ນະຄອນໂຮ່ຈີມິນ ບຳລຸງສ້າງ 500 ບໍລິສັດ startup ມຸ່ງສູ່ IPO

06:30 | 15/12/2021

ຍສໝ - ບັນດາວິສາຫະກິດໄດ້ເຂົ້າຮ່ວມກິດຈະກໍາການບຳລຸງສ້າງ, ເຊື່ອມຕໍ່ກັບນັກລົງທຶນເພື່ອກະກຽມເງື່ອນໄຂສໍາລັບການສະເຫນີຂາຍຫຸ້ນໃໝ່ຄັ້ງທຳອິດ ອອກສູ່ມະຫາຊົນ (IPO).

ຮູບ​ແບບ Startup “ຮ້ານ​ປຶ້ມ ແລະ ​ເລື່ອງ​ລາວຕ່າງ​ໆ” ຢູ່ ເກິ່ນ​ເທີ ຮູບ​ແບບ Startup “ຮ້ານ​ປຶ້ມ ແລະ ​ເລື່ອງ​ລາວຕ່າງ​ໆ” ຢູ່ ເກິ່ນ​ເທີ
ດ່າ​ນັ້ງ: ມີຫຼາຍ​ຮູບ​ແບບ Startup ​ຂອງ ໄວ​ໜຸ່ມ ປະ​ສົບ​ຜົນ​ສຳ​ເລັດ ດ່າ​ນັ້ງ: ມີຫຼາຍ​ຮູບ​ແບບ Startup ​ຂອງ ໄວ​ໜຸ່ມ ປະ​ສົບ​ຜົນ​ສຳ​ເລັດ

ທ່ານ ຮວ່ິ່ງ​ກິມ​ເຕື໋ອກ, ຫົວໜ້າ​ສູນ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ກ້າວໜ້າ, ​ພະ​ແນ​ກວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ນະຄອນ ​ໂຮ່ຈີ​ມິນ ​ໃນ​ວັນ​ທີ 9 ທັນວາ ​ໃຫ້​ຮູ້​ວ່າ: ​ໃນ 2 ປີ​ຜ່ານ​ມາ, ໜ່ວຍ​ງານ​ໄດ້​ສ້າງ ​ແລະ ຈັດ​ຕັ້ງໂຄງການບຳລຸງສ້າງ IPO ສໍາລັບບໍລິສັດ startup ທີ່ມີ 14 ໜ່ວຍກິດ.

ນະຄອນໂຮ່ຈີມິນ ບຳລຸງສ້າງ 500 ບໍລິສັດ startup ມຸ່ງສູ່ IPO
ນະຄອນໂຮ່ຈີມິນ ບຳລຸງສ້າງ 500 ບໍລິສັດ startup ມຸ່ງສູ່ IPO. (ພາບ: tapchitaichinh)

ຫຼັກສູດດັ່ງກ່າວ ໄດ້ທົດລອງດ້ວຍ 2 ຫ້ອງຮຽນທຳອິດ, ມາຮອດປັດຈຸບັນ ໄດ້ມີການເບຳລຸງສ້າງ 7 ລຸ້ນແລ້ວ ໂດຍມີຜູ້ເຂົ້າຮ່ວມທັງໝົດ 500 ກວ່າຄົນ ເຊິ່ງເປັນຕົວແທນຂອງ 500 ບໍລິສັດ startup. ການບຳລຸງສ້າງແມ່ນໄດ້ຈັດຂຶ້ນໃນຮູບແບບໂດຍກົງ ແລະ ອອນໄລນໃນໄລຍະເກີດ Covid-19.

ໂຄງການນີ້ຊ່ວຍໃຫ້ວິສາຫະກິດຄຸ້ມຄອງ ແລະ ຈັດຕັ້ງບໍລິສັດຢ່າງມີມາດຕະຖານ ເພື່ອມຸ່ງໄປສູ່ IPO ໃນອະນາຄົດ. ນອກຈາກນັ້ນ, ເຂົາເຈົ້າຍັງສາມາດ ເຂົ້າຮ່ວມກິດຈະກໍາເຊື່ອມຕໍ່ກັບອົງການການເງິນ ແລະ ໜ່ວຍງານທີ່ປຶກສາ ເພື່ອຊອກຫາໂອກາດຮ່ວມມື. ບາງວິສາຫະກິດ ກໍຮຽກຮ້ອງໄດ້ທຶນເມື່ອເຂົ້າຮ່ວມໂຄງການ.

ໃນສາມປີຂ້າງຫນ້າ, ໂຄງການຄາດວ່າຈະພັດທະນາປະມານ 2,000 - 3,000 ວິສາຫະກິດ ທີ່ມີຄວາມສົນໃຈ ແລະ ມີຄວາມສາມາດບົ່ມຊ້ອນ ເພື່ອບຳລຸງສ້າງ IPO. ໃນນັ້ນ, ປະມານ 200-300 ວິສາຫະກິດ ຄາດວ່າຈະມີມາດຖານຢ່າງຄົບຖ້ວນເພື່ອໄດ້ຮັບ IPO.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.