແປ້ງ​ຕະຫຼອດ​ຮອດ​ຂັ້ນ​ຕອນ​ນຳອອກ​ຈາກແມ່ແບບ. ແຕ່​ລະ​ແມ່ແບບ​ຈະ​ມີ​ເຂົ້າ​ໜົມ 10 ກ້ອນ. “ສິ່ງ​ສຳ​ຄັນ​ທີ່​ສຸດ​ຍັງ​ແມ່ນ ແປ້ງ ຍ້ອນ​ວ່າ ຖ້າ​ແປ້ງ​ມີ​ຄວາມຊຸ່ມບໍ່ພຽງພໍ ຈະເຮັດໃຫ້ເຂົ້າໜົມບໍ່ໜຽວຕິດກັນ” ເອື້ອຍ​ຈາງ ເນັ້ນ​ໜັກ.

“ເມື່ອໝັກ​ແປ້ງ​ຕ້ອງ​ເອົາ​ໃຈ​ໃສ່​ວ່າ ແປ້ງ​ເຂົ້າ​​ເມື່ອນຳໄປບົດ ມັນຈະແຫ້ງຫຼາຍ, ລະ​ດູ​ໜາວ ອາ​ກາດໜາວ​ແຫ້ງ, ຍິ່ງ​ເຮັດ​ໃຫ້​ແປ້ງ​ແຫ້ງ​ກ່​ວາອີກ. ເພາະ​ສະ​ນັ້ນ, ຄວນ​ນຳ​ໃຊ້​ໃບກະຫຼ່ຳ ຫຼື ອ້ອຍ ໃສ່​ໃນ​ແປ້ງ​ເພື່ອ​ເພີ່ມ​ຄວາມຊຸ່ມ, ຊ່ວຍ​ເຮັດ​ໃຫ້​ເຂົ້າ​ໜົມ​ໜຽວ​ກ່​ວາ”.

ເຂົ້າ​ໜົມ​ຕ້ອງ​ໜຽວ, ຫອມ, ມີ​ລົດ​ຊາດ​ຫວານ ຂອງ​ນ້ຳ​ຕານອ້ອຍ ຈຶ່ງ​ບັນ​ລຸ​ໄດ້​ຄຸນ​ນະ​ພາບ. ພາຍຫຼັງ​ທີ່​ເຮັດ​ລຽບ​ລ້ອຍ​ແລ້ວ​ຕ້ອງ​ປະ​ໄວ້​ຢູ່ນອກ ແຕ່ 3 – 5 ວັນ ແລ້ວ​ຈຶ່ງ​ກິນ​ມັນ​ຈະ​ແຊບ​ກ່​ວາ.

ເອື້ອຍ​ຈາງ​ແບ່ງ​ປັນ​ວ່າ ຄອບ​ຄົວ​ຂອງ​ເອື້ອຍ​ຮັກ​ສາ​ໄດ້​ມູ​ນ​ເຊື້ອ​ເຮັດ​ເຂົ້າ​ໜົມ​ແປ້ງຂາວ ເມື່ອ​ບຸນ​ເຕັດ​ວຽນ​ມາ ນັບ​ແຕ່​ຕອນພໍ່​ຕູ້​ຍັງ​ມີ​ຊີ​ວິດ. ພໍ່​ຂອງ​ເອື້ອຍ​ຈາງ​ຍາມ​ໃດ​ກໍ່ບອກ​ລູກຫຼານ​ວ່າ ຕ້ອງ​ເຮັດ​ເຂົ້າ​ໜົມແປ້ງ​ຂາວ ເພື່ອ​ຮັກ​ສາ​ສີ​ສັນ​ມູນ​ເຊື້ອ​ຂອງ​ຊົນ​ເຜົ່າ​ຕົນ.

ນັບ​ແຕ່​ເວ​ລາ​ແຕ່ງ​ງານ, ເອື້ອຍ​ຈາງ ບໍ່​ມີຫຼາຍ​ໂອ​ກາດ ໄດ້​ພ້ອມ​ກັບ​ຄອບ​ຄົວ​ເຮັດ​ເຂົ້າ​ໜົມ​ແປ້ງຂາວ ແຕ່​ໃນ​ຄວາມ​ຄິດຂອງ​ເອື້ອຍ​ແລ້ວ ຖ້າບໍ່​ມີ​ເຂົ້າ​ໜົມແປ້ງ​ຂາວ​ ກໍໝາຍ​ຄວາມ​ວ່າ​ບໍ່​ມີ​ບຸນ​ເຕັດ.

“ເຂົ້າ​ໜົມແປ້ງ​ຂາວ​ທັງ​ມີ​ກີ່ນ​ຫອງ​ຂອງ​ເຂົ້າ​ໜຽວ, ມີ​ລົດ​ຊາດ​ຫວານ​ຂອງ​ນ້ຳ​ຕານ ແລະ ແຊບ​ຂອງໝາກຖົ່ວດິນ, ໜາກງາ ແລະ ມັນໝູ. ທຸກ​ສິ່ງ​ທຸກ​ຢ່າງ​ໄດ້​ປົນ​ກັນ ເຮັດ​ໃຫ້​ເຂົ້າ​ໜົມ​ຊະ​ນິດ​ນີ້​ມີ​ລົດ​ຊາດ​ທີ່​ພິ​ເສດ. ແຕ່ລະ​ປີ​ເມື່ອ​ບຸນ​ເຕັດ​ວຽນ​ມາ, ຂ້າ​ພະ​ເຈົ້າ​ພຽງ​ແຕ່​​​ຫວັງວ່າຈະໄດ້ກັບ​ບ້ານ​ເກີດ, ນັ່ງ​ເຕົ້າ​ໂຮມ​ກັນ​ກັບ​ຄອບ​ຄົວ, ພ້ອມ​ກັນ​ເຮັດ​ເຂົ້າ​ໜົມ​ແປ້ງຂາວ​ຕ້ອນ​ຮັບ​ບຸນ​ເຕັດ. ບັນ​ຍາ​ການ​ສາ​ມັກ​ຄີ​ອົບ​ອຸ່ນ, ມີ​ຄວາມ​ຜາ​ສຸກ” ເອື້ອຍ​ຈາງ​ສະ​ແດງ​ຄວາມ​ໃນ​ໃຈ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.