ສ້າງຊຸດມາດຖານ ແລະ ຕົວເລກສະແດງ ເພື່ອຕີລາຄາການຫັນເປັນດິຈິຕອນ ໃນການສຶກສາ ແລະ ບຳລຸງສ້າງ

10:29 | 29/12/2021

ຍສໝ - ຫວ່າງແລ້ວນີ້, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຮວ່າງມິງເຊີນ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ສຳ​ມະ​ນາ​ການ​ຫັນ​ເປັນ​ດີ​ຈີ​ຕອນ ​ໃນ​ການ​ສຶກສາ ​ແລະ ບຳລຸງ​ສ້າງ, ກຳນົດ​ມາດຖານ ​ແລະ ຕົວເລກສະແດງ ​ເພື່ອ​ຕີ​ລາຄາ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຂອງ​ບັນດາ​ຮາກຖານການ​ສຶກສາ ​ແລະ ບຳລຸງ​ສ້າງ.

ນະຄອນໂຮ່ຈີມິນ ບຳລຸງສ້າງ 500 ບໍລິສັດ startup ມຸ່ງສູ່ IPO ນະຄອນໂຮ່ຈີມິນ ບຳລຸງສ້າງ 500 ບໍລິສັດ startup ມຸ່ງສູ່ IPO
ສະມາຄົມການພັດທະນາເສດຖະກິດ, ວັດທະນະທຳ ແລະ ການສຶກສາ ໄຕ້ຫວັນ - ຫວຽດນາມ ໄດ້ສະໜັບສະໜູນກອງທຶນວັກແຊງປ້ອງກັນ ແລະ ຄວບຄຸມ COVID-19 ສະມາຄົມການພັດທະນາເສດຖະກິດ, ວັດທະນະທຳ ແລະ ການສຶກສາ ໄຕ້ຫວັນ - ຫວຽດນາມ ໄດ້ສະໜັບສະໜູນກອງທຶນວັກແຊງປ້ອງກັນ ແລະ ຄວບຄຸມ COVID-19

ການກໍ່ສ້າງຊຸດ​ບັນດາມາດຖານ ​ແລະ ຕົວເລກສະແດງ ​ເພື່ອ​ຕີ​ລາຄາ​ການ​ຫັນ​ເປັນ​ດິຈິ​ຕອນ ​ໃນ​ການ​ສຶກສາ ​ແລະ ບຳລຸງ​ສ້າງ ແມ່ນມີຄວາມຈໍາເປັນຢ່າງແທ້ຈິງ. ​ບັນດາຕົວຊີ້ວັດຈາກຊຸດຂອງມາດຖານ ​ແລະ ຕົວເລກສະແດງ ຈະເປັນພື້ນຖານສໍາລັບການສົ່ງເສີມການຫັນເປັນດິຈິຕອນ ໃນບັນດາຮາກຖານການສຶກສາ; ພ້ອມ​ກັນ​ນັ້ນ, ກໍຊີ້​ໃຫ້​ເຫັນ​ຈຸດ​ແຂງ​ທີ່​ຕ້ອງ​ໄດ້​ຮັບ​ການ​ຊຸກຍູ້, ຂໍ້​ຈຳກັດ​ທີ່​ຕ້ອງ​ແກ້​ໄຂ ​ແລະ ສະໜອງ​ຂໍ້​ມູນ​ຂ່າວສານ​ ເພື່ອ​ໜູນ​ຊ່ວຍ​ບັນດາ​ອົງການ​ສຶກສາ​ດ້ວຍ​ວິທີ​ແກ້​ໄຂ​ທີ່​ເໝາະ​ສົມ.

ສ້າງຊຸດມາດຖານ ແລະ ຕົວເລກສະແດງ ເພື່ອຕີລາຄາການຫັນເປັນດິຈິຕອນ ໃນການສຶກສາ ແລະ ບຳລຸງສ້າງ
ສ້າງຊຸດມາດຖານ ແລະ ຕົວເລກສະແດງ ເພື່ອຕີລາຄາການຫັນເປັນດິຈິຕອນ ໃນການສຶກສາ ແລະ ບຳລຸງສ້າງ. (ພາບ: moet.gov.vn)

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຮວ່າງມິງເຊີນ ສະເໜີ​ວ່າ ​ໃນ​ຂະ​ບວນການສ້າງ​ບັນດາ​ມາດຖານ ​ແລະ ຕົວເລກສະແດງ ​ເພື່ອ​ຕີ​ລາຄາ​ການ​ຫັນ​ເປັນ​ດິຈິ​ຕອນ ​ໃນ​ການ​ສຶກສາ ​ແລະ ບຳລຸງ​ສ້າງ, ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ຕົວ​ຊີ້​ວັດ​ກ່ຽວ​ກັບ​ວຽກ​ງານການ​ຮຽນ ແລະ ການສອນ, ເມື່ອຜູ້ຮຽນໃຊ້ພື້ນຖານຟອມດິຈິຕອນ ໃນການຮຳ່ຮຽນ, ພວກເຂົາສາມາດຟັງການສິດສອນ, ຮຳ່ຮຽນ ແລະ ພົວພັນກັບຄູອາຈານໃນເວລາ ແລະ ພື້ນທີ່ດີຈອນຕອນຫຼາຍປານໃດ, ຄືແນວໃດ. ຕ້ອງ​ໄດ້​ຈັດ​ຕັ້ງ​ຫັນ​ເປັນ​ດິຈິ​ຕອນ ໃນການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ ​ແລະ ບໍລິຫານໃນ​ການ​ສຶກສາ ​ແລະ ບຳລຸງ​ສ້າງຢ່າງເຖິງຖອງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.